ສໍາ­ລັບຊາວ​ສວນ​ທີ່​ມີ​ເນື້ອທີ່​ເປົ່າ​ວ່າງ ແລະ ຍັງ​ບໍ່​ຮູ້​ຈະ​ປູກຫຍັງ​ດີ ເພື່ອ​ເປັນ​ສິນ­ຄ້າ​ທີ່​ຈະ​ສາມາດ​ສ້າງ​ລາຍ​ຮັບ​ເພີ່ມ​ໃຫ້​ກັບຄອບ­ຄົວ, ດັ່ງ­ນັ້ນ ຈິ່ງ​ຂໍ​ແນະ­ນໍາເຕັກ­ນິກ​ການ​ປູກ​ດອກ​ດາວເຮືອງ ທີ່​ສາ­ມາດ​ປູກ​ໄດ້​ງ່າຍ ແລະ ໃນ​ເນື້ອ­ທີ່​ນ້ອຍ ຫລື ຫລາຍກໍ່​ສາ­ມາດ​ປູກ​ໄດ້​ຄື​ກັນ, ແຕ່​ຈະປູກ​ໃຫ້​ໄດ້​ຮັບ​ຜົນ​ຫລາຍ-ຫນ້ອຍ​ນັ້ນ​ກໍ່​ຂຶ້ນ​ຢູ່​ກັບ​ເຕັກ­ນິກ​ການ​ປູກ ເຊິ່ງ​ມີ​ຂັ້ນ​ຕອນ​ລະ­ອຽດ​ດັ່ງ­ນີ້
   ຄວນ​ໄຖ​ດິນແລ້ວ​ຫວ່ານຝຸ່ນ​ຄອກ ຫລື ປຸ໋ຍ​ຫມັກ​ລົງ​ໄປປະ­ມານ 1 ໂຕນ​ຕໍ່​ໄລ່ ຈາກ​ນັ້ນ​ໃຫ້ຍົກ​ຮ່ອງ​ຫນານ​ປູກ​ກວ້າງ 1 ແມັດ ແລະ ຫົດ​ນ້ຳ​ຫນານ​ໄວ້ລ່ວງ​ຫນ້າ 1 ວັນ, ຫລັງ​ຈາກ​ນັ້ນ ກໍ່​ຂຸດ​ຂຸມ​ກວ້າງ 15 ຊັງ​ຕີ​ແມັດ ແລະ ເຮັດ​ຫນານ​ລະ 3 ແຖວ, ໄລ­ຍະ​ລະ­ຫວ່າງ​ແຖວ​ແມ່ນ 30 ຊັງ​ຕີ​ແມັດ, ໄລ­ຍະ​ລະ­ຫວ່າງ​ຕົ້ນ 30 ຊັງ​ຕີ​ແມັດ ແລ້ວ​ໃສ່​ປຸ໋ຍ​ສູດ 15-15-15 ປະ­ມານ 1 ບ່ວງ​ຊາ ເພື່ອ​ຮອງ​ກົ້ນ​ຂຸມຈາກ​ນັ້ນ​ໃຊ້​ດິນບໍ­ລິ­ເວນ​ຂ້າງ​ຂຸມ​ຖົມ​ລົງ​ໄປ​ເລັກນ້ອຍ ເພື່ອ​ປ້ອງ​ກັນ​ບໍ່​ໃຫ້​ຮາກດອກ​ດາວ­ເຮືອງ ສໍາ­ຜັດ​ກັບ​ປຸ໋ຍໂດຍ​ກົງ, ຫລັງ​ຈາກ​ນັ້ນ ໃຫ້​ນໍາເອົາ​ຕົ້ນ​ກ້າ​ທີ່​ມີ​ອາ­ຍຸ 7-10 ວັນ (ນັບ​ຈາກ​ມື້​ເພາະ​ເມັດ) ໂດຍຖອນ​ຕົ້ນ​ກ້າ​ໃຫ້​ມີ​ດິນ​ຕິດ​ຫຸ້ມ​ມານໍາ ເພື່ອ​ປ້ອງ​ກັນ​ຮາກ​ກະ­ທົບ​ກະເທືອນ​ນໍາ​ມາ​ປູກ​ໃນ​ແຕ່​ລະ​ຂຸມທີ່​ກຽມ​ໄວ້ ແລະ ຫົດ​ນ້ຊາ​ໃຫ້​ຊຸ່ມ ພ້ອມ​ທັງ​ຫົດ​ນ້ຳ​ເຊົ້າ-ແລງ​ປະມານ 7 ວັນ ເຊິ່ງ​ຕົ້ນ​ກ້າ​ຈະ​ຕັ້ງ​ຕົວໄດ້​ດີແລ້ວ​ຈິ່ງ​ຫົດ​ພຽງ​ວັນ​ລະ 1 ຄັ້ງ​ໃນ​ຕອນ​ເຊົ້າ (ໃນ​ໄລ­ຍະ​ທີ່ດອກ​ດາວ­ເຮືອງ​ເລີ່ມ​ບານ​ບໍ່ຄວນຫົດ​ນ້ຳ​ໃຫ້​ຖືກ​ດອກ ເພື່ອປ້ອງ​ກັນ​ດອກ​ເປັນ​ພະ­ຍາດ).
   ຫລັງ​ຈາກ​ການ​ປູກ​ດອກດາວ­ເຮືອງ​ໄດ້ 15 ແລະ 25 ວັນ ຄວນ​ໃສ່​ປຸ໋ຍ​ສູດ15-15-15 ໃນ​ປະ­ລິ­ມານ 1 ບ່ວງ​ຕໍ່​ຕົ້ນ, ເມື່ອ ໄດ້ 35-45 ວັນ ໃສ່​ປຸ໋ຍ​ສູດ 12-24-12 ໃນ​ປະ­ລິ­ມານ​ດຽວ​ກັນ ໂດຍ​ວິ­ທີ​ການ​ຝັງ​ລົງ​ດິນ​ຕື້ນໆ ຫ່າງ​ຈາກ​ລໍາ­ຕົ້ນ​ປະ­ມານ 20 ຊັງ​ຕີ​ແມັດ ຫລື ຝ່າ­ມື​ຫນຶ່ງ ແລ້ວຫົດ​ນ້ໍາໃຫ້​ຊຸ່ມ​ທຸກໆ​ຄັ້ງ​ທີ່​ໃສ່​ປຸ໋ຍ,  ໃນ​ໄລ­ຍະ​ທີ່​ດອກ​ດາວ­ເຮືອງ​ໄດ້ 21-25 ວັນ ເຊິ່ງ​ເປັນ​ໄລ­ຍະ​ທີ່ຕົ້ນ​ມີ​ໃບ​ແທ້​ຂະ­ຫນາດ​ໃຫຍ່​ປະມານ 4 ຄູ່ ແລະ ສ່ວນ​ຍອດ​ຈະ​ມີໃບ​ນ້ອຍໆ1-2 ຄູ່, ດັ່ງ­ນັ້ນ ຈະຕ້ອງ​ເດັດ​ຍອດ​ຖິ້ມ ເພື່ອ​ໃຫ້​ແຕກກິ່ງ​ຂ້າງ​ໃຫມ່ (ສໍາ­ລັບ​ການ​ເດັດຍອດ​ດອກ​ດາວ­ເຮືອງ​ຄວນ​ເດັດໃນ​ຕອນ​ເຊົ້າ ເນື່ອງ​ຈາ​ກວ່າ​ດອກດາວ­ເຮືອງ​ຈະ​ອົບ​ນ້ໍາ) ໂດຍ​ໃຊ້ມື​ຊ້າຍ​ຈັບ​ຄູ່​ໃບ​ເທິງ​ສຸດ​ທີ່​ປະ​ໄວ້ແລ້ວ​ໃຊ້​ມື​ຂວາ​ດຶງ​ສ່ວນ​ຍອດ​ລົງທາງ​ດ້ານ​ຂ້າງ​ຈົນ​ຫລຸດ​ອອກມາ, ຫລັງ​ຈາກ​ນັ້ນ 5-7 ວັນ ຕາ​ຂ້າງ​ຈະ​ເລີ່ມ​ແຕກ ແລະ ຈະເລີນ​ເປັນ​ກິ່ງ​ໃຫມ່ ເຊິ່ງ​ຈະ​ຕິດ​ຕຸ່ມດອກ​ທັງ​ທີ່​ຕາ​ຍອດ​ປາຍ​ກິ່ງ ແລະ  ຕາ​ຂ້າງ.

 


   ໃນ​ເມື່ອ​ປູກ​ໄດ້ 40-45 ວັນ, ກິ່ງ​ແຕ່​ລະ​ກິ່ງ​ຈະ​ເລີ່ມ​ອອກ­ດອກ ເມື່ອ​ດອກ​ຍອດ​ມີ​ຂະ­ຫນາດ​ເທົ່າກັບ​ເມັດ​ສາ­ລີ, ສ່ວນ​ດອກ​ຂ້າງມີ​ຂະ­ຫນາດ​ເທົ່າ​ກັບ​ເມັດ​ຖົ່ວຂຽວ ຕ້ອງ​ຟ້າວ​ປິດ​ດອກ​ຂ້າງອອກ​ໃຫ້​ຫມົດ​ພາຍ​ໃນ 2-3 ວັນ ໃຫ້​ເຫລືອ​ແຕ່​ດອກ​ຍອດ​ໄວ້​ດອກດຽວ ເພື່ອ​ໃຫ້​ດອກ​ມີ​ຂະ­ຫນາດໃຫຍ່ ຈາກ​ນັ້ນ ປະ­ມານ 20 ວັນ (ລວມ​ແລ້ວ​ປະ­ມານ 60-65 ວັນ) ກໍ່​ຕັດ​ດອກ​ໄປ​ຈໍາ­ຫນ່າຍ​ໄດ້ ເຊິ່ງ​ຈະ​ໄດ້​ປະ­ມານ 10-12 ດອກ​ຕໍ່​ຕົ້ນ.
   ດອກ​ດາວ­ເຮືອງ ເປັນ​ພືດ​ທີ່ມັກ​ນ້ໍາ​ຫລາຍ​ຢູ່​ແລ້ວ ແຕ່​ໃນ​ລັກສະ​ນະ​ໃຫ້​ຫນ້ອຍໆ ແຕ່​ໃຫ້​ດົນໆ ແລະ ມັກ​ຄວາມ​ຊຸ່ມ​ຊື່ນ ແຕ່​ບໍ່​ມັກ ໃຫ້​ນ້ໍາ​ຂັງ ຫລື ຖ້ວມ ສໍາລັບ​ໄລຍະ​ການ​ຈະ­ເລີນ​ເຕີບ​ໂຕ​ການ​ໃຫ້ນ້ຳ​ດອກ​ດາວ­ເຮືອງ​ຄວນ​ຈະ​ໃຫ້ທຸກໆ 7 ວັນ​ຕໍ່ 1 ຄັ້ງ ອັນ​ນີ້​ແມ່ນຂຶ້ນ​ຢູ່​ກັບ​ສະ­ພາບ​ແວດ​ລ້ອມ ແລະ ໃນ​ໄລ­ຍະ​ກ່ອນ​ຈະ​ຕັດ​ດອກ​ຄວນໃຫ້​ນ້ໍາ​ກ່ອນ​ຕັດ 2 ວັນ ຖັດ​ໄປ​ເປັນມື້​ທີ 3 ຈິ່ງ​ຕັດ ຖ້າ​ປະ­ຕິ­ບັດ​ຕາມນີ້​ຈະ​ໄດ້​ດອກ​ໃຫຍ່​ບໍ່​ແຫ່ວ​ງ່າຍ ແລະ ການ​ໃຫ້​ປຸ໋ຍ ຖ້າ​ເປັນ​ລະ­ດູຫນາວ ຫລັງ​ຈາກ​ທີ່​ຍ້າຍ​ປູກແລ້ວ​ຄວນ​ໃສ່​ປຸ໋ຍ​ສູດ 46-0-0ປະ­ສົມ​ໃນ​ປະ­ລິ­ມານ 1 ກິ​ໂລກຣາມ​ຕໍ່​ນ້ຳ 100 ລິດ ເຊິ່ງ​ຄວນໃຫ້​ປຸ໋ຍ​ຕົ້ນ​ດອກ​ດາວ­ເຮືອງ​ຕິດ­ຕໍ່ກັນ 2 ຄັ້ງ ໂດຍ​ຄັ້ງ​ທີ 1 ແລະ 2 ຫ່າງ​ກັນ 7-10 ວັນ.

 

 

Free Web Hosting