ມັນຕົ້ນເປັນພືດເສດຖະກິດ ທີ່ສຳຄັນຊະນິດຫນຶ່ງ ມີຄຸນປະໂຫຍດຢ່າງຫລວງຫລາຍເຊັ່ນ: ບໍລິໂພກ ແລະ ເປັນວັດຖຸດິບປ້ອນໂຮງງານອຸດສາຫະກຳ ປະຈຸບັນປະເທດເຮົາຍັງນຳໃຊ້ມັນຕົ້ນ ເຂົ້າໃນການປຸງແຕ່ງອາຫານສຳລັບຄົນ ແລະ ສັດນຳອີກ.
ການເລືອກພື້ນທີ່:
ມັນຕົ້ນສາມາດຈະເລີນເຕີບໃຫຍ່ໄດ້ ໃນສະພາບດິນເກືອບທຸກຊະນິດ ເປັນຕົ້ນແມ່ນດິນທີ່ລະບາຍນ້ຳໄດ້ດີ, ບໍ່ມັກດິນນ້ຳຂັງ ແລະ ມີຄວາມເປັນກົດເປັນດ່າງຂອງດິນ pH 4,5-8.
ຊະນິດ ແລະ ແນວພັນມັນຕົ້ນ:
ມັນຕົ້ນແບ່ງໄປຕາມລັກສະນະການນຳໃຊ້ປະໂຫຍດມີ 2 ຊະນິດຄື:
1. ຊະນິດໃຊ້ໄວ້ກິນ: ມີເນື້ອລະອຽດລົດຊາດບໍ່ຂົມ ແລະ ແປ້ງບໍ່ຫລາຍ.
2. ໃຊ້ໃນອຸດສາຫະກຳຜະລິດເຮັດແປ້ງ ແລະ ປຸງແຕ່ງອາຫານໃຫ້ຄົນ ແລະ ສັດ: ມີເນື້ອຫລາຍ, ບໍ່ຫນຽວ ແລະ ມີແປ້ງຫລາຍ, ມັນຕົ້ນທີ່ປະຊາຊົນປູກໃນປະເທດເຮົາມີຫລາຍແນວພັນ ສຳລັບມັນຕົ້ນຊະນິດທີ່ປູກເພື່ອກິນໄດ້ແກ່: ພັນຍອດແດງ ມີລັກສະນະກ້ານໃບສີແດງ, ເປືອກ ແລະ ຫົວມີສີນ້ຳຕານເຂັ້ມ, ປອກເປືອກງ່າຍ, ອາຍຸເກັບກ່ຽວປະມານ 8-10 ເດືອນ, ຜົນຜະລິດ 12-24 ໂຕນຕໍ່ເຮັກຕາ, ພັນຍອດຂາວມີລັກສະນະກ້ານໃບສີຂຽວປົນສີອິດ, ຍອດມີສີຂາວ, ເປືອກ ແລະ ຫົວມີສີເຫລືອງມົ່ນ, ອາຍຸເກັບກ່ຽວ 10-14 ເດືອນ, ຜົນຜະລິດ 12-36 ໂຕນຕໍ່ເຮັກຕາ.
ການກຽມດິນ:
ໄຖດິນໃຫ້ເລິກປະມານ 15-20 ຊັງຕີແມັດ, ຖ້າມີເງື່ອນໄຂຄວນໄຖດິນ 1-3 ຄັ້ງ ທັງນີ້ກໍ່ຂຶ້ນກັບສະພາບຂອງດິນ ແລະ ເຄື່ອງມືອຸປະກອນທີ່ໃຊ້ໃນການກຽມດິນເຊັ່ນ: ໃຊ້ແຮງງານສັດ ຫລື ໃຊ້ລົດໄຖ.
ການຄັດເລຶອກທ່ອນພັນ:
ສຳລັບມັນຕົ້ນທີ່ໃຊ້ເຮັດແນວພັນ ມີອາຍຸປະມານ 6-12 ເດືອນ, ຄວນຄັດເລືອກເອົາທ່ອນພັນຈາກຕົ້ນທີ່ສົມບູນ ບໍ່ມີແມງ ຫລື ເພ້ຍກັດເຈາະ, ທ່ອນພັນມີຂະຫນາດຍາວປະມານ 10-20 ຊັງຕີແມັດ, ໃຫ້ມີຕາປະມານ 5-7 ຕາ ເມື່ອເລືອກທ່ອນພັນໄດ້ແລ້ວຄວນເອົາໄປປູກທັນທີໂລດ.
ວິທີການປູກ:
ຖ້າພື້ນທີ່ປູກມີຄວາມຊຸ່ມສູງ ຄວນປູກແບບມີການຍົກຮ່ອງ ແຕ່ຖ້າພື້ນທີ່ບໍ່ມີນ້ຳຂັງອາດຈະປູກກັບພື້ນພຽງເລີຍ.
ວິທີການປູກມັນຕົ້ນມີ 2 ວິທີຄື:
1. ປູກແບບປັກທ່ອນພັນ: ສາມາດປັກຕັ້ງຊື່ຂຶ້ນເລີຍ ຫລື ປັກງ່ຽງລົງໄປໃນດິນເລິກປະມານ 10-15 ຊັງຕີແມັດ ຈົ່ງທາງປາຍຂອງທ່ອນພັນພົ້ນດິນປະມານ 5-10 ຊັງຕີແມັດ ຫລັງຈາກນັ້ນ, ໃຊ້ຕີນຢຽບດິນອ້ອມເຫງົ້າໃຫ້ແຫນ້ນ.
2. ປູກແບບວາງທ່ອນພັນນອນກັບພື້ນ: ໃຫ້ໃຊ້ຈົກຂຸດດິນຕາມໄລຍະປູກໃຫ້ເລິກປະມານ 10-15 ຊັງຕີແມັດ, ວາງທ່ອນພັນລົງແລ້ວຊະດິນປົກ.
ລະດູປູກ:
ຖ້າມີລະບົບຊົນລະປະທານ ມັນຕົ້ນສາມາດປູກໄດ້ຕະຫລອດປີ ແຕ່ຖ້າອາໃສນ້ຳຝົນຄວນປູກມັນຕົ້ນໃນຕົ້ນລະດູຝົນ ປະ ມານເດືອນພຶດສະພາ ຫາ ເດືອນມີຖຸນາ ຫລື ອາດປູກປາຍລະດູຝົນປະມານເດືອນກັນຍາ ຫາ ເດືອນຕຸລາ.
ການລົວລະບັດຮັກສາ:
ການພວນດິນ ແລະ ເສຍຫຍ້າເປັນສິ່ງຈຳເປັນຕ້ອງໄດ້ເຮັດ ໂດຍສະເພາະເມື່ອມັນຕົ້ນ ມີອາຍຸ 1 ເດືອນ ຈະຕ້ອງໄດ້ພວນດິນ ແລະ ເສຍຫຍ້າ 1 ເທື່ອ ເມື່ອສັງເກດເຫັນວ່າດິນແຫນ້ນ ແລະ ມີຫຍ້າຂຶ້ນມາປົກຄຸມຫລາຍ ກໍ່ຕ້ອງພວນດິນ ແລະ ເສຍຫຍ້າອີກ 1-2 ເທື່ອ ທັງນີ້ ຂຶ້ນກັບຄວາມຫນາແຫນ້ນຂອງຫຍ້າ ແລະ ອາຍຸຂອງມັນຕົ້ນ, ບໍ່ຄວນປ່ອຍໃຫ້ຫຍ້າຮົກຫລາຍ ເພາະຈະເຮັດໃຫ້ລຳມັນຕົ້ນບໍ່ຈະເລີນເຕີບໂຕດີ ແລະ ມີຫົວນ້ອຍ. ຂໍ້ຄວນລະວັງໃນການພວນດິນ ແລະ ເສຍຫຍ້າ ພະຍາຍາມບໍ່ໃຫ້ກະທົບກະເທືອນໃສ່ຮາກຂອງມັນຕົ້ນຫລາຍ ໂດຍສະເພາະແມ່ນໄລຍະທີ່ມັນຕົ້ນກຳລັງລົງຫົວ ເພາະມັນຈະເຮັດໃຫ້ລຳຕົ້ນຈະ ເລີນເຕີບໂຕບໍ່ໄດ້ດີ.
ການໃສ່ຝຸ່ນ:
ມັນຕົ້ນເປັນພືດທີ່ໃຫ້ຜົນຜະລິດສູງຕໍ່ເນື້ອທີ່ ເມື່ອປຽບທຽບໃສ່ພືດໄຮ່ຊະນິດອື່ນໆ ໂດຍທົ່ວໄປແລ້ວສຳລັບດິນຊາຍ ເຊິ່ງຈັດວ່າເປັນດິນທີ່ມີຄວາມອຸດົມສົມບູນຕ່ຳ ໃຫ້ໃສ່ຝຸ່ນວິທະຍາສາດສູດ 15-15-15 ໃນອັດຕາ 100 ກິໂລຕໍ່ໄລ່, ດິນທີ່ມີຄວາມອຸດົມສົມບູນປານກາງ ໃຫ້ໃສ່ຝຸ່ນວິທະຍາສາດສູດ 15-15-15 ໃນອັດຕາ 50 ກິໂລຕໍ່ໄລ່ ໂດຍໂຮຍໃສ່ຂ້າງເຫງົ້າ ຫລື ຂ້າງແຖວແລ້ວກົບດິນປົກ ສຳລັບການໃສ່ຝຸ່ນຄວນໃສ່ຫລັງຈາກເສຍຫຍ້າພວນດິນຄັ້ງທຳອິດ ເມື່ອມັນຕົ້ນມີອາຍຸປະມານ 1-2 ເດືອນ ຫລັງຈາກໃສ່ຝຸ່ນແລ້ວຄວນໄດ້ຮັບນ້ຳ ເພື່ອພືດຈະໄດ້ຮັບຝຸ່ນຢ່າງເຕັມສ່ວນ.
ການປູກແຊມ:
ເນື່ອງຈາກມັນຕົ້ນມີອາຍຸຍາວເຖິງ 12 ເດືອນ ແລະ ປູກຫ່າງກັນສົມຄວນ ໃນໄລຍະ 2-3 ເດືອນທຳອິດ ໃຫ້ປູກພືດແຊມ ໂດຍສະເພາະແມ່ນຖົ່ວດິນ ຍິ່ງຊ່ວຍເພີ່ມຄວາມອຸດົມສົມບູນຂອງດິນໃຫ້ດີຂຶ້ນ ໂດຍປູກພືດຕະກຸນຖົ່ວ 2 ແຖວລະຫວ່າງແຖວມັນຕົ້ນ, ແຖວຖົ່ວຫ່າງກັນ 10 ຊັງຕີແມັດ, ມັນຕົ້ນກັບພືດແຊມແມ່ນໃຫ້ປູກພ້ອມໆກັນ ຄວນປູກຕາມລະດູການຂອງພືດທີ່ໃຊ້ເປັນພືດແຊມ.
ພະຍາດ ແລະ ແມງໄມ້.
- ພະຍາດເຫງົ້າເນົ່າ: ເກີດຈາກດ້ວງ ຫລື ແມງເຈາະ ວິທີການປ້ອງກັນໃຫ້ໃຊ້ຢາຟູໂດລານ.
- ພະຍາດໃບຈຸດ: ເຊິ່ງເກີດຈາກເຊື້ອລາ Cercospora ເຮັດໃຫ້ໃບຈຸດສີນ້ຳຕານ ແລະ ຫ່ຽວລົ່ນແຕ່ບໍ່ຮ້າຍແຮງ.
- ພະຍາດໃບໃຫມ້: ເກີດຈາກເຊື້ອ ແບັກທີເຣຍ ເຮັດໃຫ້ໃບໃຫມ້ອາດເຖິງຍອດແຫ້ງ ແລະ ຕົ້ນຕາຍໄດ້ ປ້ອງກັນໂດຍການຖອນ ແລະ ເຜົາຖິ້ມ.
- ແມງໄມ້ທີ່ສຳຄັນໄດ້ແກ່: ເພ້ຍຫອຍ ຖ້າພົບເຫັນຫລາຍໃຊ້ຢາປະເພດດູດຊຶມກໍ່ໄດ້.
- ສັດຕູທີ່ສຳຄັນອີກຊະນິດຫນຶ່ງໄດ້ແກ່: ໄຮແດງ ວິທີປ້ອງກັນໂດຍໃຊ້ຢາເດນເທນ.
ການເກັບກ່ຽວ:
ມັນຕົ້ນສາມາດເກັບກ່ຽວໄດ້ຕັ້ງແຕ່ອາຍຸ 6 ເດືອນ ຍິ່ງມີອາຍຸຫລາຍຜົນຜະລິດຍິ່ງເພີ່ມຂຶ້ນຫລາຍຈົນເຖິງອາຍຸ 18 ເດືອນ, ອາຍຸເກັບກ່ຽວທີ່ເຫມາະສົມຄືປະມານ 12 ເດືອນ ເມື່ອເກັບກ່ຽວແລ້ວສາມາດປູກມັນຕົ້ນຮຸ່ນຕໍ່ໄປໃນລະດູດຽວກັນ ເກັບກ່ຽວໂດຍຕັດລຳໃຫ້ເຫລືອແຕ່ຕໍຍາວປະມານ 50 ຊັງຕີແມັດ ຖ້າເປັນດິນຊາຍຖອນດ້ວຍມືກໍ່ໄດ້ ຫລື ໃຊ້ຈົກ ຫລື ສຽມກົ່ນເອົາ ແລະ ຕັດຫົວອອກຈາກເຫງົ້າ ພ້ອມດຽວກັນນັ້ນກໍ່ສົ່ງຂາຍໄດ້ເລີຍ ຫລັງຈາກເກັບຫົວແລ້ວລຳມັນຕົ້ນທີ່ເຫລືອຈະເກັບໄວ້ເຮັດແນວພັນ ແລະ ເຫລືອຈາກນັ້ນກໍ່ຄວນໄຖກົບລົງດິນປະໃຫ້ເນົ່າເປື່ອຍ ເຊິ່ງມັນຈະຊ່ວຍໃນການບຳລຸງດິນ.
ການເກັບຮັກສາ:
ຫລັງຈາກຂຸດຫົວມັນຕົ້ນແລ້ວ ໂດຍໃຊ້ມັນຕົ້ນ 1ລຳ ສາມາດຕັດຂະຫຍາຍໄດ້ 6-10ທ່ອນ, ແຕ່ລະທ່ອນຍາວປະມານ 15-20ຊັງຕີແມັດ, ໃຫ້ມີຕາປະມານ 5-7ຕາ ຂຶ້ນກັບຄວາມອຸດົມສົມບູນຂອງລຳຕົ້ນ ແຕ່ຖ້າຕ້ອງການຂະຫຍາຍພັນໃຫ້ໄດ້ຫລາຍ ກວ່າປົກກະຕິກໍ່ສາມາດເຮັດໄດ້ ໂດຍການຕັດທ່ອນພັນໃຫ້ສັ້ນເຂົ້າໂດຍໃຫ້ມີຕາ 2-3ຕາ ແຕ່ຈຳເປັນຕ້ອງໄດ້ເພາະຊຳທ່ອນພັນທີ່ຕັດນັ້ນເປັນຢ່າງດີ ຈົນກວ່າຈະມີຫນໍ່ປົ່ງຂຶ້ນມາຢ່າງແຂງແຮງ ແລ້ວຈິ່ງນຳໄປປູກໃນສວນກ້າ.