Outlook.com ເປັນ​ບໍ­ລິ­ການ​ອີ​ເມ​ລ​ທີ່​ນຳ​ໃຊ້​ລ້າ​ໃຫມ່​ຫລ້າ ສຸດ​ຂອງ​ໄມ​ໂຄຣ​ຊອຟ​ທ໌ເ​ປັນ​ການ​ດຶງ​ຄຸນ­ສົມ­ບັດ​ຂອງ Hotmail.com ມາ​ດັດ ແປງ​ໃຊ້​ຮ່ວມ​ກັນ  ພ້ອມ​ເພີ່ມ​ລູກ​ຫລິ້ນ​ທີ່​ຫລາກ​ຫລາຍ​ຂຶ້ນ  ແລະ  ຮອງ​ຮັບ​ການ​ໃຊ້​ວຽກ​ໃນ​ສະ­ມາດ​ໂຟນ ແລະ ແທັບ​ເລັດ ເຊິ່ງ​ຕອນ​ນີ້​ໄມ​ໂຄຣ​ຊອຟທ໌​ກຽມ​ນຳ​ຄຸນ­ສົມ­ບັດ Skype video calling ມາ​ໃຊ້​ໃນ Outlook.com ແລ້ວ.


 

ໄມ​ໂຄຣ​ຊອຟທ໌​ກ່າວ​ວ່າ ກຽມ​ເປີດ​ຕົວ​ບໍ­ລິ­ການ Skype for out look ເປັນ​ການ​ນຳ​ຄຸນ­ສົມ­ບັດ​ທີ່​ມີ ຢູ່​ໃນ Skype ທີ່​ໄມ​ໂຄຣ​ຊອຟທ໌​ຊື້​ກິດ­ຈະ­ການ​ຕັ້ງ­ແຕ່​ປີ 2011 ກໍ່​ຄື Skype video calling ມາ​ປະ ກອບ​ເຂົ້າ­ກັນ​ກັບ Outlook.com ເພື່ອ​ໃຫ້​ຜູ້​ໃຊ້​ສາ­ມາດ​ແບ່ງ­ປັນ ຫລື ສົນ­ທະ­ນາ​ກັນ​ແບບ​ເຫັນ​ຫນ້າ​ໄດ້ ໂດຍ​ທີ່​ບໍ່​ຈຳ­ເປັນ​ຕ້ອງ​ໄປ​ເປີດ​ໂປຣ​ແກຣມ​ອື່ນ​ແຕ່​ຢ່າງ­ໃດ ເຊິ່ງ​ໄມ ໂຄຣ​ຊອຟທ໌​ກ່າວ​ວ່າ ຈະ​ເລີ່ມ​ນຳ​ໃຊ້​ຟີ​ເຈີ​ນີ້​ໃນ​ລາ­ຊະ​ອາ­ນາ­ຈັກ​ເປັນ ບ່ອນ​ທຳ​ອິດ ຕາມ​ມາ​ດ້ວຍ​ສະ­ຫະ­ລັດ ແລະ ເຢຍ​ລະ​ມັນ​ໃນ​ອາ­ທິດ​ນີ້ ແລະ ຈະ​ຂະ­ຫຍາຍ​ໄປ​ປະ­ເທດ​ອື່ນໆ​ໃນ​ໄລ­ຍະ​ພັກ­ຜ່ອນ​ປີ​ນີ້.
  ໄມ​ໂຄຣ​ຊອຟທ໌​ກ່າວ​ວ່າ ການ​ຈະ​ໃຊ້ Skype video calling ໃນ Outlook.com ໄດ້​ຈຳ­ເປັນ​ຕ້ອງ​ຕິດ​ຕັ້ງ​ປລັກ​ອິນ​ກ່ອນ ແລະ ຈະ​ຮອງ​ຮັບ​ກັບ​ເວັບ​ບຣາວ​ເຊີ​ໃນ​ເວີ​ເຊິນ​ຫລ້າ​ສຸດ​ຂອງ Internet Explorer, Chrome ແລະ Fire fox ອີກ, ສຳ­ລັບ​ທ່ານ​ໃດ​ທີ່​ຍັງ​ບໍ່​ເຄີຍ​ເຂົ້າ​ໃຊ້​ບໍ­ລິ­ການ Outlook ທ່ານ​ສາ­ມາດ​ເຂົ້າ​ໄປ​ໃຊ້​ໄດ້​ພຽງ​ແຕ່​ໃຊ້​ອີ​ເມ​ລ​ເດີມ​ທີ່​ເປັນ hotmail ແລະ ລະ­ຫັດ​ຜ່ານ​ເທົ່າ​ນີ້​ກໍ່​ສາ­ມາດ ລ໋ອກ​ອິນ​ເຂົ້າ​ໄປ​ໃຊ້​ວຽກ Outlook ໄດ້​ແລ້ວ.

 

 

Scroll To Top
Free Web Hosting