ຢູ່​ບ້ານ​ເຮົາ​ການ​ລ້ຽງ­ສັດປີກ​ແມ່ນ​ມີ​ການ​ນິ­ຍົມ​ກັນ​ລ້ຽງ​ຢ່າງແພ່​ຫລາຍ​ບໍ່​ວ່າ​ຢູ່​ໃນ​ຕົວ​ເມືອງ ຫລື ຊົນ­ນະ­ບົດ ເຊິ່ງ​ໃນ​ນັ້ນ​ເປັດ​ກໍ່ເປັນ​ສັດ​ປີກ​ຊະ­ນິດ​ຫນຶ່ງ​ທີ່​ລ້ຽງງ່າຍ ແລະ ມີ​ຄວາມ​ຕ້ານ­ທານ​ພະຍາດ ແລະ ດິນ​ຟ້າ​ອາ­ກາດ​ໄດ້​ດີ. ເປັດ​ມີ​ລົດ​ຊາດ​ແຊບ ສາ­ມາດ​ສະຫນອງ​ອາ­ຫານ​ໃຫ້​ແກ່​ຄອບ­ຄົວ ແລະ ຂາຍ​ໄດ້​ຊາວ​ກະ­ສິ­ກອນ​ສ່ວນຫລາຍ​ຖ້າ​ເຮັດ​ການ​ປູກ­ຝັງກໍ່​ຕ້ອງລ້ຽງ­ສັດ​ໄປ​ພ້ອມໆ​ກັນ​ເປັດ​ນອກຈາກ​ຈະ​ໃຫ້​ຊີ້ນ ແລະ ໄຂ່​ເປັນ​ອາຫານ​ແລ້ວ ສ່ວນ​ມູນ​ເປັດ​ກໍ່​ຍັງ​ເປັນຝຸ່ນ​ເພື່ອ​ໄປ​ໃສ່​ຕົ້ນ­ໄມ້, ສວນ​ຜັກ ແລະ ນາ​ເຂົ້າ. ເປັດ​ຈະ​ແຂງ­ແຮງ ເມື່ອ​ໄດ້​ກິນ​ຢາ­ພື້ນ­ເມືອງ ແລະ ສັກຢາ​ປ້ອງ​ກັນ​ເປັນ​ປະ­ຈໍາ.

# ຖ້າ​ເຮົາ​ລ້ຽງ​ເປັດ​ຖືກ­ຕ້ອງເຮົາ​ກໍ່​ຈະ​ໄດ້​ໄຂ່ ແລະ ສາ­ມາດ​ເປັນລາຍ​ຮັບ​ແກ່​ຄອບ­ຄົວ​ເຮົາ​ໄດ້.
# ເປັດ​ຕ້ອງ­ການໆ​ເອົາ­ໃຈ­ໃສ່ ເບິ່ງ­ແຍງ​ພຽງ​ຫນ້ອຍ​ດຽວ​ກໍ່​ຈະໃຫ້​ເຮົາ​ໄດ້​ບໍ­ລິ­ໂພກ, ໄດ້​ຂາຍ​ລໍາບາກ​ພຽງ​ເລັກ​ນ້ອຍ ແຕ່​ມີ​ຜົນ​ຜະ ລິດ​ເກີນ​ຄາດ​ກໍ່​ເປັນ​ສິ່ງ​ທີ່​ຊາວ​ກະສິ​ກອນ​ຄວນ​ລອງ.
ການ​ລ້ຽງ​ເປັດ​ຈະ​ປະ­ສົບ​ຜົນສໍາ­ເລັດ​ໄດ້​ຕ້ອງ​ປະ­ກອບ​ດ້ວຍ 3 ປັດ​ໄຈ​ຄື:
1. ມີ​ແນວ​ພັນ​ທີ່​ດີ.
2. ມີ​ອາ­ຫານ​ທີ່​ດີ
ບັນ­ຈຸ​ທາດ​ຊີ້ນ, ທາດ​ແປ້ງ, ແຮ່ທາດ, ຫົວ​ແຮ່​ທາດ​ເສີມ ແລະ ວິຕາ​ມິນ.
(ອາ­ຫານ​ທີ່​ປະ­ກອບ​ດ້ວຍທາດ​ທັງ 4ຢ່າງ​ນີ້ເອີ້ນ​ວ່າ: “ຫົວອາ­ຫານ​ສໍາ­ເລັດ​ຮູບ”).
3. ມີ​ການ​ຈັດ­ການ​ທີ່​ດີ.
ຕ້ອງ​ມີ​ການ​ຄຸ້ມ​ຄອງ, ການປ້ອງ​ກັນ, ການ​ປິ່ນ­ປົວ ແລະ ການຕະ­ຫລາດ.
- ການ​ຄຸ້ມ​ຄອງ: ແມ່ນ​ການບໍ­ລິ­ຫານ​ວຽກ​ງານ​ຕ່າງໆ​ໃນ​ຄອກ ຫລື ຟາມ​ລ້ຽງ​ເປັດ​ໃຫ້​ໄດ້.
- ການ​ປ້ອງ​ກັນ ແລະ ປິ່ນ­ປົວ: ແມ່ນ​ການ​ເອົາ­ໃຈ­ໃສ່​ສັກ​ຢາ​ປ້ອງກັນ​ໃຫ້​ຖືກ​ເຕັກ­ນິກ ແລະ ເປັນ​ລະ ບົບ, ມີ​ການ​ຕິດ­ຕາມ​ທຸກໆ​ມື້ ແລະ ປິ່ນ­ປົວ​ໃຫ້​ທັນ​ເວ­ລາໃນ​ເວ­ລາ​ທີ່​ມີ​ເປັດ​ເປັນ​ພະ­ຍາດ​ໃນ​ເບື້ອງ​ຕົ້ນ.
- ການ​ຕະ­ຫລາດ: ຕ້ອງ​ມີ​ຕະຫລາດ​ຮອງ​ຮັບ ເພື່ອ​ຈໍາຫນ່າຍໃຫ້​ທັນ​ເວ­ລາ​ທີ່​ກໍາ­ນົດ​ໄວ້.
ການ​ຄັດ​ເລືອກ​ແນວ​ພັນ ແລະ ການ​ປະ­ສົມ​ພັນ.
- ເປັດ​ພັນ​ທີ່​ລ້ຽງ​ງ່າຍ, ກິນ​ອາຫານ​ບໍ່​ເລືອກ, ໃຫຍ່​ໄວ, ລູກ​ດົກ ແລະ ທົນ​ທານ​ຕໍ່​ພະ­ຍາດ.
- ເປັດ​ພໍ່​ພັນ​ທີ່​ຈະ​ນໍາ​ມາ​ປະ­ສົມ​ພັນ​ໄດ້​ຄວນ​ມີ​ອາ­ຍຸ 8ເດືອນ​ຂຶ້ນ​ໄປ ແລະ ມີ​ນ້ຳ­ຫນັກ​ຢ່າງ​ຫນ້ອຍ 3ກິ ໂລ.
- ອັດ­ຕາ​ການ​ປະ­ສົມ​ພັນ​ເປັດແມ່ນ​ພໍ່​ພັນ 2ໂຕ ຕໍ່​ແມ່​ພັນ 8-10ໂຕ.
- ເປັດ​ແມ່​ພັນ​ທີ່​ດີ​ຕ້ອງ​ມີ​ນ້ຳາຫນັກ​ຢ່າງ​ຫນ້ອຍ 2ກິ​ໂລ​ຂຶ້ນ​ໄປ, ໄຂ່​ຫລາຍ, ຟັກ​ໄຂ່​ແຕກ​ດີ ແລະ ລ້ຽງ​ລູກ​ເກ່ງ.
- ຫ້າມ​ບໍ່​ໃຫ້​ເປັດ​ໃນ​ສາຍ­ເລືອດດຽວ​ກັນ​ປະ­ສົມ​ພັນ​ກັນ​ຄື: ພໍ່ + ລູກ ຫລື ແມ່ + ລູກ ເຊິ່ງ​ຈະ​ເຮັດ​ໃຫ້ເລືອດ​ມີ​ຄວາມ​ໃກ້​ຄຽງ​ກັນ​ເປັດຈະ​ອ່ອນ­ແອ ແລະ ຕິດ­ເຊື້ອ​ພະ­ຍາດໄດ້​ງ່າຍ.
ພືດ​ຜັກ​ຊະນິດ​ຕ່າງໆ.
- ໃບ​ຫມາກຖົ່ວ​ຊະ­ນິດ​ຕ່າງໆ,ຜັກ​ສວນ​ຄົວ​ຕ່າງໆ​ເປັນ­ຕົ້ນ​ຜັກບັນ­ຈຸ​ວິ­ຕາ­ມິນ​ຫລາຍ​ຊະ­ນິດ ແລະ ແຮ່​ທາດ​ຊະ­ນິດ​ຕ່າງໆ​ເປັດ​ມີ ຄວາມ​ຕ້ອງ­ການ​ຫລາຍ ໂດຍ​ສະເພາະ​ແມ່ນ​ໃນ​ຍາມ​ແລ້ງ.
ການ​ເສີມ​ຫົວ​ແຮ່​ທາດ ແລະ ຫົວ​ວິ­ຕາ­ມິນ ເພື່ອ​ໃຫ້​ເປັດ​ຈະ­ເລີນເຕີບ​ໂຕ​ໄວ ແລະ ຕ້ານ­ທານ​ພະຍາດ​ໄດ້.
- ຫົວ​ແຮ່​ທາດ​ເສີມ​ແດ​ຣີ​ມີນ 1ບ່ວງ​ແກງຕໍ່​ນ້ຳ 1ຄຸ ໃຫ້​ເປັດກິນ​ເວ­ລາ​ເປັດ​ໄຂ່, ຟັກ​ໄຂ່ ແລະ ໃນເວ­ລາ​ອາ­ກາດ​ມີ​ການ​ປ່ຽນ­ແປງ.
- ວິ­ຕາ­ມິນ​ເອ​ເດັກ 162: 1ຝາ (ຝາ­ອັດ​ກ່ອງ) ຕໍ່​ນ້ໍາ 1ຄຸ ໃຫ້​ກິນ​ເວ­ລາ​ເປັດ​ເຫງົາ, ອາ­ກາດປ່ຽນ­ແປງ ສາ­ມາດ​ຜ່ອນ­ຄາຍ ຄວາມ​ຄຽດ​ເປັດ​ຈະ​ແຂງ­ແຮງ, ກິນ​ອາ­ຫານ​ໄດ້​ດີ ແລະ ໃຫຍ່​ໄວ (ມີ​ຂາຍ​ທົ່ວ​ໄປ​ຕາມ​ຮ້ານ​ຂາຍ​ຫົວ­ອາ­ຫານ​ສັດ).
ວິ­ທີ​ໃຫ້​ນ້ໍາ ແລະ ອາ­ຫານ.
- ຮາງ​ນ້ໍາ​ຄວນ​ເຮັດ​ດ້ວຍ​ກົງລົດ​ຜ່າ​ເຄິ່ງ ຖ້າ​ແມ່ນ​ຊາມ​ຕ້ອງ​ຝັງ ດິນ.
- ຮາງ​ນ້ໍາ ແລະ ຮາງ​ອາ­ຫານຄວນ​ຢູ່​ຫ່າງ​ກັນ 2-3ແມັດ ແລະ ສູງ​ກວ່າ​ຫນ້າ­ດິນ 3ນິ້ວ​ມື ສາ­ມາດຍົກ ແລະ ຖອກ​ອອກ​ໄດ້ ເພື່ອ​ສະດວກ​ເວ­ລາ​ຖ່າຍ​ນ້ຳ.
- ຢ່າ​ລືມ​ປະ­ສົມ​ຍອດ​ວິ­ຕາ­ມິນ (ເອ​ເດັກ 126) ໃຫ້​ເປັດ​ກິນ​ປະຈໍາ ເຊິ່ງ​ມີ­ຫນ້າ​ທີ່​ຮັກ­ສາ​ອຸນ­ຫະ­ພູມຂອງ​ຮ່າງ­ກາຍ, ກະ​ຕຸ້ນ​ຂະ​ບວນການ​ແລກ­ປ່ຽນ​ທາດ, ການ​ດູດຊຶມ, ການ​ຖ່າຍ​ເທ ລວມ​ທັງ​ການຈະ­ເລີນ​ເຕີບ​ໂຕ​ຂອງ​ຮ່າງ­ກາຍ ແລະ ໃຫ້​ຜົນ​ຜະ­ລິດ​ສູງ​ອີກ​ດ້ວຍ, ເປັດ​ຈະ​ແຂງ­ແຮງ, ທົນ​ທານ​ຕໍ່​ພະຍາດ ແລະ ໃຫຍ່​ໄວ.
- ຫ້າມ​ບໍ່​ໃຫ້​ມີ​ນ້ຳ​ຂີ້­ສີກ ຫລື ນ້ຳ​ເປື້ອນ​ໃນ​ບໍ­ລິ­ເວນ​ລ້ຽງ​ເປັດ ໂດຍ​ເດັດ­ຂາດ.
ພະ­ຍາດ​ເປັດ, ການ​ປ້ອງ​ກັນ ແລະ ປິ່ນ­ປົວ.
ພະ­ຍາດ​ຕົ້ນ­ຕໍ​ທີ່​ມັກ​ເກີດ​ກັບເປັດ ແລະ ຕາຍ​ເປັນ​ຈໍາ­ນວນຫລວງ­ຫລາຍ ເຊິ່ງ​ສ້າງ​ຄວາມເສຍ​ຫາຍ​ໃຫ້​ແກ່​ຊາວ​ກະ­ສິ­ກອນ ໄດ້­ແກ່: ພະ­ຍາດ​ອະ­ຫິ​ວາ​ເປັດ ແລະ ອະ­ຫິ​ວາ​ສັດ​ປີກ.
- ອາ­ການ​ເປັດ​ເຫງົາ: ສ່ວນຫລາຍ​ເປັດ​ຈະ​ຕາຍ​ຢ່າງ​ກະ­ທັນຫັນ ໂດຍ​ບໍ່​ສະ­ແດງ​ອາ­ການ​ຢ່າງໃດ ແຕ່​ບາງ​ຄັ້ງ​ເປັດ​ຈະ​ສະ­ແດງ ອາ­ການ​ຄື: ຢືນ​ຂຶງ, ເຫງົາ, ຫລັບຕາ, ບໍ່​ກິນ​ອາ­ຫານ, ຂີ້­ຈວກ​ມີ​ສີຂາວ​ແກມ​ເລືອດ.
- ການ​ປິ່ນ­ປົວ: ໃຊ້​ຢາ​ຄຣໍ ແລມ 1ເມັດ ຕໍ່​ເປັດ​ໃຫຍ່ 1ໂຕ ກິນ​ພາຍ​ໃນ 3-5 ວັນ, ຖ້າ​ເປັນ​ແຮງໃຫ້​ສັກ​ຢາ​ອົກ​ຊີ​ເຕ​ຕຣາ​ຊິກ​ລີນ 1ເຊ​ເຊ ຕໍ່​ເປັດ​ຜູ້​ໃຫຍ່ 1ໂຕ ແລະ 0,5 ເຊ​ເຊ ຕໍ່​ເປັດ​ແມ່ 1 ໂຕ.
- ເປັດ​ທີ່​ບໍ່​ສະ­ແດງ​ອາ­ການ​ຢູ່ໃນ​ຄອກ​ໃຫ້​ໃຊ້​ຢາເຕ​ຕຣາ​ຊິກ​ລິນ ຊະ­ນິດ​ຝຸ່ນ​ປະ­ສົມ​ນ້ຳ​ໃຫ້​ກິນ​ໃນ​ອັດຕາ 1 ຊອງ ຕໍ່​ນ້ໍາ 10 ລິດ ຫລື 2 ກຣາມ​ຕໍ່​ນ້ຳ 1ລິດ ພາຍ​ໃນ 5 ມື້.
      ຖ້າ​ບໍ່​ມີ​ຢາ​ຫລວງ ເປັດ​ເຫງົາ, ຂີ້​ຂາວ, ບໍ່​ກິນ​ອາ­ຫານ ໃຫ້​ຍອດຫຍ້າ​ຝຣັ່ງ (ຫຍ້າ​ຂິວ) ຫລາຍ​ພໍ­ປະ­ມານ​ຄັ້ນ​ປະ­ສົມ​ໃສ່​ນ້ຳ​ເຄິ່ງ​ລິດ ແລ້ວ​ຕອງ​ເອົາ​ແຕ່​ນ້ຳ​ໃຫ້​ເປັດ​ກິນພາຍ​ໃນ 1-3 ມື້ ເປັດ​ຈະ​ຫາຍ ເປັນ​ປົກ­ກະ­ຕິ.

 


ການ​ປ້ອງ​ກັນ​ພະ­ຍາດ​ເປັດ.       
1. ວັກ​ຊິນ​ອະ­ຫິ​ວາ​ເປັດ.
- ອາ­ຍຸ 3ອາ­ທິດ​ຂຶ້ນ​ໄປໃຫ້ສັກ​ຢາ​ອະ­ຫິ​ວາ​ເປັດ 1ເຊ​ເຊ ສັກໃສ່​ກ້າມ­ຊີ້ນ​ກົກ​ປີກ ຫລື ກ້າມ​ຂາ.
- ອາ­ຍຸ 3-4ເດືອນ ໃຫ້​ສັກ​ອີກ 1ເຊ​ເຊ ກຸ້ມ​ໄດ້ 6ເດືອນ.
- ສັກ​ເປັນ​ປະ­ຈຳ​ທຸກໆ 6ເດືອນ.
ວັກ​ຊິນ​ອະ­ຫິ​ວາ​ສັດ​ປີກ.
- ອາ­ຍຸ 6ອາ­ທິດ​ຂຶ້ນ​ໄປ ໃຫ້​ສັກ 1ເຊ​ເຊ ສັກ​ໃສ່​ຫລືບ​ຫນັງ ແລະ ສັກ​ເປັນ​ປະ­ຈຳ​ໃນ​ທຸກໆ 3ເດືອນ.
ຄວນ​ອະ­ນາ­ໄມ​ຄອກ​ເປັດ​ເປັນ ປະ­ຈຳ ເມື່ອ​ສັງ­ເກດ​ເຫັນ​ວ່າ​ຄອກ ເປື້ອນ ແລະ ຢ່າງ​ຫນ້ອຍ ເດືອນ​ລະ​ຄັ້ງ​ລະ­ວັງ​ຢ່າ​ນຳ​ເປັດ​ໄກ່ ທີ່​ບໍ່​ຮູ້​ທີ່​ມາ ຫລື ເປັນ​ພະ­ຍາດ​ເຂົ້າ​ມາ​ໃນ​ຄອກ​ເປັດ​ຂອງ​ທ່ານ​ໂດຍ ເດັດ­ຂາດ.
ການ​ຟັກ​ໄຂ່ ແລະ ການ​ອະ­ນຸ ບານ​ເປັດ​ນ້ອຍ.
- ວາງ​ຮາງ​ໄຂ່ ໄວ້​ບ່ອນ​ສອກ ຫລີກ, ມືດ​ເລັກ​ນ້ອຍ ແລະ ຮອງ​ດ້ວຍ​ຂີ້​ຕອກ, ເຟືອງ ຫລື ຫຍ້າ​ແຫ້ງ​ອື່ນໆ.
-ໃຫ້​ເປັດ​ແມ່​ຟັກ​ໄຂ່ 15ຫນ່ວຍ​ຕໍ່​ຮັງ ເປັດ​ເທບ​ໃຊ້​ເວ­ລາ ຟັກ 25ວັນ, ເປັດ​ກາບ​ໃຊ້​ເວ­ລາ ຟັກ 25-30ວັນ.
- ເປັດ​ຄວນ​ໄດ້​ຫລິ້ນ​ນ້ຳ​ໃນ​ເວ­ລາ​ຟັກ​ໄຂ່.
- ເມື່ອ​ແມ່​ເປັດ​ຟັກ​ໄຂ່​ແຕກແລ້ວໃຫ້​ນຳ​ເອົາ​ຮອກ​ໄຂ່​ໄປ​ຕາກ­ແດດ​ຢ່າງ​ຫນ້ອຍ 3ແດດ ສ່ວນ​ວັດ ສະ​ດຸ​ຮອງ​ພື້ນ​ໃຫ້​ນຳ­ໄປ​ຈູດ​ຖິ້ມ.
- ປະ­ສົມ​ຢາ​ວິ­ຕາ­ມິນ (ໄວ​ຕາເອນ) ແລະ ຄຣໍ​ເຕ​ຕຣາ​ຊິກ​ລີນ ຫລື ຊັນ​ຟາ​ມິດ ໃຫ້​ເປັດ​ນ້ອຍ​ໄດ້ກິນ​ຕະ­ຫລອດ​ໄລ­ຍະ 15ວັນ ທຳ​ອິດ.
- ໃຫ້​ຫົວ­ອາ­ຫານໄລ­ຍະ 21-30ວັນ ຖ້າ​ບໍ່​ມີ​ໃຫ້​ໃຊ້​ຂີ້​ກະເດືອນ, ປາ​ແກ້ວ, ຫອຍ (ຫນຶ້ງ) ຂອຍ​ປະ­ສົມ​ຮຳ ແລະ ເຂົ້າ­ປຽນ ຖ້າ​ຢາກ​ເກັບ​ໄວ້​ດົນໃຫ້​ຫນຶ້ງ ແລະ ຕາກ­ແດດ​ໃຫ້​ແຫ້ງ​ດີ, ເກັບໄວ້​ບ່ອນ​ທີ່​ແຫ້ງ​ສາ­ມາດ​ເກັບ​ໄວ້ໄດ້​ເຖິງ 6ເດືອນ ສ່ວນ​ເປືອກ ຫອຍ​ແມ່ນ​ທຸບ​ໃຫ້​ມຸ່ນໆ​ກ່ອນ ແລະ ໃຫ້​ກິນ​ຈົນ​ເປັດ​ອາ­ຍຸ​ໄດ້ 3 ເດືອນ.
ຂໍ້​ຄວນ​ລະ­ວັງ:ໃຫ້​ເປັດ​ນ້ອຍໄດ້​ຮັບ​ຄວາມ​ອົບ​ອຸ່ນ​ຢ່າງ​ພຽງພໍ​ໃນ​ໄລ­ຍະ 10-15 ວັນ ຫ້າມບໍ່​ໃຫ້​ເປັດ​ນ້ອຍ​ຫລິ້ນ​ນ້ຳ​ຫລາຍຈະ​ເຮັດ​ໃຫ້​ເປັດ​ເປັນ​ປອດ​ບວມ.
ເຮັດ​ແນວ­ໃດ​ຈິ່ງ​ຈະ​ລ້ຽງ​ເປັດໃຫ້​ເປັນ​ສິນ­ຄ້າ​ໄດ້?
ຄອກ​ເປັດ​ຕ້ອງ​ເຮັດ​ເປັນ​ລ໋ອກ, ລ໋ອກ​ລະ 10 ໂຕ ແລະ ບໍ່​ໃຫ້ເປັດ​ເຄື່ອນ​ເຫນັງ​ຫລາຍ​ເພາະຈະ​ເປັນ​ການ​ສິ້ນ​ເປືອງ​ພະ­ລັງງານ ເປັດ​ຈະ​ກິນ​ຫລາຍ ແລະ ນານ​ໃຫຍ່.
ວິ­ທີ​ການ​ລ້ຽງ.
- ເປັດ 1-3ອາ­ທິດ ໃຫ້​ເກືອຫົວ­ອາ­ຫານ​ສົດ.
- ເປັດ 4-5ອາ­ທິດ ໃຫ້​ເກືອຫົວ­ອາ­ຫານ​ປົນ​ຮຳອັດ­ຕາຮຳ 1ຖ້ວຍ, ຫົວ­ອາ­ຫານ 2ຖ້ວຍ.
- ເປັດ 6-7  ອາ­ທິດ ໃຫ້​ເກືອຫົວ­ອາ­ຫານ​ປົນ​ຮຳ​ເຄິ່ງ​ຕໍ່​ເຄິ່ງ.
- ອາ­ທິດ​ທີ 8ໃຫ້​ເກືອ​ຫົວ​ອາຫານ​ສົດ ແລະ ຂາຍ​ອອກ​ຫມົດຄອກ​ເລີຍ.
2. ການ​ນຳ​ໃຊ້​ຫົວ­ອາ­ຫານ.
- ໃຫ້​ຫົວ­ອາ­ຫານ​ຫມູ​ລາ­ຄາ​ຖືກ ກວ່າ ແລະ ເປັດ​ຈະ​ໃຫຍ່​ໄວ.
-ຖ້າ​ໃຊ້​ຫົວ­ອາ­ຫານ​ລາວ​ກໍ່​ໃຫ້​ໃຊ້​ແຕ່​ຫົວ­ອາ­ຫານ​ລາວ​ຕະ ຫລອດ.
- ຖ້າ​ເກືອ​ສັບ​ກັນ​ກັບ​ຫົວ​ອາ ຫານ​ໄທ ເປັດ​ຈະ​ໃຫຍ່​ຊ້າ ແລະ ມັກ​ຕີ​ກັນ.
- ຫົວ­ອາ­ຫານ​ໄທ 1ເປົາ (ເບີ 441) ຕໍ່​ເປັດ 10ໂຕ ສາ­ມາດ​ກຸ້ມ​ໄດ້ 8ອາ­ທິດ.
- ໃຫ້​ອາ­ຫານ​ເປັນ​ປະ­ຈຳ, ບໍ່ ໃຫ້​ປົນ​ນ້ຳ ແລະ ປ່ຽນ​ນ້ຳ​ເລື້ອຍໆ ເປັດ​ຈະ​ໄດ້​ກິນ​ນ້ຳ​ສະ­ອາດ ແລະ ໃຫຍ່​ໄວ.
ການ​ນຳ​ໃຊ້​ນ້ຳ​ສະ­ກັດ​ຊີ­ວະພາບ​ຈາກ​ຢາ­ພື້ນ­ເມືອງ.
1. ຊອຍ​ຜັກ​ຊະ­ນິດ​ຕ່າງໆ​ໃຫ້ມຸ່ນ​ໃນ​ຂະ­ຫນາດ​ເທົ່າ​ກັນຖ້າ​ເປັນຜັກ​ຂະ, ເຄືອ​ເຂົາ­ຮໍ, ໃບ​ກະ­ເດົາ, ໃບ​ຂີ້­ເຫລັກ ແລະ ໃບ​ກະ­ຖິນ​ຍິ່ງ​ດີ.
2. ຜັກ ຫລື ສະ​ຫມຸນ​ໄພ​ຕ່າງໆ 3ກິ​ໂລ ປະ­ສົມ​ກັບ​ກາກ​ນ້ຳ­ຕານ ຫລື ນ້ຳ­ອ້ອຍ 1ລິດ ແລ້ວ​ຫມັກໄວ້​ໃນ​ຖັງ​ທີ່​ມີ​ຝາ​ປິດ​ເປັນ​ຢ່າງ​ດີຫມັກ​ໄວ້​ຢ່າງ​ຫນ້ອຍ 7ມື້ (ຫລາຍ​ກວ່າ​ນີ້​ຍິ່ງ​ດີ) ແລ້ວ​ຕອງເອົາ​ນ້ຳ​ຫົວ​ເຊື້ອ.
3. ກາກ​ນ້ຳ­ຕານ ຫລື ນ້ຳ­ອ້ອຍ 1ລິດ ປະ­ສົມ​ກັບ​ນ້ຳ 10ລິດ ແລະ ນ້ຳ​ຫົວ​ເຊື້ອ​ດັ່ງ­ກ່າວ 1ລິດ ໃສ່​ຖັງ​ປິດ​ຝາ​ໄວ້​ໃຫ້​ແຈບ​ດີ ແລະ ປະ​ໄວ້​ຢ່າງ​ຫນ້ອຍ 3ມື້ (ຫລາຍ​ກວ່າ​ນີ້​ຍິ່ງ​ເປັນ​ການ​ດີ) ຈະ​ໄດ້​ນ້ຳ​ສະ­ກັດ​ຊີ­ວະ​ພາບ.
4. ເອົາ​ນ້ຳ​ສະ­ກັດ​ຊີ­ວະ​ພາບດັ່ງ­ກ່າວ 1ບ່ວງ​ແກງຕໍ່​ນ້ຳ 1ລິດ ໃຫ້​ເປັດ​ກິນ ຫລື ປົນອາ­ຫານ​ທຸກໆ​ມື້​ຈະ​ຊ່ວຍ​ໃຫ້​ເປັດກິນ​ອາ­ຫານ​ດີ, ແຂງ­ແຮງ, ໃຫຍ່ໄວ ແລະ ປ້ອງ​ກັນ​ພະ­ຍາດ​ໄດ້ອີກ​ດ້ວຍ.
ນ້ຳ​ສະ­ກັດ​ຊີ­ວະ​ພາບ​ສາ­ມາດຂັບ​ໄລ່​ແມງ­ໄມ້ ແລະ ດັບ​ກິ່ນ​ໄດ້​ດີ.
- ນ້ຳ​ສະ­ກັດ​ຊີ­ວະ​ພາບ​ປະ­ສົມກັບ​ນ້ຳ ສີດ ຫລື ຫົດ ພື້ນ​ຄອກທີ່​ປູ​ດ້ວຍ​ແກບອາ­ທິດ​ລະ​ຄັ້ງ ເພື່ອຂ້າ​ເຊື້ອ ແລະ ດັບ​ກິ່ນ.
- ແກບ​ຢູ່​ພື້ນ​ສາ­ມາດ​ນຳ­ໄປເຮັດ​ຝຸ່ນ​ບົ່ມ ຫລື ໃສ່​ຜົນ­ລະ­ປູກຊະ­ນິດ​ຕ່າງໆ​ໄດ້.
- ໃນ​ປີ​ຫນຶ່ງ​ບໍ່​ຄວນ​ລ້ຽງ​ເປັດໃສ່​ຄອກ​ດັ່ງ­ກ່າວຢ່າງ​ຫນ້ອຍ 3-4ອາ­ທິດ ເພື່ອ​ທຳ​ການ​ຂ້າ​ເຊື້ອ.
ຂັບ​ໄລ່​ແມງ­ໄມ້​ກິນ​ພືດ​ຜັກ​ໄດ້.

 

 

Free Web Hosting