ຫມາກ­ມ່ວງ ກໍ່​ນັບ​ວ່າ​ເປັນ​ພືດ​ອຸດ­ສາ­ຫະ­ກຳ​ຊະ­ນິດ​ຫນຶ່ງ​ທີ່​ຫລາຍ​ປະ­ເທດ​ໃນ​ທົ່ວ​ໂລກ​ໃຫ້​ຄວາມ​ສົນ­ໃຈ​ປູກ​ເປັນ​ສິນ­ຄ້າ ແລະ ນິ­ຍົມ​ບໍ­ລິ­ໂພກ​ສູງ, ທັງ​ຫມາກ​ດິບ ແລະ ສຸກ, ນອກ­ຈາກ​ນັ້ນ ຫມາກ­ມ່ວງ​ຍັງ​ສາ­ມາດ​ຂະ­ຫຍາຍ​ພັນ​ດ້ວຍ​ການ​ໃຊ້​ແກ່ນ​ກ້າ, ການ​ຕໍ່​ກິ່ງ ຫລື ກິ່ງ​ຕອນ ແລະ ສາ­ມາດ​ປູກ​ໄດ້​ກັບ​ດິນ​ທຸກ​ປະ­ເພດ, ແຕ່​ຫມາກ​ຈະ​ອອກ​ມາ​ຮູບ​ແບບ​ໃດ​ນັ້ນ​ແມ່ນ​ຂຶ້ນ​ຢູ່​ກັບ​ສະ­ພາບ​ຂອງ​ແຕ່​ລະ​ທ້ອງ­ຖິ່ນ.
   ຢ່າງ­ໃດ​ກໍ່​ຕາມ ການ​ປູກ​ຫມາກ­ມ່ວງ​ເພື່ອ​ເປັນ​ສິນ­ຄ້າ​ນັ້ນ​ຈະ​ຕ້ອງ​ສຶກ​ສາ​ເຖິງ​ສະ­ພາບ​ຄວາມ​ເຫມາະ​ສົມ​ຕ່າງໆ​ຫລາຍ​ຢ່າງ​ດ້ວຍ​ກັນ, ສ່ວນ​ຜູ້​ປູກ​ຄວນ​ຈະ​ເລືອກ​ພື້ນ​ທີ່​ໃຫ້​ເຫມາະ​ສົມ ເພື່ອ​ໃຫ້​ປະ­ຢັດ​ຕົ້ນ​ທຶນ​ໃນ​ການ​ຜະ­ລິດ​ຕະ­ຫລອດ​ຈົນ​ສາ­ມາດ​ຜະ­ລິດ​ຫມາກ­ມ່ວງ​ທີ່​ມີ​ຄຸນ​ນະ​ພາບ​ອອກ​ສູ່​ຕະ­ຫລາດ.
  ຫລັງ​ຈາກ ທີ່​ເຮົາ​ກ້າ​ຕົ້ນ​ຫມາກ­ມ່ວງ​ແລ້ວ ກໍ່​ຈະ​ເຖິງ​ຂັ້ນ​ຕອນ​ຂອງ​ການ​ປູກ, ສ່ວນ​ການ​ປູກ​ນັ້ນ​ຄວນ​ກະ​ຂະ­ຫນາດ​ຂຸມ​ເລິກ, ກວ້າງ ແລະ ໄລ­ຍະ​ຫ່າງ​ລະ­ຫວ່າງ​ຕົ້ນ, ແຖວ​ຕົ້ນ­ຕໍ​ແມ່ນ​ໃຫ້​ຫ່າງ​ກັນ 2,5x2,5 ແມັດ, 4x4 ແມັດ ຫລື ຫລາຍ​ຫນ້ອຍ​ກວ່າ​ນີ້​ຕາມ​ຄວາມ​ເຫມາະ​ສົມ, ເຊິ່ງ​ຈະ​ໄດ້​ຕົ້ນ​ຫມາກ­ມ່ວງ​ປະ­ມານ256ຕົ້ນ​ຕໍ່​ໄລ່, ການ​ປູກ​ແບບ​ນີ້​ຈຳ​ຕ້ອງ​ດູ​ແລ​ຕັດ​ແຕ່ງ​ກິ່ງ​ຢູ່​ສະ­ເຫມີ.
   ສ່ວນ​ການ​ປູກ​ຫມາກ­ມ່ວງ​ບໍ່​ວ່າ​ຈະ​ປູກ​ດ້ວຍ​ກິ່ງ​ຕອນ ຫລື ຕົ້ນ​ທີ່​ກ້າ​ກໍ​ຕາມ ຕ້ອງ​ເຮັດ​ດ້ວຍ​ຄວາມ​ລະ­ມັດ­ລະ­ວັງ​ບໍ່​ໃຫ້​ຮາກ​ຂາດ​ຫລາຍ​ເພາະ​ຈະ​ເຮັດ​ໃຫ້​ຕົ້ນ​ຫມາກ­ມ່ວງ​ຢຸດ​ການ​ຈະ­ເລີນ​ເຕີບ​ໂຕ ຫລື ຕາຍ​ໄດ້, ຕົ້ນ​ຫມາກ­ມ່ວງ​ທີ່​ປູກ​ໄວ້​ໃນ​ກະ​ຖັງ​ດົນໆ​ໄປ​ດິນ​ຈະ​ຈັບ​ຕົວ​ກັນ​ແຂງ ແລະ ຮາກ​ກໍ່​ພັນ​ກັນ​ໄປ​ມາ, ເວ­ລາ​ນຳ​ອອກ​ຈາກ​ກະ​ຖັງ​ແລ້ວ ໃຫ້​ບີ່​ແຍກ​ດິນ​ກົ້ນ​ຖັງ​ໃຫ້​ກະ­ຈາຍ​ອອກ​ເລັກ​ນ້ອຍ, ສ່ວນ​ຮາກ​ທີ່​ມ້ວນ​ຕິດ​ກັນ​ນັ້ນ​ເວ­ລາ ຈະ​ປູກ​ໃຫ້​ພະ­ຍາ­ຍາມ​ແຍກ​ອອກ​ເທົ່າ​ທີ່​ຈະ​ແຍກ​ໄດ້​ເພື່ອ​ບໍ່​ໃຫ້​ຮາກ​ຕິດ​ກັນ ແລະ ເມື່ອ​ນຳ­ໄປ​ປູກ​ກໍ່​ຈະ​ໄດ້​ເຕີບ​ໂຕ​ໄວ​ຂຶ້ນ.
   ກົງ­ກັນ­ຂ້າມ​ຖ້າ​ປູກ​ດ້ວຍ​ວິ­ທີ​ການ​ທາມ​ກິ່ງ ຫລື ກິ່ງ​ທີ່​ຕິດ​ຕາ​ໃຫ້​ປູກ​ເລິກ​ລະ­ດັບ​ດຽວ​ກັບ​ດິນ​ໃນ​ກະ​ຖັງ ປູກ​ເທື່ອ​ກ່ອນ ຫລື ສູງ​ກວ່າ​ເກົ່າ​ເລັກ​ນ້ອຍ, ແຕ່​ຕ້ອງ​ບໍ່​ປິດ​ຮອຍ​ທີ່​ຕິດ​ຕາ ຫລື ຕໍ່​ກິ່ງ​ໄວ້​ເພື່ອ​ຈະ​ໄດ້​ເຫັນ​ວ່າ​ກິ່ງ​ທີ່​ແຕກ​ອອກ​ມາ​ນັ້ນ​ແຕກ​ອອກ​ມາ​ຈາກ​ກິ່ງ​ຕໍ່, ຖ້າ​ເປັນ​ກິ່ງ​ທີ່​ແຕກ​ຈາກ​ຕົ້ນ​ຕໍ່­ໃຫ້​ຕັດ​ຖິ້ມ​ໄປ, ເມື່ອ​ປູກ​ສຳ­ເລັດ​ແລ້ວ​ໃຫ້​ປັກ​ຫລັກ​ໃກ​ຕົ້ນ​ກັນ​ລົມ​ພັດ​ແລ້ວ​ຫົດ​ນ້ຳ​ໃຫ້​ຊຸ່ມ, ສ່ວນ​ຕົ້ນ​ທີ່​ນຳ​ມາ​ປູກ​ຖ້າ​ເຫັນ​ວ່າ​ຍັງ​ຕັ້ງ​ຕົວ​ບໍ່​ໄດ້​ຄື​ສະ­ແດງ​ອາ­ການ​ຫ່ຽວ​ຕອນ​ແດດ​ກ້າ ຄວນ​ຫາ​ແນວ​ມາ​ບັງ​ແດດ​ກໍ່​ຈະ​ຊ່ວຍ​ເຮັດ​ໃຫ້​ຕົ້ນ​ຕັ້ງ​ໄວ​ຂຶ້ນ ໃນ​ໄລ ຍະ​ທີ່​ຕົ້ນ​ຍັງ​ນ້ອຍ​ຢູ່​ນີ້​ໃຫ້​ຫມັ່ນ​ຫົດ​ນ້ຳ​ຢູ່​ສະ­ເຫມີ​ຢ່າ​ໃຫ້​ດິນ​ແຫ້ງ​ນ້ຳ​ໄດ້. ສຳ­ລັບ ລະ­ດູ​ການ​ປູກ​ທີ່​ດີ​ທີ່​ສຸດ​ຄວນ​ເປັນ​ລະ­ດູ­ຝົນ ເພາະ​ຈະ​ປະ​ຍັດ​ເລື່ອງ​ຂອງ​ການ​ໃຫ້​ນ້ຳ​ໄດ້​ຫລາຍ ແລະ ຕົ້ນ​ກໍ່​ຈະ​ຕັ້ງ​ຕົວ​ໄດ້​ໄວ​ອີກ, ໂດຍ​ສະ­ເພາະ​ປູກ​ໃນ​ເຂດ​ທີ່​ເປັນ​ດິນ​ແຫ້ງ­ແລ້ງ​ບໍ່​ມີ​ນ້ຳ​ໃຫ້​ແກ່​ຕົ້ນ​ຫມາກ­ມ່ວງ​ໄດ້​ຕະ­ຫລອດ​ປີ. ດັ່ງ­ນັ້ນ​ຄວນ​ປູກ​ໃນ​ໄລ ຍະ​ຕົ້ນ​ລະ­ດູ­ຝົນ, ໄລ­ຍະ​ທຳ​ອິດ​ອາດ​ຈະ​ຫົດ​ນ້ຳ​ໃຫ້​ເລັກ​ນ້ອຍ ເມື່ອ​ຝົນ​ເລີ່ມ​ຕົ້ນ​ຫລາຍ​ໃຫ້​ຢຸດ​ການ​ໃຫ້​ນ້ຳ ເຊິ່ງ ຈະ​ເຮັດ​ໃຫ້​ຕົ້ນ​ສາ­ມາດ​ຕັ້ງ​ຕົວ​ໄດ້​ເຕັມ­ທີ່​ກ່ອນ​ຈະ​ຫມົດ​ໄລ­ຍະ​ຝົນ ແລະ ສາ­ມາດ​ສູ້​ກັບ​ລະ­ດູ­ແລ້ງ​ໄດ້​ໂດຍ​ບໍ່​ຕາຍ, ສ່ວນ​ພຶ້ນ​ທີ່​ທີ່​ມີ​ນ້ຳ​ອຸ­ດົມ­ສົມ­ບູນ​ຈະ​ປູກ​ໃນ​ລະ­ດູ​ໃດ​ກໍ່​ໄດ້​ແລ້ວ­ແຕ່​ຄວາມ​ສະ­ດວກ.
   ຫລັງ​ຈາກ​ການ​ປູກ​ໃຫມ່ໆ ຖ້າ​ຝົນ​ບໍ່​ຕົກ​ຄວນ​ຫົດ​ນ້ຳ​ທຸກ​ວັນ ແລະ ຄ່ອຍໆ​ຫ່າງ​ອອກ​ເປັນ 3-4 ວັນ​ຕໍ່​ຄັ້ງ​ຈົນ​ກວ່າ​ຕົ້ນ​ຫມາກ­ມ່ວງ​ຈະ​ຕັ້ງ​ຕົວ​ໄດ້, ການ​ໃຫ້​ນ້ຳ​ເປັນ​ສິ່ງ​ຈຳ­ເປັນ​ຢ່າງ​ຫນຶ່ງ​ໃນ​ເວ­ລາ​ເລີ່ມ​ຕົ້ນ​ປູກ ເພື່ອ​ໃຫ້​ຫມາກ​ໄດ້​ເຕັມ­ທີ່, ການ​ໃຫ້​ນ້ຳ​ຢ່າງ​ພຽງ­ພໍ​ຕາມ​ທີ່​ຕົ້ນ​ຫມາກ­ມ່ວງ​ຕ້ອງ­ການ​ຈະ​ຊ່ວຍ​ໃຫ້​ຕົ້ນ​ຫມາກ­ມ່ວງ​ຈະ­ເລີນ​ເຕີບ​ໂຕ​ຢ່າງ​ສະ​ຫມ່ຳ​ສະ­ເຫມີ  ແລະ ບໍ່​ສະ​ງັກ​ການ​ຈະ­ເລີນ​ເຕີບ​ໂຕ ເຮັດ​ໃຫ້​ໄດ້​ຫມາກ​ໄວ​ຂຶ້ນ, ການ​ປູກ​ຫມາກ­ມ່ວງ​ໃນ​ບ່ອນ​ທີ່​ນ້ຳ​ບໍ່​ອຸ­ດົມ­ສົມ­ບູນ​ຄວນ​ຈະ​ກະ​ເວ­ລາ​ປູກ​ໃຫ້​ດີ ແລະ ໃຫ້​ຕົ້ນ​ຫມາກ­ມ່ວງ​ໄດ້​ຮັບ​ນ້ຳ ຝົນ​ດົນ​ທີ່​ສຸດ​ເພື່ອ​ຕົ້ນ​ຈະ​ໄດ້​ຕັ້ງ​ຕົວ​ໄດ້​ກ່ອນ​ທີ່​ຈະ​ຮອດ​ລະ­ດູ­ແລ້ງ ຫລື ອາດ​ປູກ​ກ້ວຍ​ກ່ອນ​ຈຶ່ງ​ປູກ​ຫມາກ­ມ່ວງ​ຕາມ​ລົງ​ໄປ​ກໍ່​ຈະ​ເປັນ​ວິ­ທີ​ຫນຶ່ງ​ທີ່​ຈະ​ຊ່ວຍ​ປະ​ຍັດ​ການ​ໃຫ້​ນ້ຳ​ໄດ້.
   ຫມາກ­ມ່ວງ​ມັກ​ດິນ​ທີ່​ປອດ­ໂປ່ງ, ດິນ​ຜຸ​ຜຸ່ຍ​ສາ­ມາດ​ລະ­ບາຍ​ນ້ຳ ແລະ ອາ­ກາດ​ໄດ້​ດີ ຈິ່ງ​ຄວນ​ໃສ່​ປຸ໋ຍ​ອິນ​ຊີ​ເປັນ­ຕົ້ນ​ແມ່ນ​ຈຳ­ພວກ​ຝຸ່ຍ​ຄອກ, ຝຸ່ນ​ບົ່ມ​ໃຫ້​ເປັນ​ປະ­ຈຳ​ທຸກໆ​ປີ ເພື່ອ​ປັບ­ປຸງ​ສະ­ພາບ​ດິນ​ໃຫ້​ລ້ວນ​ເຫມາະ​ຕໍ່​ການ​ຈະ­ເລີນ​ເຕີບ​ໂຕ​ຂອງ​ຕົ້ນ​ຫມາກ­ມ່ວງ, ການ​ໃສ່​ປຸ໋ຍ​ອິນ​ຊີ​ອາດ​ຈະ​ໃສ່​ປີ​ລະ 2 ຄັ້ງ​ຄື ຕົ້ນ​ລະ­ດູ­ຝົນ ແລະ ທ້າຍ​ລະ­ດູ­ຝົນ, ສຳ­ລັບ​ປຸ໋ຍ​ອິນ​ຊີ​ເຖິງ​ແມ່ນ​ວ່າ​ຈະ​ມີ​ທາດ​ອາ­ຫານ​ທີ່​ພືດ​ຕ້ອງ­ການ​ບໍ່​ຫລາຍ​ກໍ​ຕາມ, ແຕ່​ກໍ່​ເປັນ​ປະ­ໂຫຍດ​ຕໍ່​ດິນ​ໃນ​ດ້ານ​ອື່ນໆ. ນອກ­ຈາກ​ຈະ​ຊ່ວຍ​ໃນ​ການ​ປັບ­ປຸງ​ດິນ​ໃຫ້​ດີ​ຂຶ້ນ​ແລ້ວ ຍັງ​ຊ່ວຍ​ເຮັດ​ໃຫ້​ປຸ໋ຍ​ເຄ​ມີ​ທີ່​ໃສ່​ລົງ​ໄປ​ນັ້ນ​ຖືກ​ນຳ​ມາ​ໃຊ້​ປະ­ໂຫຍດ​ໄດ້​ຫລາຍ​ຍິ່ງ​ຂຶ້ນ​ເຊັ່ນ​ກັນ.

 

Free Web Hosting