Canon PowerShot G15ເປັນ​ກ້ອງ​ດິ​ຈິ​ຕອລ​ຄອມແພັກ​ທີ່​ມີ​ລັກ­ສະ­ນະ​ໂດດ​ເດັ່ນ​ເປັນເອ­ກະ­ລັກ​ທີ່​ຕໍ່​ຍອດ​ມາ​ຈາກ​ກ້ອງໃນ​ຕະ­ກູນ​ຈີ (G) ເຊິ່ງ​ມີ​ປະ­ຫວັດ ຢ້ອນ​ຫລັງ​ກັບ​ໄປ​ນັບ​ສິບ​ປີ​ທີ່​ຕອບສະ­ຫນອງ​ກຸ່ມ​ຜູ້​ໃຊ້​ກ້ອງ​ໃນ​ລັກສະ​ນະ​ຈິງ​ຈັງ​ປັບ​ຄ່າ​ຕ່າງໆ​ໄດ້​ດັ່ງໃຈຕ້ອງ­ການ​ມີ​ປຸ່ມ​ສະ­ເພາະ​ສຳລັບ​ໃຫ້​ຊ່າງ​ຖ່າຍ­ຮູບ​ໄດ້​ປັບ​ຄ່າ​ທີ່ຈຳ­ເປັນ​ໄດ້​ງ່າຍ​ສະ­ດວກ ເຊິ່ງ​ນັບວ່າ​ເປັນ​ກ້ອງ​ຕະ­ກູນ​ຫນຶ່ງ​ທີ່​ປະ­ສົບຄວາມ​ສຳ­ເລັດ​ມາ​ຢ່າງ​ງົດ​ງາມ ແລະ ຍາວ​ນານ​ຫລາຍ​ໄລ່​ລຽງມາ​ຕັ້ງ­ແຕ່ G1, G2, G3, G5, G6, G7, G9, G10, G11, G12, G1X ຈະ​ເຫັນ​ວ່າ​ພັດ­ທະ­ນາການ​ຂອງ​ກ້ອງ​ຕະ­ກູນ G ນີ້​ມີກ້າວ​ກະ­ໂດດ​ເປັນ­ຈັງ​ຫວະ​ໄປ​ແດ່ຈົນ​ຫລ້າ​ສຸດ​ຈາກ G12ຂ້າມມາ​ເປັນ G1X ເຊິ່ງ​ຕົວ​ນີ້​ຫນ້າ​ຈະເປັນ G13ສ່ວນ​ຕົວ​ຖັດ​ມາ​ທີ່​ຄວນຈະ​ເປັນ G14ຜັດ​ບໍ່​ມີ, ທາງ Canon ໄດ້​ໂດດ​ຂ້າມ​ອີກ​ເທື່ອຫນຶ່ງ​ກາຍ​ມາ​ເປັນ​ກ້ອງ Canon PowerShot G15ຕົວ​ທີ່​ກຳ­ລັງຈະ​ກ່າວ​ເຖິງ​ນີ້​ເອງ.


http://www.sedthakid.la/uploads/images/powershot-g15-b1.png
        ຄຸນ­ສົມ­ບັດ​ເດັ່ນໆ​ຂອງ Canon PowerShot G15 ຄື​ສາມາດ​ຕອບ​ໂຈດ​ຄວາມ​ຕ້ອງ­ການໃຫ້​ສ້າງ­ສັນ​ພາບ​ຖ່າຍ​ປານ​ກັບ​ມືອາ­ຊີບເປີດ​ມຸມ​ມອງ​ໃຫ້​ສະ­ຫວ່າງຄົມ​ກັບ​ເລນສ໌ທີ່​ມີ​ຮູ​ຮັບ​ແສງ​ກວ້າງເຖິງ f/1.8 ແລະ ເລນສ໌​ມຸມ​ກວ້າງ (28-140mm) ຊູມ ອອຟ​ຕິ​ຄອລໄດ້ 5 ເທົ່າ ແລະ ZoomPlus 10ໄດ້ 10 ເທົ່າ​ມາ​ພ້ອມ​ເຊັນ​ເຊີ CMOS ຂະ­ຫນາດ​ໃຫຍ່ 1/1.7”  ຄວາມ​ລະ­ອຽດ 12,1 ລ້ານ​ພິກເຊລ, ຊິບ​ປະ­ມວນ​ຜົນ​ພາບ​ໃຫມ່ DIGIC 5, ສາ­ມາດ​ປະ­ມວນ​ຜົນໄດ້​ວ່ອງ­ໄວ ແລະ ມີ​ປະ​ສິດ­ທິພາບ​ຫລາຍ​ຂຶ້ນ, ຖ່າຍ​ພາບ​ຕໍ່​ເນື່ອງສູງ​ສຸດ​ດ້ວຍ​ຄວາມ​ໄວ 10 ເຟຣມ ຕໍ່​ວິ­ນາ­ທີຄວາມ​ໄວ​ແສງ ISO 100-12800 ຈໍ​ສະ­ແດງ​ຜົນ​ຂະຫນາດ 3 ນິ້ວ.



        ຈຸດ​ເດັ່ນ​ທີ່​ສຳ­ຄັນ​ຂອງ Canon PowerShot G15 ນອກ­ຈາກໃຊ້ HSsystem (High Senitivity System) ທີ່​ມີ​ໃນ​ເຊັນ​ເຊີຂະ­ຫນາດ​ໃຫຍ່ 1/1.7” ຄວາມ​ລະອຽດ 12,1 ລ້ານ​ພິກ​ເຊລ ມີ​ຄວາມສາ­ມາດ​ຈັບ​ພາບ​ເຄື່ອນ​ໄຫວ​ເກັບລາຍ​ລະ­ອຽດ​ໄດ້​ເປັນ​ຢ່າງ​ດີໃຫ້ພາບ​ມີ​ຄວາມ​ຄົມ​ສີ­ສັນ​ສົດ­ໃສ​ບວກກັບ​ຊິບ​ປະ­ມວນ​ຜົນ​ພາບ​ໃຫມ່ DIGIC 5 ຂອງ​ແຄນ​ນອນ​ທີ່​ສາມາດ​ປະ­ມວນ​ຜົນ​ໄດ້​ຢ່າງ​ວ່ອງ­ໄວ ແລະ ມີ​ປະ­ສິດ­ທິ­ພາບ​ສູງ​ພ້ອມ​ລະບົບ Auto Focus ທີ່​ໄວ​ທີ່​ສຸດຂອງ​ແຄນ​ນອນ​ເທົ່າ​ທີ່​ເຄີຍ​ມີ​ມາ, ສາ­ມາດ​ຈັບ​ພາບ​ໃນ​ທຸກ​ຈັງ­ຫວະທຸກ​ເຫດ­ການ​ທີ່​ຕ້ອງ­ການ​ໄດ້​ໄວທັນ­ໃຈ ພ້ອມ​ຟັງ​ເຊິນ​ການ​ຖ່າຍພາບ​ຕໍ່​ເນື່ອງ (High-speed Burst HQ) ຊ່ວຍ​ເກັບ​ພາບ​ເຄື່ອນໄຫວ​ດ້ວຍ​ຄວາມ​ລະ­ອຽດ​ສູງ​ສຸດ ແລະ ຄົມ​ຂອງ​ພາບ​ຂະ­ນະ​ບັນ­ທຶກ​ພາບ​ຕໍ່​ເນື່ອງ​ສູງ​ສຸດ​ດ້ວຍ​ຄວາມ ໄວ​ຢູ່​ທີ່ 10 ເຟຣມ​ຕໍ່​ວິ­ນາ­ທີ.

       Canon PowerShot G15 ໃຊ້​ເລນສ໌ຮູ​ຮັບ​ແສງ​ກວ້າງ​ທີ່​ສຸດເຖິງ​ທີ່​ຈະ​ຊ່ວຍ​ໃຫ້­ການ​ສ້າງ­ສັນພາບ​ຖ່າຍ​ໃຫ້​ມີ​ຄວາມ​ສະ­ຫວ່າງຄົມຍິ່ງ​ຂຶ້ນ​ເຖິງ​ວ່າ​ຈະ​ຖ່າຍ​ພາບ​ໃນສະ­ພາ­ວະ​ທີ່​ມີ​ແສງ​ຫນ້ອຍ ພ້ອມ​ຮັບ​ການ​ຖ່າຍ​ພາບ​ໃນ​ທຸກ​ສະ­ຖາ­ນະ​ການ, ກໍ­ລະ­ນີ​ການ​ຖ່າຍ​ພາບ​ກາງ­ຄືນ​ກໍ່​ເປັນ​ໄປ​ໄດ້​ງ່າຍ​ຍິ່ງ​ຂຶ້ນເມື່ອ​ແສງ​ເຂົ້າ​ສູ່​ເຊັນ​ເຊີ​ຮັບ​ພາບໄດ້​ຫລາຍ​ຂຶ້ນ​ບວກ​ກັບ​ການ​ຄວບຄຸມ​ຊັດ​ເຕີ​ສະ​ປີດ​ໄດ້​ຫລາຍ​ຄ່າ​ໂອກາດ​ທີ່​ພາບ​ຈະ​ມົວ (Blur) ຈາກມື​ສັ່ນ​ກໍ່​ຈະ​ຫນ້ອຍ​ລົງ ແລະ ເພີ່ມມິ​ຕິ​ຂອງ​ຮູບ​ພາບ​ທີ່​ຕ້ອງ­ການ​ພາບໃນ​ແບບ​ຫນ້າ​ແຈ້ງ​ຫລັງ​ມົວ​ໄດ້ເປັນ​ຢ່າງ​ດີ ແລະ ໄລ­ຍະ​ເລນສ໌ ມຸມ​ກວ້າງ 28140 mm ກໍ່​ເປັນສ່ວນ​ເສີມ​ທີ່​ໃຫ້­ການ​ຖ່າຍ​ພາບ​ໃນທຸກ​ມຸມ​ມອງ​ໂດຍ​ສະ­ເພາະ​ໄລ­ຍະເທ​ເລ​ໂຟ​ໂຕ (Telephoto) ເປັນໄປ​ຢ່າງ​ອິດ­ສະ­ຫລະ​ຍິ່ງ​ຂຶ້ນ.

   ຮູບ​ແບບ​ການ​ບັນ­ທຶກ​ພາບ​ຂອງ Canon PowerShot G15 ສາ­ມາດ​ເລືອກ​ຟາຍລ໌​ໄດ້​ທັງ​ແບບ  JPEG  ພາບ​ຊະ­ນິດ​ມາດ­ຕະ­ຖານ, RAW File ຟາຍ​ພາບ​ດິບ​ທີ່​ບໍ່​ຜ່ານ​ຂະ​ບວນ​ການ​ໃດໆ ເຮັດ​ໃຫ້​ສາ­ມາດ​ນຳ­ໄປ​ປັບ​ແຕ່ງ​ເພີ່ມ​ເຕີມ​ໄດ້​ເຕັມ­ທີ່, RAW ແລະ JPEG ທີ່​ບັນ­ທຶກ​ພາບ​ທັງ​ສອງ​ແບບ​ພ້ອມ​ກັນ.
    Canon PowerShot G15ຍັງ​ມາ​ໃນ​ຮູບ​ລັກ​ສະ­ພາຍ​ນອກ​ທີ່​ຄ້າຍ­ຄື​ກັນ​ກັບ​ຂອງ​ເດີມ​ໃນ​ກ້ອງ​ຕະ­ກູນ G ທີ່​ເອ­ກະ­ລັກ​ດ້ວຍ​ສີ­ດຳ​ລ້ວນ ໃຊ້​ວັດ​ສະ​ດຸ​ເຄືອບ​ຜິວ​ຄ້າຍ­ຄື​ເມັດ​ຊາຍ​ແຕ່​ມີ​ສ່ວນ​ກຣິບ (Grip) ເປັນ​ວັດ​ສະ​ດຸ​ຫນັງ ແລະ ບ່ອນ​ຮອງ​ນິ້ວ​ໂປ້​ຫຸ້ມ​ດ້ວຍ​ຢາງ, ຮູບ​ຮ່າງ​ຕົວ​ກ້ອງ​ມີ​ຂະ­ຫນາດ​ເຫມາະ​ມື ມີ​ຄວາມ​ຍາວ 106,6  ມີ​ລີ​ແມັດ ສູງ 75,9ມີ​ລີ​ແມັດ ຫນາ 40,1ມີ​ລີ​ແມັດ ນ້ຳ­ຫນັກ​ກ້ອງ 310ກຣາມ (ນ້ຳ­ຫນັກ​ລວມ​ແບັດ​ເຕີ​ຣີ 352ກຣາມ).
    ດ້ານ​ຫນ້າ​ຂອງ Canon PowerShot G15 ຈັດ​ວາງ​ວົງ​ແຫວນ​ປັບ​ຄ່າ (Font Dial) ຢູ່​ເຫນືອກ​ຣິບ, ສ່ວນ​ຂອງ​ຊ່ອງ​ມອງ​ພາບ​ດ້ານ​ຢູ່​ໃກ້​ກັບ­ໄຟ​ຊ່ວຍ​ໂຟກ​ັສ (Lamp) ເລນສ໌​ກ້ອງ 28 -140 mm  ອອຟ​ຕິ​ຄອລ​ຊູມ 5x  ແລະ ມີ​ວົງ​ແຫວນ​ຮອບ​ເລນສ໌ທີ່​ສາ­ມາດ​ຖອດ​ປ່ຽນ​ໃສ່ Adapter ຫລື ອຸ­ປະ­ກອນ​ເສີມ​ຕ່າງໆ​ໄດ້.

     ດ້ານ​ຫລັງ ຈໍ​ສະ­ແດງ​ຜົນ​ຂະ­ຫນາດ 3 ນິ້ວ ຄວາມ​ລະ­ອຽດ 922.200 ພິກ​ເຊລ ອັດ­ຕາ​ສ່ວນ 4:3 ຈັດ​ວາງ​ປຸ່ມ Direct Print (ປຸ່ມ​ລັດ​ຟັງ​ເຊິນ​ຕ່າງໆ) ຢູ່​ສ່ວນ​ເທິງ​ທາງ​ຊ້າຍ ມີ​ປຸ່ມ​ປັບ​ຄວາມ​ຄົມ​ສາຍ­ຕາ​ຊ່ອງ​ມອງ​ພາບ​ຂ້າງໆ​ຊ່ອງ​ພາບ (Viewfinder) ແລະ ມີ​ປຸ່ມ​ເບິ່ງ​ພາບ​ທີ່​ບັນ­ທຶກ​ໄວ້.
     ສ່ວນ​ຂວາ​ດ້ານ​ຫລັງ ມີ​ຢາງ​ຮອງ​ນິ້ວ​ພັກ ພ້ອມ​ປຸ່ມ​ໂຫມດ​ວິ​ດີ​ໂອ ຖັດ​ລົງ​ມາ​ມີ​ປຸ່ມ​ໂຟກ​ັສ-ປັບ​ຂະ­ຫນາດ (AF Fame) ແລະ ໃຊ້​ເປັນ​ປຸ່ມ​ລຶບ ມີ​ວົງ​ແຫວນ​ປັບ​ຄ່າ​ພາຍ​ໃນ​ມີ​ປຸ່ມ​ກົດ​ສີ່​ທິດ​ທາງ​ປັບ​ຄ່າ​ຕ່າງໆ​ໄດ້­ແກ່ ISO, ແຟລດ, Disp (ການ­ສະ­ແດງ​ຜົນ), ໂຫມດ​ໂຟກ​ັສ (ປົກ­ກະ­ຕິ, ມາ​ໂຄຣ, ແມນ​ນວ​ລ ໂຟກ​ັສ) ເຄິ່ງ​ກາງ​ເປັນ​ປຸ່ມ Func Set  ສ່ວນ​ລຸ່ມ​ມີ​ປຸ່ມ​ວັດ​ແສງ (ສະ­ເລ່ຍ​ຫມົດ​ພາບ, ສະ­ເລ່ຍ​ຫນັກ​ກາງ, ສະ­ເພາະ​ຈຸດ) ແລະ ປຸ່ມ​ເມ​ນູ.
     ດ້ານ​ຊ້າຍ ມີ​ຊ່ອງ​ຮ້ອຍ​ສາຍ​ຄ້ອງ​ກ້ອງ ແລະ ມີ​ຊ່ອງ​ລຳ​ໂພງ, ສ່ວນ​ຊ່ອງ​ຕ່າງໆ​ຈະ​ຢູ່​ທາງ​ດ້ານ​ຂວາ​ຂອງ​ກ້ອງ ບໍ່​ວ່າ​ຊ່ອງ​ຕໍ່​ສາຍ​ລັນ​ຊັດ​ເຕີ, ຊ່ອງ AV out/Digital ແລະ ຊ່ອງ​ຕໍ່​ສາຍ HDMI ພ້ອມ​ຝາ​ປິດ.

 


   

ໄຟ​ແຟລດ​ຖືກ​ຈັດ​ວາງ​ຢູ່​ດ້ານ​ເທິງ​ເປັນ​ລັກ­ສະ­ນະ​ປ໊ອບ​ອັບ ພ້ອມ​ີ​ປຸ່ມ​ເລື່ອນ​ເປີດ​ໄຟ​ແຟລດ​ເມື່ອ​ຕ້ອງ­ການ​ໃຊ້​ວຽກ ແລະ ກົດ​ແຟລດ​ລົງ​ເພື່ອ​ເກັບ​ໄວ້​ຕຳ­ແຫນ່ງ​ເດີມ.
     ດ້ານ​ເທິງ​ກ້ອງ​ມີ​ແທ່ນ​ສຽບ​ແຟລດ​ພາຍ​ນອກ (Hot Shoe) ຖັດ​ມາ​ດ້ານ​ຂວາ​ມີ​ແປ້ນ​ຫມຸດ​ເລືອກ​ໂຫລດ​ຖ່າຍ­ຮູບ (Mode Dial), ແປ້ນ​ຫມຸນ​ປັບ​ຄ່າ​ຊົດ​ເຊຍ​ແສງ (Exposure Compensation) ປຸ່ມ​ເປີດ-ປິດ​ເຄື່ອງ ແລະ ມີ​ປຸ່ມ​ຊັດ​ເຕີ​ທີ່​ວາງ​ຕົວ​ຢູ່​ໃນ​ແປ້ນ​ຫມຸນ​ປັບ​ລະ­ດັບ​ຊູມ.
ດ້ານ​ລຸ່ມ​ຕົວ​ກ້ອງ​ມີ​ຊ່ອງ​ໃສ່​ແບັດ​ເຕີ​ຣີ ແລະ ຊ່ອງ​ສຽບ​ຫນ່ວຍ​ຄວາມ​ຈຳ SD Card ພ້ອມ​ຝາ​ປິດ.
ເມ​ນູ​ຈະ​ຮອງ​ຮັບ​ໄດ້​ຫລາຍ​ພາ­ສາ ແລະ ຈະ​ມີ​ຫລາຍ​ຟັງ​ເຊິນ​ໃຫ້​ໃຊ້​ງານ​ດັ່ງ­ນີ້:
-      ສົມ​ດຸນ​ແສງ​ສີ­ຂາວ: ອັດ­ຕະ­ໂນ­ມັດ, ແສງ​ແດດ, ເມກ​ຄຶ້ມ, ແສງ​ທັງ​ຫມົດ​ສ​ເຕນ, ຟລູ​ອໍ​ເຣ​ສ​ເຊນ, ຟລູ​ອໍ​ເຣ​ສ​ເຊນ H,ແຟລດ, ໃນ​ນ້ຳ, ຕັ້ງ​ຄ່າ​ສົມ​ດຸນ​ແສງ​ສີ­ຂາວ​ເອງ 1, ຕັ້ງ​ຄ່າ​ສົມ​ດຸນ​ແສງ​ສີ­ຂາວ​ເອງ 2
-      ເອ​ຟ​ເຟັກ​ສີ: ໄລ­ຍະ​ຮັບ​ແສງ​ສູງ​ພິ­ເສດ, ຖ່າຍ​ເປັນ​ພາບ​ເກົ່າ, ເລນສ໌ຕາ​ປາ, ກ້ອງ​ຮູ​ເຂັມ, ກ້ອງ​ຂອງ​ຫລິ້ນ, ຊອຟ​ທ໌ໂ​ຟກັສ, ພາບ​ສີ​ດຽວ, ສີ­ສົດ​ຫລາຍໆ, ໂປ​ສ​ເຕີ, ສີ​ເດັ່ນ, ປ່ຽນ​ສີ
-      ໂຫມດ SCN: ພາບ​ບຸກ­ຄົນ, ເຜີຍ​ນຽນ, ຊັດ​ເຕີ​ອັດ​ສະ​ລິ​ຍະ, ຖ່າຍ​ພາບ​ຕໍ່​ເນື່ອງ​ຄວາມ​ໄວ​ສູງ , ຖ່າຍ​ພາບ​ກາງ­ຄືນ​ໂດຍ​ໃຊ້​ມື, ໃນ​ນ້ຳ, ຫິ­ມະ, ດອກ​ໄມ້​ໄຟ, ພາບ​ພາ​ໂນ​ຣາ​ມາ
-      ເຊັນ​ເຊີ CMOS ຂະ­ຫນາດ​ໃຫຍ່ ຄວາມ​ລະ­ອຽດ 12,1 ລ້ານ​ພິກ​ເຊລ ຮອງ​ຮັບ​ການ​ບັນ­ທຶກ​ວິ​ດິ​ໂອ​ສູງ​ສຸດ Full HD 1920 x 1080 ພິກ​ເຊລ
      ໂດຍ​ລວມ​ແລ້ວ Canon PowerShot G15 ເປັນ​ທີ່​ກຸ້ມ​ຄ່າ​ທີ່​ສຸດ ຖ້າ​ເບິ່ງ​ໃນ​ແງ່​ຂອງ​ປະ­ສິດ­ທິ­ພາບ​ຂອງ​ພາບ​ໃນ​ບ່ອນ​ທີ່​ມີ​ແສງ​ຫນ້ອຍ ການ​ປັບ​ໄດ້​ໃກ້​ຄຽງ​ກັບ​ກ້ອງ DSLR ຕົວ​ໃຫຍ ຈິ່ງ​ແນະ­ນຳ​ສຳ­ລັບ​ທ່ານ​ທີ່​ອາດ​ຈະ​ມີ​ຊ່ອງ ຕົວ​ໃຫຍ່​ຢູ່​ແລ້ວ ແລະ ນີ້​ຄື​ກ້ອງ​ຕົວ​ທີ​ສອງ​ທີ່​ໄວ້​ພົກ​ໄປ​ສະ­ຖານ­ທີ່​ໃດ​ກໍ່​ຕາມ ແທນ​ກ້ອງ DSLR  ຕົວ​ໃຫຍ່ ຫລື ເຫມາະ​ສຳ­ລັບ​ທ່ານ​ທີ່​ຕ້ອງ­ການ​ໃຊ້​ກ້ອງ​ແບບ​ດຽວ​ກັບ​ກ້ອງ DSLR  ແຕ່​ບໍ່​ຢາກ​ພົກ​ພາ​ກ້ອງ DSLR  ທີ່​ຕົວ​ໃຫຍ່​ເກີນ​ຄວາມ​ຈຳ­ເປັນ Canon PowerShot G15 ກໍ່​ເປັນ​ທາງ​ເລືອກ​ທີ່​ດີ​ທີ່​ສຸດ.

 

 

Free Web Hosting