ຂໍອະໄພ ເນື້ອຫາ ແລະຮູບພາບຍັງບໍ່ພຽງພໍ ກຳລັງຊອກຫາຢູ່
ຝາກເບິ່ງແຍງຄວາມຮູ້ສຶກກັນ
ເວລາບໍ່ມີຂ້ອຍໄປຢູ່ໃກ້
ຝາກໃຫ້ເກັບຄວາມຫ່ວງໃຍ
ເອົາໃຈໃສ່ມັນເມື່ອຫ່າງກັນ

ອຸປະສັກຫນັກເທົ່າໃດ ກໍບໍ່ຫວັ່ນ
ຄືນແລະວັນຈະໂຫດຮ້າຍ ຈັກພຽງໃດ
ຮ້ອຍພັນປັນຫາ ຈະຜ່ານໄປ
ພຽງມີເຈົ້າຍິ້ມ ໃຫ້ຢູ່ປາຍທາງ

ຫາກວ່າເຈົ້າທໍ້ແທ້
ຫລືອອ່ນແອໃນມື້ໃດ
ຂ້ອຍຄົນນີ້ຈະຂໍເປັນກຳລັງໃຈ
ໃຫ້ເຈົ້າຕະຫລອດໄປ

ຢ່າໄປໄຫ້ກັບການເລີກລາ
ເພາະເຮົາບໍ່ໄດ້ເສຍຄົນຮັກ
ແຕ່ເຮົາເສຍຄົນທີ່ບໍ່ຮັກເຮົາ…!!

“ຂໍໂທດ” ບໍ່ໄດ້ແປວ່າ “ຜິດ”
“ຫງຸດງິດ” ບໍ່ໄດ້ແປວ່າ “ສົງໄສ”
“ບໍ່ເວົ້າບໍ່ແຄ” ບໍ່ໄດ້ແປວ່າ “ບໍ່ສົນໃຈ”
ແລະຄຳທີ່ບອກວ່າ.. “ບໍ່ເປັນຫຍັງ”
ພຽງແຕ່ຢາກໃຫ້ “ອາລົມໃນໃຈ” ມັນ”ສະຫງົບ”!

 

 

Free Web Hosting