ກຸ້ງ ຈະ​ປະ­ສົມ​ພັນ​ພາຍ​ໃນ ໂດຍ​ເພດ​ແມ່​ຈະ​ມີ​ໄຂ່​ຂະ­ຫນາດ​ນ້ອຍໆ​ຢູ່​ໃນ​ບໍ­ລິ­ເວນ​ຫົວ ແລະ ເມື່ອ​ໄດ້​ປະ­ສົມ​ພັນ​ແລ້ວ​ຈະ​ເຄື່ອນ​ຍ້າຍ​ມາ​ຢູ່​ບໍ­ລິ­ເວນ​ທ້ອງ ຈົນ​ກວ່າ​ໄຂ່​ຈະ​ແກ່ ເຮົາ​ສາ­ມາດ​ເບິ່ງ​ເຫັນ​ໄດ້​ດ້ວຍ​ຕາ​ເປົ່າ ຖ້າ​ໄຂ່​ເປັນ​ສີ­ຂຽວ​ເຂັ້ມ​ຈົນ​ກາຍ­ເປັນ​ສີ​ເທົາ​ສະ­ແດງ​ວ່າ​ໄຂ່​ແກ່ ແລະ ຈະ­ເລີນ​ເຕີບ​ໂຕ​ໄດ້​ດີ​ໃນ​ນ້ຳ​ຂຸ່ນ, ກຸ້ງ​ຈະ​ມັກ​ນ້ຳ​ມີ​ສີ­ຂຽວ​ທີ່​ມີ​ໄຮ​ແດງ ແລະ ວາງ​ໄຂ່​ລູກ​ກຸ້ງ​ເຊິ່ງ​ລູກ​ກຸ້ງ​ຈະ​ລອຍ­ນ້ຳ​ໃນ​ແນວ​ດິ່ງ.
ການ​ລ້ຽງ​ກຸ້ງ­ຝອຍ ເຮົາ​ສາ­ມາດ​ລ້ຽງ​ໄດ້​ຫລາຍ​ວິ­ທີ ໂດຍ​ສະ­ເພາະ​ແມ່ນ ການ​ຂຸດ​ເຮັດ​ບໍ່​ລ້ຽງ ຫລື ລ້ຽງ​ໃນ​ບໍ່​ພລາ​ສ​ຕິກ​ກໍ່​ໄດ້, ແຕ່​ມື້­ນີ້​ຈະ​ແນະ­ນຳ ການ​ລ້ຽງ​ກຸ້ງ­ຝອຍ​ໃນ​ບໍ່​ດິນ ເຊິ່ງ​ສາ­ມາດ​ເຮັດ​ເປັນ​ບໍ່​ຂະ­ຫນາດ 1 ງານ ຫລື ປະ­ມານ 0,5 ໄລ່, ແຕ່​ຖ້າ​ຂຸດ​ຂະ­ຫນາດ​ໃຫຍ່​ເກີນ​ໄປ​ຈະ​ເຮັດ​ໃຫ້­ການ​ເບິ່ງ­ແຍງ​ບໍ່​ທົ່ວ​ເຖິງ, ສ່ວນ​ຄວາມ​ເລິກ​ຂອງ​ບໍ່​ກໍ່​ປະ­ມານ 1,5 ແມັດ ແລະ ໃສ່​ນ້ຳ​ສູງ​ປະ­ມານ 1 ແມັດ,
ສຳ­ລັບ ການ​ລ້ຽງ​ກຸ້ງ​ສິ່ງ​ສຳ­ຄັນ​ໃນ​ການ​ລ້ຽງ​ກໍ່​ຄື​ການ​ປ້ອງ​ກັນ​ສັດ­ຕູ ເພື່ອ​ບໍ່​ໃຫ້​ເຂົ້າ​ມາ​ທຳ­ລາຍ ສະ­ນັ້ນ ຄວນ​ໃຫ້​ບໍ­ລິ­ເວນ​ອ້ອມ​ບໍ່​ຕ້ອງ​ໂລ່ງ ເພື່ອ​ບໍ່​ໃຫ້​ເປັນ​ທີ່­ຢູ່​ອາ­ໄສ​ຂອງ​ກົບ, ຂຽດ ແລະ ງູ​ທີ່​ຈະ​ລົງ​ມາ​ກິນ​ກຸ້ງ​ໃນ​ບໍ່​ລ້ຽງ, ນອກ​ນັ້ນ ໃນ​ບໍ່​ລ້ຽງ​ຕ້ອງ​ມີ​ການ​ກຳ­ຈັດ​ປາ​ທີ່​ເປັນ​ສັດ­ຕູ​ຄື​ກັນ​ເຊັ່ນ: ປາ­ຄໍ່ ແລະ ປາ­ດຸກ ເຊິ່ງ​ສັດ​ພວກ​ນີ້ ຈັດ​ເປັນ​ສັດ­ຕູ​ຂອງ​ກຸ້ງ ແລະ ຈຳ­ເປັນ​ຫລາຍ​ທີ່​ຈະ​ຕ້ອງ​ດຳ­ເນີນ​ການ​ຫາ​ທາງ​ປ້ອງ​ກັນ​ໄວ້ ໂດຍ ບໍ­ລິ­ເວນ​ອ້ອມ​ຮອບ​ບໍ່​ຄວນ​ລ້ອມ​ດ້ວຍ​ຕາ​ຂ່າຍ​ຕາ​ຖີ່ໆ.
      ຢ່າງ­ໃດ​ກໍ່​ຕາມ ໃນ​ໄລ­ຍະ​ຂອງ​ການ​ລ້ຽງ​ກຸ້ງ​ຍັງ​ຈະ​ພົບ​ສັດ­ຕູ​ຊະ­ນິດ​ອື່ນໆ​ອີກ​ຢ່າງ​ຫລວງ­ຫລາຍ, ສະ­ນັ້ນ ກ່ອນ​ຈະ​ປ່ອຍ​ພໍ່-ແມ່​ກຸ້ງ ຄວນ​ໃຊ້​ນ້ຳ­ມັນ​ດີ­ກາ​ຊວນ​ຖອກ​ລົງ​ໃນ​ບໍ່​ເພື່ອ​ກຳ­ຈັດ​ແມງ­ໄມ້​ຕ່າງໆ ຫລື ຈະ​ກວດ​ເອົາ​ແມງ­ໄມ້​ຂຶ້ນ​ມາ​ກ່ອນ​ເພື່ອ​ເປັນ​ການ​ກຳ­ຈັດ​ສັດ​ຂອງ​ລູກ​ກຸ້ງ​ຈະ​ດີ​ທີ່​ສຸດ.
      ຈາກ​ນັ້ນ ໃນ​ການ​ກຽມ​ບໍ່​ລ້ຽງ​ໂດຍ​ເລີ່ມ​ຈາກ​ການ​ຫວ່ານ​ຝຸ່ນ​ຄອກ​ຈຳ­ນວນ 150-200 ກິ​ໂລກ​ຣາມ, ພ້ອມ​ທັງ ຮຳ​ອ່ອນ 30ກິ​ໂລກ​ຣາມ ແລ້ວ​ໃສ່​ນ້ຳ​ສູງ 30-50ຊັງ​ຕີ​ແມັດ ເມື່ອ​ເກີດ​ໄຮ​ແດງ ແລະ ໂລ​ຕິ​ເຟີ​ຈຳ­ນວນ​ຫລາຍ​ທີ່​ສາ­ມາດ​ເປັນ​ອາ­ຫານ​ໃຫ້​ແກ່​ກຸ້ງ​ແລ້ວ ຕ້ອງ​ສັງ­ເກດ​ສີ­ນ້ຳ​ວ່າ​ເລີ່ມ​ເປັນ​ສີ­ຂຽວ ຈາກ​ນັ້ນ​ກໍ່​ໃຫ້​ນຳ​ເອົາ​ພໍ່-ແມ່​ພັນ​ກຸ້ງ​ໃສ່​ລົງ​ໄປ​ຈຳ­ນວນ 4-5 ກິ​ໂລກ​ຣາມ.
      ສ່ວນ​ພໍ່-ແມ່​ພັນ​ກຸ້ງ­ຝອຍ ທີ່​ນຳ​ມາ​ລ້ຽງ​ໃນ​ບໍ່​ຄວນ​ຄັດ​ເອົາ​ຂະ­ຫນາດ​ໂຕ​ໃຫຍ່ ແລະ ຂະ­ຫນາດ​ໃກ້​ຄຽງ​ກັນ ໂດຍ​ສາ­ມາດ​ຄັດ​ໄດ້​ທຸກ​ລະ­ດູ​ການ, ຖ້າ​ເປັນ​ຊ່ວງ​ລະ­ດູ​ຮ້ອນ​ຈະ​ເປັນ​ການ​ດີ ເພາະ​ກຸ້ງ­ຝອຍ​ຈະ​ຂະ­ຫຍາຍ​ພັນ​ໄດ້​ໄວ້​ໃນ​ລະ­ດູ­ຝົນ, ສ່ວນ​ເຕັກ­ນິກ​ໃນ​ການ​ເລ່ງ​ໃຫ້​ກຸ້ງ​ວາງ​ໄຂ່ ແລະ ສາ­ມາດ​ສັງ­ເກດ​ໄດ້​ວ່າ​ກຸ້ງ​ວາງ​ໄຂ່ ຫລື ບໍ່ ໃຫ້​ນຳ​ເອົາ​ສາຍ​ຢ່າງ​ນ້ຳ​ປະ­ປາ​ມາ​ເປີດ​ລົງ​ໃນ​ບໍ່ ໂດຍ​ການ​ເປີດ​ແຮງໆ ປະ­ມານ 10-20 ນາ­ທີ ເພາະ ກຸ້ງ​ມັກ​ຫລີ້ນ​ນ້ຳ​ໄຫລ ແລ້ວ​ຈະ​ດິດ​ຕົວ​ເຮັດ​ໃຫ້​ໄຂ່​ຕົກ­ລົງ​ມາ (ທຳ​ມະ​ຊາດ​ຂອງ​ກຸ້ງ​ນ້ຳ​ນິ້ງ​ກຸ້ງ​ຈະ​ບໍ່​ວາງ​ໄຂ່).
      ສ່ວນ​ອາ­ຫານ​ໃນ​ການ​ລ້ຽງ​ກຸ້ງ­ຝອຍ ແມ່ນ​ຈະ​ໃຊ້​ຮຳ​ອ່ອນ​ລະ­ອຽດ ແລະ ປາ​ປົ່ນ​ປະ­ສົມ​ເຂົ້າ­ກັນ​ໃນ​ປະ­ລິ­ມານ 3 ຕໍ່ 1 (ຮຳ​ອ່ອນ 3 ສ່ວນ​ຕໍ່​ປາ​ປົ່ນ 1 ສ່ວນ) ໂດຍ​ຈາກ​ການ​ສຶກ​ສາ​ໃນ​ຕູ້​ລ້ຽງ​ພົບ​ວ່າ​ກຸ້ງ​ສາ­ມາດ​ແພ່​ພັນ​ໄດ້​ດີ ແລະ ມີ​ປະ­ລິ­ມານ​ຜົນ​ໄດ້​ຮັບ​ສູງ​ທີ່​ລວມ​ທັງ​ມີ​ການ​ໃສ່​ຝຸ່ນ​ຄອກ​ເສີມ​ບາງ​ໄລ­ຍະ ເພື່ອ​ສ້າງ​ນ້ຳ​ຂຽວ.
      ສຳ­ລັບ ໄລ­ຍະ​ເວ­ລາ​ໃນ​ການ​ເພາະ​ລ້ຽງ​ກຸ້ງ­ຝອຍ​ນັ້ນ ຈາກ​ການ​ສຶກ​ສາ​ພົບ​ວ່າ ການ​ລ້ຽງ​ກຸ້ງ­ຝອຍ​ຫາກ​ສາ­ມາດ​ປ່ອຍ​ພໍ່-ແມ່​ພັນ​ໄດ້​ທຸກ​ເດືອນ​ທີ່​ພົບ​ວ່າ​ກຸ້ງ­ຝອຍ​ທີ່​ມີ​ໄຂ່​ແກ່​ບໍ­ລິ­ເວນ​ຊ່ອງ​ທ້ອງ ແລະ ເມື່ອ​ກຸ້ງ​ວາງ​ໄຂ່​ແລ້ວ​ຈະ​ປະ­ສົມ​ພັນ​ໄດ້​ຕໍ່​ໄປ ເມື່ອ​ລູກ​ກຸ້ງ​ນ້ອຍໆ ລ້ຽງ 3-4 ເດືອນ ຈະ​ໄດ້​ໂຕ​ກຸ້ງ​ທີ່​ເຕັມ​ໄວ​ສາ­ມາດ​ຕັກ​ຂາຍ​ໄດ້ ຫລື ຈະ​ຕັກ​ຂາຍ​ເມື່ອ​ເຫັນ​ວ່າ​ກຸ້ງ​ໃນ​ບໍ່​ລ້ຽງ​ມີ​ຈຳ­ນວນ​ຫລາຍ ເພາະ​ຫາກ​ກຸ້ງ​ມີ​ຈຳ­ນວນ​ຫລາຍ​ເກີນ​ໄປ​ຈະ​ເຮັດ​ໃຫ້​ກຸ້ງ​ບໍ່​ໃຫຍ່ ແລະ ຈະ​ກິນ​ກັນ​ເອງ​ໃນ​ລະ­ຫວ່າງ​ການ​ລອກ­ຄາບ.
      ນອກ­ຈາກ​ນີ້ ລະ­ຫວ່າງ​ການ​ລ້ຽງ​ອາດ​ຈະ​ມີ​ການ​ເພີ່ມ​ນ້ຳ ຫາກ​ພົບ​ວ່າ​ນ້ຳ​ໃນ​ບໍ່​ມີ​ປະ­ລິ­ມານ​ຫລຸດ​ລົງ​ໄປ ຫາກ​ນ້ຳ​ມີ​ຈຳ­ນວນ​ນ້ອຍ ຫລື ຕື້ນ​ກຸ້ງ​ຈະ​ໃຫຍ່​ຊ້າ ແລະ ໂຕ​ອ່ອນ­ແອ.

 

Free Web Hosting