Canon ເຜີຍໂສມ EOS 100D ໃຫມ່ ກ້ອງ DSLR ທີ່ນ້ອຍ ແລະ ເບົາທີ່ສຸດໃນໂລກ

   ກະ­ແສ​ກ້ອງ​ຕົວ​ນ້ອຍ​ແຕ່​ມີ​ລິດຫລາຍ​ໄດ້​ເກາະ​ກຸ່ມ​ຕະ­ຫລາດກ້ອງ​ມາ​ຫລາຍ​ປີ ໂດຍ​ສະ­ເພາະ​ກະແສ​ຂອງ​ກ້ອງ​ແບບ Mirrorless (ກ້ອງ​ປ່ຽນ​ເລນສ໌​ໄດ້​ທີ່​ບໍ່​ແມ່ນກ້ອງ DSLR) ທີ່​ມາ​ແຮງ​ຫລາຍໃນ 2-3 ປີ​ຫລັງ ເຊິ່ງ​ເຖິງ​ວ່າ​ຈະມີ​ຂໍ້​ດີ​ຫລາຍ​ປະ­ການ​ແຕ່​ຈຸດ​ອ່ອນ​ທີ່​ສໍາ­ຄັນ​ທີ່​ສຸດ​ສໍາ­ລັບ​ກ້ອງ​ແບບ Mirrorless  ໂດຍ​ທົ່ວ​ໄປ​ກໍ່​ຄືການທີ່​ຕ້ອງ​ຖ່າຍ​ພາບ​ດ້ວຍ​ການ​ເບິ່ງຈໍ​ພາບ​ດ້ານ​ຫລັງ​ກ້ອນ​ພຽງ​ຢ່າງດຽວ​ເຮັດ​ໃຫ້­ການ​ຖ່າຍ​ພາບ​ໃນບ່ອນ​ແສງ​ແດດ​ກ້າໆ​ບ່ອນ​ທີ່​ສະຫວ່າງ​ຫລາຍໆ​ບໍ່​ດີ ເພາະ​ເຮົາ​ຈະເບິ່ງ​ພາບ​ໃນ​ຫນ້າ​ຈໍ​ບໍ່​ຄ່ອຍ​ເຫັນ ແຕ່​ຜິດ​ກັບ​ກ້ອງ DSLR ທີ່​ເຮົາເບິ່ງພາບ​ຈາກ​ຊ່ອງ​ມອງ​ພາບ​ເປັນຫລັກ ຈິ່ງ​ບໍ່​ມີ​ບັນ­ຫາ​ຫຍັງ​ເວ­ລາ​ໃຊ້ວຽກ​ກາງ­ແຈ້ງ​ກາງ​ແດດ​ແຮງໆນີ້​ຄື​ຈຸດ​ແຂງ​ທີ່​ສໍາ­ຄັນ​ຂອງ​ກ້ອງແບບ DSLR ແລະ ເມື່ອ​ເວົ້າ​ເຖິງກ້ອງ​ແບບ DSLR ຜູ້­ນໍາ​ຂອງ​ກ້ອງແບບ​ນີ້​ກໍ່​ຄື Canon ນັ້ນ​ເອງ.
   ການ​ທີ່​ແຄ​ນອນ (Canon) ເຫັນ​ຈຸດ​ແຂງ​ຂອງ​ຕົນ​ເອງ​ໃນ​ຕະຫລາດ​ກ້ອງ DSLR ແລະ ການປີ້ນ​ເບິ່ງ​ຈຸດ​ອ່ອນ​ຄູ່​ແຂ່ງ​ໃນ​ຕະຫລາດ​ກ້ອງ​ແບບ Mirrorless  ທີ່​ມີ​ຫລາຍ​ຄ້າຍ​ລົງ​ມາ​ຢ່າງ​ເຕັມຕົວ​ເຖິງ​ວ່າ​ທາງ Canon ເອງ​ກໍ່ມີ​ກ້ອງ​ແບບ Mirrorless ມາເຈາະ​ຕະ­ຫລາດ​ກັບ​ເຂົາ​ຢູ່​ຄື​ກັນ ເຊັ່ນ EOS M ແຕ່​ເພື່ອ​ຄວາມ​ແນ່ນອນ​ວິ­ໄສ​ທັດ​ທີ່​ກວ້າງ​ໄກ Canon ຈິ່ງ​ອອກ​ຫມັດ​ເດັດ​ຕາມ​ມາ​ໃນ ສິ່ງ​ທີ່​ຕົນ​ເອງ​ຖະ­ຫນັດ​ທີ່​ສຸດ​ຄື​ກ້ອງ DSLR ຕົວ​ນ້ອຍ​ແບບ​ຊົກ​ເຂົ້າ ປາຍ​ຄາງ​ຄູ່​ແຂ່ງ​ແບບ​ເນັ້ນໆໄປ​ທີ່ Mirrorless ເປັນ​ຫລັກ​ໃຫ້​ຄູ່​ແຂ່ງ ທີ່​ມີ Mirrorless ຫລາຍໆ​ຕ້ອງຫນ້າ​ຫງາຍ​ແດ່​ຄື​ກັນ, ຫມັດ​ເດັດ​ທີ່ ກ່າວ​ເຖິງ​ນີ້​ກໍ່​ຄື Canon EOS100D ກ້ອງ DSLR  ນ້ອຍ​ຕົວຫລ້າ​ສຸດ​ຈາກ Canon ທີ່​ຄ້າຍ­ຄືວ່າ​ຈະ​ອອກ​ມາ​ຕອບ​ໂຈດ​ຄົນ​ທີ່​ມັກ ກ້ອງ​ນ້ອຍໆ​ເຊັນ​ເຊີ​ໃຫຍ່ໆ​ຖ່າຍຄົມ​ຕື້ນ​ໄດ້​ຄຸ­ນະ­ພາບ​ດີ ແຕ່​ລັກ​ເບື່ອຫນ່າຍ​ກັບ​ການ​ຖ່າຍ​ດ້ວຍ​ກ້ອງ Mirrorless ໃນ​ບ່ອນ​ແດດ​ກ້າໆ​ທີ່​ເບິ່ງ​ຫຍັງ​ເທິງ​ຫນ້າ​ຈໍ​ບໍ່​ຄ່ອຍ​ຈະເຫັນ​ເລີຍ ສະ­ນັ້ນ​ກໍ່​ບໍ່​ຕ້ອງ​ໃຊ້ Mirrorless ໃຊ້ DSLR ຕໍ່​ໄປ ແຕ່ Canon ເຮັດ EOS 100D ກ້ອງ DSLR ຕົວ​ນ້ອຍ​ເທົ່າ​ກັບ Mirrorlessມາ​ໃຫ້​ໃຊ້​ກັນ​ແລ້ວ.

ຮູບ​ຮ່າງ​ລັກ­ສະ­ນະ​ພາຍ​ນອກ
   ມາ​ເບິ່ງ​ເລື່ອງ​ການ​ອອກ​ແບບ ແລະ ການ​ວາງ​ປຸ່ມ​ຕ່າງໆ​ຂອງ ກ້ອງ Canon EOS 100D ກັນດີ​ກວ່າເລີ່ມ​ຈາກ​ການ​ອອກ​ແບບຍັງ​ຄົງ​ຄວາມ​ເປັນ​ແຄ​ນອນ​ໂຫມດການ​ຖ່າຍ​ພາບ​ທີ່​ເປັນ​ແປ້ນ​ຫມຸນນັ້ນ​ໃຫ້​ມາ​ຄົບ​ມີ​ຮອທ​ຊູ​ແຟລດມາດ­ຕະ­ຖານ​ທີ່​ສໍາ­ຄັນ​ອີກ​ອັນຫນຶ່ງ​ກໍ່​ຄື​ສະ​ວິດ​ເລື່ອນ​ໂຫມດ​ຖ່າຍວິ​ດີ​ໂອ​ເອົາ​ໄວ້​ໃຊ້​ວຽກ  Live View ໄດ້.
   ດ້ານ​ຫລັງ​ຕົວ​ກ້ອງ​ລຽບ​ງ່າຍສະ­ບາຍ​ຕາ​ປຸ່ມ​ຕັ້ງ​ຄ່າ​ກ້ອງ​ຕ່າງໆມີ​ສະ­ເພາະ​ອັນ​ສໍາຄັນໆ ດັ່ງ­ນັ້ນ ບາງ​ເມ​ນູນ​ອາດ​ຈະ​ຕ້ອງ​ເຂົ້າ​ໄປຊອກ​ຫາ​ໃນ​ເມ​ນູ​ດ້ານ​ໃນ​ອີກ​ເທື່ອຫນຶ່ງເຮັດ​ໃຫ້​ບໍ່​ເຫມາະ​ສໍາ­ລັບ​ມື​ອາຊີບ​ທີ່​ຕ້ອງ­ການ​ປຸ່ມ​ກົດ​ຫລາຍໆ​ໄວ້ເຮັດ​ວຽກ​ແບບ​ວ່ອງ­ໄວ ເພາະ​ເນັ້ນປຸ່ມ​ຫນ້ອຍ​ຊອກ​ຫາ​ງ່າຍ​ສໍາ­ລັບ​ມື ໃຫມ່ ຫລື ຄົນ​ທີ່​ຢາກ​ໄດ້​ກ້ອງ​ສໍາລັບ​ຖ່າຍ​ພາບ​ວັນ​ພັກ­ຜ່ອນ​ຫລາຍ​ກວ່າ.
  ບໍ­ລິ­ເວນ​ບ່ອນ​ຈັບ​ເປັນ​ການ​ອອກ​ແບບ​ໃຫມ່​ຊ່ວຍ​ເພີ່ມ​ຄວາມ​ກະ­ທັດ​ໃນ​ການ​ຈັບ​ຖື ແຕ່​ຄື​ທີ່​ກ່າວ ໄປ​ແລ້ວ​ວ່າ​ກ້ອງ​ມັນ​ນ້ອຍ​ຄົນ​ມື​ໃຫຍ່​ທີ່​ຄຸ້ນ​ເຄີຍ​ກັບ​ກ້ອງ​ທີ່​ຈັບ​ແບບ​ເຕັມ​ໄມ້​ເຕັມ​ມື​ມາ​ເຈິ​ຕົວ​ນີ້​ອາດ​ບໍ່​ມັກ​ກໍ່​ເປັນ​ໄດ້ ແຕ່​ຖ້າ​ຄິດ​ເຖິງ​ເລື່ອງ​ຄວາມ​ເບົາ​ຄວາມ​ນ້ອ​ຄວາມ​ສະ­ດວກ​ໃນ​ການ​ຖ່າຍ​ພາບ​ບໍ່​ແມ່ນ​ເອົາ​ມາ​ເປັນ​ພາ­ລະ​ທີ່​ຕ້ອງ​ແບກ​ຕ້ອງ​ຍົກ​ໃຫ້ Canon EOS 100D ຕົວ​ນີ້​ໄປ​ເລີຍ, ສ່ວນ​ຜອດ​ການ​ເຊື່ອມ​ຕໍ່​ກໍ່​ມີ​ໃຫ້​ມາ​ແນ່­ນອນ ທັງ​ຜອດ HDMI, ໄມ​ໂຄຣ​ຊອຟທ໌, ຣີ​ໂຫມດ, ຊ່ອງ  AV out ແລະ USB.
  ຄຸນ­ສົມ­ບັດ​ການ​ດ້ານ​ຖ່າຍ ພາບ​ຕ່າງໆ
-   ມີ​ຂະ­ຫນາດ​ເຊັນ​ເຊີ​ເປັນ​ແບບ APS-C (22.3mm x 14.9mm) ຄວາມ​ລະ­ອຽດ 18ລ້ານ​ພິກ​ເຊລ​ຕົວ​ຄູນ​ທີ່ 1.6x ເມື່ອ​ທຽບ​ກັບ​ຂະ­ຫນາດ​ຟິມ​ລ​ຂອງ ກ້ອງ 35ມີ​ລີ​ແມັດ, ຂະ­ຫນາດ ຂອງ​ຟາຍລ໌ທີ່​ໄດ້​ໃຫຍ່​ສຸດ​ທີ່ 17,90ລ້ານ​ພິກ​ເຊລ ຫລື ຄວາມ​ລະ­ອຽດ 5.184 x 3.456ພິກ​ເຊລ
-   ຮອງ​ຮັບ ISO 100-12,800 (High 25,600)
-   ມີ​ຈຸດ​ໂຟກ​ັສ 9ຈຸດ ແລະ​ຈຸດ​ໂຟກ​ັສ​ແບບ Cross-type ທີ່ ຈຸດ​ກາງ​ມີ​ລະ­ບົບ​ໂຟກ​ັສ​ໃຫມ່​ຊື່­ວ່າ Hybrid CMOS AD II ທີ່​ຈັບ ໂຟກ​ັສ​ໄດ້​ພື້ນ​ທີ່​ຫລາຍ​ຂຶ້ນ ແລະ ຄວບ​ຄຸມ​ຈາກ​ຈໍ​ພາບ​ຫລັງ ກ້ອງ​ໄດ້ ອີກ, ຮອງ​ຮັບ​ເລນສ໌​ຄວາມ​ໄວ ແສງ​ສູງ​ສຸດ f/2.8
-    ສາ­ມາດ​ຖ່າຍ​ພາບ​ໄດ້​ຕໍ່ ເນື່ອງ 4ເຟຣມ​ຕໍ່​ວິ­ນາ­ທີ
-    ໃສ່ ImageProcessor ຮຸ່ນ DIGIC 5ມາ​ໃນ​ຕົວ​ກ້ອງ
-    ລະ­ບົບ​ວັດ­ແທກ​ສອງ  63  ໂຊນ​ແບບ Dual-layer
-   ລະ­ບົບ​ຖ່າຍ​ວິ​ດີ​ໂອ EOS Movie mode ທີ່​ສາ­ມາດ​ຖ່າຍ ວິ​ດີ​ໂອ​ໄດ້​ເຖິງ​ຂະ­ຫນາດ 1080p (Full HD) ພ້ອມ​ຄຸນ­ສົມ­ບັດ Movie Servo AF
-   ຂະ­ຫນາດ​ຂອງ View Finder ຮອງ​ຮັບ 95%  ຂອງ​ພື້ນ ທີ່​ທັງ​ຫມົດ ແລະ ອັດ­ຕາ​ຂະ­ຫຍາຍ 0,87ເທົ່າ
-    ຈໍ​ພາບ​ດ້ານ​ຫລັງ​ມີ​ຂະ ຫນາດ 3ນິ້ວ ເປັນ​ແບບ Clear View II ທີ່​ໃຫ້​ພາບ​ຄົມ​ຫລາຍ​ຂຶ້ນ ສາ­ມາດ​ເບິ່ງ​ໄດ້​ໃນ​ບ່ອນ​ທີ່​ມີ​ແສງ​ແດດ​ກ້າ ແລະ ຕ້ອງ­ການ​ເບິ່ງ ພາບ​ດ້ານ​ຫລັງ, ຈໍ​ພາບ​ດ້ານ​ຫລັງ ເປັນ​ແບບ  Multi-touch ເພື່ອ​ສັ່ງ​ງານ​ກ້ອງ​ຈາກ​ຕົວ​ຈໍ​ພາບ​ໄດ້​ທັນ­ທີ
-  ເຮັດ​ວຽກ​ຮ່ວມ​ກັບ​ຫນ່ວຍ ຄວາມ​ຈຳ SDXC  ແລະ ຮອງ ຮັບ Eye-Fi
-    ມີ  Scene Mode ໃຫ້ ເລືອກ​ໃຊ້
-  ເມົາທ໌​ເລນສ໌​ໃຊ້​ວຽກ​ຮ່ວມ ກັບ​ເລນສ໌ EF ແລະ EFS ຂອງ ແຄ​ນອນ​ໄດ້​ຄື​ກັບ​ຮຸ່ນ​ມື​ອາ­ຊີບ ເຊັ່ນ EOS 650D ຫລື EOS 7D ເປັນ­ຕົ້ນ ເບິ່ງ​ຈາກ​ຄຸນ​ລັກ­ສະ­ນະ​ໂດຍ​ລວມ ແລະ ຈາກ​ການ​ນຳ ໃຊ້​ແລ້ວ​ໃນ​ຖາ­ນະ​ທີ່​ເຄີຍ​ຈັບ​ກ້ອງ Canon EOS 650D ມາ​ກ່ອນ​ຕ້ອງ​ບອກ​ເລີຍ​ວ່າ ມັນ​ຄື​ກ້ອງ Canon EOS 650D  ທີ່​ຖືກ​ຈັບ​ມາ​ຫຍໍ້​ເຂົ້າ​ໃຫ້​ມັນ​ມາ​ເປັນ Canon EOS 100D ນັ້ນ​ເອງ ຍົກ­ເວັ້ນ​ຈໍ​ພາບ​ທີ່​ຕິດ​ຕາຍ​ຕົວ​ບໍ່​ແມ່ນ​ແບບ​ບິດ​ໄດ້​ຄື​ກັບ Canon EOS 650D.
ແຕ່​ຄຸນ­ສົມ­ບັດ​ຂອງ​ກ້ອງ​ຂະ ຫນາດ​ພາບ​ທີ່​ໄດ້ 18 ລ້ານ​ພິກ​ເຊລ ທີ່​ຄວາມ​ລະ­ອຽດ  5184x 3456 pixel ເທົ່າ​ກັນ​ເລີຍ​ຈື່​ໄດ້ ຍ້ອນ​ວ່າ ຕົວ​ເລກ​ທາງ​ຫລັງ​ນີ້​ແຫລະ​ມັນ ລຽງ​ກັນ​ຈົນ​ເປັນ­ຕາ​ເອົາ​ໄປ​ຊື້​ຫວຍ 3456 ໄລ່​ລຽງ​ກັນ​ເຫມາະ ພໍ­ດີ​ເລີຍ ແລະ ຄຸນ­ສົມ­ບັດ​ດ້ານ​ຈໍ​ລະ­ບົບ​ສຳ­ຜັດ​ລັກ­ສະ­ນະ​ດຽວ​ກັບ Canon EOS 650D ຈະ​ມີ ຕ່າງ​ໄປ​ຫນ້ອຍ​ຫນຶ່ງ​ກໍ່​ຄື​ປຸ່ມ Q ຫລື Quick Menu ປຸ່ມ​ນີ້​ຈະ​ຫາຍ​ໄປ ແຕ່​ຈະ​ໃຊ້​ປຸ່ມ​ດຽວ​ກັບ​ປຸ່ມ OK  ເຄິ່ງ​ກາງ​ປຸ່ມ​ລູກ​ສອນ​ແທນ​ອາດ ຍ້ອນ​ພື້ນ​ທີ່​ໃນ​ການ​ວາງ​ປຸ່ມ​ຫົດ ຫາຍ​ໄປ​ແດ່​ນັ້ນ​ເອງ ເຊິ່ງ​ກໍ່​ສາ­ມາດ​ໃຊ້​ປຸ່ມ​ເທິງ​ຈໍ​ທັດ​ສ​ກຣີນ​ທົດ ແທນ​ໄດ້.
ຕົວ​ນ້ອຍ​ຂະ­ຫນາດ​ໃດ? ທາງ​ແຄ​ນອນ​ໄດ້​ລະ­ບຸ​ໄວ້​ໃນ​ເອ­ກະ­ສານ​ດັ່ງ­ນີ້



-    ຂະ­ຫນາດ​ນ້ອຍ​ພຽງ 116.8 x 90.7 x 69.4  ມີ​ລີ​ແມັດ (ຫລື​ກວ້າງ​ປະ­ມານ iPhone 4 / 4s)
- ນ້ຳ­ຫນັກ​ຕົວ​ກ້ອງ​ພຽງ 370ກຣາມ (ຫລື​ຫນັກ​ປະ­ມານ​ນ້ຳ​ອັດ ລົມ 1ກະ​ປອງ)


ກໍ່​ລອງ​ເອົາ​ໄປ​ຈິນ­ຕະ­ນາ­ການ​ເອງ​ວ່າ​ມັນ​ນ້ອຍ​ພຽງ​ໃດ​ທາງ​ທີ່​ດີ​ໃຫ້​ໄປ​ລອງ​ຈັບ​ຕົວ​ຈິງ​ທີ່​ຮ້ານ​ຄ້າ​ກັນ​ເລີຍ​ເລື່ອງ​ແບບ​ນີ້​ຕ້ອງ​ລອງ​ເອງ​ກັບ​ມື​ແລ້ວ​ຈະ​ເຂົ້າ­ໃຈ​ໄດ ເອງ​ວ່າ​ມັນ​ນ້ອຍ ແລະ ເບົາ​ຂະ­ຫນາດ​ໃດ.
       ຄັ້ງ​ທຳ​ອິດ​ກັບ​ຊັດ​ເຕີ​ແບບ​ງຽບ ໃນ​ກ້ອງ Entry-level
        ເວ­ລາ​ທີ່​ເຮົາ​ຕ້ອງ­ການ​ຖ່າຍພາບ​ດ້ວຍ​ກ້ອງ DSLR ໃນ​ຫ້ອງທີ່​ມິດ​ງຽບ ໂດຍ​ສະ­ເພາະ​ໃນ​ຫ້ອງປະ­ຊຸມ ຫລື ພາຍ​ໃນ​ງານ​ສຳ​ມະນາ​ສິ່ງ​ຫນຶ່ງ​ທີ່​ຕາ​ກ້ອງ​ຈະ​ກັງ­ວົນກໍ່​ຄື​ສຽງ​ຊັດ​ເຕີອາດ​ຈະ​ດັງ​ລົບກວນ​ສະ­ຖານ­ທີ່​ນັ້ນໆ​ໄດ້ ແລະ ເຂົາອາດ​ຈະ​ຫ້າມ​ບໍ່​ໃຫ້​ທ່ານ​ຖ່າຍ​ພາບ (ເພາະ​ສຽງ​ຊັດ​ເຕີ​ດັງ​ລົບ​ກວນ) ຫລື ທ່ານ​ທີ່​ຖ່າຍ​ພາບ​ສັດ​ພາບ​ນົກສຽງ​ຊັດ​ເຕີ​ອາດ​ຈະ​ເຮັດ​ໃຫ້​ສັດ ຫລື ນົກ​ຕື່ນ​ຕົກ­ໃຈ ແລະ ຫນີ​ໄປໄດ້ ເຊິ່ງ​ຖ່ານ​ເປັນ​ເມື່ອ​ກ່ອນ​ຈະ​ມີສະ­ເພາະ​ກ້ອງ DSLR ລະ­ບົບໂປຣ​ເທົ່າ​ນັ້ນ​ທີ່​ຈະ​ມີ​ລະ­ບົບ​ຊັດ​ເຕີງຽບ​ໄວ້​ໃຫ້​ນຳ​ໃຊ້​ໃນ​ສະ­ຖາ­ນະການ​ທີ່​ຕ້ອງ­ການ​ຄວາມ​ມິດ​ງຽບຂະ­ນະ​ຖ່າຍ​ພາບ.
       ແຕ່ Canon EOS 100D ຖືວ່າ​ເປັນ​ກ້ອງ DSLR ລະ­ດັບ​ລຸ່ມ (Entrylevel) ຕົວ​ທຳ​ອິດ​ທີ່​ໃສ່ຄຸນ­ສົມ­ບັດ​ນີ້​ມາ​ໃຫ້​ນຳແຖມ​ຍັງເປັນ​ຊັດ​ເຕີ​ງຽບ​ທີ່​ຖ່າຍ​ພາບ​ຕໍ່ເນື່ອງ​ໄດ້​ທີ່ 2,5 ພາບ​ຕໍ່​ວິ­ນາ­ທີ ເຊິ່ງ​ໄວ​ພຽງ­ພໍ​ສຳ­ລັບ​ວຽກ​ທົ່ວ​ໄປແຕ່​ໄດ້​ຄວາມ​ງຽບ​ເພີ່ມ​ຂຶ້ນ​ຢ່າງມະ­ຫາ­ສານ ແລະ ທີ່​ສຳ­ຄັນບໍ່​ຈຳ­ເປັນ​ຕ້ອງ​ຊື້​ກ້ອງ​ແພງໆ​ເພື່ອ​ໃຫ້​ໄດ້​ຄຸນ­ສົມ­ບັດ​ຂໍ້​ນີ້​ອີກ​ຕໍ່​ໄປ.

       ຢ່າງ­ໃດ​ກໍ່​ຕາມ ການ​ທີ່​ແຄນອນເພີ່ມ​ລະ­ບົບ​ນີ້​ເຂົ້າ​ມາ​ໃນ​ກ້ອງ DSLR ລະ­ດັບ​ລຸ່ມ​ກໍ່​ຄື EOS 100D ນີ້ ຍິ່ງ​ເຮັດ​ໃຫ້​ຫມັ້ນ​ໃຈຂຶ້ນ​ຕື່ມ​ວ່າ​ແຄ​ນອນ​ເຮັດ​ກ້ອງ​ຕົວນີ້​ອອກ​ມາ “ເພື່ອ​ເປັນ​ຄູ່​ແຂ່ງ​ກັບກ້ອງ Mirrorless” ໂດຍ​ສະ­ເພາະ, ເພາະ​ນີ້​ເປັນ​ອີກ​ຈຸດ​ຫນຶ່ງ​ທີ່​ຄູ່​ແຂ່ງຈະ​ເນັ້ນ​ເຮັດ​ກ້ອງ​ແບບ Mirrorless ໂຈມ​ຕີ​ກ້ອງ DSLR ສະເຫນີ​ມາ​ວ່າຊັດ​ເຕີ​ສຽງ​ດັງ (ເພາະກ້ອງ​ແບບ Mirrorless ສຽງ​ຊັດເຕີ​ຄ່ອຍ​ທີ່​ສຸດ) ຈິ່ງ​ບໍ່​ແປງ​ໃຈ​ທີ່​ຈະມີ​ລະ­ບົບ​ຊັດ​ເຕີ​ງຽບ​ມາ​ໃຫ້​ນຳ​ໃຊ້ໃນ​ກ້ອງ Canon EOS 100D ເພື່ອ​ເປັນ​ຄູ່​ແຂ່ງ​ກັບ​ກ້ອງ​ແບບ​ຈະໄດ້​ເຊົາ​ມາ​ຫຍຸ້ງ​ກັບ​ເລື່ອງ​ສຽງ ຊັດ​ເຕີ​ຂອງ​ກ້ອງ DSLR ອີກ​ຕໍ່​ໄປເພາະ​ມັນ​ງຽບ​ແລ້ວ​ບໍ່​ດັງ​ແລ້ວ​ນັ້ນເອງ.
       ລະ­ບົບ Multi Shot Noise Reduction Function ຊ່ວຍຖ່າຍ​ພາບ​ໃນ​ທີ່​ແສງ​ນ້ອຍ
       ສຳ­ລັບ​ຄຸນ­ສົມ­ບັດ​ອື່ນໆ​ທີ່​ເພີ່ມເຂົ້າ​ມາເຖິງ​ວ່າ​ບໍ່​ແມ່ນ​ເລື່ອງ​ໃຫມ່ແຕ່​ກໍ່​ດີ­ໃຈ​ທີ່​ມີ ໂດຍ​ສະ­ເພາະ​ເມື່ອມາ​ຢູ່​ໃນ​ກ້ອງ​ລະ­ບົບ​ລຸ່ມ​ສຳ­ລັບ​ມືໃຫມ່​ໃຊ້​ວຽກ​ແບບ​ນີ້ Multi Shot Noise Reduction Function ເປັນ​ສິ່ງ​ທີ່​ຈຳ­ເປັນ ແລະ ຊ່ວຍ​ຊີວິດ​ພາບ​ຖ່າຍ​ຂອງ​ມື​ໃຫມ່​ໄວ້​ໄດ້ຫລາຍ​ເພາະ​ສິ່ງ​ທີ່​ມື​ໃຫມ່​ຢ້ານ ຫລື ຖ່າຍ​ພາບ​ຍາກ​ທີ່​ສຸດ​ກໍ່​ຄື​ການຖ່າຍ​ພາບ​ບ່ອນ​ທີ່​ແສງ​ຫນ້ອຍ ຫລື ຖ່າຍ​ພາບ​ຕອນ​ກາງ​ຄື​ນີ້​ແຫລະ ແລະ ລະ­ບົບ Multi Shot Noise Reduction Function ນີ້​ຈະ ຊ່ວຍ​ໄດ້​ແທ້ໆ ນອກ­ຈາກ​ຈະ​ໄດ້ ພາບ​ທີ່​ຊັດ​ເຈນ​ບໍ່​ສັ່ນ​ແລ້ວຍັງຊ່ວຍ​ໃຫ້​ໄດ້​ພາບ​ທີ່​ມີ​ສັນ­ຍານ​ລົບກວນ ຫລື noise ທີ່​ຕ່ຳ ໂດຍ​ໃຊ້ການ​ລົວ​ພາບ 4 ພາບ​ຕິດ­ຕໍ່​ກັນແລ້ວ​ຈິ່ງ​ລວມ​ທັງ 4 ພາບ (ໃນ​ມຸມດຽວ​ກັນ​ນີ້) ເຂົ້າ​ເປັນ​ພາບໆ​ດຽວທີ່​ມີ noise ຕ່ຳ​ກວ່າ​ການ​ຖ່າຍພາບ​ພຽງ​ພາບ​ດຽວ.

      ມີ​ຂໍ້​ຫນ້າ​ສັງ­ເກດ​ເລັກ​ນ້ອຍກ່ຽວ​ກັບ​ລະ­ບົບ Multi Shot Noise Reduction Function ນີ້​ກໍ່​ຄືທ່ານ​ຄວນ​ຖື​ກ້ອງ​ບໍ່​ໃຫ້​ເຫນັງໃນ​ຂະ­ນະ​ທີ່​ຖ່າຍ​ພາບເພາະ​ກ້ອງຈະ​ລົວ​ຖ່າຍ​ພາບ​ຕິດໆ​ກັນ​ຫລາຍພາບ​ຢ່າ​ຕົກ­ໃຈ ແລະ ຢ່າ​ຍ້າຍກ້ອງ​ກ່ອນ​ທີ່​ກ້ອງ​ຈະ​ຖ່າຍ​ຈົນແລ້ວ​ຮຽບ​ຮ້ອຍ ແລະ ພາບ​ສຸດທ້າຍ​ທີ່​ໄດ້​ຈະ​ມີ​ມຸມ​ມອງ “ແຄບກວ່າ” ການ​ຖ່າຍ​ພາບ​ຕາມ​ປົກ​ກະຕິ​ເລັກ​ນ້ອຍ​ບ່ອນ​ນີ້​ເອງ ຄາດ​ວ່າລະ­ບົບ​ຈະ​ຕັດ​ບໍ­ລິ­ເວນ​ຂອບ​ຂອງພາບ​ອອກ​ໄປ​ເລັກ​ນ້ອຍ​ໃນ​ລະ­ຫວ່າງ​ການ​ຄຳ­ນວນ​ເພື່ອ​ລວມພາບ​ຫລາຍໆ​ພາບ​ເປັນ​ພາບ​ດຽວເຮົາ​ຈິ່ງ​ຄວນ​ເຜື່ອ​ເຫລືອ​ບໍ­ລິ­ເວນຂອບໃນ​ຂະ­ນະ​ຖ່າຍ​ໃຫ້​ກວ້າງກວ່າ​ປົກ­ກະ­ຕິ​ເລັກ​ນ້ອຍເພື່ອ​ທີ່​ເວລາ​ກ້ອງ​ຕັດ​ພາບ​ບໍ­ລິ­ເວນ​ຂອບອອກ​ໄປ​ແລ້ວ​ຍັງ​ໄດ້​ພາບ​ແບບ​ທີ່ເຮົາ​ຕ້ອງ­ການ ເຊິ່ງ​ອັນ​ນີ້​ບໍ່​ແມ່ນເລື່ອງ​ໃຫຍ່​ຫຍັງ​ພຽງ​ໃຊ້​ວຽກ​ໄລຍະ​ຫນຶ່ງ​ກໍ່​ຄຸ້ນ​ເຄີຍ​ແລ້ວ​ຮຽກ​ໄດ້ວ່າ​ເກືອບ​ຈະ​ລືມ​ຂາ​ຕັ້ງ​ໄປ​ເລີຍ​ເວລາ​ຖ່າຍ​ພາບ​ຕອນ​ກາງ­ຄືນ.

 

Free Web Hosting