ແຄນ​ນອນ (Canon) ປະກາດ​ຄວາມ​ສຳ­ເລັດ​ຄອງ​ແຊ໋ມ​ອັນດັບ 1 ຍອດ​ຂາຍ​ກ້ອງ​ດິ​ຈິ​ຕອລ ປ່ຽນ​ເລນສ໌​ໄດ້​ທົ່ວ​ໂລກ​ສູງ​ສຸດເຖິງ 10 ຊ້ອນ ຂະ­ນະ​ທີ່ ປີ 2013 ນີ້ລູກ​ຄ້າ​ທົ່ວ​ໂລກ​ຈະ​ໄດ້​ພົບ​ກັບກ້ອງ​ຮຸ່ນ​ທີ່​ນ້ອຍ ແລະ ເບົາ​ທີ່​ສຸດໃນ​ໂລກ​ແນ່­ນອນ.
      ບໍ­ລິ­ສັດ​ແຄນ​ນອນ ອິງຄ໌ ປະເທດ​ຍີ່­ປຸ່ນຖະ­ແຫລງ​ຄວາມ​ສຳເລັດ​ໃນ​ການ​ສ້າງ​ຍອດ​ຂາຍ​ກ້ອງດິ​ຈິ​ຕອລ​ປ່ຽນ​ເລນສ໌​ໄດ້ (ກ້ອງດິ​ຈິ​ຕອລ SLR ແລະ ກ້ອງ​ຄອມແພັກ) ທົ່ວ​ໂລກ​ໄດ້​ເປັນ​ອັນ​ດັບຫນຶ່ງ​ຕິດ­ຕໍ່​ກັນ 10 ປີ ນັບ​ຕັ້ງ­ແຕ່​ປີ 2003-2012 ນອກ­ຈາກ​ການ​ຜະລິດ​ກ້ອງ​ດິ​ຈິ​ຕອລ​ປ່ຽນ​ເລນສ໌​ໄດ້ແລ້ວແຄນ​ນອນ​ຍັງ​ໄດ້​ພັດ­ທະ­ນາເຕັກ​ໂນ​ໂລ​ຊີ ເຊິ່ງ​ເປັນ​ຫົວ­ໃຈ​ຫລັກສຳ­ຄັນ​ຄື​ເຊັນ​ເຊີ​ຮັບ​ພາບ​ແບບ CMOS ແລະ ຊິບ​ປະ­ມວນ​ຜົນພາບ​ສຳ­ລັບ​ໃຊ້​ກັບ​ກ້ອງ​ຕິ​ຈິ​ຕອລປ່ຽນ​ເລນສ໌​ໄດ້ ແລະ ໄດ້​ນຳ​ເຕັກ​ໂນ​ໂລ​ຊີ​ອັນ​ທັນ​ສະ­ໄຫມ​ທີ່​ສຸດ​ໃນດ້ານ​ນີ້​ມາ​ໃຊ້​ກັບ​ກ້ອງ​ຊີ​ຣີ​ສ EOS 1D, ການ​ພັດ­ທະ­ນາ​ເຊັນ​ຊີ ແລະ ຫນ່ວຍ​ປະ­ມວນ​ຜົນ​ພາບ​ຂອງກ້ອງ​ຮຸ່ນ​ຕ່າງໆເຮັດ​ໃຫ້​ແຄນ​ນອນປະ­ສົບ​ຄວາມ​ສຳ­ເລັດ​ໃນ​ການ​ນຳ​ສະ­ເຫນີ​ຜະ­ລິດ​ຕະ​ພັນ​ທີ່​ມີ​ປະ­ສິດທິ​ພາບສາ­ມາດ​ຕອບ​ສະ­ຫນອງຄວາມ​ຕ້ອງ­ການ​ຂອງ​ກຸ່ມ​ຜູ້​ໃຊ້​ທີ່​ຫລາກ​ຫລາຍຕັ້ງ­ແຕ່​ລະ­ດັບ​ມື​ອາຊີບ​ໄປ​ຈົນ​ເຖິງ​ຜູ້​ໃຊ້​ກ້ອງ​ມື​ຖື​ໃຫມ່ ແລະ ເຮັດ​ໃຫ້​ຍີ່­ຫໍ້​ແຄນ​ນອນ​ສາມາດ​ຄອງ​ສ່ວນ​ແບ່ງ​ຕະ­ຫລາດ​ສູງ​ສຸດ​ທົ່ວ​ໂລກ.

 


      

  ໃນ​ປີ 2003 ເຊິ່ງ​ເປັນ​ຍຸກ​ເລີ່ມຕົ້ນ​ຂອງ​ກ້ອງ​ດິ​ຈິ​ຕອລ SLR ແຄນ​ນອນ​ໄດ້​ເປີດ​ຕົວ​ກ້ອງ​ຮຸ່ນໃຫມ່ EOS Kiss Digital (EOS Digital Rebel ຫລື EOS 300D Digital ໃນ​ພູ­ມິ​ພາກ​ອື່ນ) ກ້ອງ​ຕິ​ຈິ​ຕອລ SLR ຂະ­ຫນາດນ້ອຍນ້ຳ­ຫນັກ​ເບົາ ແລະ ໃຊ້​ວຽກງ່າຍ ເຊິ່ງ​ການ​ເປັນ​ຈຸດ​ເລີ່ມ​ຕົ້ນຄັ້ງ​ສຳ­ຄັນ​ທີ່​ເຮັດ​ໃຫ້​ແຄນ​ນອນເຕີບ​ໂຕ​ຂຶ້ນ​ໃນ​ຕະ­ຫລາດ​ກ້ອງ​ດິ​ຈິຕອລ SLR ແລະ ສ້າງ​ຍອດ​ຂາຍສູງ​ສຸດ​ທົ່ວ​ໂລກ ນັບ​ແຕ່​ນັ້ນ​ມາແຄນ​ນອນ​ມຸ່ງ​ຫມັ້ນ​ພັດ­ທະ­ນາ​ອຸປະ­ກອນ​ດ້ານ​ພາບ​ຄຸນ​ນະ​ພາບ​ສູງ ແລະ ແນະ­ນຳ​ກ້ອງ​ຮຸ່ນ​ໃຫມ່​ທີ່​ມີປະ­ສິດ­ທິ­ພາບ​ສູງ​ຢ່າງ​ຕໍ່​ເນື່ອງ ເພື່ອ​ຊ່າງ​ຖ່າຍ­ຮູບ​ສະ­ຫມັກ​ຫລິ້ນລະ­ດັບ​ສູງເປັນ­ຕົ້ນ​ກ້ອງ​ດິ​ຈິ​ຕອລ SLR ຊີ​ຣີ​ສ EOS 5D ເຊິ່ງເປັນ​ການ​ບຸກ­ເບີກ​ການ​ບັນ­ທຶກພາບ​ດ້ວຍ​ກ້ອງ​ດິ​ຈິ​ຕອລ SLR ອີກ​ດ້ວຍ.

 


       ສ່ວນ​ໃນ​ປີ 2012 ເປັນ​ປີ​ທີ່ແຄນ​ນອນ​ສະ­ຫລອງ​ຄົບ­ຮອບ 25 ປີ​ທີ່​ກ້ອງ EOS ອອກ​ສູ່​ຕະ­ຫລາດ ແລະ ການ​ເປັນ​ຜູ້­ນຳ​ຕະ­ຫລາດ​ທົ່ວ​ໂລກ​ເປັນ​ປີ​ທີ 10 ຕິດ­ຕໍ່​ກັນ ໂດຍແຄນ​ນອນ​ໄດ້​ເປີດ​ຕົວ​ກ້ອງ​ດິ​ຈິຕອລ​ຄອມ​ແພັກ​ປ່ຽນ​ເລນສ໌​ໄດ້​ຮຸ່ນເພື່ອ​ຂະ­ຫຍາຍ​ຖານ​ລູກ​ຄ້າ​ໃນ​ກຸ່ມຜູ້​ໃຊ້​ມື​ໃຫມ່ EOS M ອີກ​ທັງ​ຍັງມີ​ຮຸ່ນ EOS 6D ກ້ອງ​ດິ​ຈິ​ຕອລ SLR ຂະ­ຫນາດ​ນ້ອຍ ແລະ ນ້ຳ ຫນັກ​ເບົາ​ທີ່​ສຸດ​ໃນ​ໂລກ​ທີ່​ມາ​ພ້ອມເຊັນ​ເຊີ CMOS ຟູ​ລ​ເຟຣມ ຂະຫນາດ 35 ມີ​ລີ​ແມັດ ເຊິ່ງ​ຊ່ວຍກະ​ຕຸ້ນ​ການ​ເຕີບ​ໂຕ​ຂອງ​ຕະ­ຫລາດ​ໃນ​ກຸ່ມ​ຊ່າງ​ຖ່າຍ­ຮູບ​ສະ­ຫມັກ​ຫລິ້ນ​ສີ­ມື​ລະ­ດັບ​ສູງ.

 


       ສຳ­ລັບ​ປີ​ນີ້ ແຄນ​ນອນ​ໄດ້​ແນະນຳ​ກ້ອງ​ຮຸ່ນ EOS 100D (ຫລືໃຊ້​ຊື່­ວ່າ EOS Rebel SL1 ຫລື EOS Kiss X7 ໃນ​ພູ­ມິ​ພາກ​ອື່ນ) ກ້ອງ​ດິ​ຈິ​ຕອລ SLR ທີ່​ນ້ອຍ ແລະ ເບົາ​ທີ່​ສຸດ​ໃນ​ໂລກ​ທີ່​ມາ​ພ້ອມ​ເຊັນເຊີ APSCsize ເສີມ​ທັບ​ຜະລິດ​ຕະ​ພັນ​ລະ­ດັບ​ແນວ​ຫນ້າ​ຂອງໂລກ​ຈາກ​ແຄນ​ນອນ ແລະ ກຽມພ້ອມ​ສຳ­ລັບ​ການ​ຮັກ­ສາ​ຄວາມເປັນ​ຜູ້­ນຳ​ຕະ­ຫລາດ​ຢ່າງ​ຕໍ່​ເນື່ອງເປັນ​ປີ​ທີ 11 ດ້ວຍ​ປະ­ສົບ​ການ ແລະ ຄວາມ​ຊ່ຽວ­ຊານ​ໃນ​ການ​ຜະ­ລິດ​ກ້ອງ­ຖ່າຍ­ຮູບ​ມາ​ຕັ້ງ­ແຕ່​ການ​ກໍ່​ຕັ້ງ​ບໍ­ລິ­ສັດ​ໃນ​ປີ 1937 ແຄນ​ນອນ​ຍັງ​ຈະ​ເດີນ​ຫນ້າ​ພັດ­ທະ­ນາ​ເຕັກ​ໂນ​ໂລ​ຊີ​ດ້ານ​ພາບ​ທີ່​ຫລາກ​ຫລາຍ​ໄປ​ພ້ອມ​ກັບ​ການ​ສ້າງ­ສັນ​ເລນສ໌ ແລະ ກ້ອງ­ຖ່າຍ­ຮູບ​ທີ່​ມີ​ຄຸນ​ນະ​ພາບ​ດີເລີດ ເຊື່ອ​ຖື​ໄດ້​ເພື່ອ​ຕອບ​ສະ­ຫນອງ ວາມ​ຕ້ອງ­ການ​ຕ່າງໆ​ຂອງ​ຜູ້​ໃຊ້​ຕັ້ງ­ແຕ່​ລະ­ດັບ​ເລີ່ມ​ຕົ້ນ​ໄປ​ຈົນ​ເຖິງ​ມື​ອາ­ຊີບ​ຕະ­ຫລອດ​ຮອດ​ເຜີຍ­ແຜ່​ນະ​ວັດ­ຕະ​ກຳ​ການ​ຖ່າຍ​ພາບ​ໄປ​ທຸກ​ພູ­ມິ​ພາກ​ທົ່ວ​ໂລກ.

 


       ສ່ວນ​ຄວາມ​ຄືບ​ຫນ້າ​ຂອງຂ່າວ​ການ​ເປີດ​ຕົວ​ກ້ອງ​ດິ​ຈິ​ຕອລຮຸ່ນ​ໃຫມ່​ຂອງ​ແຄນ​ນອນ​ຈາກເວັບ​ໄຊ canonrumors.com ລະ­ບຸ​ເຖິງ​ຂ່າວ​ລື​ວ່າ​ແຄນ​ນອນ​ກຳລັງ​ພັດ­ທະ­ນາ​ກ້ອງ DSLR ຮຸ່ນ ໃຫມ່ເປັນ­ຕົ້ນ EOS 70D ທີ່​ຄາດວ່າ​ຈະ​ເປີດ​ຕົວ​ໄລ­ຍະ​ໄຕ​ມາດ​ທີ 2 ຂອງ​ປີ​ນີ້ ແລະ EOS7D Mk.II ທີ່​ມີ​ຂ່າວ​ວ່າ​ກຳ­ລັງ​ຢູ່​ໃນ​ລະ­ຫວ່າງ​ການ​ພັດ­ທະ­ນາ​ອີກ​ດ້ວຍ.

 

 

Free Web Hosting