ຫມາກ​ນັດ ເປັນ​ພືດ​ລົ້ມ​ລຸກ​ຊະ­ນິດ​ຫນຶ່ງ​ທີ່​ມີ​ຕົ້ນ​ກຳ­ເນີດ​ມາ​ຈາກ ອາ­ເມ­ລິ­ກາ​ໃຕ້ ລຳ­ຕົ້ນ​ມີ​ຂະ­ຫນາດ​ສູງ​ປະ­ມານ 80-100 ຊັງ​ຕີ​ແມັດ, ສ່ວນ​ການ​ປູກ​ກໍ່​ສາ­ມາດ​ປູກ​ໄດ້​ງ່າຍ​ດ້ວຍ​ການ​ໃຊ້​ຫນໍ່ ຫລື ທີ່​ເປັນ​ສ່ວນ​ຍອດ​ຂອງ​ຫມາກ​ທີ່​ເອີ້ນ​ກັນ​ວ່າ “ຈອມ” ນຳ​ມາ​ຝັງ​ລົງ​ກັບ​ດິນ​ໄວ້ແລ້ວ​ຈະ​ອອກ​ເປັນ​ຫມາກ.
      ລັກ­ສະ­ນະ​ຂອງ​ຫມາກ​ນັດ ເປັນ​ພືດ​ໃບ​ລ້ຽງ​ດຽວ​ຈັດ​ຢູ່​ໃນ​ຈຳ­ພວກ​ໄມ້​ເນື້ອ​ອ່ອນ​ທີ່​ມີ​ອາ­ຍຸ​ໄດ້ຫລາຍ​ປີສາ­ມາດ​ທົນ​ຕໍ່​ສະ­ພາບ​ແວດ​ລ້ອມ​ຕ່າງໆ​ໄດ້​ດີ ແລະ ປູກ​ໄດ້​ໃນ​ດິນ​ເກືອບ​ທຸກ​ແຫ່ງ​ໃນ​ທົ່ວ​ປະ­ເທດ, ເຫມາະ​ສົມ​ແກ່​ຊາວ​ສວນ​ທີ່​ມີ​ພຶ້ນ​ທີ່­ຢູ່​ແລ້ວ­ແຕ່​ບໍ່​ຮູ້​ປູກ​ພືດ​ຊະ­ນິດ​ໃດ​ເພື່ອ​ເປັນ​ສິນ­ຄ້າ, ສາ­ມາດ​ສ້າງ​ລາຍ​ຮັບ​ໄດ້ ແລະ ຫມາກ​ນັດ​ກໍ່​ເປັນ​ພືດ​ທີ່​ຄົນ ນິ­ຍົມ​ບໍ­ລິ­ໂພກ​ເພາະ​ມີ​ລົດ​ຊາດ​ທີ່​ແຊບ ແລະ ຫອມ​ຫວານ​ນຳ​ອີກ.
      ການ​ປູກ​ຫມາກ​ນັດ​ສາ­ມາດ​ເຮັດ​ໄດ້​ດ້ວຍ​ວິ­ທີ​ງ່າຍໆ ສຳ­ລັບ ພຶ້ນ​ທີ່​ທີ່​ເຄີຍ​ປູກ​ຫມາກ​ນັດ​ມາ​ກ່ອນ​ແລ້ວ​ດ້ວຍ​ການ​ໄຖ​ແລ້ວ​ສັບ​ໃບ ແລະ ຕົ້ນ​ຖິ້ມ​ໄວ້​ປະ­ມານ 2-3 ເດືອນ​ແລ້ວ​ໄຖ​ປົກ 1 ຄັ້ງ ຈາກ​ນັ້ນ​ຕາກ​ດິນ​ປະ​ໄວ້ 7-10 ວັນ, ຈາກ​ນັ້ນ​ໃຫ້​ພວນ 1-2 ຄັ້ງ​ພ້ອມ​ທັງ​ຍົກ​ຫນານ​ໃຫ້​ສູງ 1-5 ຊັງ​ຕີ​ແມັດ​ແລ້ວ​ຂຸດ​ຂຸມ​ປູກ​ຫມາກ​ນັດ, ແຕ່​ພຶ້ນ​ທີ່​ທີ່​ບໍ່​ເຄີຍ​ປູກ​ກໍ່​ສາ­ມາດ​ໄຖ​ດິນ​ຕາກ­ແດດ​ພ້ອມ​ທັງ​ເກັບ​ເສດ​ຫຍ້າ​ອອກ​ແລ້ວປູກ​ໄດ້​ເລີຍ.
ສ່ວນ​ຂັ້ນ​ຕອນ​ຂອງ​ການ​ເລືອກ​ແນວ​ພັນ​ປູກ​ແມ່ນປະ­ຕິ­ບັດ​ໄດ້​ດ້ວຍ​ວິ­ທີ​ໃຊ້​ຫນໍ່​ເພື່ອ​ຂະ­ຫຍາຍ​ພັນ, ເພາະ​ຫມາກ​ນັດຂະ­ຫຍາຍ​ແນວ​ພັນ​ດ້ວຍ​ການ​ໃຊ້​ຫນໍ່​ເຊັ່ນ: ຂັດ​ຫນໍ່​ໃຫ້​ມີ​ຂະ­ຫນາດ​ດຽວ​ກັນ​ສຳ­ລັບ​ປູກ​ໃນ​ແຕ່​ລະ​ຫນານ ເພື່ອ​ຈະ​ເກັບ​ກ່ຽວ​ໄດ້​ພ້ອມ​ກັນ, ບໍ່​ຄວນ​ໃຊ້​ຫນໍ່​ທີ່​ຫັກ​ຈາກ​ຕົ້ນ​ແລ້ວ​ເກັບ​ໄວ້​ດົນ​ເກີນ​ໄປ​ເພື່ອ​ໄປ​ປູກ, ສ່ວນ​ການ​ເລືອກ​ຫນໍ່​ກໍ່​ສຳ­ຄັນ​ເພາະ​ຈະ​ສາ­ມາດ​ບັງ­ຄັບ​ການ​ອອກ­ດອກ​ໄດ້​ເມື່ອ​ອາ­ຍຸ​ປູກ 8-12 ເດືອນ​ເຊິ່ງ​ຈະ​ຂຶ້ນ​ຢູ່​ກັບ​ຂະ­ຫນາດ​ຂອງ​ຫນໍ່​ທີ່​ໃຊ້​ປູກ.
   ກ່ອນ​ຈະ​ປູກ​ຫມາກ​ນັດ​ເຮົາ​ຕ້ອງ​ຈຸ່ມ​ຫນໍ່​ຫມາກ​ນັດ​ດ້ວຍ​ສານ​ປ້ອງ​ກັນ​ໂລກ​ຮາກ​ເຫນົ່າ ເພື່ອ​ບໍ່​ໃຫ້​ຫນໍ່ ຫລື ຕົ້ນ​ເຫນົ່າ ໂດຍ​ສະ­ເພາະ​ຖ້າ​ຫາກ​ປູກ​ໃນ​ໄຍ​ະ​ລະ­ດູ­ຝົນ. ການ​ປູກ​ແມ່ນ​ສາ­ມາດ​ເຮັດ​ເປັນ​ແຖວ​ຄູ່​ໄລ­ຍະ​ປູກ 30X30X(80-90) ຊັງ​ຕີ​ແມັດ, ປູກ​ໄດ້​ປະ­ມານ 7,500-8,500 ຕົ້ນ​ຕໍ່​ໄລ່, ແຕ່​ຕ້ອງ​ບໍ່​ໃຫ້​ເກີນ 12,000 ຕົ້ນ​ຕໍ່​ໄລ່ ເພາະ​ຈະ​ເຮັດ​ໃຫ້​ພືດ​ມີ​ອາ­ຫານ​ບໍ່​ພຽງ­ພໍ ແລະ ຈະ­ເລີນ​ເຕີບ​ໂຕ​ຊ້າ​ລົງ.
    ສຳ­ລັບ​ການ​ດູ​ແລ​ຮັກ­ສາ ແລະ ການ​ໃຫ້​ນ້ຳ​ໃນ​ການ​ປູກ​ຫມາກ​ນັດ, ເຊິ່ງ​ຫມາກ​ນັດ​ບໍ່​ຈຳ­ເປັນ​ຕ້ອງ​ໃຫ້​ນ້ຳ​ຖ້າ​ຫາກ​ມີ​ປະ­ລິ­ມານ​ນ້ຳ​ຝົນ​ສະ​ຫມ່ຳ​ສະ­ເຫມີ​ຕະ­ຫລອດ​ລະ­ດູ​ການ, ແຕ່​ສຳ­ລັບ​ພຶ້ນ​ທີ່​ທີ່​ບໍ່​ມີ​ຝົນ​ພຽງ­ພໍ​ແມ່ນ​ຈະ​ໃຫ້​ໃນ​ເມື່ອ​ໄລ­ຍະ​ທີ່​ຫມາກ​ນັດ​ກຳ­ລັງ​ເຕີບ​ໃຫຍ່​ຄວນ​ໃຫ້​ອາ­ທິດ​ລະ 1-2 ລິດ​ຕໍ່​ຕົ້ນ, ຫລັງຈາກການໃສ່ຝຸ່ນ ຖ້າຫາກຝົນບໍ່ຕົກຕ້ອງໃຫ້ນ້ຳເພື່ອໃຫ້ຕົ້ນຫມາກນັດດູດຊຶມເອົາຝຸ່ນໄດ້ຫມົດ ຄວນຈະໃຫ້ນ້ຳກ່ອນ- ແລະ ຫລັງການອອກດອກ ຈາກນັ້ນກໍ່ຢຸດການໃຫ້ນ້ຳກ່ອນທີ່ຈະເກັບກ່ຽວປະມານ- 15-30 ວັນ.

Free Web Hosting