ເປີດ​ຕົວ­ຢ່າງ​ເປັນ​ທາງ​ການແລ້ວ ສໍາ­ລັບ EOS 70D ກ້ອງ DSLR ຮຸ່ນ​ໃໝ່​ຫຼ້າ​ສຸດ​ຈາກ Canonໂດຍ​ເສີມ​ປະ­ສິດ­ທິ­ພາບ​ເໜືອ​ລະ­ດັບ​ທັງ​ການ​ຖ່າຍ​ພາບ, ວິ​ດີ​ໂອ ແລະ ໂດດ​ເດັ່ນ​ດ້ວຍ​ລະ­ບົບ​ໂຟກ​ັສ Dual Pixel CMOS AF  ໃໝ່​ທີ່​ເປັນ​ແບບ 19 ຈຸດ ພ້ອມ​ຊິບປະ­ມວນ​ຜົນ​ຮຸ່ນ​ໃໝ່​ຫຼ້າ​ສຸດ DiGiC 5+.

 

 

ບໍ­ລິ­ສັດ​ແຄນ​ນອນ ອິງຄ໌ ຜູ້​ຜະ ລິດ​ກ້ອງ​ລະ­ດັບ​ແຖວ​ໜ້າ​ຂອງໂລກປະ­ກາດ​ເປີດ​ຕົວ​ກ້ອງ​ດິ​ຈິຕອລ ດີ​ເອ​ັສ​ແອ​ລ​ອາ (DSLR)ຮຸ່ນ​ໃໝ່​ນັ້ນ​ກໍ່​ຄື  EOS 70D ມາເປັນ​ຕົວ​ແທນ​ຮຸ່ນ​ເດີມ EOS 60D ທີ່​ເປີດ​ຕົວ​ມາ​ຕັ້ງ­ແຕ່​ປີ 2 ປີ​ຜ່ານມາ ໂດຍ​ມີ​ການ​ນໍາ​ເອົາ​ເຕັກ​ໂນ​ໂລຊີ​ໃໝ່​ທີ່​ພັດ­ທະ­ນາ​ຂຶ້ນ​ມາ​ໃຊ້​ເປັນຕົ້ນ​ແມ່ນ Dual Pixel CMOS AF ທີ່​ພັດ­ທະ­ນາ​ມາ​ເພື່ອ​ການ​ໂຟກ​ັສ (Forcus) ທີ່​ວ່ອງ­ໄວ, ແມ້ນ​ຢໍາ ທັງ​ຖ່າຍ​ພາບ​ທໍາມະ​ດາ, ວິ​ດີ​ໂອ ເຖິງ​ວ່າ​ຈະ​ຢູ່​ໃນ​ໂໝດ​ການ​ເຮັດ ວຽກ​ແບບ Live View, ລະ­ບົບ​ໂຟກັສ​ແບບ 19 ຈຸດ All Cross Type ເພີ່ມ​ຈາກ​ຮຸ່ນ​ເກົ່າ​ທີ່​ເປັນແບບ 9 ຈຸດ ຄວາມ​ລະ­ອຽດ​ຂອງເຊັນ​ເຊີ 20,2 ລ້ານ​ພິກ​ເຊລ, ຊິບປະ­ມວນ​ຜົນ DiGiC 5+ ເຮັດ​ໃຫ້ການ​ເຮັດ​ວຽກ​ວ່ອງ­ໄວ​ຂຶ້ນ ແລະ ຮອງ​ຮັບ​ການ​ເຊື່ອມ​ຕໍ່ Wi-Fi ຄື ກັນ​ກັບ​ກ້ອງ​ຮຸ່ນ EOS 6D.

ທາງ​ດ້ານ​ຫນ້າ​ຈໍ​ສະ­ແດງ​ຜົນຈະ​ມີ​ຂະ­ຫນາດ 3 ນິ້ວ ລະ­ບົບ​ສໍາຜັດ ແລະ ປັບ​ໝຸນ​ພັບ​ໄດ້, ຊ່ອງມອງ​ພາບ (View Finder) ສະແດງ​ພາບ​ຫຼາຍ​ຂຶ້ນ​ເປັນ 98% ແຕ່ຍັງ​ຄົງ​ກໍາ­ລັງ​ຂະ­ຫຍາຍ​ເທົ່າ​ທີ່ 0,95 ເທົ່າ, ສາ­ມາດ​ຖ່າຍ​ພາບແບບ​ຕໍ່​ເນື່ອງ​ທີ່​ມີ​ຄວາມ​ລະ­ອຽດສູງ​ສຸດ​ໄດ້ 7 ພາບ​ຕໍ່​ວິ­ນາ­ທີ, ສາມາດ​ເລ່ງ ISO ໄດ້​ຕັ້ງ­ແຕ່ 100-12800 ແລະ ຮອງ​ຮັບ​ການ​ຖ່າຍພາບ​ວິ​ດີ​ໂອ​ທີ່​ຄວາມ​ລະ­ອຽດ​ສູງສຸດ​ທີ່  1080p 29,97 ເຟຣມ​ຕໍ່​ວິນາ­ທີ ລວມ​ເຖິງ​ຟັງ​ເຊິນ​ການ​ຖ່າຍພາບ​ແບບ HDR ເຊັ່ນ​ດຽວ​ກັບ EOS 5D Mk.3



 

ສຳ­ລັບ​ລາ­ຄາ​ເປີດ​ຕົວ​ຂອງ Canon ຮຸ່ນ EOS 70D ຖື​ເປັນກ້ອງ DSLR ລະ­ດັບ​ກາງ​ທີ່​ອອກ​ແບບ​ມາ​ສໍາ­ລັບ​ຜູ້​ໃຊ້​ສະ­ຫມັກ​ຫຼິ້ນໄປ​ເຖິງ​ມື​ອາ­ຊີບ​ສະ­ເພາະ​ຕົວ​ກ້ອງ  (body) ຢ່າງ​ດຽວ​ແມ່ນ​ຢູ່​ທີ່ 1.199 ໂດ​ລາ​ສະ­ຫະ­ລັດ ໂດຍ​ເປີດຕົວ​ພ້ອມ​ກັບ​ເລນສ໌​ຄິ​ທ EF-S18-135 F3.5-5.6 ແລະ EF-S 18-55mm f/3.5-5.6 IS STM.

 

Free Web Hosting