Home / camera

Category

ເປີດ​ຕົວ­ຢ່າງ​ເປັນ​ທາງ​ການແລ້ວ ສໍາ­ລັບ
EOS 70D ກ້ອງ DSLR ຮຸ່ນ​ໃໝ່​ຫຼ້າ​ສຸດ​ຈາກ Canon

ບໍ­ລິ­ສັດ​ແຄນ​ນອນ ອິງຄ໌ ຜູ້​ຜະ ລິດ​ກ້ອງ​ລະ­ດັບ​ແຖວ​ໜ້າ​ຂອງໂລກປະ­ກາດ​ເປີດ​ຕົວ​ກ້ອງ​ດິ​ຈິຕອລ ດີ​ເອ​ັສ​ແອ​ລ​ອາ (DSLR)ຮຸ່ນ​ໃໝ່​ນັ້ນ​ກໍ່​ຄື EOS 70D ມາເປັນ​ຕົວ​ແທນ​ຮຸ່ນ​ເດີມ EOS 60D ທີ່​ເປີດ​ຕົວ​ມາ​ຕັ້ງ­ແຕ່​ປີ 2 ປີ​ຜ່ານມາ ໂດຍ​ມີ​ການ​ນໍາ​ເອົາ​ເຕັກ​ໂນ​ໂລຊີ​ໃໝ່​ທີ່​ພັດ­ທະ­ນາ​ຂຶ້ນ​ມາ​ໃຊ້​ເປັນຕົ້ນ​ແມ່ນ Dual Pixel CMOS AF ທີ່​ພັດ­ທະ­ນາ​ມາ​ເພື່ອ​ການ​ໂຟກ​ັສ (Forcus) ທີ່​ວ່ອງ­ໄວ, ແມ້ນ​ຢໍາ ທັງ​ຖ່າຍ​ພາບ​ທໍາມະ​ດາ, ວິ​ດີ​ໂອ ເຖິງ​ວ່າ​ຈະ​ຢູ່​ໃນ​ໂໝດ​ການ​ເຮັດ ວຽກ​ແບບ Live View, ລະ­ບົບ​ໂຟກັສ​ແບບ 19 ຈຸດ All Cross Type ເພີ່ມ​ຈາກ​ຮຸ່ນ​ເກົ່າ​ທີ່​ເປັນແບບ 9 ຈຸດ ຄວາມ​ລະ­ອຽດ​ຂອງເຊັນ​ເຊີ 20,2 ລ້ານ​ພິກ​ເຊລ, ຊິບປະ­ມວນ​ຜົນ DiGiC 5+ ເຮັດ​ໃຫ້ການ​ເຮັດ​ວຽກ​ວ່ອງ­ໄວ​ຂຶ້ນ ແລະ ຮອງ​ຮັບ​ການ​ເຊື່ອມ​ຕໍ່ Wi-Fi ຄື ກັນ​ກັບ​ກ້ອງ​ຮຸ່ນ EOS 6D

ລາຍລະອຽດ »

Canon ເຜີຍໂສມ EOS 100D ໃຫມ່
ກ້ອງ DSLR ທີ່ນ້ອຍ ແລະ ເບົາທີ່ສຸດໃນໂລກ

ກະ­ແສ​ກ້ອງ​ຕົວ​ນ້ອຍ​ແຕ່​ມີ​ລິດຫລາຍ​ໄດ້​ເກາະ​ກຸ່ມ​ຕະ­ຫລາດກ້ອງ​ມາ​ຫລາຍ​ປີ ໂດຍ​ສະ­ເພາະ​ກະແສ​ຂອງ​ກ້ອງ​ແບບ Mirrorless (ກ້ອງ​ປ່ຽນ​ເລນສ໌​ໄດ້​ທີ່​ບໍ່​ແມ່ນກ້ອງ DSLR) ທີ່​ມາ​ແຮງ​ຫລາຍໃນ 2-3 ປີ​ຫລັງ ເຊິ່ງ​ເຖິງ​ວ່າ​ຈະມີ​ຂໍ້​ດີ​ຫລາຍ​ປະ­ການ​ແຕ່​ຈຸດ​ອ່ອນ​ທີ່​ສໍາ­ຄັນ​ທີ່​ສຸດ​ສໍາ­ລັບ​ກ້ອງ​ແບບ Mirrorless ໂດຍ​ທົ່ວ​ໄປ​ກໍ່​ຄືການທີ່​ຕ້ອງ​ຖ່າຍ​ພາບ​ດ້ວຍ​ການ​ເບິ່ງຈໍ​ພາບ​ດ້ານ​ຫລັງ​ກ້ອນ​ພຽງ​ຢ່າງດຽວ​ເຮັດ​ໃຫ້­ການ​ຖ່າຍ​ພາບ​ໃນບ່ອນ​ແສງ​ແດດ​ກ້າໆ​ບ່ອນ​ທີ່​ສະຫວ່າງ​ຫລາຍໆ​ບໍ່​ດີ ເພາະ​ເຮົາ​ຈະເບິ່ງ​ພາບ​ໃນ​ຫນ້າ​ຈໍ​ບໍ່​ຄ່ອຍ​ເຫັນ ແຕ່​ຜິດ​ກັບ​ກ້ອງ DSLR ທີ່​ເຮົາເບິ່ງພາບ​ຈາກ​ຊ່ອງ​ມອງ​ພາບ​ເປັນຫລັກ ຈິ່ງ​ບໍ່​ມີ​ບັນ­ຫາ​ຫຍັງ​ເວ­ລາ​ໃຊ້ວຽກ​ກາງ­ແຈ້ງ​ກາງ​ແດດ​ແຮງໆນີ້​ຄື​ຈຸດ​ແຂງ​ທີ່​ສໍາ­ຄັນ​ຂອງ​ກ້ອງແບບ DSLR ແລະ ເມື່ອ​ເວົ້າ​ເຖິງກ້ອງ​ແບບ DSLR ຜູ້­ນໍາ​ຂອງ​ກ້ອງແບບ​ນີ້​ກໍ່​ຄື Canon ນັ້ນ​ເອງ. ການ​ທີ່​ແຄ​ນອນ (Canon) ເຫັນ​ຈຸດ​ແຂງ​ຂອງ​ຕົນ​ເອງ​

ລາຍລະອຽດ »

Canon IXUS 100 IS
ເປັນ​ກ້ອງ​ຄອມ​ແພັກ​ທີ່​ມີ​ຄວາມ​ລະອຽດ 12,1ລ້ານ​ພິກ​ເຊລ

ສຳ­ລັບ Canon IXUS 100 IS ນັ້ນ​ຖືກ​ອອກ​ແບບ​ໃຫ້​ມີ​ຄວາມບາງ ແລະ ນ້ຳ­ຫນັກ​ທີ່​ເບົາຕົວເຄື່ອງ​ມີ​ລັກ­ສະ­ນະ​ເປັນ​ສີ່​ຫລ່ຽມລຽບ​ເທົ່າ​ກັນ​ທັງ​ຫມົດເຮັດ​ໃຫ້ການ​ຈັບ​ນັ້ນ​ອາດ​ບໍ່​ຖະ­ຫນັດ​ມື​ເທົ່າທີ່​ຄວນ ດັ່ງ­ນັ້ນ ການ​ນຳ​ໃຊ້​ຄວນໃສ່​ສາຍ​ຄ້ອງ​ມື​ໄວ້​ຕະ­ຫລອດ​ເວລາ​ເພື່ອ​ປ້ອງ​ກັນ​ກ້ອງ​ຫລຸດ​ຈາກມື​ຂະ­ນະ​ຖ່າຍ​ພາບ, ສ່ວນ​ປຸ່ມ​ດ້ານຫລັງ​ນັ້ນເມື່ອ​ນິ້ວ​ຊີ້​ວາງ​ໃນ​ຕຳແຫນ່ງ​ຂອງ​ປຸ່ມ​ກົດ​ຊັດ​ເຕີ ອາດເຮັດ​ໃຫ້​ນິ້ວ​ໂປ້​ມື​ວາງ​ບໍ່​ພໍ­ດີ​ປາຍນິ້ວເມື່ອ​ຕ້ອງ­ການ​ຈະ​ເລືອກ​ຟັງເຊິນ (Function) ການ​ນຳ​ໃຊ້​ໄດ້ເນື່ອງ​ຈາກ​ຄວາມ​ບາງ​ຂອງ​ຕົວເຄື່ອງ​ເຮັດ​ໃຫ້​ປຸ່ມ​ກົດ​ນ້ອຍ​ໄປ​ນຳ. ດ້ານ​ຫນ້າ ຖືກ​ອອກ​ແບບ​ໃຫ້ລຽບໆ​ແຕ່​ສວຍ​ງາມ​ເລີ່ມ​ຈາກຊ້າຍ​ມືມີ​ສັນ­ຍະ­ລັກ Canon Digital IXUS 100 IS

ລາຍລະອຽດ »

Canon EOS M
ທັນ​ສະ­ໄໝ​ດ້ວຍ​ຈໍ​ແອ​ລ​ຊີ​ດີແບບ​ສຳ­ຜັດ

ດ້ວຍ​ນະ​ວັດ­ຕະ​ກຳ​ແຫ່ງ​ອະ­ນາ­ຄົດ​ເພື່ອ​ພາບ​ທີ່​ສົມ­ບູນ​ແບບ​ນັ້ນ​ກໍ່​ຄື​ເຊັນ​ເຊີ CMOS ຂະ­ໜາດ APSC ໃຫ້​ຄວາມ​ລະ­ອຽດ 18 ລ້ານ​ພິກ​ເຊລ ທີ່​ເຮັດ​ວຽກ​ປະ­ສົມ ປະ­ສານ​ກັບ​ຊິບ​ປະ­ມວນ​ຜົນ​ຮຸ່ນ ໃໝ່​ຫຼ້າ​ສຸດ DIGIC 5 ທີ່​ເຮັດ​ວຽກ​ຮ່ວມ​ກັນ​ໄດ້​ຢ່າງ​ລົງ​ຕົວ​ຫຼຸດ​ສັນ­ຍານ​ລົບ​ກວນ​ພາບ​ໄດ້​ດີ​ຍິ່ງ​ຂຶ້ນ​ມາ​ພ້ອມ​ກັບ Highspeed amp ທີ່​ໃຊ້​ກຳ­ລັງ​ໄຟ​ຕ່ຳ​ລົງ ແລະ ການ ອ່ານ​ຄ່າ​ດ້ວຍ Highspeed 4 channel ຊ່ວຍ​ຫຼຸດ​ການ​ໃຊ້​ພະ­ລັງ­ງານ​ເຮັດ​ໃຫ້​ສາ­ມາດ​ຖ່າຍ​ພາບ​ຕໍ່ ເນື່ອງ​ໄດ້ 4,3 ເຟຣມ​ຕໍ່​ວິ­ນາ­ທີ ແລະ Burst Mode ໃຫ້​ພາບ 15 ພາບ (17) JPEG/6 RAW  ເມື່ອ​ໃຊ້​ກາ​ຣດ​ແບບ UHSI SD HC ແລະ SDXC ໃຫ້ ISO ສູງ​ເຖິງ 12800 ແລະ ຂະ­ຫຍາຍ ໄດ້​ສູງ​ສຸດ​ເຖິງ 25600

ລາຍລະອຽດ »

ຈຸດ​ເດັ່ນ​ທີ່​ສຳ­ຄັນ​ຂອງ
Canon PowerShot G15

Canon PowerShot G15ເປັນ​ກ້ອງ​ດິ​ຈິ​ຕອລ​ຄອມແພັກ​ທີ່​ມີ​ລັກ­ສະ­ນະ​ໂດດ​ເດັ່ນ​ເປັນເອ­ກະ­ລັກ​ທີ່​ຕໍ່​ຍອດ​ມາ​ຈາກ​ກ້ອງໃນ​ຕະ­ກູນ​ຈີ (G) ເຊິ່ງ​ມີ​ປະ­ຫວັດ ຢ້ອນ​ຫລັງ​ກັບ​ໄປ​ນັບ​ສິບ​ປີ​ທີ່​ຕອບສະ­ຫນອງ​ກຸ່ມ​ຜູ້​ໃຊ້​ກ້ອງ​ໃນ​ລັກສະ​ນະ​ຈິງ​ຈັງ​ປັບ​ຄ່າ​ຕ່າງໆ​ໄດ້​ດັ່ງໃຈຕ້ອງ­ການ​ມີ​ປຸ່ມ​ສະ­ເພາະ​ສຳລັບ​ໃຫ້​ຊ່າງ​ຖ່າຍ­ຮູບ​ໄດ້​ປັບ​ຄ່າ​ທີ່ຈຳ­ເປັນ​ໄດ້​ງ່າຍ​ສະ­ດວກ ເຊິ່ງ​ນັບວ່າ​ເປັນ​ກ້ອງ​ຕະ­ກູນ​ຫນຶ່ງ​ທີ່​ປະ­ສົບຄວາມ​ສຳ­ເລັດ​ມາ​ຢ່າງ​ງົດ​ງາມ ແລະ ຍາວ​ນານ​ຫລາຍ​ໄລ່​ລຽງມາ​ຕັ້ງ­ແຕ່ G1, G2, G3, G5, G6, G7, G9, G10, G11, G12, G1X ຈະ​ເຫັນ​ວ່າ​ພັດ­ທະ­ນາການ​ຂອງ​ກ້ອງ​ຕະ­ກູນ G ນີ້​ມີກ້າວ​ກະ­ໂດດ​ເປັນ­ຈັງ​ຫວະ​ໄປ​ແດ່ຈົນ​ຫລ້າ​ສຸດ​ຈາກ G12ຂ້າມມາ​ເປັນ G1X ເຊິ່ງ​ຕົວ​ນີ້​ຫນ້າ​ຈະເປັນ G13

ລາຍລະອຽດ »

Free Web Hosting