Acer Liquid C1 ສະມາດໂຟນຊີພີຢູ Intel Atom Z2420 ຄວາມໄວ 1.2 GHz ແບບ dual-core ຂັບເຄື່ອນດ້ວຍ ລະບົບປະຕິບັດການແອນດຣອຍດ໌ 4.0 Ice Cream Sandwich ມາ ພ້ອມຫນ້າຈໍສຳຜັດກວ້າງ 4,3 ນິ້ວ ພ້ອມກ້ອງດິຈິຕອລຄວາມລະ ອຽດ 8 ລ້ານພິກເຊລ ນອກຈາກນີ້ ຍັງໄດ້ຕິດຕັ້ງໂປຣແກຣມ AcerCloud ເຊິ່ງຊ່ວຍໃຫ້ທ່ານເຂົ້າເຖິງ ເນື້ອໃນ, ເພງ, ພາບຖ່າຍວິດີໂອທັງຫມົດຂອງທ່ານໄດ້ທຸກສະຖານທີ່ທຸກເວລາຜ່ານເທິງຄອມພິວເຕີໄດ້ຢ່າງສະດວກ ແລະ ວ່ອງໄວ ໂດຍທີ່ບໍ່ມີຄ່າໃຊ້ຈ່າຍ ຫລື  ແຊັດກັບຫມູ່ຜ່ານເຄືອຂ່າຍສັງຄົມອອນ ລາຍນ໌ແອບພລິເຄເຊິນ ເປັນຕົ້ນເຟດບຸກ, ທວິດເຕີ ອື່ນໆ...
  Acer Liquid C1 ເປັນສະ ມາດໂຟນທີ່ຖືກອອກແບບມາລຽບງ່າຍດ້ານຫລັງໃຊ້ວັດສະດຸຢາງຜິວບໍ່ລຽບໃຫ້ເວລາສຳຜັດ ບໍ່ມື່ນມືວັດແທກຄວາມສູງຮັບຕົວ ເຄື່ອງໄດ້ 127,3 ມີລີແມັດ  ກວ້າງ 65,5 ມີລີແມັດ ຫນ້າ 9,95 ມີລີ ແມັດ ຊັ່ງນໍ້າຫນັກລວມແບັດເຕີຣີ ຢູ່ທີ່ 140 ກຣາມ, ສ່ວນຫນ້າຈໍ ສະແດງຜົນແບບ IPS-LCD ຄວາມລະອຽດ 960x540 ພິກ ເຊລ ຂະຫນາດ 4.3 ນິ້ວ ເຫນືອ ຫນ້າຈໍສະແດງຜົນຂຶ້ນໄປເປັນຊ່ອງລຳໂພງສົນທະນາຫຍັບລົງມາທາງດ້ານຂວາມີເລນສ໌ກ້ອງດິຈິຕອລຄວາມລະອຽດ VGA ແລະ ມີເຊັນເຊີລະບົບເປີດ-ປິດ ຫນ້າຈໍອັດຕະໂນ ມັດຂະນະສົນທະນາ (Proximity Sensor), ລະບົບກວດຈັບຄວາມເຄື່ອນໄຫວ ຂອງຕົວເຄື່ອງ  (Accelerometer Sensor) ແລະ ມີໄຟ LED ສະແດງການແຈ້ງເຕືອນເມື່ອມີຂໍ້ຄວາມເຂົ້າ ແບັດເຕີຣີຕໍ່າ ຫລື ກຳ ລັງສາກໄຟ.
   ຢູ່ກ້ອງຈໍສະແດງຜົນເປັນພື້ນ ທີ່ຂອງປຸ່ມກົດລະບົບສຳຜັດສຳລັບໃຫ້ຄວບຄຸມການເຮັດວຽກ ຕ່າງໆຂອງຕົວເຄື່ອງ ເຊິ່ງປະກອບດ້ວຍປຸ່ມຢ້ອນກັບ, ປຸ່ມໂຮມ (ແຕະຄ້າງໄວ້ຈະ ສະແດງ ລາຍການແອບພລິເຄເຊິນທີ່ຫາກໍ່ໃຊ້ ວຽກຫລ້າສຸດ) ແລະ ປຸ່ມເມນູ ລົງມາເຄິ່ງຂອບຂອງຫນ້າຈໍມີຮູໄມໂຄຣໂຟນສົນທະນາ, ຖັດມາດ້ານເທິງຕົວເຄື່ອງມີປຸ່ມກົດ ເປີດ-ປິດການ ໃຊ້ວຽກ ເຄື່ອງ ຫລື ໃຊ້ ລ໋ອກ-ປົດລ໋ອກຫນ້າຈໍຕໍ່ໄປມີຊ່ອງ ສຽບຊຸດຫູຟັງຂະຫນາດມາດ  ຕະຖານ 3,5 ມີລີແມັດ ດ້ານລຸ່ມມີ ຮ່ອງສຳລັບໃຊ້ງັດຝາຫລັງອອກມາດ້ານຊ້າຍມີຊ່ອງເຊື່ອມຕໍ່ສາຍ microUSB  ດ້ານຂວາມີແຖບ ກົດເພີ່ມ-ຫລຸດປັບລະດັບສຽງ, ຝາຫລັງຂອງຕົວເຄື່ອງມີພື້ນຜິວ ເປັນປຸ່ມໆດ້ານເທິງໄດ້ຈັດວາງ ເລນສ໌ກ້ອງດິຈິຕອລຄວາມລະອຽດ 8 ລ້ານພິກເຊລ ໂດຍວາງຄູ່ກັບແຟລດ LED ພື້ນທີ່ເຄິ່ງກາງ ໄດ້ຈັດວາງຊື່ຍີ່ຫໍ້ໂລໂກເອເຊີ (acer) ເສີມຄວາມໂດດເດັ່ນດ້ວຍ ວັດສະດຸໂຄຣມຽມຖັດລົງມາດ້ານ ລຸ່ມມີຊ່ອງລຳໂພງສຽງ.

ຖອດ​ຝາ​ຫລັງ​ໂດຍ​ການ​ຂວ້ຳໂທລະ­ສັບ​ມື​ຖື​ໃຊ້​ນິ້ວ​ງັດ​ຮ່ອງ​ທີ່­ຢູ່ດ້ານ​ ລຸ່ມ​ຕົວ​ເຄື່ອງຈາກ​ນັ້ນ​ຄ່ອຍງັດ​ຕາມ​ຂອບ​ຮອບໆ​ຕົວ​ເຄື່ອງເມື່ອ​ເປີດ​ຝາ​ ຫລັງ​ອອກ​ມາ​ຈະ​ພົບຊ່ອງ​ຫວ່າງ​ແບັດ​ເຕີ​ຣີ​ຂະ­ຫນາດ 2000 mAh ຖັດ​ຂຶ້ນ​ໄປ​ທາງ​ດ້ານເທິງ​ມີ​ຊ່ອງ​ສຳ­ລັບ​ສຽບ​ກ໊າດຫນ່ວຍ​ຄວາມ​ຈຳ microSD ຂ້າງ​ກັນ​ເປັນ​ຊ່ອງ​ສຽບ​ຊິມ​ກ໊າດອຸ­ປະ­ກອນ​ພາຍ​ໃນ​ກ່ອງ​ບັນ­ຈຸ​ພັນ.
Œ  ໂທລະ­ສັບ​ມື​ຖື Acer
     Liquid C1
Œ  ແບັດ​ເຕີ​ຣີ​ມາດ­ຖານ
     2000 mAh
Œ  AC adapter
Œ  ສາຍ microUSB
Œ  ຊຸດ​ຫູ​ຟັງ​ຂະ­ຫນາດ 3,5
    ມີ​ລີ​ແມັດ
Œ  ຄູ່​ມື​ການ​ໃຊ້
Œ  ຄູ່​ມື​ການ​ຮັບ­ປະ­ກັນ​ສິນ­ຄ້າ
     ການ­ສະ­ແດງ​ຜົນ
        ຫນ້າ​ຈໍ​ຂອງ Acer Liquid C1 ຖືກ​ອອກ​ແບບ​ມາ​ໃຫ້​ມີ​ສີ­ສັນສົດ­ໃສ​ດີ ແຖມ​ເບິ່ງ​ງ່າຍ​ສະ­ບາຍຕາ​ດ້ວຍ​ຈໍ​ຂ້ອນ​ຂ້າງ​ໃຫຍ່​ຂະຫນາດ 4,3 ນິ້ວ qHD ຄວາມ ລະ­ອຽດ 540x960 ຫນ້າ​ຈໍ​ເປັນແບບ IPS(In Plane Switching)  ທີ່​ຊ່ວຍ​ເພີ່ມ​ອົງ­ສາ​ໃນ​ການເບິ່ງ​ທີ່​ກວ້າງ ແລະ ຊ່ວຍ​ໃຫ້​ເຮົາເຫັນ​ສີ​ທີ່​ເຫມາະ​ສົມ ແລະ ຄົມ​ດີເຖິງ​ວ່າ​ຈະ​ເບິ່ງ​ໃນ​ມຸມ​ມອງ​ໃດ​ກໍ່ຕາມ.
     ປະ­ສິດ­ທິ­ພາບ​ການ​ເຮັດ​ວຽກ
     ໃນ​ເຄື່ອງ Acer Liquid C1 ເປັນ​ຊີ​ພີ​ຢູ Intel Atom ທີ່​ຖືກອອກ​ແບບ​ມາ​ໃຫ້​ເຮັດ​ວຽກ​ຮ່ວມກັບ​ແອນ​ດຣອຍດ໌​ໄດ້​ດີ​ຍິ່ງ​ຂຶ້ນ​ ເປັນຮຸ່ນ​ໃຫມ່​ສຸດໆ​ຂອງ​ປີ 2013 ແຖມເປັນ​ຮຸ່ນ​ທຳ​ອິດ​ທີ່​ໄດ້​ໃຊ້​ຍິ່ງ​ເຮັດໃຫ້ Acer Liquid C1 ເປັນ​ທີ່​ຕິດຕາມ​ຂອງ​ບັນ­ດາ​ຜູ້​ໃຊ້​ມື​ຖື​ດ້ວຍ​ສະຖາ​ປັດ​ຕະ​ຍະ​ກຳ​ຂອງ​ຊີ​ ພີ​ຢູ IntelAtom Z2420 (Lexington) 1.2 GHz ທີ່​ມາ​ພ້ອມ​ກັບ​ເຕັກ​ໂນໂລ​ຊີ HyperŒThreading ໂດຍລະ­ບົບ​ປະ­ຕິ­ບັດ​ການ​ຈະ​ເຫັນ​ຊີ​ພີ​ຢູເປັນ 2 ຕົວ ທັງ​ທີ່​ຄວາມ​ຈິງ​ແລ້ວພຽງ​ແຕ່​ຕົວ​ດຽວ​ເຮັດ​ໃຫ້­ການ​ປະມວນ​ຜົນ​ສາ­ມາດ​ເຮັດ​ ວຽກ​ໄດ້ພ້ອມໆ​ກັນ​ເຖິງ 2 ໂປຣ​ເຊ​ສ ຈິ່ງສາ­ມາດ​ຫລຸດ​ເວ­ລາ​ການ​ເຮັດວຽກ​ລົງ​ໄດ້​ຫລາຍສ່ວນ​ຈະ​ແຮງສ່ຳ​ໃດ​ນັ້ນ​ ຕ້ອງ​ສຳ­ຜັດ​ດ້ວຍ​ຕົວທ່ານ​ເອງ.
      ສ່ວນ​ການ​ວັດ­ແທກ​ປະ​ສິດ­ທິພາບ​ກັບ​ພວກ​ແອບ​ພລິ​ເຄ​ເຊິນ Antutu ຫລື Quadrant ກໍ່​ອາດບໍ່​ໄດ້​ຕົວ​ເລກ​ທີ່­ແທ້​ຈິງເພາະ­ວ່າ​ຕົວແອບ​ພລິ​ເຄ​ເຊິນ​ເອງ​ກໍ່​ ຍັງ​ບໍ່​ຮູ້­ຈັກຕົວ CPU ເລີຍ​ວ່າ​ເປັນ​ອັນ​ໃດ​ດ້ວຍຄວາມ​ທີ່​ວ່າ​ໃຫມ່​ເກີນໃນ​ເລື່ອງອື່ນໆ​ໃນ​ຕົວ​ ເຄື່ອງ​ກໍ່​ຈະ​ກວດ​ຈາກແອບ​ພລິ​ເຄ​ເຊິນ Antutu, Quadrant ແລະ hardware info ກໍ່ໄດ້­ຜົນ​ດຽວ​ກັນຍັງ​ບໍ່​ຮູ້​ຊີ​ພີ​ຢູ​ສ່ວນອັນ​ອື່ນ​ກໍ່​ເບິ່ງ​ເຫັນ​ບໍ່​ ວ່າ​ຈະ​ເປັນຫນ່ວຍ​ຄວາມ​ຈຳ​ພາຍ​ໃນ (Memory) ຈັດ​ມາ​ໃຫ້ 4GB ແຕ່​ໃຊ້ໄດ້​ເກືອບໆ 1 GB ສ່ວນ​ແຣມ (RAM) ຈັດ​ມາ​ໃຫ້ 1GB ແລະ ຕົວ​ປະ­ມວນ​ຜົນ​ດ້ານ​ກຣາ​ຟິກ (GPU) ເປັນ PowerVR SGX 540.
    ຊອຟ​ທ໌ແວຣ໌
     ຄື​ທີ່​ຮູ້​ກັນ​ໄປ​ແລ້ວ​ວ່າ Acer Liquid C1 ນັ້ນ​ມາ​ພ້ອມ​ກັບ​ລະ ບົບ​ປະ­ຕິ­ບັດ​ການ Android 4.0.4 ທັງ​ໄດ້​ຮັບ​ການ​ຢືນ­ຢັນ​ຈາກ​ທາງເອ​ເຊີ​ໃນ​ການ​ເປີດ​ຕົວ​ວ່າ​ສາ­ມາດອັບ​ເດດ​ ເປັນ 4.1 ໄດ້ດ້ານ​ຂອງແອບ​ພລິ​ເຄ​ເຊິນ​ທີ່​ມາ​ກັບ​ເຄື່ອງກໍ່​ຂ້ອນ​ຂ້າງ​ຄົບ​ຖ້ວນ​ອີກ​ ທັງ​ຍັງ​ມີເມ​ນູ​ພາ­ສາ​ຕ່າງໆ ແລະ ຄີ​ບອດ Swype ທີ່​ຊ່ວຍ​ໃຫ້​ພິມ​ໄດ້​ລ່ຽນໄຫລ​ອີກ​ດ້ວຍ.
     ແອບ​ພລິ​ເຄ​ເຊິນ​ທີ່​ໃຫ້​ມາ​ປະກອບ​ໄປ​ດ້ວຍ AcerCloud, Barcode Scanner ໃຊ້​ສຳ­ລັບສະ​ແກນ​ບາ​ໂຄ໊ດ, ເຟດ​ບຸກ, ກູ​ເກິ​ລ ພລາ​ສ ແລະ ອື່ນໆ​ອີກ​ຫລາຍ​ຢ່າງຜູ້​ໃຊ້​ສາ­ມາດ​ເພີ່ມ​ແອບ​ພລິ​ເຄ​ເຊິນ, ວິດ​ເຈັດ​ມາ​ໄວ້​ເທິງ​ຫນ້າ​ຈໍ​ຫລັກພຽງ​ແຕ່​ໃຊ້​ນິ້ວ​ແຕະ​ທີ່​ໄອ​ຄອນເມື່ອ​ ໄດ້​ເມ​ນູ​ທີ່​ຕ້ອງ­ການ​ແລ້ວ​ໃຊ້ນິ້ວ​ແຕະ​ແລ້ວ​ລາກ​ມາ​ໃຊ້​ເທິງຫນ້າ​ຈໍ​ຫລັກ ຫລື ດາວ​ໂຫລດ​ແອບພລິ​ເຄ​ເຊິນ​ໃຫມ່​ເພີ່ມ​ເຕີມ​ຈາກທາງ Google Play Store.
 ຖອດ​ຝາ​ຫລັງ​ໂດຍ​ການ​ຂວ້ຳໂທລະ­ສັບ​ມື​ຖື​ໃຊ້​ນິ້ວ​ງັດ​ຮ່ອງ​ທີ່­ຢູ່ດ້ານ​ລຸ່ມ​ຕົວ​ເຄື່ອງຈາກ​ນັ້ນ​ຄ່ອຍງັດ​ຕາມ​ຂອບ​ຮອບໆ​ຕົວ​ເຄື່ອງເມື່ອ​ເປີດ​ຝາ​ຫລັງ​ອອກ​ມາ​ຈະ​ພົບຊ່ອງ​ຫວ່າງ​ແບັດ​ເຕີ​ຣີ​ຂະ­ຫນາດ 2000 mAh ຖັດ​ຂຶ້ນ​ໄປ​ທາງ​ດ້ານເທິງ​ມີ​ຊ່ອງ​ສຳ­ລັບ​ສຽບ​ກ໊າດຫນ່ວຍ​ຄວາມ​ຈຳ microSD ຂ້າງ​ກັນ​ເປັນ​ຊ່ອງ​ສຽບ​ຊິມ​ກ໊າດອຸ­ປະ­ກອນ​ພາຍ​ໃນ​ກ່ອງ​ບັນ­ຈຸ​ພັນ.
Œ  ໂທລະ­ສັບ​ມື​ຖື Acer
     Liquid C1
Œ  ແບັດ​ເຕີ​ຣີ​ມາດ­ຖານ
     2000 mAh
Œ  AC adapter
Œ  ສາຍ microUSB
Œ  ຊຸດ​ຫູ​ຟັງ​ຂະ­ຫນາດ 3,5
    ມີ​ລີ​ແມັດ
Œ  ຄູ່​ມື​ການ​ໃຊ້
Œ  ຄູ່​ມື​ການ​ຮັບ­ປະ­ກັນ​ສິນ­ຄ້າ
     ການ­ສະ­ແດງ​ຜົນ
        ຫນ້າ​ຈໍ​ຂອງ Acer Liquid C1 ຖືກ​ອອກ​ແບບ​ມາ​ໃຫ້​ມີ​ສີ­ສັນສົດ­ໃສ​ດີ ແຖມ​ເບິ່ງ​ງ່າຍ​ສະ­ບາຍຕາ​ດ້ວຍ​ຈໍ​ຂ້ອນ​ຂ້າງ​ໃຫຍ່​ຂະຫນາດ 4,3 ນິ້ວ qHD ຄວາມ ລະ­ອຽດ 540x960 ຫນ້າ​ຈໍ​ເປັນແບບ IPS(In Plane Switching)  ທີ່​ຊ່ວຍ​ເພີ່ມ​ອົງ­ສາ​ໃນ​ການເບິ່ງ​ທີ່​ກວ້າງ ແລະ ຊ່ວຍ​ໃຫ້​ເຮົາເຫັນ​ສີ​ທີ່​ເຫມາະ​ສົມ ແລະ ຄົມ​ດີເຖິງ​ວ່າ​ຈະ​ເບິ່ງ​ໃນ​ມຸມ​ມອງ​ໃດ​ກໍ່ຕາມ.
     ປະ­ສິດ­ທິ­ພາບ​ການ​ເຮັດ​ວຽກ
     ໃນ​ເຄື່ອງ Acer Liquid C1 ເປັນ​ຊີ​ພີ​ຢູ Intel Atom ທີ່​ຖືກອອກ​ແບບ​ມາ​ໃຫ້​ເຮັດ​ວຽກ​ຮ່ວມກັບ​ແອນ​ດຣອຍດ໌​ໄດ້​ດີ​ຍິ່ງ​ຂຶ້ນ​ເປັນຮຸ່ນ​ໃຫມ່​ສຸດໆ​ຂອງ​ປີ 2013 ແຖມເປັນ​ຮຸ່ນ​ທຳ​ອິດ​ທີ່​ໄດ້​ໃຊ້​ຍິ່ງ​ເຮັດໃຫ້ Acer Liquid C1 ເປັນ​ທີ່​ຕິດຕາມ​ຂອງ​ບັນ­ດາ​ຜູ້​ໃຊ້​ມື​ຖື​ດ້ວຍ​ສະຖາ​ປັດ​ຕະ​ຍະ​ກຳ​ຂອງ​ຊີ​ພີ​ຢູ IntelAtom Z2420 (Lexington) 1.2 GHz ທີ່​ມາ​ພ້ອມ​ກັບ​ເຕັກ​ໂນໂລ​ຊີ HyperŒThreading ໂດຍລະ­ບົບ​ປະ­ຕິ­ບັດ​ການ​ຈະ​ເຫັນ​ຊີ​ພີ​ຢູເປັນ 2 ຕົວ ທັງ​ທີ່​ຄວາມ​ຈິງ​ແລ້ວພຽງ​ແຕ່​ຕົວ​ດຽວ​ເຮັດ​ໃຫ້­ການ​ປະມວນ​ຜົນ​ສາ­ມາດ​ເຮັດ​ວຽກ​ໄດ້ພ້ອມໆ​ກັນ​ເຖິງ 2 ໂປຣ​ເຊ​ສ ຈິ່ງສາ­ມາດ​ຫລຸດ​ເວ­ລາ​ການ​ເຮັດວຽກ​ລົງ​ໄດ້​ຫລາຍສ່ວນ​ຈະ​ແຮງສ່ຳ​ໃດ​ນັ້ນ​ຕ້ອງ​ສຳ­ຜັດ​ດ້ວຍ​ຕົວທ່ານ​ເອງ.
      ສ່ວນ​ການ​ວັດ­ແທກ​ປະ​ສິດ­ທິພາບ​ກັບ​ພວກ​ແອບ​ພລິ​ເຄ​ເຊິນ Antutu ຫລື Quadrant ກໍ່​ອາດບໍ່​ໄດ້​ຕົວ​ເລກ​ທີ່­ແທ້​ຈິງເພາະ­ວ່າ​ຕົວແອບ​ພລິ​ເຄ​ເຊິນ​ເອງ​ກໍ່​ຍັງ​ບໍ່​ຮູ້­ຈັກຕົວ CPU ເລີຍ​ວ່າ​ເປັນ​ອັນ​ໃດ​ດ້ວຍຄວາມ​ທີ່​ວ່າ​ໃຫມ່​ເກີນໃນ​ເລື່ອງອື່ນໆ​ໃນ​ຕົວ​ເຄື່ອງ​ກໍ່​ຈະ​ກວດ​ຈາກແອບ​ພລິ​ເຄ​ເຊິນ Antutu, Quadrant ແລະ hardware info ກໍ່ໄດ້­ຜົນ​ດຽວ​ກັນຍັງ​ບໍ່​ຮູ້​ຊີ​ພີ​ຢູ​ສ່ວນອັນ​ອື່ນ​ກໍ່​ເບິ່ງ​ເຫັນ​ບໍ່​ວ່າ​ຈະ​ເປັນຫນ່ວຍ​ຄວາມ​ຈຳ​ພາຍ​ໃນ (Memory) ຈັດ​ມາ​ໃຫ້ 4GB ແຕ່​ໃຊ້ໄດ້​ເກືອບໆ 1 GB ສ່ວນ​ແຣມ (RAM) ຈັດ​ມາ​ໃຫ້ 1GB ແລະ ຕົວ​ປະ­ມວນ​ຜົນ​ດ້ານ​ກຣາ​ຟິກ (GPU) ເປັນ PowerVR SGX 540.
    ຊອຟ​ທ໌ແວຣ໌
     ຄື​ທີ່​ຮູ້​ກັນ​ໄປ​ແລ້ວ​ວ່າ Acer Liquid C1 ນັ້ນ​ມາ​ພ້ອມ​ກັບ​ລະ ບົບ​ປະ­ຕິ­ບັດ​ການ Android 4.0.4 ທັງ​ໄດ້​ຮັບ​ການ​ຢືນ­ຢັນ​ຈາກ​ທາງເອ​ເຊີ​ໃນ​ການ​ເປີດ​ຕົວ​ວ່າ​ສາ­ມາດອັບ​ເດດ​ເປັນ 4.1 ໄດ້ດ້ານ​ຂອງແອບ​ພລິ​ເຄ​ເຊິນ​ທີ່​ມາ​ກັບ​ເຄື່ອງກໍ່​ຂ້ອນ​ຂ້າງ​ຄົບ​ຖ້ວນ​ອີກ​ທັງ​ຍັງ​ມີເມ​ນູ​ພາ­ສາ​ຕ່າງໆ ແລະ ຄີ​ບອດ Swype ທີ່​ຊ່ວຍ​ໃຫ້​ພິມ​ໄດ້​ລ່ຽນໄຫລ​ອີກ​ດ້ວຍ.
     ແອບ​ພລິ​ເຄ​ເຊິນ​ທີ່​ໃຫ້​ມາ​ປະກອບ​ໄປ​ດ້ວຍ AcerCloud, Barcode Scanner ໃຊ້​ສຳ­ລັບສະ​ແກນ​ບາ​ໂຄ໊ດ, ເຟດ​ບຸກ, ກູ​ເກິ​ລ ພລາ​ສ ແລະ ອື່ນໆ​ອີກ​ຫລາຍ​ຢ່າງຜູ້​ໃຊ້​ສາ­ມາດ​ເພີ່ມ​ແອບ​ພລິ​ເຄ​ເຊິນ, ວິດ​ເຈັດ​ມາ​ໄວ້​ເທິງ​ຫນ້າ​ຈໍ​ຫລັກພຽງ​ແຕ່​ໃຊ້​ນິ້ວ​ແຕະ​ທີ່​ໄອ​ຄອນເມື່ອ​ໄດ້​ເມ​ນູ​ທີ່​ຕ້ອງ­ການ​ແລ້ວ​ໃຊ້ນິ້ວ​ແຕະ​ແລ້ວ​ລາກ​ມາ​ໃຊ້​ເທິງຫນ້າ​ຈໍ​ຫລັກ ຫລື ດາວ​ໂຫລດ​ແອບພລິ​ເຄ​ເຊິນ​ໃຫມ່​ເພີ່ມ​ເຕີມ​ຈາກທາງ Google Play Store.
AcerCloud

ຊ່ວຍ​ໃຫ້​ທ່ານ​ເຂົ້າ​ເຖິງ​ຈັດ­ການ​ເນື້ອ​ໃນ, ເພງ, ຖ່າຍ​ພາບ​ວິ​ດີ​ໂອ​ທັງ​ຫມົດ​ຂອງ​ທ່ານ​ໄດ້​ທຸກ​ສະ­ຖານ­ທີ່​ທຸກ​ເວ­ລາ​ຜ່ານ​ທາງ​ຄອມ​ພິວ​ເຕີ​ຢູ່​ເຮືອນ​ຂອງ​ທ່ານ​ໄດ້​ຢ່າງ​ສະ­ດວກ​ສະ­ບາຍ ແລະ ວ່ອງ­ໄວ​ໂດຍ​ທີ່​ບໍ່​ມີ­ຄ່າ​ໃຊ້​ຈ່າຍສະ­ຫນຸກ​ສະ​ຫນານເພີດ­ເພີນ​ກັບ PicStream ແອບພລິ​ເຄ​ເຊິນ​ສະ­ແດງ​ພາບ​ຖ່າຍ​ແບບ​ສະ​ໄລທ໌ ແລະ ຍັງ​ສາ­ມາດ​ນຳ​ພາບ​ຖ່າຍ​ແບ່ງ­ປັນ​ຜ່ານ​ເຄືອ​ຂ່າຍ​ສັງ­ຄົມ​ອອນ​ລາຍນ໌ Facebook  ເປັນ­ຕົ້ນ.

ຄຸນ​ລັກ­ສະ­ນະ​ຂອງ​ແອບ​ພລິ​ເຄ​ເຊິນ​ນີ້ປະ­ກອບ​ໄປ​ດ້ວຍ AcerCloud ເຂົ້າ​ເຖິງ​ເອ­ກະ­ສານ ຫລື ຟາຍລ໌​ຂອງ​ທ່ານ​ຜ່ານ​ອຸ­ປະ­ກອນ​ທຸກ​ເຄື່ອງ​ທີ່​ຮອງ​ຮັບ​ເປັນ­ຕົ້ນ ຄອມ​ພິວ​ເຕີ ຫລື ແທັບ​ເລັດ​ໄດ້​ທຸກ​ບ່ອນທຸກ​ເວ­ລາ; Cloud PC ແບ່ງ­ປັນ​ພາບ​ຖ່າຍ, ເພງ ແລະ ວິ​ດີ​ໂອ​ທັງ​ຫມົດ​ຈາກ Cloud PC ຂອງ​ທ່ານ​ສົ່ງ­ຕໍ່​ໄປ​ຫາ​ໂທລະ­ສັບ​ມື​ຖື ແລະ ແທັບ​ເລັດ​ຂອງ​ທ່ານ​ໄດ້​ຢ່າງ​ງ່າຍ­ດາຍ.

ເຄື່ອງ​ຫລິ້ນ​ເພງ

ທ່ານ​ສາ­ມາດ​ເຂົ້າ​ເຖິງ​ຄວາມ​ເພີດ­ເພີນ​ໃຈ​ໄປ​ກັບ​ການ​ຮັບ​ຟັງ​ດ້ວຍ​ຫນ້າ​ຈໍ​ສະ­ແດງ​ຜົນ​ທີ່​ສະ­ແດງ​ພາບ​ໄດ້​ຄົມ​ສົມ­ຈິງ ພ້ອມ​ພະ­ລັງ​ສຽງ​ທີ່​ຊັດ​ເຈນ ຜູ້​ໃຊ້​ຍັງ​ສາ­ມາດ​ຟັງ​ເຊິນ​ປັບ​ແຕ່​ຄຸນ​ນະ​ພາບ​ຂອງ​ສຽງ​ໃຫ້​ດີ​ຍິ່ງ​ຂຶ້ນ​ດ້ວຍ​ເອ​ຟ​ເຟັກ​ສຽງ (Normal, Classical, Dance, Flat, Folk, Heavy Metaal, Hip Hop, Jazz, Pop, Rock, FX Booster), ເພີ່ມ​ສຽງ​ເບ​ສ ຫລື ປັບ​ແຕ່ງ​ສຽງ ເພງ​ຮູບ​ແບບ​ເອ​ັຟ​ເຟັກ​ສາມ​ມິ​ຕິ.

ວິ­ທະ­ຍຸ​ເອ​ຟ​ເອັມ

ຫາກ​ຕ້ອງ­ການ​ຮັບ​ຟັງ​ວິ​ທະຍຸ​ເອ​ຟ​ເອັມ​ແບບ​ສຽງ​ທີ່​ຊັດ​ເຈນຜູ້​ໃຊ້​ຈະ​ຕ້ອງ​ສຽບ​ຊຸດ​ຫູ​ຟັງ​ຂະຫນາດ 3,5 ມີ​ລີ​ແມັດ ເພື່ອ​ໃຫ້­ການ​ຮັບ​ຟັງ​ເພງ​ເປັນ​ໄປ​ໄດ້​ຢ່າງ​ລ່ຽນ­ໄຫລ.

ເຄື່ອງ​ຫລິ້ນ​ວິ​ດີ​ໂອ

ທ່ານ​ສາ­ມາດ​ເພີດ­ເພີນ​ໄປ​ກັບ​ການ​ຮັບ​ຊົມ​ຮູບ­ເງົາ ຫລື ຄລິບ​ວິ​ດີ​ໂອ​ທີ່​ຮອງ​ຮັບ​ນາມ­ສະ­ກຸນ 3GP, MPEGŒ4, H.263, H.264 ຜ່ານ​ທາງ​ເມ​ນູ​ແກລ​ເລີ​ຣີ ຫລື ເປີດຢູ່​ເມ​ນູ​ຕົວ​ຈັດ­ການ​ຟາຍລ໌​ໄດ້​ໂດຍ​ກົງ.

ການ​ໃຊ້​ວຽກ​ອິນ​ເຕີ​ເນັດ

ເປີດ​ເບິ່ງ​ເວັບ​ໄຊ​ໄດ້​ວ່ອງ­ໄວ​ຜ່ານ​ທາງ​ບຣາວ​ເຊີ​ທີ່​ເຊື່ອມ​ຕໍ່ WiFi, 2G, 3G ນອກ­ຈາກ​ນີ້ ຜູ້​ໃຊ້​ຍັງ​ສາ­ມາດ​ປັບ​ມຸມ​ມອງ​ການ​ເບິ່ງ ການ​ອ່ານ​ເນື້ອ​ໃນ​ເທິງ​ຫນ້າ​ຈໍ​ຂະ­ຫນາດ​ໃຫຍ່.

ການ​ຫລິ້ນ​ເກມ

ຫລາຍ​ທ່ານ​ອາດ​ເກີດ​ຄຳ​ຖາມ​ຂຶ້ນ​ມາ​ວ່າຫລິ້ນ​ເກມ​ໄດ້​ສ່ຳ​ໃດ​ທຸກ​ຄ້າຍ ຫລື ບໍ່ ຫລິ້ນ​ເກມ​ຫນັກໆ​ມີ​ກະ­ຕຸກ ຫລື ບໍ່ ຈາກ​ເທົ່າ​ທີ່​ລອງ​ທົດ​ສອບ​ມາ​ຈາກ​ເກມ​ຫລາຍໆ​ຄ້າຍ. (ດາວ​ໂຫລດ​ຈາກ PlayStore ທັງ​ຫມົດ) ກໍ່​ຫລິ້ນ​ໄດ້​ຢ່າງ​ສະບາຍໆ​ບໍ່​ມີ​ກະ­ຕຸກ ແຕ່​ຈະ​ມີ​ເກມບາງ​ເກມ​ຈາກ​ຄ້າຍ Game Loft ຫລິ້ນ​ບໍ່​ໄດ້​ອາດ​ຈະ​ຕ້ອງ​ລໍ­ຖ້າ​ການ​ອັບ​ເດດ​ຈາກ​ທາງ Acer ອີກ​ກ່ອນ ເກມ​ທີ່​ໄດ້​ທົດ​ສອບ​ແບບ​ຫນັກໆ​ກໍ່​ໄດ້­ແກ່ Dead Dome ຕອນ​ສາກ​ຕໍ່­ສູ້​ລ່ຽນ­ໄຫລ​ດີ; ຕໍ່​ມາ​ໄດ້​ທົດ​ລອງ​ຫລິ້ນ Real Football 2012 ຈາກ Game Loft ກໍ່​ຫລິ້ນ​ໄດ້​ສະ­ບາຍ​ແຕ່​ແອບ​ພລິ​ເຄ​ເຊິນ​ມີ​ການ​ກະ­ຕຸກ​ເລັກ​ນ້ອຍ ແຕ່​ກໍ່​ຫລິ້ນ​ໄດ້​ສະ­ບາຍໆ​ບໍ່​ເຮັດ​ໃຫ້​ເສຍ​ອາ­ລົມ​ໃນ​ການ​ຫລິ້ນ; ສ່ວນ​ຄຳ​ຖາມ​ທີ່​ວ່າ​ໃຊ້ Emulator ໃນ​ການ​ຫລິ້ນ​ເກມ​ເກົ່າໆ​ເທິງ​ເຄື່ອງ​ພວກ Nitendo, Game Boy, Sega ໄດ້​ບໍ່​ນັ້ນ ຕອບ​ເລີຍ​ວ່າ ກໍ່​ຫລິ້ນ​ໄດ້ລອງ​ໂຫລດ Rockman& Forte ມາ​ຫລິ້ນ​ເບິ່ງ​ກໍ່​ລ່ຽນ­ໄຫລ​ດີ​ບໍ່​ກະ­ຕຸກ​ເຊັ່ນ​ດຽວ​ກັນ.

 

Free Web Hosting