Home / ການກະເສດ

Category

ສາ­ລີ​ເປັນ​ພືດ​ເສດ­ຖະ­ກິດ​ທີ່ຊາວ​ກະ­ສິ­ກອນ​
ນິ­ຍົມ​ປູກ​ກັນຫລາຍ​ອີກ​ຊະ­ນິດ​ຫນຶ່ງ
,

ສາ­ລີ​ເປັນ​ພືດ​ເສດ­ຖະ­ກິດ​ທີ່ຊາວ​ກະ­ສິ­ກອນ​ນິ­ຍົມ​ປູກ​ກັນຫລາຍ​ອີກ​ຊະ­ນິດ​ຫນຶ່ງ, ເນື່ອງຈາກ​ຜົນ​ຜະ­ລິດ​ຂອງ​ສາ­ລີ​ຈະ​ມີລາ­ຄາ​ສູງ ແລະ ໃນ​ປະ­ຈຸ​ບັນ​ຍັງສາ­ມາດ​ນຳ​ມາຜະ­ລິດ​ເປັນ​ຫົວອາ­ຫານ​ສັດ​ນັບ​ວ່າ​ເປັນ​ພືດ​ເສດຖະ​ກິດ​ທີ່​ສຳ­ຄັນ​ຂອງ​ປະ­ເທດ​ສະນິດ​ຫນຶ່ງ​ເລີຍ​ກໍ່​ວ່າ​ໄດ້
      ປູກ​ສາ­ລີ​ຖ້າ​ຈະ​ໃຫ້​ໄດ້​ຮັບ​ຜົນຜະ­ລິດ​ດີ​ຄວນ​ມີ​ເຕັກ­ນິກ​ຕາມ​ວິຊາ​ການ​ແນະ­ນຳ​ວ່າ: ການ​ກຽມດິນ​ປູກ​ສາ­ລີ​ຄວນ​ເລືອກ​ແບບ​ທີ່ເຫມາະ​ສົມ​ກັບ​ສະ­ພາບ​ຂອງ​ດິນເປັນ­ຕົ້ນ​ແມ່ນ​ການ​ປູກ​ພື້ນ​ພຽງຄວນ​ໄຖ​ດ້ວຍ​ຜານ​ສາມ 1 ຄັ້ງ, ເລິກ​ປະ­ມານ 20-Œ30 ຊັງ​ຕີ​ແມັດ ຕາກ​ດິນ 7-Œ10 ວັນ, ພວນ​ດິນດ້ວຍ​ຜານ​ເຈັດ 1 ຄັ້ງ, ແລ້ວ​ຍົກຮ່ອງ​ປູກ​ສູງ 25Œ-30 ຊັງ​ຕີ​ແມັດ, ຖ້າ​ປູກ​ເປັນ​ແຖວ​ດຽວ​ໃຫ້​ມີ​ໄລຍະ​ຫ່າງ​ລະ­ຫວ່າງ​ຮ່ອງ 75 ຊັງ ຕີ​ແມັດ,

ລາຍລະອຽດ »

ຫມາກ­ມ່ວງ ກໍ່​ນັບ​ວ່າ​ເປັນ​ພືດ
​ອຸດ­ສາ­ຫະ­ກຳ​ຊະ­ນິດ​ຫນຶ່ງ​ທີ່​ຫລາຍ​ປະ­ເທດ

ຫມາກ­ມ່ວງ ກໍ່​ນັບ​ວ່າ​ເປັນ​ພືດ​ອຸດ­ສາ­ຫະ­ກຳ​ຊະ­ນິດ​ຫນຶ່ງ​ທີ່​ຫລາຍ​ປະ­ເທດ
​ໃນ​ທົ່ວ​ໂລກ​ໃຫ້​ຄວາມ​ສົນ­ໃຈ​ປູກ​ເປັນ​ສິນ­ຄ້າ ແລະ ນິ­ຍົມ​ບໍ­ລິ­ໂພກ​ສູງ, ທັງ​ຫມາກ​ດິບ ແລະ ສຸກ, ນອກ­ຈາກ​ນັ້ນ ຫມາກ­ມ່ວງ​ຍັງ​ສາ­ມາດ​ຂະ­ຫຍາຍ​ພັນ​ດ້ວຍ​ການ​ໃຊ້​ແກ່ນ​ກ້າ, ການ​ຕໍ່​ກິ່ງ ຫລື ກິ່ງ​ຕອນ ແລະ ສາ­ມາດ​ປູກ​ໄດ້​ກັບ​ດິນ​ທຸກ​ປະ­ເພດ, ແຕ່​ຫມາກ​ຈະ​ອອກ​ມາ​ຮູບ​ແບບ​ໃດ​ນັ້ນ​ແມ່ນ​ຂຶ້ນ​ຢູ່​ກັບ​ສະ­ພາບ​ຂອງ​ແຕ່​ລະ​ທ້ອງ­ຖິ່ນ.
   ຢ່າງ­ໃດ​ກໍ່​ຕາມ ການ​ປູກ​ຫມາກ­ມ່ວງ​ເພື່ອ​ເປັນ​ສິນ­ຄ້າ​ນັ້ນ​ຈະ​ຕ້ອງ​ສຶກ​ສາ​ເຖິງ​ສະ­ພາບ​ຄວາມ​ເຫມາະ​ສົມ​ຕ່າງໆ​ຫລາຍ​ຢ່າງ​ດ້ວຍ​ກັນ, ສ່ວນ​ຜູ້​ປູກ​ຄວນ​ຈະ​ເລືອກ​ພື້ນ​ທີ່​ໃຫ້​ເຫມາະ​ສົມ ເພື່ອ​ໃຫ້​ປະ­ຢັດ​ຕົ້ນ​ທຶນ​ໃນ​ການ​ຜະ­ລິດ​ຕະ­ຫລອດ​ຈົນ​ສາ­ມາດ​ຜະ­ລິດ​ຫມາກ­ມ່ວງ​ທີ່​ມີ​ຄຸນ​ນະ​ພາບ​ອອກ​ສູ່​ຕະ­ຫລາດ.

ລາຍລະອຽດ »

ມັນ­ຕົ້ນ​ເປັນ​ພືດ​ເສດ­ຖະ­ກິດ ທີ່​ສຳ­ຄັນ​ຊະ­ນິດ​ຫນຶ່ງ
ມີ​ຄຸນ​ປະ­ໂຫຍດ​ຢ່າງ​ຫລວງ­ຫລາຍ​

ມັນ­ຕົ້ນ​ເປັນ​ພືດ​ເສດ­ຖະ­ກິດ ທີ່​ສຳ­ຄັນ​ຊະ­ນິດ​ຫນຶ່ງ ມີ​ຄຸນ​ປະ­ໂຫຍດ​ຢ່າງ​ຫລວງ­ຫລາຍ​ເຊັ່ນ: ບໍ­ລິ­ໂພກ ແລະ ເປັນ​ວັດ­ຖຸ​ດິບ​ປ້ອນ​ໂຮງ­ງານ​ອຸດ­ສາ­ຫະ­ກຳ ປະ­ຈຸ​ບັນ​ປະ­ເທດ​ເຮົາ​ຍັງ​ນຳ​ໃຊ້​ມັນ­ຕົ້ນ ເຂົ້າ​ໃນ​ການ​ປຸງ​ແຕ່ງ­ອາ­ຫານ​ສຳ­ລັບ​ຄົນ ແລະ ສັດ​ນຳ​ອີກ.
ການ​ເລືອກ​ພື້ນ​ທີ່:
      ມັນ­ຕົ້ນ​ສາ­ມາດ​ຈະ­ເລີນ​ເຕີບ​ໃຫຍ່​ໄດ້ ໃນ​ສະ­ພາບ​ດິນ​ເກືອບ​ທຸກ​ຊະ­ນິດ ເປັນ­ຕົ້ນ​ແມ່ນ​ດິນ​ທີ່​ລະ­ບາຍ​ນ້ຳ​ໄດ້​ດີ, ບໍ່​ມັກ​ດິນ​ນ້ຳ​ຂັງ ແລະ ມີ​ຄວາມ​ເປັນ​ກົດ​ເປັນ​ດ່າງ​ຂອງ​ດິນ pH 4,5-8.
ຊະ­ນິດ ແລະ ແນວ​ພັນ​ມັນ­ຕົ້ນ:

ລາຍລະອຽດ »

ກຸ້ງຝອຍ ເປັນສັດຊະນິດຫນຶ່ງທີ່ເກີດ
ແລະ ອາໄສຢູ່ຕາມທຳມະຊາດ, ແລະ

ກຸ້ງ ຈະ​ປະ­ສົມ​ພັນ​ພາຍ​ໃນ ໂດຍ​ເພດ​ແມ່​ຈະ​ມີ​ໄຂ່​ຂະ­ຫນາດ​ນ້ອຍໆ​ຢູ່​ໃນ​ບໍ­ລິ­ເວນ​ຫົວ ແລະ ເມື່ອ​ໄດ້​ປະ­ສົມ​ພັນ​ແລ້ວ​ຈະ​ເຄື່ອນ​ຍ້າຍ​ມາ​ຢູ່​ບໍ­ລິ­ເວນ​ທ້ອງ ຈົນ​ກວ່າ​ໄຂ່​ຈະ​ແກ່ ເຮົາ​ສາ­ມາດ​ເບິ່ງ​ເຫັນ​ໄດ້​ດ້ວຍ​ຕາ​ເປົ່າ ຖ້າ​ໄຂ່​ເປັນ​ສີ­ຂຽວ​ເຂັ້ມ​ຈົນ​ກາຍ­ເປັນ​ສີ​ເທົາ​ສະ­ແດງ​ວ່າ​ໄຂ່​ແກ່ ແລະ ຈະ­ເລີນ​ເຕີບ​ໂຕ​ໄດ້​ດີ​ໃນ​ນ້ຳ​ຂຸ່ນ, ກຸ້ງ​ຈະ​ມັກ​ນ້ຳ​ມີ​ສີ­ຂຽວ​ທີ່​ມີ​ໄຮ​ແດງ ແລະ ວາງ​ໄຂ່​ລູກ​ກຸ້ງ​ເຊິ່ງ​ລູກ​ກຸ້ງ​ຈະ​ລອຍ­ນ້ຳ​ໃນ​ແນວ​ດິ່ງ.
ການ​ລ້ຽງ​ກຸ້ງ­ຝອຍ ເຮົາ​ສາ­ມາດ​ລ້ຽງ​ໄດ້​ຫລາຍ​ວິ­ທີ ໂດຍ​ສະ­ເພາະ​ແມ່ນ ການ​ຂຸດ​ເຮັດ​ບໍ່​ລ້ຽງ ຫລື ລ້ຽງ​ໃນ​ບໍ່​ພລາ​ສ​ຕິກ​ກໍ່​ໄດ້, ແຕ່​ມື້­ນີ້​ຈະ​ແນະ­ນຳ ການ​ລ້ຽງ​ກຸ້ງ­ຝອຍ​ໃນ​ບໍ່​ດິນ ເຊິ່ງ​ສາ­ມາດ​ເຮັດ​ເປັນ​ບໍ່​ຂະ­ຫນາດ 1 ງານ ຫລື ປະ­ມານ 0,5 ໄລ່, ແຕ່​ຖ້າ​ຂຸດ​ຂະ­ຫນາດ​ໃຫຍ່​ເກີນ​ໄປ​ຈະ​ເຮັດ​ໃຫ້­ການ​ເບິ່ງ­ແຍງ​ບໍ່​ທົ່ວ​ເຖິງ,

ລາຍລະອຽດ »

ສຳ­ລັບ​ການ​ປູກ​ຫຍ້າ​ເນ​ເປຍ
ແມ່ນ​ສາ­ມາດ​ປູກ​ຂະ­ຫຍາຍ​ໄດ້ດ້ວຍ​ທ່ອນ​ພັນ​ເທົ່າ​ນັ້ນ​ໄລ­ຍະ​ໃນການ​ປູກ​ທີ່​ເຫມາະ​ສົມ

 1.     ການ​ກະ­ກຽມ​ພື້ນ​ທີ່.
ຄວນ​ຕ້ອງ​ໄດ້​ໄຖ​ພວນ​ດິນ 2 ຄັ້ງ ໃນ​ການ​ໄຖ​ຄັ້ງ​ທຳ​ອິດ​ໃຫ້ໄຖ​ໃນ​ເວ­ລາ​ທີ່​ດິນ​ມີ​ຄວາມ​ຊຸ່ມເຫມາະ​ສົມເພື່ອ​ເປີດ​ຫນ້າ­ດິນ, ເພື່ອ​ກຳ­ຈັດ​ວັດ​ສະ​ພືດ​ທີ່​ປົກ​ຄຸມ​ຢູ່ຫນ້າ­ດິນ ແລະ ໄຖ​ພວນ​ດິນ​ຄັ້ງ​ທີ 2 ເພື່ອ​ກຳ­ຈັດ​ວັດ​ສະ​ພືດ​ທີ່​ເກີດ​ຂຶ້ນມາ​ໃຫມ່ ຫລັງ​ຈາກ​ນັ້ນ​ກໍ່​ຄາດດິນ​ໃຫ້​ລະ­ອຽດ.
2.     ການ​ກຽມ​ທ່ອນ​ພັນ ແລະ ແນວ​ພັນ.
ຫຍ້າ​ເນ​ເປຍ​ທີ່​ຈະ​ນຳ​ມາ​ເປັນທ່ອນ​ພັນ​ຄວນ​ມີ​ອາ­ຍຸ 4-6  ເດືອນ, ຫລັງ​ຈາກ​ນັ້ນ​ກໍ່​ມາ​ຕັດເປັນ​ທ່ອນ​ແຕ່​ລະ​ທ່ອນ​ຄວນ​ມີ​ຂໍ້ຕາ​ຕິດ​ມາ​ປະ­ມານ 2 ຂໍ້. ຕົ້ນ​ຫຍ້າເນ​ເປຍ​ຕົ້ນ​ຫນຶ່ງ​ສາ­ມາດ​ນຳ​ມາ​ໃຊ້​ເປັນ​ທ່ອນ​ພັນ​ໄດ້​ປະ­ມານ 6 ທ່ອນຫຍ້າ​ເນ​ເປຍ 1 ໄລ່

ລາຍລະອຽດ »

Free Web Hosting