Home / ການກະເສດ

Category

ການປູກຫມາກສີດາ
ແລະການກຽມດິນ

ປູກ​ຫມາກ​ສີ­ດາ ສິ່ງ​ຫນຶ່ງ​ທີ່​ຈະ​ຕ້ອງ​ສຶກ​ສາ​ກໍ່​ຄື ເນື້ອ­ທີ່​ທີ່​ເຫມາະ​ສົມ​ໃນ​ການ​ປູກ​ເຊັ່ນ: ປູກ​ໃນ​ເນື້ອ­ທີ່​ລຸ່ມ​ນ້ຳ​ຖ້ວມ​ຄວນ​ເຮັດ​ການ​ຍົກ​ຮ່ອງ​ປູກ ໂດຍ​ຍົກ​ຮ່ອງ​ໃຫ້​ມີ​ຂະ­ຫນາດ​ຄວາມ​ກວ້າງ​ຂອງ​ຫລັງ​ຮ່ອງ​ປະ­ມານ 6 ແມັດ ແລະ ຄູ​ນ້ຳ​ກວ້າງ​ປະ­ມານ 1,5 ແມັດ, ສ່ວນ​ຄວາມ​ຍາວ​ຂອງ​ສັນ​ຮ່ອງ​ແມ່ນ​ຂຶ້ນ​ຢູ່​ກັບ​ເນື້ອ­ທີ່ ແລະ ລວງ​ສູງ​ແມ່ນ​ບໍ່​ຈຳ­ກັດ, ແຕ່​ຖ້າ​ເປັນ​ບ່ອນ​ພຽງ​ບໍ່​ຈຳ­ເປັນ​ຕ້ອງ​ຍົກ​ຮ່ອງ ຈາກ​ນັ້ນ ກໍ່​ສາ­ມາດ​ປັບ­ປຸງ​ດິນ ໂດຍ​ການ​ຕາກ​ດິນ​ເພື່ອ​ຂ້າ​ເຊື້ອ​ໂລກ ແລະ ແກ່ນ​ພືດ​ທີ່​ປະ​ປົນ ຫລັງ​ຈາກ​ນັ້ນ ໃຫ້​ໃສ່​ຝຸ່ນ​ຄອກ ແລະ ປຸ໋ຍ​ຫມັກ​ໃນ​ປະ­ລິ­ມານ​ເທົ່າໆ​ກັນ, ໃນ​ປະ­ລິ­ມານ​ຝຸ່ນ 1 ສ່ວນ​ຕໍ່​ດິນ 2 ສ່ວນ ເພື່ອ​ໃຫ້​ດິນ​ກາຍ­ເປັນ​ດິນ​ລ້ວນ.
    ຫລັງ​ຈາກ​ກຽມ​ດິນ​ປູກ​ຮຽບ​ຮ້ອຍ​ແລ້ວ ຖ້າ​ຕ້ອງ­ການ​ປູກ​ເປັນ​ສິນ­ຄ້າ​ກໍ່​ຄວນ​ຈະ​ຈັດ​ໄລ­ຍະ​ປູກ​ລະ­ຫວ່າງ​ແຖວ,

ລາຍລະອຽດ »

ການ​ປູກ​ຫມາກ​ເງາະ​ນີ້ ເຮົາ​ສາ­ມາດ​ປູກ​ຄື​ກັບ​ການ​ປູກ​ຫມາກ​ໄມ້​ຊະ­ນິດ​ອື່ນໆ ໂດຍ​ສະ­ເພາະ​ແມ່ນ​ການ​ໄຖ​ພວນ​ດິນ

ຫມາກ​ເງາະ ເປັນ​ຫມາກ​ໄມ້​ທີ່​ມີ​ຂາຍ​ຢູ່​ທົ່ວ​ໄປ ແລະ ເປັນ​ຫມາກ​ໄມ້​ລົດ​ຊາດ​ຫວານ ອົມ​ສົ້ມ ແລະ ສາ­ມາດ​ແກ້​ອາ­ການ​ເຈັບ­ທ້ອງ​ໄດ້ ແຕ່​ຖ້າ​ຫາກ​ກິນ​ຫລາຍ​ອາດ​ເຮັດ​ໃຫ້​ເປັນ​ໂທດ​ໄດ້​ຄື​ກັນ, ຫມາກ​ເງາະ​ເປັນ​ພືດ​ທີ່​ມັກ​ອາ­ກາດ​ຮ້ອນ​ຊຸ່ມ ແລະ ຈະ­ເລີນ​ເຕີບ​ໂຕ​ໄດ້​ດີ​ໃນ​ບໍ­ລິ­ເວນ​ທີ່​ມີ​ຄວາມ​ຊຸ່ມ​ສູງ​ເລັກ​ນ້ອຍ;  ຫມາກ​ເງາະ ເປັນ​ພືດ​ຍືນ​ຕົ້ນ​ຂະ­ຫນາດ​ກາງ​ຫາ​ໃຫຍ່, ສ່ວນ​ອຸນ­ຫະ­ພູມ​ຢູ່​ໃນ​ລະ­ຫວ່າງ 25-30 ອົງ­ສາ​ເຊ, ດິນ​ທີ່​ປູກ​ຄວນ​ມີ​ຄວາມ​ເປັນ​ກົດ-ດ່າງ​ປະ­ມານ 5,5-6,5 ແລະ ທີ່​ສຳ­ຄັນ​ຄວນ​ເລືອກ​ພື້ນ​ທີ່ໆມີນ້ຳ​ພຽງ­ພໍ​ຕະ­ຫລອດ​ປີ.
   ນອກ­ຈາກ​ນັ້ນ ການ​ປູກ​ຫມາກ​ເງາະ​ນີ້ ເຮົາ​ສາ­ມາດ​ປູກ​ຄື​ກັບ​ການ​ປູກ​ຫມາກ​ໄມ້​ຊະ­ນິດ​ອື່ນໆ ໂດຍ​ສະ­ເພາະ​ແມ່ນ​ການ​ໄຖ​ພວນ​ດິນ ແລະ ປັບ​ສະ­ພາບ​ດິນ​ໃຫ້​ລຽບ​ພຽງ

ລາຍລະອຽດ »

ການປູກອ້ອຍ​ເພື່ອ​ເປັນ​ສິນ­ຄ້າ
ບໍ່​ຄວນ​ເບິ່ງຂ້າມ​ໃນ​ແງ່​ຂອງ​ການ​ກະ­ກຽມແນວ​ພັນ​

ອ້ອຍ ເປັນ​ພືດ​ເສດ­ຖະ­ກິດ​ທີ່ສຳ­ຄັນ​ຊະ­ນິດ​ຫນຶ່ງ​ສາ­ມາດ​ປູກໄດ້​ເກືອບ​ທຸກ​ພາກ​ຂອງ​ປະ­ເທດ,  ມີ​ອາ­ຍຸ​ການ​ເກັບ​ກ່ຽວ 10-12 ເດືອນ, ສາ­ມາດ​ເກັບ​ຜົນ​ຜະ­ລິດໄດ້ 2-3 ປີ, ແຕ່​ສະ­ພາບ​ແວດລ້ອມ ແລະ ການ​ບຳ­ລຸງ​ຮັກ­ສາກໍ່​ເປັນ​ປັດ​ໄຈ​ສຳ­ຄັນ​ໃນ​ການ​ເພີ່ມຜົນ​ຜະ­ລິດ ແລະ ໃຫ້​ຄຸນ​ນະ​ພາບຂອງ​ອ້ອຍ, ອ້ອຍ​ສາ­ມາດ​ປູກໄດ້​ໃນ​ດິນ​ເກືອບ​ທຸກ​ປະ­ເພດ​ຕັ້ງແຕ່​ດິນ​ລ້ວນ​ຈົນ​ເຖິງ​ດິນ​ປົນຊາຍ, ສຳ­ລັບ​ພື້​ນ​ທີ່​ທີ່​ເຫມາະ​ສົມກັບ​ການ​ປູກ​ອ້ອຍ​ຄວນ​ເປັນ​ທີ່ພຽງ, ຄວນ​ຫລີກ­ເວັ້ນ​ການ​ປູກອ້ອຍ​ໃນ​ດິນ​ຫນຽວ, ດິນ­ຊາຍ  ແລະ ດິນ​ຫົກ​ເຮື້ອ.
     ທ່ານ​ໃດ​ທີ່​ສົນ­ໃຈ​ຢາກ​ຈະ​ປູກອ້ອຍ​ເພື່ອ​ເປັນ​ສິນ­ຄ້າບໍ່​ຄວນ​ເບິ່ງຂ້າມ​ໃນ​ແງ່​ຂອງ​ການ​ກະ­ກຽມແນວ​ພັນ: ອ້ອຍ​ທີ່​ຈະ​ເປັນ​ແນວ ພັນ​ຕ້ອງ​ເປັນ​ອ້ອຍ​ມາ​ຈາກຫນານ​ອ້ອຍ​ທີ່​ມີ​ຄວາມ​ຈະ­ເລີ ເຕີບ​ໂຕ​ດີ, ກົງ​ຕາມ​ແນວ​ພັນ, ປາສະ​ຈາກ​ໂລກ ແລະ ແມງ,

ລາຍລະອຽດ »

ການ​ປູກ​ຫມາກ​ຂາມຫວານ
ຫມາກຂາມຫວານເປັນ​ຫມາກ​ໄມ້​ທີ່​ຈະ­ເລີນ​ເຕີບ​ໂຕ​ໄດ້​ດີ​ໃນ​ເຂດ​ຮ້ອນ

ຫມາກ­ຂາມ ເປັນ​ຫມາກ​ໄມ້​ທີ່​ຈະ­ເລີນ​ເຕີບ​ໂຕ​ໄດ້​ດີ​ໃນ​ເຂດ​ຮ້ອນ ແລະ ຂຶ້ນ​ໄດ້​ໃນ​ດິນ​ເກືອບ​ທຸກ​ຊະ ນິດ, ເປັນ​ພືດ​ທົນ​ແລ້ງ​ມີ​ຄວາມ​ຕ້ອງ­ການ​ປະ­ລິ­ມານ​ນ້ຳ​ປານ​ກາງ, ຖື​ວ່າ​ເປັນ​ພືດ​ທີ່​ມີ​ຄວາມ​ຕ້ອງ­ການ​ນ້ຳ ຫນ້ອຍ​ກວ່າ​ຫມາກ​ໄມ້​ຊະ­ນິດ​ອື່ນໆ, ບໍ່​ມັກ​ນ້ຳ​ຖ້ວມ​ຂັງ, ປູກ​ງ່າຍ​ໃຫຍ່​ໄວ​ບໍ່​ມັກ​ມີ​ບັນ­ຫາ ເນື່ອງ​ຈາກ​ຫມາກຂາມ​ຈະ​ອອກ­ດອກ ແລະ ຕິດ​ຝັກ​ອ່ອນ​ໃນ​ລະ­ດູ­ຝົນ ເຊິ່ງ​ຫມາກ​ຈະ​ແກ່​ໃນ​ລະ­ດູ­ແລ້ງ, ແນວ­ໃດ​ກໍ່​ຕາມ​ສະ­ພາບ​ດິນ​ຟ້າ​ອາ­ກາດ​ທີ່​ເຫມາະ​ສົມ​ໃນ​ການ​ປູກ​ຫມາກ­ຂາມ​ຫວານ ເປັນ​ອາ­ຊີບ​ນັ້ນ ຄວນ​ເລືອກ​ດິນ​ໃກ້​ຄຽງ​ກັບ​ດິນ​ຫນຽວ​ທີ່​ມີ​ຄວາມ​ເປັນ​ດ່າງ​ອ່ອນໆ ແລະ ມີ​ປະ­ລິ­ມານ​ອິນ​ຊີ​ວັດ­ຖຸ (ທາດ​ອາ­ຫານ​ໃນ​ດິນ) ພໍ​ສົມ­ຄວນ.
    ຫມາກ­ຂາມ ເຖິງ​ແມ່ນ​ວ່າ​ຈະ​ເປັນ​ຫມາກ​ໄມ້​ທີ່​ຂຶ້ນ​ໄດ້​ເກືອບ​ທຸກ​ສະ­ພາບ​ທ້ອງ­ຖິ່ນ ແລະ ທຸກ​ລັກ­ສະ­ນະ​ດິນ​ກໍ່​ຕາມ

ລາຍລະອຽດ »

ການປູກຫມາກຖົ່ວ
ແລະວິທີການຮັກສາ

ຖົ່ວ​ເປັນ​ພືດ​ຈັດ​ຢູ່​ໃນ​ຕະກູນ​ພືດ​ສີ­ຂຽວ, ລໍາຕົ້ນ​ຈະ​ເປັນເຄືອ, ສໍາ­ລັບ​ການ​ປູກ​ທີ່​ຖືກ​ວິ­ທີ ເຊິ່ງ​ຈະ​ໃຫ້​ຜົນ​ຜະ­ລິດ​ສູງ ໂດຍການ​ປູກ​ໃສ່​ຄ້າງ, ຖົ່ວ​ເປັນ​ພືດ ທີ່​ປູກ​ງ່າຍ, ໃຫຍ່​ໄວ ແລະ ປູກໄດ້​ຕະ­ຫລອດ​ປີ​ໃນ​ດິນ​ເກືອບທຸກ​ຊະ­ນິດ, ຖົ່ວ​ເປັນ​ພືດ​ທີ່​ໃຊ້ ຫມາກ​ສົດ​ບໍ­ລິ­ໂພກ, ເຊິ່ງ​ຄົນສ່ວນ​ຫລາຍ​ນິ­ຍົມ​ບໍ­ລິ­ໂພກ, ສາມາດ​ນໍາ­ໄປ​ປະ­ກອບ​ອາ­ຫານ​ໄດ້ຫລາຍ​ຊະ­ນິດ​ເຊັ່ນ: ຕົ້ມ, ຂົ້ວ, ແກງ, ລວກ​ຈ້ຳ​ແຈ່ວ, ກິນ​ກັບ​ຕໍາສົ້ມ, ກິນ​ກັບ​ລາບ​ຕ່າງໆຖົ່ວ ນອກຈາກ​ຈະ​ເປັນ​ພືດ​ຜັກ​ທີ່​ມີ​ຄຸນ­ຄ່າທາງ​ອາ­ຫານ​ແລ້ວ​ການ​ປູກ​ຖົ່ວຍັງ​ຊ່ວຍ​ປັບ­ປຸງ​ສະ­ພາບ​ຂອງ​ດິນໃຫ້​ດີ​ຂຶ້ນ​ອີກ​ດ້ວຍ, ເພາະ​ຮາກຂອງ​ຫມາກ­ຖົ່ວ​ສາ­ມາດ​ເກັບ​ໄນ ໂຕຣ​ເຈນ ຈາກ​ອາ­ກາດ​ໄວ້​ໃນດິນ.
   ສະ­ພາບ​ດິນ​ຟ້າ​ອາ­ກາດ: ຖົ່ວປູກ​ໄດ້​ຫມົດ​ທຸກ​ພາກ​ຂອງ​ປະເທດ, ສາ­ມາດ​ເຕີບ​ໂຕ​ໄດ້​ໃນ​ດິນເກືອບ​ທຸກ​ຊະ­ນິດ,

ລາຍລະອຽດ »

Free Web Hosting