Home / google

Categorry

ກູ​ເກິ​ລ (Google) ປ່ອຍ​ເວີ​ເຊິນ​ໃຫມ່​ຂອງ Chrome ອອກ​ມາ​ແລ້ວ
ໂດຍ​ໃນ​ເວີ​ເຊິນ​ນີ້​ເປັນ ຮຸ່ນ​ທີ່ 27 ແລ້ວ

ກູ​ເກິ​ລ (Google) ປ່ອຍ​ເວີ​ເຊິນ​ໃຫມ່​ຂອງ Chrome ອອກ​ມາ​ແລ້ວ ໂດຍ​ໃນ​ເວີ​ເຊິນ​ນີ້​ເປັນ ຮຸ່ນ​ທີ່ 27 ແລ້ວ ພ້ອມ​ເປີດ​ໃຫ້​ນຳ ໃຊ້​ໃນ​ລະ­ບົບ​ປະ­ຕິ­ບັດ​ການ Windows, Mac ແລະ Linux  ແຖມ​ຄວາມ​ໄວ​ຂອງ​ການ​ໂຫລດ​ຫນ້າ ເວັບ​ເຜດ​ຂຶ້ນ​ອີກ 5%. Google Chrome 27ຖືກ​ພັດ­ທະ­ນາ​ຂຶ້ນ​ເພື່ອ​ເພີ່ມ​ຄວາມ​ໄວ ຂອງ​ການ​ໂຫລດ​ຫນ້າ​ເວັບ​ເຜດ ໃຫ້​ໄວ​ຂຶ້ນ​ອີກ 5%ມີ​ການ​ພັດ­ທະ­ນາ​ໃນ​ສ່ວນ​ຂອງ Sync File System API ເພື່ອ​ການ​ເຮັດ ວຽກ​ຮ່ວມ​ກັບ Google Drive ແບບ Offline ຈັດ­ການ​ປິດ​ຊ່ອງ ວ່າງ​ຂອງ​ບຣາວ​ເຊີ​ອີກ 14ແຫ່ງອັບ​ເດດ​ລະ­ບົບ​ການ​ຈັດ​ອັນ​ດັບ ຂອງ​ຜົນ​ການ​ຄົ້ນ​ຫາ​ໄປ​ຈົນ​ເຖິງ​ອັບ​ເດດ Omnibox  ການ​ຄາດ ເດົາ​ຄຳ​ຄົ້ນ​ຫາ​ໃນ Address bar ບໍ່​ວ່າ​ຈະ​ເປັນ​ການ​ຄົ້ນ​ຫາ​ເວັບ​ໄຊ

ລາຍລະອຽດ »

ແອບພລິເຄເຊິນ ໂຄຣມ
ອັບເດດການຄົ້ນຫາງ່າຍ ແລະ ໄວຂຶ້ນ

ແອບພລິເຄເຊິນ ໂຄຣມ ອັບເດດການຄົ້ນຫາງ່າຍ ແລະ ໄວຂຶ້ນ

    ລາຍ​ງານ​ຂ່າວ​ຫລ້າ​ສຸດ​ຈາກບລ໋ອກ​ຢ່າງ​ເປັນ​ທາງ​ການ​ສຳລັບ​ບຣາວ​ເຊີ​ໂຄຣມ (Chrome) ຂອງ​ກູ​ເກິ​ລ (Google) ທີ່​ໄດ້ມີ​ການ​ອັບ​ເດດ​ແອບ​ພລິ​ເຄ​ເຊິນໃນ​ໄອ​ໂຟນ (iPhone) ເວີເຊິນ 25.0.1364.86 ເຊິ່ງນອກ­ຈາກ​ໃນ​ເວີ​ເຊິນ​ນີ້ ຜູ້​ໃຊ້​ຈະສາ­ມາດ​ກົດ​ປຸ່ມ Back ຄ້າງ ເພື່ອ​ເຂົ້າ​ເຖິງ history ຂອງແທັບ​ຕ່າງໆ​ໄດ້​ແລ້ວ​ມັນ​ຍັງເພີ່ມ​ຄວາມ​ງ່າຍ​ໃນ​ການ​ຄົ້ນ​ຫາດ້ວຍ search Google  ອີກ​ດ້ວຍ.    ອ້າງ​ອີງ​ຂໍ້​ມູນ​ຈາກ​ບລ໋ອກຢ່າງ​ເປັນ​ທາງ​ການ​ຂອງ​ໂຄຣມລະ­ບຸ​ວ່າ ຄຸນ​ລັກ­ສະ­ນະ​ການ​ຄົ້ນຫາ​ຂອງ​ແອບ​ບຣາວ​ເຊີ​ເວີ​ເຊິນໃຫມ່​່ທີ່​ເລີ່ມ​ເປີດ​ໃຫ້​ດາວ​ໂຫລດໃນ​ອາ­ທິດ​ນີ້

ລາຍລະອຽດ »

ກູເກິລ ກຽມບຸກອາຊີອາເວັນອອກສຽງໃຕ້
ແລະ ອາຟຣິກາກາງ-ໃຕ້

ກູເກິລ ກຽມບຸກອາຊີອາເວັນອອກສຽງໃຕ້ ແລະ ອາຟຣິກາກາງ-ໃຕ້

Wall Street Journal ສຳນັກ​ຂ່າວ​ຊື່​ດັງ​ໃນ​ຕ່າງປະ​ເທດ​ລາຍ​ງານ​ວ່າ ກູ​ເກິ​ລ (Google)​ ກຽ​ມພັດທະນາ​ລະບົບ​ອິ​ນ​ເຕີ​ເນັດ​​ບໍ່​ມີ​ສາຍ​ໃນປະ​ເທດ​ກຳລັງ​ພັດທະນາ​ໄດ້​ແກ່​ປະ​ເທດ​ໃນ​​ແຖບອາຊີ​ອາ​ເວັນອອກສຽງ​ໃຕ້ ​ແລະ ອາ​ຟຣິກາ​ກາງ-​ໃຕ້.      ຈາ​ກການ​ລາຍ​ງານ​ຂອງ​ສື່ຊື່​ດັງ​ລະບຸ​ວ່າ ກູ​ເກິ​ລກຽມ​ເຂົ້າ​ໂອ້​ລົມ​ກັບ​ບໍລິສັດ​ດ້ານ​ການ​ສື່ສານ ຕະຫລອດ​ຮອດ​ເຂົ້າ​ຫາລື​ກັບ​ຫນ່ວຍ​ງານ​ຂອງ​ລັດ​ໃນ​ຫລາຍ​ປະ​ເທດ ​ເພື່ອ​ແລກປ່ຽນ​ຄວາມ​ຄິດ​ເຫັນ ​ແລະ ຂໍອະນຸຍາດ​ໃຊ້​ຄື້ນຄວາ​ມຖີ່ທີ່​ໃຊ້​ສຳລັບ​ການ​ອອກ​ອາກາດ​ລາຍການ​ທາງ​ໂທລະພາບ​ເພື່ອ​ນຳ​ມາ​ເປັນ​ຊ່ອງ​ທາງ​ໃນ​ການ​ສົ່ງ​ສັນຍານ​ອິນ​ເຕີ​ເນັດ ຊ່ວຍ​ໃຫ້​ສັນຍານ​ສາມາດ​.

ລາຍລະອຽດ »

Chromebook  ຫນ້າ​ຈໍ​ສຳ­ຜັດ
ຫລື Chromebook Pixel
 

  ເມື່ອ​ທ້າຍ​ອາ­ທິດ​ແລ້ວ­ນີ້ ຫາ​ກໍ​ໍ່​ມີ​ລາຍ​ງານ​ຂ່າວ​ຂອງ​ກູ​ເກິ​ລ (Google) ທີ່​ກຽມ​ເປີດ​ຕົວ​ຮຸ່ນ ສຳ­ຜັດ (Touch Screen) ໃນ​ທ້າຍ​ປີ​ນີ້ ແຕ່​ປາ­ກົດ​ວ່າ ຕອນ​ເຊົ້າ Chromebook  ຫນ້າ​ຈໍ​ສຳ­ຜັດ ໄດ້​ເປີດ​ຕົວ​ເປັນ​ທີ່​ຮຽບ​ຮ້ອຍ​ແລ້ວ.  Chromebook  ຫນ້າ​ຈໍ​ສຳ­ຜັດ ຫລື Chromebook Pixel   ເປັນ​ຄອມ​ພິວ​ເຕີ​ໂນດ​ບຸກ​ໃນ​ອີກ​ເວີ​ເຊິນ​ຂອງ​ກູ​ເກິ​ລ​ມາ​ພ້ອມ​ກັບ​ຫນ້າ​ຈໍ​ຂະ­ຫນາດ 12,85ນິ້ວ ເຮັດ​ຈາກ Gorilla Glass 2ຄວາມ​ລະ­ອຽດ​ສູງ​ເຖິງ 2560 x 1700ພິກ​ເຊລ​ມີ​ຄວາມ​ຫນາ​ແຫນ້ນ​ຂອງ​ພິກ​ເຊລ 239ppi  ພາຍ​ໃນ​ບັນ­ຈຸ​ຄວາມ​ຫນ່ວຍ​ປະ­ມວນ​ຜົນ Intel Core i5 1.8 GHz  ຮ່ວມ​ກັບ Intel HD Graphics 4000, RAM, ຄວາມ​ຈຸ​ພາຍ​ໃນ 32GB, ມີ​ແປ້ນ​ພິມ​ເຮືອງ​ແສງ.

ລາຍລະອຽດ »

Google+ ສຳ­ລັບ​ການ​ນຳ​ໃຊ້​
ເທິງ​ຄອມ​ພິວ​ເຕີ​ຕັ້ງ​ໂຕະ ຫລື ເດ​ສ​ທ໋ອບ

ການ​ປ່ຽນ​ຮູບ​ແບບ Google+ ໃນ​ມື​ຖື​ເທື່ອ​ນີ້ ຈະ​ມີ​ຄວາມ​ຄ້າຍ­ຄື​ກັນ​ກັບ​ການ​ໃຊ້​ວຽກ​ໃນ​ເດ​ສ​ທ໋ອບ ເພື່ອ​ໃຫ້​ລູກ​ຄ້າ​ຮູ້­ສຶກ​ໄດ້​ວ່າ​ບໍ່​ວ່າ​ຈະ​ນຳ​ໃຊ້​ໃນ​ອຸ­ປະ­ກອນ​ໃດ​ກໍ່​ສາ­ມາດ​ເຂົ້າ​ເຖິງ​ຟັງ​ເຊິນ​ຕ່າງໆ​ທີ່​ຕ້ອງ­ການ​ໄດ້​ບໍ່​ຕ່າງ​ກັນ​ໂດຍ Google+ ໃນ​ມື​ຖື​ທີ່​ປ່ຽນ­ແປງ​ໄວ​ຈະ​ປະ­ກອບ​ດ້ວຍ​ຫນ້າ​ໂພຣ​ຟາຍລ໌ທີ່​ສາ­ມາດ​ເພີ່ມ​ເຂົ້າ​ໄປ​ໄດ້​ອີກ Cover (ຄ້າຍ­ຄື Timeline ຂອງ​ເຟດ​ບຸກ), ສ່ວນ​ຂອງ​ການ­ສະ­ແດງ​ຂໍ້​ມູນ​ສ່ວນ​ຕົວ ຫລື ຟີດ(feed) ຂ່າວ​ຈະ​ສະ­ແດງ​ຜົນ​ໃນ​ຮູບ​ແບບ​ກາຣ໌ດ​ເພື່ອ​ໃຫ້​ງ່າຍ​ຕໍ່​ການ​ອ່ານ ແລະ ແບ່ງ­ປັນ​ຫລາຍ​ຂຶ້ນ ເຊິ່ງ​ໃນ​ພາບ​ລວມ Google+ ໃນ​ເດ​ສ​ທ໋ອບ ແລະ ມື​ຖື​ຈະ​ຂ້ອນ​ຂ້າງ​ຄ້າຍ­ຄື​ກັນ​ກັບ Pinterest  ທີ່​ຈະ​ມີ​ການ­ສະ­ແດງ​ຮູບ​ພາບ ແລະ ວີ​ດີ​ໂອ​ທີ່​ມີ​ຂະ­ຫນາດ​ໃຫຍ່​ເຕັມ​ພື້ນ​ທີ່​ຄວາມ​ກວ້າງ​ຂອງ​ຫນ້າ​ຈໍ

ລາຍລະອຽດ »

Free Web Hosting