ເນື່ອງ​ຈາກ​ສະ­ຖາ­ນະ​ພາບຄວາມ​ເປັນ​ຈິງ​ໃນ​ປະ­ຈຸ​ບັນ​ທີ່​ມີອັດ­ຕາ​ປະ­ຊາ­ກອນ​ເພີ່ມ​ຂຶ້ນ ແລະ ປະ­ລິ­ມານ​ຄວາມ​ຕ້ອງ­ການ​ບໍ​ລິໂພກ​ຂອງ​ສັງ­ຄົມ​ກໍ່​ເພີ່ມ​ຂຶ້ນ​ຕິດຕາມ​ມາຂະ­ນະ​ທີ່​ຊັບ­ພະ­ຍາ­ກອນທຳ​ມະ​ຊາດ ຫລື ແມ່ນ​ແຕ່​ຜົນ​ຜະລິດ​ທາງ​ການ​ກະ­ເສດ​ກໍ່​ຫລຸດຫນ້ອຍ​ລົງ​ທຸກ​ມື້.
   ນອກ­ຈາກ​ນັ້ນຊາວ​ກະ​ສິກອນ​ຍັງ​ຕ້ອງ​ພົບ​ກັບ​ຄວາມ​ຜິດຫວັງ​ເມື່ອ​ຜະ­ລິດ​ແລ້ວ​ບໍ່​ໄດ້​ລາຄາ ຫລື ພໍ່­ຄ້າ​ຄົນ​ກາງ​ກົດ​ລາຄາ​ຮັບ​ຊື້ ​ເຊິ່ງ​ສິ່ງ​ເຫລົ່າ­ນັ້ນ​ລ້ວນເປັນ​ປັດ​ໄຈ​ພາ­ໃຫ້​ຊາວ​ກະ​ສິກອນ​ຫັນ​ໄປ​ຫາ​ອາ­ຊີບ​ໃຫມ່ໆເພື່ອ​ເພີ່ມ​ລາຍ​ໄດ້​ເຊັ່ນ: ການ​ຂຸດບໍ່​ລ້ຽງ​ກົບ ແລະ ລ້ຽງ​ປາ​ອື່ນໆແທນ.
   ແຕ່​ສຳ­ລັບ​ການ​ລ້ຽງ​ກົບ​ນັ້ນ, ປະ­ຈຸ​ບັນ​ກຳ­ລັງ​ເປັນ​ທີ່​ສົນ­ໃຈຫລາຍ​ແກ່​ຊາວ​ກະ­ສິ­ກອນ ຫລື ປະ­ຊາ­ຊົນ​ຄົນ​ໃດ​ທີ່​ມີ​ພື້ນ​ທີ່​ພຽງ­ພໍ​ໃນ​ການ​ລ້ຽງ​ເພື່ອ​ບໍ­ລິ­ໂພກ​ເອງ ຫລື ຈະ​ຜະ­ລິດ​ຫລາຍ​ກາຍ­ເປັນສິນ­ຄ້າ​ສ້າງ​ລາຍ​ຮັບ​ເພີ່ມ​ກໍ່​ໄດ້, ເພາະ­ວ່າ​ກົບ​ເປັນ​ສັດ​ເຄິ່ງ​ບົກ​ເຄິ່ງນ້ຳ​ທີ່​ລ້ຽງ​ງ່າຍ, ໃຊ້​ເວ­ລາຫນ້ອຍ, ລົງ­ທຶນ​ຫນ້ອຍ, ດູ​ແລຮັກ­ສາ​ງ່າຍ ແລະ ຈຳ­ຫນ່າຍ​ໄດ້​ລາ­ຄາ​ຄຸ້ມ​ຄ່າ​ກັບ​ການ​ລົງ­ທຶນ.
ສ່ວນ​ການ​ລ້ຽງ​ກົບ​ສາ­ມາດເຮັດ​ໄດ້​ດ້ວຍ​ຫລາຍ​ວິ­ທີ​ຂຶ້ນ​ຢູ່​ກັບ​ສະ­ພາບ​ແວດ​ລ້ອມ ແລະ ຄວາມ​ພ້ອມ​ທັງ​ດ້ານ​ການ​ເງິນ, ສະ­ຖານ­ທີ່​ເລືອກ​ໃຫ້​ເຫມາະ​ສົມ, ໂດຍ​ສະ­ເພາະ​ແມ່ນ​ລ້ຽງ​ໃນ​ບໍ່​ຊີມັງ, ບໍ່​ດິນ, ກະ­ຊັງ​ລອຍນ້ຳ, ກະ­ຊັງ​ນິ­ເວດ, ກ່ອງ​ໂຟມ, ຢາງຕີນ­ລົດ ແລະ ຂວດ​ພລາ​ສຕິກ​ອື່ນໆ.
    ແຕ່​ມື້­ນີ້​ຈະ​ແນະ­ນຳ​ວິ­ທີ​ການລ້ຽງ​ໃນ​ບໍ່​ຊີ­ມັງ ເຊິ່ງ​ເປັນ​ຮູບ​ແບບທີ່​ນິ­ຍົມ​ກັນ​ຫລາຍ​ໃນ​ປະ­ຈຸ​ບັນຄື​ໃຫ້​ກໍ່​ບໍ່​ຂະ­ຫນາດ 3X4 ແມັດ  ຫລື ໃຫຍ່​ກວ່າ​ກໍ່​ໄດ້, ສູງ​ປະມານ 1,2 ແມັດ ຂຶ້ນ​ກັບ​ຄວາມເຫມາະ​ສົມ​ຂອງ​ພື້ນ​ທີ່, ສຳ​ລັັບພື້​ນ​ຂອງ​ບໍ່​ໃຫ້​ເທ​ຊີ­ມັງ​ຫນາ​ພໍສົມ­ຄວນ​ເພື່ອ​ກັນ​ນ້ຳ​ຮົ່ວ​ຊຶມ, ບໍ່ກົບ​ຄວນ​ສ້າງ​ຢູ່​ກາງ­ແຈ້ງ​ທີ່​ມີຜ້າ​ກັນ­ແສງ​ເຮັດ​ເປັນ​ຫລັງຄາ ແລະ ກັນ​ແດດ, ລວມ​ທັງມີ​ຕາ​ຂ່າຍ​ກັນ​ນົກ ຫລື ສັດ­ຕູ​ທີ່ຈະ​ເຂົ້າ​ມາ​ຈັບ​ກິນ​ລູກ​ກົບ, ບໍ່​ກົບຄວນ​ມີ​ການ​ວາງ​ລະ­ບົບ​ນ້ຳ ໂດຍການ​ເດີນ​ທໍ່​ພີ​ວີ​ຊີ​ໄປ​ທົ່ວ​ທຸກ​ບໍ່ ເພື່ອສະ­ດວກ​ໃນ​ການ​ຕື່ມ​ນ້ຳ​ເມື່ອ ຕ້ອງ­ການ​ປ່ຽນ​ນ້ຳ​ອອກ​ຈາກບໍ່. ການ​ເຮັດ​ບໍ່​ນີ້​ຈະ​ສະ­ດວກ​ໃນການ​ປ່ຽນ​ຖ່າຍ​ນ້ຳ, ເຮັດ​ຄວາມສະ­ອາດ​ລວມ​ທັງ​ການ​ຄວບ​ຄຸມເຊື້ອ​ໂລກ​ໄດ້​ອີກ ແລະ ສາ­ມາດທະ­ຍອຍ​ຈັບ​ໄດ້, ບໍ່​ຈະ​ເຮັດ​ໃຊ້​ເປັນ​ຮູບ​ສີ່​ລ່ຽມ​ມີ​ພື້້ນ​ທີ່​ທີ່​ເປັນບວກ ແລະ ນ້ຳ​ເພື່ອ​ໃຫ້​ກົບ​ເຕັ້ນ​ໄດ້​ຢ່າງ​ຫນ້ອຍ​ປະ­ມານ 70%, ສ່ວນ​ທີ່​ເຫລືອ​ເປັນ​ນ້ຳ.

 


    ການ​ໃຫ້​ນ້ຳ​ສຳ­ລັບ​ລ້ຽງ​ກົບແມ່ນ​ຕ້ອງ​ໄດ້​ສັງ­ເກດ​ເບິ່ງ​ວ່ານ້ຳ​ນັ້ນ​ມີ​ຄວາມ​ເປັນ​ກົດ​ດ່າງ (pf ປະ­ມານ 7 ຈະ​ດີ​ທີ່​ສຸດ), ຄວາມ​ກະ­ດ້າງ ແລະ ປະ­ລິມານ​ແອມ​ໂມ​ເນຍ​ແຮ່​ທາດ​ໃນນ້ຳ  ຫລື ອື່ນໆ​ວ່າ​ເຫມາະ​ສົມ ຫລື ບໍ່, ຫາກ​ນ້ຳ​ທີ່​ໃຊ້​ເປັນ​ກົດ​ຈະ​ຕ້ອງ​ໃສ່​ປູນ​ຂາວ​ເພື່ອ​ປັບສະ­ພາບ​ນ້ຳ ແລະ ກວດ​ວັດຄວາມ​ເປັນ​ກົດ​ດ່າງ​ຂອງ​ນ້ຳ​ອີກ​ຄັ້ງ​ຫນຶ່ງ ແລະ ພັກ​ນ້ຳ​ດັ່ງ­ກ່າວໄວ້​ກ່ອນ​ທີ່​ຈະ​ນຳ​ມາ​ລ້ຽງ​ກົບ,  ສ່ວນ​ແຫລ່ງ​ນ້ຳ​ສາ­ທາ­ລະ­ນະ ເຊິ່່ງ​ຄຸນ​ນະ​ພາບ​ຂອງ​ນ້ຳ​ອາດ​ຈະ ບໍ່​ສະ​ຫມ່ຳ​ສະ­ເຫມີ ຫລື ປົນ ເປື້ອນ​ສານ​ເຄ​ມີ​ທີ່​ໃຊ້​ໃນ​ການ ກະ­ເສດ, ດັ່ງ­ນັ້ນຄວນ​ພິ​ຈາ­ລະນາ​ຖ້າ​ຈະ​ນຳ​ມາ​ໃຊ້​ຄວນ​ຈະເກັບ​ຂັງ​ໄວ້​ກ່ອນ, ຫາກ​ນ້ຳ​ທີ່ໃຊ້​ເປັນ​ນ້ຳ​ບາ​ດານ​ຄວນ​ຜ່ານການ​ກັ່ນ​ຕອງ ແລະພັກ​ໄວ້ກ່ອນ​ນຳ​ມາ​ໃຊ້​ແຕ່​ບາງ​ບ່ອນທີ່​ມີ​ຄຸນ​ນະ​ພາບ​ດີ​ກໍ່​ນຳ​ມາ​ໃຊ້ລ້ຽງ​ກົບ​ຮຸ່ນໆ​ໄດ້​ເລີຍ​ເຊັ່ນດຽວ​ກັນ.
     ສ່ວນ​ການ​ລ້ຽງ​ກົບ​ກໍ່​ມີ​ທັງຂໍ້​ດີ ແລະ ຂໍ້​ເສຍ​ເຊັ່ນ​ດຽວ​ກັນຄື: ສາ­ມາດ​ລ້ຽງ​ໄດ້​ໃນ​ບໍ­ລິ­ເວນເຮືອນ ຫລື ພຶ້ນ​ທີ່​ທົ່ງ​ໄຮ່​ທົ່ງ​ນາໄດ້,   ບໍ່​ຊີ­ມັງ​ຈະ​ມີ​ອາ­ຍຸ​ການ​ໃຊ້ງານ​ໃຊ້​ໄດ້​ດົນ​ກວ່າ​ແບບ​ອື່ນ, ປ່ຽນ​ຖ່າຍ​ນ້ຳ​ໄດ້​ງ່າຍ ແລະ ສະດວກ​ວ່ອງ­ໄວ, ໃຫ້​ອາ­ຫານ​ງ່າຍບໍ່​ສິ້ນ​ເປືອງ​ຫົວ­ອາ­ຫານ, ການ ຮັກ­ສາ​ກໍ່​ງ່າຍ ແລະ ສາ­ມາດຈັບ​ຂາຍ​ໄດ້​ສະ­ດວກ, ແຕ່​ຄຽງຄູ່​ກັບ​ດ້ານ​ດີ​ກໍ່​ຍັງ​ປາ­ສະ­ຈາກ​ຈຸດເສຍ​ບໍ່​ໄດ້​ເປັນ­ຕົ້ນ​ແມ່ນ​ການລົງ­ທຶນ​ຄັ້ງ​ທຳ​ອິດ​ສູງ​ກວ່າ​ແບບອື່ນໆ​ຫລາຍ ແລະ ກົບ​ຈະ​ມີ​ກິ່ນເຫມັນ​ອັບ ຫລື ມີ​ກິ່ນ​ປູນ (ຊີ­ມັງ) ຕິດ​ຕົວ​ມາ​ດ້ວຍ, ພ້ອມ​ທັງ​ກົບ​ຈະຂາດ​ຄວາມ​ເປັນ​ທຳ​ມະ​ຊາດ​ເລັກນ້ອຍ ແລະ ຖ້າ​ຫາກ​ເຮັດ​ຂອບ​ບໍ່​ບໍ່​ລຽບ​ມັກ​ເກີດ​ບັນ­ຫາ​ໂລກ​ກົບເປັນ​ບາດ­ແຜ​ຈາກ​ການ​ໂດດ​ຕຳຝາ.

Free Web Hosting