ຫລັງ​ຈາກ Nokia ປ່ອຍ​ຮູບ​ພາບ​ບາງ​ສ່ວນ​ເມື່ອ​ວັນ​ຈັນ​ຂອງ​ມື​ຖື​ຮຸ່ນ​ໃຫມ່​ອອກ​ມາ ແລ້ວ​ບອກ​ພຽງ​ວ່າ​ໃຫ້​ຖ້າ​ເບິ່ງ​ໃນ​ວັນພຸດ​ທີ 24 ເມ­ສາ 2013 ໃນ​ທີ່​ສຸດ​ໂນ​ເກຍ (Nokia) ກໍ່​ໄດ້​ເຜີຍ​ໂສມ​ໃຫ້​ເຫັນ​ກັນ​ແລ້ວ ນັ້ນ​ກໍ່​ຄື Nokia Asha 210.

 


   ຫລ້າ​ສຸດ ໂນ​ເກຍປະ­ກາດ​ເປີດ​ຕົວ Asha 210 ມື​ຖື​ລາ­ຄາ​ຖືກ​ໃສ​ນ​ລະ­ບົບ 2G ທີ່​ມີ​ໃຫ້​ເລືອກ​ເຖິງ 5 ສີ​ໄດ້­ແກ່​ສີ­ເຫລືອງ, ຂາວ, ດຳ, ຟ້າ ແລະ ແດງ; ສິ່ງ​ທີ່ Asha 210 ໄດ້​ນຳ​ສະ­ເຫນີ​ຄວາມ​ເປັນ​ເອ­ກະ­ລັກ​ຄື​ປຸ່ມ​ແບບ QWERTY ຜູ້​ໃຊ້ BlackBerry ອາດ​ຈະ​ຄຸ້ນ​ເຄີຍ​ເປັນ​ຢ່າງ​ດີ ແຕ່​ທີ່​ໂດດ​ເດັ່ນ​ທີ່​ສຸດ​ເທິງ​ອຸ­ປະ­ກອນ​ຮຸ່ນ​ນີ້​ຄື​ການ​ມີ​ປຸ່ມ “Whatsapp” ໃນ​ຕົວ ເຊິ່ງ​ໂນ​ເກຍອະ­ທິ­ບາຍ​ປຸ່ມ Whatsapp ເປັນ​ຮາດ​ແວຣ໌ຂອງ Asha 210 “ຄັ້ງ​ທຳ​ອິດ​ຂອງ​ໂລກ” ສະ­ຫນັບ­ສະ­ຫນູນ​ການ​ໃຊ້​ບໍ­ລິ­ການ​ສົ່ງ​ຂໍ້­ຄວາມ​ທີ່​ມີ​ຜູ້​ໃຊ້​ຫລາຍ​ກວ່າ 200 ລ້ານ​ຄົນ​ທົ່ວ​ໂລກ, ໂນ​ເກຍ​ອະ­ທິ­ບາຍ​ຕື່ມ​ວ່າ ຜູ້​ທີ່​ຊື້ Asha 210 ເມື່ອ​ກົດ​ປຸ່ມ Whatsapp ຈະ​ສາ­ມາດ​ສະ­ຫມັກ​ບໍ­ລິ­ການ​ໄດ້​ລ້າ ແລະ ຈະ​ໃຊ້​ລ້າ​ໃນ​ປີ​ທຳ​ອິດ ໂດຍ​ຫລັງ​ຈາກ​ນັ້ນ​ຈະ​ເສຍ​ຄ່າ​ທຳ­ນຽມ​ເປັນ​ລາຍ​ປີໃນ​ລາ­ຄາ 0,99 ໂດ​ລາ ຕາມ​ນະ­ໂຍ­ບາຍ​ຂອງ Whatsapp.
    ສຳ­ລັບ​ສະ​ເປັກ Nokia Asha 210 ຈະ​ມາ​ພ້ອມ​ກັບ​ຫນ້າ​ຈໍ 2,4 ນິ້ວ ຄວາມ​ລະ­ອຽດ 320 x 240 ພິກ​ເຊລ, ກ້ອງ​ຫລັງ 2 ລ້ານ​ພິກ​ເຊລ, ຫນ່ວຍ​ຄວາມ​ຈຳ​ພາຍ​ໃນ 64MB ສະ­ຫນັບ­ສະ­ຫນູນ Wi-Fi ມີ​ລາ­ຄາ​ຢູ່​ທີ່ 72 ໂດ​ລາ​ສະ­ຫະ­ລັດ.

 

Free Web Hosting