Home / it

Category

Windows Blue ຫລື
Windows 9 Dev

ແຫລ່ງ​ຂ່າວ​ຈາກ​ຜູ້​ໃຊ້​ທີ່​ໃຊ້​ຊື່​ໃນ​ກະ­ທູ້​ວ່າ maxy ໃນ​ເວັບ​ໄຊ PCBeta ທີ່​ເຄີຍ​ເປີດ­ເຜີຍ​ຂ່າວຢ່າງ​ບໍ່​ເປັນ​ທາງ​ການ​ສຳ­ລັບ​ໂອເອ​ສ​ໃຫມ່​ຂອງ​ໄມ​ໂຄຣ​ຊອຟທ໌ ທີ່​ຊື່­ວ່າ Windows Blue ຫລື Windows 9 Dev ແລ້ວ­ແຕ່ຈະ​ເອີ້ນໄດ້​ໂພດ​ສ​ຂໍ້­ຄວາມ​ວ່າລະ­ບົບ​ປະ­ຕິ­ບັດ​ການ​ຮຸ່ນ​ໃຫມ່​ຈະເພີ່ມ​ອີກ​ທາງ​ເລືອກ​ຫນຶ່ງ​ໃນການ​ປັບ​ແຕ່ງ tile ຂອງ​ແອບ​ພລິເຄ​ເຊິນ​ໄດ້​ແບບ​ດຽວ​ກັບ Windows Phone 8 ແລະ ຈະ​ຍັງເກັບ​ມຸມ​ມອງ​ການ​ໃຊ້​ວຽກ​ໃນໂຫມດ​ເດ​ສ​ທ໋ອບ (Desktop) ໄວ້​ເຫມືອນ​ເດີມ ແຕ່​ຈະ​ມີ​ການຕັດ​ອົງ​ປະ­ກອບ​ທີ່​ຜູ້​ໃຊ້​ຫລາຍ​ຄົນຄຸ້ນ​ເຄີຍ​ອອກ​ໄປ​ຈາກ​ເດ​ສ​ທ໋ອບຕົວ­ຢ່າງ​ເຊັ່ນ “ທາ​ສ​ບາ​ຣ” ທີ່­ຢູ່ດ້ານ​ລຸ່ມ​ຂອງ​ຫນ້າ​ຈໍ​ໃຊ້​ວຽກໃນ​ໂຫມດ​ນີ້ ຫລັງ​ຈາກ​ທີ່​ເອົາ​ປຸ່ມ Start ອອກ​ໄປ​ແລ້ວ​ໃນ Windows 8 ຜົນ​ທີ່​ໄດ້​ກໍ່​ຄື​ມຸມ​ມອງຂອງ Metro UI  ກັບ Desktop

ລາຍລະອຽດ »

ເຜີຍ​ໂສມ​ໃຫ້​ເຫັນ​ກັນ​ແລ້ວ ນັ້ນ​ກໍ່​ຄື
Nokia Asha 210

ຫລ້າ​ສຸດ ໂນ​ເກຍປະ­ກາດ​ເປີດ​ຕົວ Asha 210 ມື​ຖື​ລາ­ຄາ​ຖືກ​ໃສ​ນ​ລະ­ບົບ 2G ທີ່​ມີ​ໃຫ້​ເລືອກ​ເຖິງ 5 ສີ​ໄດ້­ແກ່​ສີ­ເຫລືອງ, ຂາວ, ດຳ, ຟ້າ ແລະ ແດງ; ສິ່ງ​ທີ່ Asha 210 ໄດ້​ນຳ​ສະ­ເຫນີ​ຄວາມ​ເປັນ​ເອ­ກະ­ລັກ​ຄື​ປຸ່ມ​ແບບ QWERTY ຜູ້​ໃຊ້ BlackBerry ອາດ​ຈະ​ຄຸ້ນ​ເຄີຍ​ເປັນ​ຢ່າງ​ດີ ແຕ່​ທີ່​ໂດດ​ເດັ່ນ​ທີ່​ສຸດ​ເທິງ​ອຸ­ປະ­ກອນ​ຮຸ່ນ​ນີ້​ຄື​ການ​ມີ​ປຸ່ມ “Whatsapp” ໃນ​ຕົວ ເຊິ່ງ​ໂນ​ເກຍອະ­ທິ­ບາຍ​ປຸ່ມ Whatsapp ເປັນ​ຮາດ​ແວຣ໌ຂອງ Asha 210 “ຄັ້ງ​ທຳ​ອິດ​ຂອງ​ໂລກ” ສະ­ຫນັບ­ສະ­ຫນູນ​ການ​ໃຊ້​ບໍ­ລິ­ການ​ສົ່ງ​ຂໍ້­ຄວາມ​ທີ່​ມີ​ຜູ້​ໃຊ້​ຫລາຍ​ກວ່າ 200 ລ້ານ​ຄົນ​ທົ່ວ​ໂລກ, ໂນ​ເກຍ​ອະ­ທິ­ບາຍ​ຕື່ມ​ວ່າ ຜູ້​ທີ່​ຊື້ Asha 210 ເມື່ອ​ກົດ​ປຸ່ມ Whatsapp ຈະ​ສາ­ມາດ​ສະ­ຫມັກ​ບໍ­ລິ­ການ​ໄດ້​ລ້າ ແລະ ຈະ​ໃຊ້​ລ້າ​ໃນ​ປີ​ທຳ​ອິດ ໂດຍ​ຫລັງ​ຈາກ​ນັ້ນ​ຈະ​ເສຍ​ຄ່າ​ທຳ­ນຽມ​ເປັນ​ລາຍ​ປີໃນ​ລາ­ຄາ 0,99 ໂດ​ລາ ຕາມ​ນະ­ໂຍ­ບາຍ​ຂອງ Whatsapp. ​

ລາຍລະອຽດ »

Outlook.com ເປັນ​ບໍ­ລິ­ການ​ອີ​ເມ​ລ​
ທີ່​ນຳ​ໃຊ້​ລ້າ​ໃຫມ່​ຫລ້າ ສຸດ

ໄມ​ໂຄຣ​ຊອຟທ໌​ກ່າວ​ວ່າ ກຽມ​ເປີດ​ຕົວ​ບໍ­ລິ­ການ Skype for out look ເປັນ​ການ​ນຳ​ຄຸນ­ສົມ­ບັດ​ທີ່​ມີ ຢູ່​ໃນ Skype ທີ່​ໄມ​ໂຄຣ​ຊອຟທ໌​ຊື້​ກິດ­ຈະ­ການ​ຕັ້ງ­ແຕ່​ປີ 2011 ກໍ່​ຄື Skype video calling ມາ​ປະ ກອບ​ເຂົ້າ­ກັນ​ກັບ Outlook.com ເພື່ອ​ໃຫ້​ຜູ້​ໃຊ້​ສາ­ມາດ​ແບ່ງ­ປັນ ຫລື ສົນ­ທະ­ນາ​ກັນ​ແບບ​ເຫັນ​ຫນ້າ​ໄດ້ ໂດຍ​ທີ່​ບໍ່​ຈຳ­ເປັນ​ຕ້ອງ​ໄປ​ເປີດ​ໂປຣ​ແກຣມ​ອື່ນ​ແຕ່​ຢ່າງ­ໃດ ເຊິ່ງ​ໄມ ໂຄຣ​ຊອຟທ໌​ກ່າວ​ວ່າ ຈະ​ເລີ່ມ​ນຳ​ໃຊ້​ຟີ​ເຈີ​ນີ້​ໃນ​ລາ­ຊະ​ອາ­ນາ­ຈັກ​ເປັນ ບ່ອນ​ທຳ​ອິດ ຕາມ​ມາ​ດ້ວຍ​ສະ­ຫະ­ລັດ ແລະ ເຢຍ​ລະ​ມັນ​ໃນ​ອາ­ທິດ​ນີ້ ແລະ ຈະ​ຂະ­ຫຍາຍ​ໄປ​ປະ­ເທດ​ອື່ນໆ​ໃນ​ໄລ­ຍະ​ພັກ­ຜ່ອນ​ປີ​ນີ້.
  ໄມ​ໂຄຣ​ຊອຟທ໌​ກ່າວ​ວ່າ ການ​ຈະ​ໃຊ້ Skype video calling ໃນ Outlook.com

ລາຍລະອຽດ »

Canon EOS M
ທັນ​ສະ­ໄໝ​ດ້ວຍ​ຈໍ​ແອ​ລ​ຊີ​ດີແບບ​ສຳ­ຜັດ

ດ້ວຍ​ນະ​ວັດ­ຕະ​ກຳ​ແຫ່ງ​ອະ­ນາ­ຄົດ​ເພື່ອ​ພາບ​ທີ່​ສົມ­ບູນ​ແບບ​ນັ້ນ​ກໍ່​ຄື​ເຊັນ​ເຊີ CMOS ຂະ­ໜາດ APSC ໃຫ້​ຄວາມ​ລະ­ອຽດ 18 ລ້ານ​ພິກ​ເຊລ ທີ່​ເຮັດ​ວຽກ​ປະ­ສົມ ປະ­ສານ​ກັບ​ຊິບ​ປະ­ມວນ​ຜົນ​ຮຸ່ນ ໃໝ່​ຫຼ້າ​ສຸດ DIGIC 5 ທີ່​ເຮັດ​ວຽກ​ຮ່ວມ​ກັນ​ໄດ້​ຢ່າງ​ລົງ​ຕົວ​ຫຼຸດ​ສັນ­ຍານ​ລົບ​ກວນ​ພາບ​ໄດ້​ດີ​ຍິ່ງ​ຂຶ້ນ​ມາ​ພ້ອມ​ກັບ Highspeed amp ທີ່​ໃຊ້​ກຳ­ລັງ​ໄຟ​ຕ່ຳ​ລົງ ແລະ ການ ອ່ານ​ຄ່າ​ດ້ວຍ Highspeed 4 channel ຊ່ວຍ​ຫຼຸດ​ການ​ໃຊ້​ພະ­ລັງ­ງານ​ເຮັດ​ໃຫ້​ສາ­ມາດ​ຖ່າຍ​ພາບ​ຕໍ່ ເນື່ອງ​ໄດ້ 4,3 ເຟຣມ​ຕໍ່​ວິ­ນາ­ທີ ແລະ Burst Mode ໃຫ້​ພາບ 15 ພາບ (17) JPEG/6 RAW  ເມື່ອ​ໃຊ້​ກາ​ຣດ​ແບບ UHSI SD HC ແລະ SDXC ໃຫ້ ISO ສູງ​ເຖິງ 12800 ແລະ ຂະ­ຫຍາຍ ໄດ້​ສູງ​ສຸດ​ເຖິງ 25600

ລາຍລະອຽດ »

Canon ເຜີຍໂສມ EOS 100D ໃຫມ່
ກ້ອງ DSLR ທີ່ນ້ອຍ ແລະ ເບົາທີ່ສຸດໃນໂລກ

ກະ­ແສ​ກ້ອງ​ຕົວ​ນ້ອຍ​ແຕ່​ມີ​ລິດຫລາຍ​ໄດ້​ເກາະ​ກຸ່ມ​ຕະ­ຫລາດກ້ອງ​ມາ​ຫລາຍ​ປີ ໂດຍ​ສະ­ເພາະ​ກະແສ​ຂອງ​ກ້ອງ​ແບບ Mirrorless (ກ້ອງ​ປ່ຽນ​ເລນສ໌​ໄດ້​ທີ່​ບໍ່​ແມ່ນກ້ອງ DSLR) ທີ່​ມາ​ແຮງ​ຫລາຍໃນ 2-3 ປີ​ຫລັງ ເຊິ່ງ​ເຖິງ​ວ່າ​ຈະມີ​ຂໍ້​ດີ​ຫລາຍ​ປະ­ການ​ແຕ່​ຈຸດ​ອ່ອນ​ທີ່​ສໍາ­ຄັນ​ທີ່​ສຸດ​ສໍາ­ລັບ​ກ້ອງ​ແບບ Mirrorless ໂດຍ​ທົ່ວ​ໄປ​ກໍ່​ຄືການທີ່​ຕ້ອງ​ຖ່າຍ​ພາບ​ດ້ວຍ​ການ​ເບິ່ງຈໍ​ພາບ​ດ້ານ​ຫລັງ​ກ້ອນ​ພຽງ​ຢ່າງດຽວ​ເຮັດ​ໃຫ້­ການ​ຖ່າຍ​ພາບ​ໃນບ່ອນ​ແສງ​ແດດ​ກ້າໆ​ບ່ອນ​ທີ່​ສະຫວ່າງ​ຫລາຍໆ​ບໍ່​ດີ ເພາະ​ເຮົາ​ຈະເບິ່ງ​ພາບ​ໃນ​ຫນ້າ​ຈໍ​ບໍ່​ຄ່ອຍ​ເຫັນ ແຕ່​ຜິດ​ກັບ​ກ້ອງ DSLR ທີ່​ເຮົາເບິ່ງພາບ​ຈາກ​ຊ່ອງ​ມອງ​ພາບ​ເປັນຫລັກ ຈິ່ງ​ບໍ່​ມີ​ບັນ­ຫາ​ຫຍັງ​ເວ­ລາ​ໃຊ້ວຽກ​ກາງ­ແຈ້ງ​ກາງ​ແດດ​ແຮງໆນີ້​ຄື​ຈຸດ​ແຂງ​ທີ່​ສໍາ­ຄັນ​ຂອງ​ກ້ອງແບບ DSLR ແລະ ເມື່ອ​ເວົ້າ​ເຖິງກ້ອງ​ແບບ DSLR ຜູ້­ນໍາ​ຂອງ​ກ້ອງແບບ​ນີ້​ກໍ່​ຄື Canon ນັ້ນ​ເອງ. ການ​ທີ່​ແຄ​ນອນ (Canon) ເຫັນ​ຈຸດ​ແຂງ​ຂອງ​ຕົນ​ເອງ​

ລາຍລະອຽດ »

Free Web Hosting