ເມື່ອ​ທ້າຍ​ອາ­ທິດ​ແລ້ວ­ນີ້ ຫາ​ກໍ​ໍ່​ມີ​ລາຍ​ງານ​ຂ່າວ​ຂອງ​ກູ​ເກິ​ລ (Google) ທີ່​ກຽມ​ເປີດ​ຕົວ​ຮຸ່ນ ສຳ­ຜັດ (Touch Screen) ໃນ​ທ້າຍ​ປີ​ນີ້ ແຕ່​ປາ­ກົດ​ວ່າ ຕອນ​ເຊົ້າ Chromebook  ຫນ້າ​ຈໍ​ສຳ­ຜັດ ໄດ້​ເປີດ​ຕົວ​ເປັນ​ທີ່​ຮຽບ​ຮ້ອຍ​ແລ້ວ.

 

 

  Chromebook  ຫນ້າ​ຈໍ​ສຳ­ຜັດ ຫລື Chromebook Pixel   ເປັນ​ຄອມ​ພິວ​ເຕີ​ໂນດ​ບຸກ​ໃນ​ອີກ​ເວີ​ເຊິນ​ຂອງ​ກູ​ເກິ​ລ​ມາ​ພ້ອມ​ກັບ​ຫນ້າ​ຈໍ​ຂະ­ຫນາດ 12,85ນິ້ວ ເຮັດ​ຈາກ Gorilla Glass 2ຄວາມ​ລະ­ອຽດ​ສູງ​ເຖິງ 2560 x 1700ພິກ​ເຊລ​ມີ​ຄວາມ​ຫນາ​ແຫນ້ນ​ຂອງ​ພິກ​ເຊລ 239ppi  ພາຍ​ໃນ​ບັນ­ຈຸ​ຄວາມ​ຫນ່ວຍ​ປະ­ມວນ​ຜົນ Intel Core i5 1.8 GHz  ຮ່ວມ​ກັບ Intel HD Graphics 4000, RAM, ຄວາມ​ຈຸ​ພາຍ​ໃນ 32GB, ມີ​ແປ້ນ​ພິມ​ເຮືອງ​ແສງ, ຜູ້​ທີ່​ເປັນ​ເຈົ້າ​ຂອງ​ຈະ​ໄດ້​ຮັບ​ພື້ນ​ທີ່​ເກັບ​ຂໍ້​ມູນ​ໃນ Google Drive ຈຳ­ນວນ 1TB  ລ້າໆ ເປັນ​ເວ­ລາ 3ປີ ແລະ ແຖມ​ດ້ວຍ​ແພັກ​ເກັດ Wi-Fi ເທິງ ເຮືອ­ບິນ​ຂອງ GoGo  ຈຳ­ນວນ 12ຖ້ຽວ​ບິນ ແລະ LTE  ເດືອນ​ລະ 100MB  ດົນ 2ປີ ອີກ.

  Chromebook Pixel ຈະ​ມີ​ດ້ວຍ​ກັນ​ສອງ​ແບບ ແບບ​ທຳ​ອິດ​ມີ​ສະ­ເພາະ Wi-Fi  ລາ ຄາ 1.299ໂດ​ລາ​ສະ­ຫະ­ລັດ ອີກ​ແບບ​ມີ Wi-Fi ກັບ LTE  ລາ­ຄາ 1.499ໂດ​ລາ​ສະ­ຫະ ລັດ ແຕ່​ບໍ່​ມີ​ການ​ກ່າວ​ເຖິງ​ວ່າ​ບໍ­ລິ­ສັດ​ໃດ​ເປັນ​ຜູ້​ຜະ­ລິດ​ສ່ວນ ປະ­ກອບ​ພາຍ​ນອກ​ໃຫ້ ສ່ວນ​ວັນ​ວາງ​ຂາຍ​ຍັງ​ບໍ່​ມີ​ການ​ເປີດ ເຜີຍ​ອອກ​ມາ​ແຕ່​ຢ່າງ­ໃດ.

  ທັງ​ນີ້ ການ​ອອກ​ສູ່​ຕະ ຫລາດ​ຂອງ Chrombook Pixel  ມີ​ການ​ຄາດ​ຄະ­ເນ ວ່າ ຈະ​ມາ​ແຂ່ງ​ກັນ​ກັບ  Microsoft Surface ລວມ​ເຖິງການ​ແຂ່ງ­ຂັນ​ກັບ​ແທັບ​ເລັດ​ທີ່ ສາ­ມາດ​ແປງ​ຮ່າງ­ກາຍ​ເປັນ ໂນດ​ບຸກ​ໄດ້ ແລະ ຍັງ​ເຫັນ​ອີກ ວ່າ​ໃນ​ປີ​ນີ້​ຕະ­ຫລາດ Chrombook  ຈະ​ເຕີບ​ໂຕ​ຫລາຍ​ຂຶ້ນ​ກວ່າ​ປີ​ກ່ອນ​ຫລາຍ

 

 

Free Web Hosting