ກຽມພົບປຸ່ມ Start ຫວນຄືນສູ່ Windows 8.1
   ລະ­ບົບ​ປະ­ຕິ­ບັດ​ການ​ຈາກ​ໄມ​ໂຄຣ​ຊອຟທ໌​ທີ່​ຈະ​ມາ​ອັບ​ເກຣດ​ໃຫ້​ກັບ Windows 8  ເພື່ອ​ພັດ­ທະ­ນາ​ຄຸນ­ສົມ­ບັດ​ເດີມ​ໃຫ້​ມີ​ປະ­ສິດ­ທິ­ພາບ​ຫລາຍ​ຂຶ້ນ ພ້ອມ​ກັບ​ການ​ຫວນ​ຄືນ​ມາ​ອີກ​ຂອງ​ປຸ່ມ Start.

    ເປັນ​ທີ່​ຕິດ­ຕາມ​ເບິ່ງ​ຫລາຍ​ທີ່​ສຸດ​ຈາກ​ຜູ້​ໃຊ້​ຄອມ​ພິວ​ເຕີ​ທົ່ວ​ໂລກ ແລະ ຫນ້າ​ຈະ​ລວມ​ເຖິງ​ພັນ­ທະ​ມິດ​ຂອງ​ໄມ​ໂຄຣ​ຊອຟທ໌​ທີ່​ຢາກ​ເຫັນການ​ປັບ­ປຸງ Windows 8ພ້ອມໆ​ກັບ​ການ​ກັບ​ມາ​ຂອງ​ປຸ່ມ Start ສ່ວນ​ຫນຶ່ງ​ຂອງ​ວິນ​ໂດ​ທີ່​ປຽບ​ເຫນືອນ​ມົນ​ສະ­ເຫນ​ທີ່​ນຳ­ພາ​ຜູ້​ໃຊ້​ໄປ​ຍັງ​ເມ​ນູ​ຕ່າງໆ​ໃນ​ເຄື່ອງ​ຄອມ​ພິວ​ເຕີ ການ​ມາ​ຂອງ Windows 8ໄມ​ໂຄຣ​ຊອຟທ໌​ຫວັງ​ທີ່​ຈະ​ນຳ​ປະ­ສົບ​ການ​ໃຫມ່ໆ​ທີ່​ວ່ອງ­ໄວ ແລະ ມີ​ປະ­ສິດ­ທິ­ພາບ​ເທິງ​ຫນ້າ Start Screen ໃນ​ຮູບ​ແບບ​ທີ່​ຮຽກ​ວ່າ Metro UI ສອດ­ຄ່ອງ​ກັບ​ພຶດ­ຕິ​ກຳ​ການ​ໃຊ້​ຄອມ​ພິວ​ເຕີ​ທີ່​ປ່ຽນ­ແປງ​ໄປ ດັ່ງ­ນັ້ນ ປຸ່ມ Start ແບບ​ເດີມ​ຈິ່ງ​ຖືກ​ຕັດ​ອອກ​ໄປ​ແລ້ວ ປ່ຽນ​ວິ­ທີ​ການ​ຮຽກ​ໃຊ້​ງານ​ໃຫມ່ ດ້ວຍ​ລູກ​ຫລິ້ນ​ທີ່​ມາ​ກັບ​ວິ­ທີ​ຮຽກ​ໃຊ້​ໃຫມ່ ສະ­ແດງ​ໃຫ້​ເຫັນ​ແລ້ວ​ວ່າ ມັນ​ໃຊ້​ການ​ບໍ່​ໄດ້ ເຖິງ​ວ່າ​ໄມ​ໂຄຣ​ຊອຟທ໌​ຈະ​ພະ­ຍາຍາມ​ອະ­ທິ­ບາຍ​ຂໍ້​ດີ​ເຖິງ​ການ​ໃຊ້ Windows 8ທີ່​ບໍ່​ມີ​ປຸ່ມ Start ກໍ່​ຕາມ ຈາກ​ຈຸດ​ນີ້​ເອງ​ທີ່​ເຮັດ​ໃຫ້​ຜູ້​ໃຊ້​ຈຳ­ນວນ​ຫລາຍ​ຮູ້­ສຶກ​ວ່າ​ຕົນ​ເອງບໍ່​ສາ­ມາດ​ປັບ​ຕົວ​ເຂົ້າກັບ Windows 8ທີ່​ບໍ່​ມີ​ປຸ່ມ Start ໄດ້ຈິ່ງ​ມີ​ການ​ໂຫລດ​ໂປຣ​ແກຣມ​ເສີມ​ທີ່​ຮຽກ​ວ່າ Pokki ມາ​ຕິດ​ຕັ້ງ​ເພື່ອ​ໃຫ້​ມີ​ປຸ່ມ Start ມາ​ໃຊ້​ໄດ້​ເຫມືອນ​ເດີມ.
    ຈາກ​ທ່າ​ທີ​ທີ່​ມີ​ທັງ​ສຽງ​ຕອບ​ຮັບ ແລະ ບໍ່​ຕ້ອງ­ການ​ໃນ Windows 8 ຂອງ​ຜູ້​ໃຊ້​ແລະ​ພັນ­ທະ​ມິດ​ຜູ້​ຮ່ວມ​ຜະ­ລິດ​ຮາດ​ແວຣ໌ໃຫ້​ກັບ​ໄມ​ໂຄຣ​ຊອຟທ໌ ເຊິ່ງ​ສຽງ​ທີ່​ລົມ​ກັນ​ໃນ​ແງ່​ລົບ​ຈິ່ງ​ເປັນ​ເຫດ­ຜົນ​ທີ່​ຫນ້າ​ຈະ​ພໍ​ໃຫ້​ໄມ​ໂຄຣ​ຊອຟທ໌​ນຳ​ປຸ່ມ Start ກັບ​ມາ​ໃນ Windows 8.1 ໂດຍ​ໃນ​ຊອດ​ໂຄ໊ດ​ຂອງ​ຕົວ​ທົດ​ລອງ​ທີ່​ຫລຸດ​ມາ​ກ່ອນຫນ້າ​ນີ້​ມີ​ຜູ້​ຄົ້ນ​ພົບ​ຟາຍລ໌​ຫນຶ່ງ (TwinUI.dll) ເຊິ່ງ​ຟາຍ​ນີ້​ເອງ​ເຮັດ​ໃຫ້​ເກີດ​ກະ­ແສ​ວ່າ Windows 8.1 ຈະ​ມີ​ຕົວ​ເລືອກ​ທີ່​ສາ­ມາດ​ບູດ​ເຂົ້າ ໄປ​ຫາ​ຫນ້າ​ເດ​ສ​ທ໋ອບ​ໄດ້​ໂດຍ​ບໍ່​ຜ່ານ​ຫນ້າ Start Screen  ແຖມ​ການ​ກັບ​ສູ່​ປຸ່ມ Start ອີກ​ດ້ວຍ.
    ສຸດ​ທ້າຍ​ແລ້ວການ​ອັບ​ເດດ Windows 8 ສູ່​ເວີ​ເຊິນ​ໃຫມ່ຈະ​ເຮັດ​ໃຫ້​ຜູ້​ໃຊ້​ຄອມ​ພິວ​ເຕີ ແລະ ແທັບ​ເລັດ​ໄດ້​ຊື່ນ​ໃຈ​ກັບ​ການ​ກັບ​ມາ​ຂອງ​ປຸ່ມ Start ຕາມ​ທີ່​ຫວັງ​ໄວ້​ຫລື​ບໍ່ ທ້າຍ​ປີ​ນີ້ ໄມ​ໂຄຣ​ຊອທຟ໌​ຈະ​ເຮັດ​ໄດ້​ຢ່າງ​ທີ່​ຫວັງ ຫລື ບໍ່​ຕ້ອງ​ຕິດ­ຕາມ​ກັນ​ຕໍ່​ໄປ.

 

 

Free Web Hosting