ແຫລ່ງ​ຂ່າວ​ຈາກ​ຜູ້​ໃຊ້​ທີ່​ໃຊ້​ຊື່​ໃນ​ກະ­ທູ້​ວ່າ maxy ໃນ​ເວັບ​ໄຊ PCBeta ທີ່​ເຄີຍ​ເປີດ­ເຜີຍ​ຂ່າວຢ່າງ​ບໍ່​ເປັນ​ທາງ​ການ​ສຳ­ລັບ​ໂອເອ​ສ​ໃຫມ່​ຂອງ​ໄມ​ໂຄຣ​ຊອຟທ໌ ທີ່​ຊື່­ວ່າ Windows Blue ຫລື Windows 9 Dev ແລ້ວ­ແຕ່ຈະ​ເອີ້ນໄດ້​ໂພດ​ສ​ຂໍ້­ຄວາມ​ວ່າລະ­ບົບ​ປະ­ຕິ­ບັດ​ການ​ຮຸ່ນ​ໃຫມ່​ຈະເພີ່ມ​ອີກ​ທາງ​ເລືອກ​ຫນຶ່ງ​ໃນການ​ປັບ​ແຕ່ງ tile ຂອງ​ແອບ​ພລິເຄ​ເຊິນ​ໄດ້​ແບບ​ດຽວ​ກັບ Windows Phone 8 ແລະ ຈະ​ຍັງເກັບ​ມຸມ​ມອງ​ການ​ໃຊ້​ວຽກ​ໃນໂຫມດ​ເດ​ສ​ທ໋ອບ (Desktop) ໄວ້​ເຫມືອນ​ເດີມ ແຕ່​ຈະ​ມີ​ການຕັດ​ອົງ​ປະ­ກອບ​ທີ່​ຜູ້​ໃຊ້​ຫລາຍ​ຄົນຄຸ້ນ​ເຄີຍ​ອອກ​ໄປ​ຈາກ​ເດ​ສ​ທ໋ອບຕົວ­ຢ່າງ​ເຊັ່ນ “ທາ​ສ​ບາ​ຣ” ທີ່­ຢູ່ດ້ານ​ລຸ່ມ​ຂອງ​ຫນ້າ​ຈໍ​ໃຊ້​ວຽກໃນ​ໂຫມດ​ນີ້ ຫລັງ​ຈາກ​ທີ່​ເອົາ​ປຸ່ມ Start ອອກ​ໄປ​ແລ້ວ​ໃນ Windows 8 ຜົນ​ທີ່​ໄດ້​ກໍ່​ຄື​ມຸມ​ມອງຂອງ Metro UI  ກັບ Desktop  ຈະ​ຄ້າຍ­ຄື​ກັນ​ຫລາຍ​ຂຶ້ນ, ຕອນນີ້​ເບິ່ງ​ຄື​ວ່າ​ໄມ​ໂຄຣ​ຊອຟທ໌​ຈະພະ­ຍາ­ຍາມ​ຖອດ​ເດ​ສ​ທ໋ອບໂຫມດ​ອອກ​ໄປ ເພື່ອ​ໃຫ້​ເຫລືອ ແຕ່ Metro UI  ພຽງ​ຢ່າງ​ດຽວໃນ​ອະ­ນາ­ຄົດ.

   ແຫລ່ງ​ຂ່າວ​ທີ່​ໃຊ້​ນາມ​ວ່າ Maxy ຍັງ​ໃຫ້​ຂໍ້​ມູນ​ເພີ່ມ​ເຕີມ ອີ​ກວ່າ Windows Blue ຫລື Windows 9 ຈະ​ໃຊ້​ແກນ​ການ​ເຮັດ​ວຽກ​ຫລັກ​ເວີ​ເຊິນ​ໃຫມ່ ຫລື Kernel 6.3 ເຊິ່ງ​ຈະ​ເຮັດ​ໃຫ້​ລະ­ບົບ​ການ​ເຮັດ​ວຽກ​ທັງ​ຫມົດ​ດີ​ຂຶ້ນ​ກວ່າ​ເດີມ, ຢ່າງ­ໃດ​ກໍ່​ຕາມ ອາດ​ຈະ​ໄວ​ຫາກ​ສະ­ຫລຸບ​ວ່າລາຍ​ງານ​ຂ່າວ​ທັງ​ຫມົດ​ກ່ຽວ​ກັບ Windows Blue ຫລື Windows 9 ທີ່​ມີ​ການ​ເປີດ­ເຜີຍ​ໃນ ໄລ­ຍະ​ທີ່​ຜ່ານ​ມາ​ຈະ​ເປັນ​ເລື່ອງຈິງ ຫລື ພຽງ​ແຕ່​ຂ່າວ​ລື ແຕ່​ຢ່າງຫນ້ອຍ​ມັນ​ໄດ້​ສະ­ແດງ​ໃຫ້​ເຫັນເຖິງ​ໂຈດ​ໃຫມ່​ທີ່​ໄມ​ໂຄຣ​ຊອຟທ໌ ຕ້ອງ​ພະ­ຍາ­ຍາມ​ຢ່າງ​ຫນັກ​ນັ້ນ ກໍ່​ຄື​ການ​ປ່ຽນ​ໃຫ້​ຜູ້​ໃຊ້​ສ່ວນ​ໃຫຍ່ຫັນ​ມາ​ໃຊ້ Metro UI (ປ່ຽນແປງ​ການ​ໃຊ້​ອິນ​ເຕີ​ເຟດ​ໂດຍ​ສົມ ບູນ ຫລື ບໍ່​ອາດ​ຄົງ​ໄວ້​ເຊິ່ງ​ເດ​ສ ທ໋ອບ​ແບບ​ເດີມ​ອີກ​ຕໍ່​ໄປ) ແລະ ພໍ­ໃຈ​ກັບ​ປະ­ສິດ­ທິ­ພາບ​ການ​ເຮັດວຽກ​ຂອງ​ໂອ​ເອ​ສ​ຈະ​ເປັນ Windows 8 ຫລື ເວີ​ເຊິນ​ໃຫມ່ ເພາະ​ບໍ່​ເຊັ່ນ​ນັ້ນ​ຜູ້​ໃຊ້​ຈະ​ຍັງ​ຢືດ ຕິດ​ກັບ Windows 7 ໄປ​ຕະຫລອດ​ການ​ເຊັ່ນ​ດຽວ​ກັບ​ທີ່​ເກີດຂຶ້ນ​ກັບ Windows XP.

 

 

Free Web Hosting