Home / Microsoft

Category

Office Web Apps ເປັນບໍ​ລິ​ການ​ຊອຟ​ທ໌ແວຣ໌​
ສ້າງ​ເອກະ​ສານ​ແບບ​ອອນ​ລາຍນ

ຈາກ​ການ​ເປີດ­ເຜີຍ​ຂອງ​ໄມໂຄຣ​ຊອຟທ໌​ຜ່ານ​ບລ໋ອກ Office 365ລະ­ບຸ​ວ່າ Office WebApps  ຈະ​ເລີ່ມ​ສະ­ຫນັບ­ສະ­ຫນູນ​ການ​ໃຊ້ວຽກ​ໃນ​ແທັບ​ເລັດ​ແອນ​ດຣອຍ ແຕ່​ຈຳ­ເປັນ​ຕ້ອງ​ໃຊ້​ວຽກຜ່ານ Chrome for Android ເທົ່າ​ນັ້ນ ເຊິ່ງ Office Web Apps  ຈະ​ເພີ່ມ​ຟີ​ເຈີ​ການ​ແກ້​ຟາຍລ໌​ເອ­ກະ­ສານ​ໄດ້​ພ້ອມ​ກັນ​ຫລາຍ​ຄົນ ໃນ​ແບບ realtime  ເຮັດ​ໃຫ້​ຜູ້​ໃຊ້​ສາ­ມາດ​ເບິ່ງ​ເຫັນ​ຜູ້​ໃຊ້​ລາຍ​ອື່ນໆທີ່​ເຂົ້າ​ໃຊ້​ວຽກ​ເອ­ກະ­ສານ​ໄດ້​ໂດຍ​ບໍ່​ຕ້ອງ​ຣີ​ເຟດ​ຫນ້າ​ແຕ່​ຢ່າງ­ໃດ ໂດຍ​ໃນ​ເບື້ອງ​ຕົ້ນ ໄມ​ໂຄຣ​ຊອຟທ໌ ຈະ​ເລີ່ມ​ໃຫ້​ຜູ້​ໃຊ້​ສາ­ມາດ​ໃຊ້​ວຽກ PowerPoint Web Apps  ກ່ອນ ແລະ ຫລັງ​ຈາກ​ນັ້ນ ກໍ່​ຈະທະ­ຍອຍ​ເປີດ​ການ​ໃຊ້​ວຽກ ຊອຟ​ທ໌ແວຣ໌​ອື່ນໆ​ໃນ​ຊຸດ Office ຕໍ່ໄປ. ນອກ­ຈາກ​ນີ້ ທາງ​ໄມ​ໂຄຣ ຊອຟທ໌​ຍັງ​ໄດ້​ກ່າວ​ເຖິງ​ແຜນ­ການ​ສຳ­ລັບ Office Web Apps

ລາຍລະອຽດ »

Outlook.com ເປັນ​ບໍ­ລິ­ການ​ອີ​ເມ​ລ​
ທີ່​ນຳ​ໃຊ້​ລ້າ​ໃຫມ່​ຫລ້າ ສຸດ

ໄມ​ໂຄຣ​ຊອຟທ໌​ກ່າວ​ວ່າ ກຽມ​ເປີດ​ຕົວ​ບໍ­ລິ­ການ Skype for out look ເປັນ​ການ​ນຳ​ຄຸນ­ສົມ­ບັດ​ທີ່​ມີ ຢູ່​ໃນ Skype ທີ່​ໄມ​ໂຄຣ​ຊອຟທ໌​ຊື້​ກິດ­ຈະ­ການ​ຕັ້ງ­ແຕ່​ປີ 2011 ກໍ່​ຄື Skype video calling ມາ​ປະ ກອບ​ເຂົ້າ­ກັນ​ກັບ Outlook.com ເພື່ອ​ໃຫ້​ຜູ້​ໃຊ້​ສາ­ມາດ​ແບ່ງ­ປັນ ຫລື ສົນ­ທະ­ນາ​ກັນ​ແບບ​ເຫັນ​ຫນ້າ​ໄດ້ ໂດຍ​ທີ່​ບໍ່​ຈຳ­ເປັນ​ຕ້ອງ​ໄປ​ເປີດ​ໂປຣ​ແກຣມ​ອື່ນ​ແຕ່​ຢ່າງ­ໃດ ເຊິ່ງ​ໄມ ໂຄຣ​ຊອຟທ໌​ກ່າວ​ວ່າ ຈະ​ເລີ່ມ​ນຳ​ໃຊ້​ຟີ​ເຈີ​ນີ້​ໃນ​ລາ­ຊະ​ອາ­ນາ­ຈັກ​ເປັນ ບ່ອນ​ທຳ​ອິດ ຕາມ​ມາ​ດ້ວຍ​ສະ­ຫະ­ລັດ ແລະ ເຢຍ​ລະ​ມັນ​ໃນ​ອາ­ທິດ​ນີ້ ແລະ ຈະ​ຂະ­ຫຍາຍ​ໄປ​ປະ­ເທດ​ອື່ນໆ​ໃນ​ໄລ­ຍະ​ພັກ­ຜ່ອນ​ປີ​ນີ້.
  ໄມ​ໂຄຣ​ຊອຟທ໌​ກ່າວ​ວ່າ ການ​ຈະ​ໃຊ້ Skype video calling ໃນ Outlook.com

ລາຍລະອຽດ »

ກຽມພົບປຸ່ມ Start ຫວນຄືນສູ່ Windows 8.1
   ລະ­ບົບ​ປະ­ຕິ­ບັດ​ການ​ຈາກ​ໄມ​ໂຄຣ​ຊອຟທ໌​ທີ່​ຈະ​ມາ​ອັບ​ເກຣດ​ໃຫ້​ກັບ Windows 8
 

ເປັນ​ທີ່​ຕິດ­ຕາມ​ເບິ່ງ​ຫລາຍ​ທີ່​ສຸດ​ຈາກ​ຜູ້​ໃຊ້​ຄອມ​ພິວ​ເຕີ​ທົ່ວ​ໂລກ ແລະ ຫນ້າ​ຈະ​ລວມ​ເຖິງ​ພັນ­ທະ​ມິດ​ຂອງ​ໄມ​ໂຄຣ​ຊອຟທ໌​ທີ່​ຢາກ​ເຫັນການ​ປັບ­ປຸງ Windows 8ພ້ອມໆ​ກັບ​ການ​ກັບ​ມາ​ຂອງ​ປຸ່ມ Start ສ່ວນ​ຫນຶ່ງ​ຂອງ​ວິນ​ໂດ​ທີ່​ປຽບ​ເຫນືອນ​ມົນ​ສະ­ເຫນ​ທີ່​ນຳ­ພາ​ຜູ້​ໃຊ້​ໄປ​ຍັງ​ເມ​ນູ​ຕ່າງໆ​ໃນ​ເຄື່ອງ​ຄອມ​ພິວ​ເຕີ ການ​ມາ​ຂອງ Windows 8ໄມ​ໂຄຣ​ຊອຟທ໌​ຫວັງ​ທີ່​ຈະ​ນຳ​ປະ­ສົບ​ການ​ໃຫມ່ໆ​ທີ່​ວ່ອງ­ໄວ ແລະ ມີ​ປະ­ສິດ­ທິ­ພາບ​ເທິງ​ຫນ້າ Start Screen ໃນ​ຮູບ​ແບບ​ທີ່​ຮຽກ​ວ່າ Metro UI ສອດ­ຄ່ອງ​ກັບ​ພຶດ­ຕິ​ກຳ​ການ​ໃຊ້​ຄອມ​ພິວ​ເຕີ​ທີ່​ປ່ຽນ­ແປງ​ໄປ ດັ່ງ­ນັ້ນ ປຸ່ມ Start ແບບ​ເດີມ​ຈິ່ງ​ຖືກ​ຕັດ​ອອກ​ໄປ​ແລ້ວ ປ່ຽນ​ວິ­ທີ​ການ​ຮຽກ​ໃຊ້​ງານ​ໃຫມ່ ດ້ວຍ​ລູກ​ຫລິ້ນ​ທີ່​ມາ​ກັບ​ວິ­ທີ​ຮຽກ​ໃຊ້​ໃຫມ່ ສະ­ແດງ​ໃຫ້​ເຫັນ​ແລ້ວ​ວ່າ ມັນ​ໃຊ້​ການ​ບໍ່​ໄດ້ ເຖິງ​ວ່າ​ໄມ​ໂຄຣ​ຊອຟທ໌​ຈະ​ພະ­ຍາຍາມ​ອະ­ທິ­ບາຍ​ຂໍ້​ດີ​

ລາຍລະອຽດ »

ການ​ທົດ​ສອບ Leap Motion ກັບ ​​Windows 8
ເທິງ​ຫນ້າ​ຈໍທີ່​ບໍ່​ແມ່ນຈໍ​ສຳຜັດ ຫລື ​ທັດສກຣິນ

Windows 8 ລະບົບ​ປະຕິບັດ​ການ​ຂອງ​​ໄມ​ໂຄຣຊອຟທ໌ຮຸ່ນ​ຫລ້າ​ສຸດ ພ້ອມ​ສ່ວນຕິດ​ຕໍ່​ກັບ​ຜູ້​ໃຊ້​ໃນ​ແບບ ທີ່​ລຽບ​ງ່າຍ ​ແລະ ສະດວກ​ຕໍ່​ການ​ນຳ​ໃຊ້ Modern UI ​ແຕ່​ເນື່ອງ​ຈາກ Windows 8​ ເນັ້ນ​ການ​ນຳ​ໃຊ້​ຮ່ວມ​ກັບ​ແທັບ​ເລັດ​ເປັນ​ສ່ວນ​ໃຫຍ່ ​ເຮັດ​ໃຫ້​ຜູ້​ໃຊ້​ພີ​ຊີ ​ແລະ ​ໂນ​ດບຸກຈຳ​ເປັນ​ຕ້ອງ​ປັບ​ຕົວ​ຕາມ​ຮູບ​ແບບ​ຂອງ Windows 8ທີ່ປ່ຽນ​ໄປ​ຈົນ​ອາດ​ເກີດ​ອຸປະສັກ​ໃນ​ການ​​ໃຊ້​ວຽກ​ໄດ້ ດັ່ງ​ນັ້ນ ​ເພື່ອ​ຫລຸດ​ບັນຫາ​ດັ່ງກ່າວ​ການ​ໃຊ້ ຈິ່ງ​ເປັນ​ທາງ​ເລືອກທີ່​ຊ່ວຍ​ທ່າ​ນ​ໄດ້.Leap Motion​ ເປັນ​ອຸປະກອນ​ສຳລັບ​ສັ່ງ​ວຽກ​ຄອມ​ພິວ​ເຕີ​ແບບ​ໃຫມ່​ຜ່ານ​ການ​ເຮັດ​ວຽກ​ໃນ​ເຕັກ​ໂນ​ໂລ​ຊີ Motion Sensorຫລື ​ເຊັນ​ເຊີ​ຈັບ​ການ​ເຄື່ອນ​ໄຫວ​ທີ່​ຈະ​​ແປງ​ສັນຍານ​ຄວາມ​​ເຄື່ອນ​ໄຫວ​ໃນ​ອາກາດ​ເຊັ່ນ ການ​ກາງ-ຫຸບ​ນິ້ວມື ​ເພື່ອ​ຊູ​ມ​ເຂົ້າ​-ຊູ​ມອອກ

ລາຍລະອຽດ »

Windows Blue ຫລື
Windows 9 Dev

ແຫລ່ງ​ຂ່າວ​ຈາກ​ຜູ້​ໃຊ້​ທີ່​ໃຊ້​ຊື່​ໃນ​ກະ­ທູ້​ວ່າ maxy ໃນ​ເວັບ​ໄຊ PCBeta ທີ່​ເຄີຍ​ເປີດ­ເຜີຍ​ຂ່າວຢ່າງ​ບໍ່​ເປັນ​ທາງ​ການ​ສຳ­ລັບ​ໂອເອ​ສ​ໃຫມ່​ຂອງ​ໄມ​ໂຄຣ​ຊອຟທ໌ ທີ່​ຊື່­ວ່າ Windows Blue ຫລື Windows 9 Dev ແລ້ວ­ແຕ່ຈະ​ເອີ້ນໄດ້​ໂພດ​ສ​ຂໍ້­ຄວາມ​ວ່າລະ­ບົບ​ປະ­ຕິ­ບັດ​ການ​ຮຸ່ນ​ໃຫມ່​ຈະເພີ່ມ​ອີກ​ທາງ​ເລືອກ​ຫນຶ່ງ​ໃນການ​ປັບ​ແຕ່ງ tile ຂອງ​ແອບ​ພລິເຄ​ເຊິນ​ໄດ້​ແບບ​ດຽວ​ກັບ Windows Phone 8 ແລະ ຈະ​ຍັງເກັບ​ມຸມ​ມອງ​ການ​ໃຊ້​ວຽກ​ໃນໂຫມດ​ເດ​ສ​ທ໋ອບ (Desktop) ໄວ້​ເຫມືອນ​ເດີມ ແຕ່​ຈະ​ມີ​ການຕັດ​ອົງ​ປະ­ກອບ​ທີ່​ຜູ້​ໃຊ້​ຫລາຍ​ຄົນຄຸ້ນ​ເຄີຍ​ອອກ​ໄປ​ຈາກ​ເດ​ສ​ທ໋ອບຕົວ­ຢ່າງ​ເຊັ່ນ “ທາ​ສ​ບາ​ຣ” ທີ່­ຢູ່ດ້ານ​ລຸ່ມ​ຂອງ​ຫນ້າ​ຈໍ​ໃຊ້​ວຽກໃນ​ໂຫມດ​ນີ້ ຫລັງ​ຈາກ​ທີ່​ເອົາ​ປຸ່ມ Start ອອກ​ໄປ​ແລ້ວ​ໃນ Windows 8 ຜົນ​ທີ່​ໄດ້​ກໍ່​ຄື​ມຸມ​ມອງຂອງ Metro UI  ກັບ Desktop

ລາຍລະອຽດ »

Free Web Hosting