Home / camera

Category

ແຄນ​ນອນ (Canon) ປະກາດ​ຄວາມ​ສຳ­ເລັດ
​ຄອງ​ແຊ໋ມ​ອັນດັບ 1 ຍອດ​ຂາຍ​ກ້ອງ​ດິ​ຈິ​ຕອລ

ແຄນ​ນອນ (Canon) ປະກາດ​ຄວາມ​ສຳ­ເລັດ​ຄອງ​ແຊ໋ມ​ອັນດັບ 1 ຍອດ​ຂາຍ​ກ້ອງ​ດິ​ຈິ​ຕອລ ປ່ຽນ​ເລນສ໌​ໄດ້​ທົ່ວ​ໂລກ​ສູງ​ສຸດເຖິງ 10 ຊ້ອນ ຂະ­ນະ​ທີ່ ປີ 2013 ນີ້ລູກ​ຄ້າ​ທົ່ວ​ໂລກ​ຈະ​ໄດ້​ພົບ​ກັບກ້ອງ​ຮຸ່ນ​ທີ່​ນ້ອຍ ແລະ ເບົາ​ທີ່​ສຸດໃນ​ໂລກ​ແນ່­ນອນ.
      ບໍ­ລິ­ສັດ​ແຄນ​ນອນ ອິງຄ໌ ປະເທດ​ຍີ່­ປຸ່ນຖະ­ແຫລງ​ຄວາມ​ສຳເລັດ​ໃນ​ການ​ສ້າງ​ຍອດ​ຂາຍ​ກ້ອງດິ​ຈິ​ຕອລ​ປ່ຽນ​ເລນສ໌​ໄດ້ (ກ້ອງດິ​ຈິ​ຕອລ SLR ແລະ ກ້ອງ​ຄອມແພັກ) ທົ່ວ​ໂລກ​ໄດ້​ເປັນ​ອັນ​ດັບຫນຶ່ງ​ຕິດ­ຕໍ່​ກັນ 10 ປີ ນັບ​ຕັ້ງ­ແຕ່​ປີ 2003-2012 ນອກ­ຈາກ​ການ​ຜະລິດ​ກ້ອງ​ດິ​ຈິ​ຕອລ​ປ່ຽນ​ເລນສ໌​ໄດ້ແລ້ວແຄນ​ນອນ​ຍັງ​ໄດ້​ພັດ­ທະ­ນາເຕັກ​ໂນ​ໂລ​ຊີ ເຊິ່ງ​ເປັນ​ຫົວ­ໃຈ​ຫລັກສຳ­ຄັນ​ຄື​ເຊັນ​ເຊີ​ຮັບ​ພາບ​ແບບ CMOS ແລະ ຊິບ​ປະ­ມວນ​ຜົນພາບ​ສຳ­ລັບ​ໃຊ້​ກັບ​ກ້ອງ​ຕິ​ຈິ​ຕອລປ່ຽນ​ເລນສ໌​ໄດ້ ແລະ ໄດ້​ນຳ​ເຕັກ​ໂນ​ໂລ​ຊີ​ອັນ​ທັນ​ສະ­ໄຫມ​ທີ່​ສຸດ​ໃນດ້ານ​ນີ້​ມາ​ໃຊ້​ກັບ​ກ້ອງ​ຊີ​ຣີ​ສ EOS 1D, ການ​ພັດ­ທະ­ນາ​ເຊັນ​ຊີ ແລະ ຫນ່ວຍ​ປະ­ມວນ​ຜົນ​ພາບ​ຂອງກ້ອງ​ຮຸ່ນ​ຕ່າງໆເຮັດ​ໃຫ້​ແຄນ​ນອນປະ­ສົບ​ຄວາມ​ສຳ­ເລັດ​ໃນ​ການ​ນຳ​ສະ­ເຫນີ​ຜະ­ລິດ​ຕະ​ພັນ​ທີ່​ມີ​ປະ­ສິດທິ​ພາບສາ­ມາດ​ຕອບ​ສະ­ຫນອງຄວາມ​ຕ້ອງ­ການ​ຂອງ​ກຸ່ມ​ຜູ້​ໃຊ້​ທີ່​ຫລາກ​ຫລາຍຕັ້ງ­ແຕ່​ລະ­ດັບ​ມື​ອາຊີບ​ໄປ​ຈົນ​ເຖິງ​ຜູ້​ໃຊ້​ກ້ອງ​ມື​ຖື​ໃຫມ່ ແລະ ເຮັດ​ໃຫ້​ຍີ່­ຫໍ້​ແຄນ​ນອນ​ສາມາດ​ຄອງ​ສ່ວນ​ແບ່ງ​ຕະ­ຫລາດ​ສູງ​ສຸດ​ທົ່ວ​ໂລກ.

ລາຍລະອຽດ »

Free Web Hosting