Home / ການກະເສດ

Category

ການປູກເຫັດເພືອງໃສ່ກະຕ່າ

ແລະວິທີການເຮັດ,

ຫລາຍ​ທ່ານ​ອ່ານ​ແລ້ວອາດ​ສົງ­ໄສ​ວ່າ​ປູກ​ເຫັດ​ໃສ່​ກະ­ຕ່າເປັນ​ແນວ­ໃດໄດ້​ຮັບ​ຜົນ​ດີ ຫລື ບໍ່ ? ແຕ່​ກໍ່ເປັນ​ວິ­ທີ​ທີ່​ເຮັດ​ໄດ້​ງ່າຍ, ສະ­ດວກ, ສະ­ອາດ ແລະ ໄດ້ຮັບ​ຜົນ​ຜະ­ລິດ​ສູງ​ຊາວ​ກະ­ສິ­ກອນ ສາ­ມາດ​ທົດ​ລອງ​ປູກ​ໄດ້
   ສຳ­ລັບ​ວິ­ທີ​ການ​ແມ່ນ​ງ່າຍບໍ່​ຫຍຸ້ງ­ຍາກ ໂດຍ​ກຽມ​ອຸ­ປະ­ກອນວັດ​ສະ​ດຸ​ທີ່​ໃຊ້​ໃນ​ການ​ປູກ​ທີ່​ໃຊ້ລວມ​ມີ 9 ຢ່າງ​ຄື:
   1. ກະ­ຕ່າ​ພລາ​ສ​ຕິກ: ເປັນກະ­ຕ່າ​ມົນ​ສຳ­ເລັດ​ຮູບ​ມີ​ຕາ​ຫ່າງໃຫ້​ໄດ້​ປະ­ມານ 1ນີ້ວ, ກົ້ນກະຕ່າຕ້ອງຫ່າງແລະສາມາດລະບາຍນ້ຳໄດ້ດີ ແລະສາມາດລອດອອກມາໄດ້ທຸກດ້ານ​ຂອງ​ກະຕ່າ​ລວມ​ທັງ​ດ້ານ​ລຸ່ມ
   2. ວັດ​ສະ​ດຸ​ປູກ:  ຂີ້​ເລື່ອຍ, ເປືອກ​ມັນ­ຕົ້ນ, ເຟືອງ, ເປືອກຖົ່ວ­ເຫລືອງ, ຂີ້​ອ້ອຍ.

ລາຍລະອຽດ »

ການປູກໝາກເຂືອຂາວ
ແລະການກ້າເບ້ຍ

ຫມາກ­ເຂືອ​ຂາວ ແມ່ນ​ຈັດ​ຢູ່​ຕະ­ກູນ​ພືດ​ຜັກ​ທີ່​ນອນ​ໃນ 5 ຫມວດ​ຂອງ​ທາດ​ອາ­ຫານ ແລະ ຈຳ­ພວກ​ພືດ​ຜັກ​ດັ່ງ­ກ່າວ​ນີ້​ກໍ່​ລ້ວນ​ໃຫ້​ທາດ​ວິ­ຕາ­ມິນ ແລະ ແຮ່​ທາດ​ຕ່າງໆ​ໃນ​ຮ່າງ­ກາຍ​ຄົນ​ເຮົາ, ຫມາກ­ເຂືອ​ຂາວ​ເປັນ​ພືດ​ຜັກ​ທີ່​ມີ​ອາ­ຍຸ​ຢືນ, ສາ­ມາດ​ປູກ​ໄດ້​ໃນ​ດິນ​ເກືອບ​ທຸກ​ຊະ­ນິດ ແລະ ປູກ​ໄດ້​ຕະ­ຫລອດ. ຫມາກ­ເຂືອ​ນອກ­ຈາກ​ໃຊ້​ບໍ­ລິ­ໂພກ​ໄດ້​ທັງ​ດິບ ແລະ ສຸກ​ເຊັ່ນ: ເຮັດ​ແຈ່ວ, ກັບ​ລາບ, ໃສ່​ປົ່ນ, ເຮັດ​ຫມາກ­ເຂືອ​ດອງ​ອື່ນໆ​ແລ້ວ​ຍັງ​ມີ​ຄຸນ​ປະ­ໂຫຍດ​ທາງ​ການ​ແພດ​ໂດຍ​ການ​ຮັກ­ສາ​ອາ­ການ​ໄອ, ຫອບ​ຫຶດ, ຕ້ານ​ມະ​ເຮັງ, ບຳ­ລຸງ​ຫົວ­ໃຈ ແລະຫລຸດ​ຄວາມ­ດັນ­ເລືອດ ແລະ ທີ່​ສຳ­ຄັນ​ຄຸນ​ປະ­ໂຫຍດ​ຂອງ​ຫມາກ­ເຂືອ​ຍັງ​ຊ່ວຍ​ເສີມ​ສ້າງ​ດ້ານ​ຄວາມ​ງາມ​ນຳ​ອີກ.

ລາຍລະອຽດ »

ການລ້ຽງເປັດ
ແລະການປ້ອງກັນພະຍາດ

ຢູ່​ບ້ານ​ເຮົາ​ການ​ລ້ຽງ­ສັດປີກ​ແມ່ນ​ມີ​ການ​ນິ­ຍົມ​ກັນ​ລ້ຽງ​ຢ່າງແພ່​ຫລາຍ​ບໍ່​ວ່າ​ຢູ່​ໃນ​ຕົວ​ເມືອງ ຫລື ຊົນ­ນະ­ບົດ ເຊິ່ງ​ໃນ​ນັ້ນ​ເປັດ​ກໍ່ເປັນ​ສັດ​ປີກ​ຊະ­ນິດ​ຫນຶ່ງ​ທີ່​ລ້ຽງງ່າຍ ແລະ ມີ​ຄວາມ​ຕ້ານ­ທານ​ພະຍາດ ແລະ ດິນ​ຟ້າ​ອາ­ກາດ​ໄດ້​ດີ. ເປັດ​ມີ​ລົດ​ຊາດ​ແຊບ ສາ­ມາດ​ສະຫນອງ​ອາ­ຫານ​ໃຫ້​ແກ່​ຄອບ­ຄົວ ແລະ ຂາຍ​ໄດ້​ຊາວ​ກະ­ສິ­ກອນ​ສ່ວນຫລາຍ​ຖ້າ​ເຮັດ​ການ​ປູກ­ຝັງກໍ່​ຕ້ອງລ້ຽງ­ສັດ​ໄປ​ພ້ອມໆ​ກັນ​ເປັດ​ນອກຈາກ​ຈະ​ໃຫ້​ຊີ້ນ ແລະ ໄຂ່​ເປັນ​ອາຫານ​ແລ້ວ ສ່ວນ​ມູນ​ເປັດ​ກໍ່​ຍັງ​ເປັນຝຸ່ນ​ເພື່ອ​ໄປ​ໃສ່​ຕົ້ນ­ໄມ້, ສວນ​ຜັກ ແລະ ນາ​ເຂົ້າ. ເປັດ​ຈະ​ແຂງ­ແຮງ ເມື່ອ​ໄດ້​ກິນ​ຢາ­ພື້ນ­ເມືອງ ແລະ ສັກຢາ​ປ້ອງ​ກັນ​ເປັນ​ປະ­ຈໍາ.
# ຖ້າ​ເຮົາ​ລ້ຽງ​ເປັດ​ຖືກ­ຕ້ອງເຮົາ​ກໍ່​ຈະ​ໄດ້​ໄຂ່ ແລະ ສາ­ມາດ​ເປັນລາຍ​ຮັບ​ແກ່​ຄອບ­ຄົວ​ເຮົາ​ໄດ້.


ລາຍລະອຽດ »

ການລ້ຽງກົບໃນບໍ່ປູນ
ເຊິ່ງ​ເປັນ​ຮູບ​ແບບທີ່​ນິ­ຍົມ​ກັນ​ຫລາຍ​ໃນ​ປະ­ຈຸ​ບັນ

 ເນື່ອງ​ຈາກ​ສະ­ຖາ­ນະ​ພາບຄວາມ​ເປັນ​ຈິງ​ໃນ​ປະ­ຈຸ​ບັນ​ທີ່​ມີອັດ­ຕາ​ປະ­ຊາ­ກອນ​ເພີ່ມ​ຂຶ້ນ ແລະ ປະ­ລິ­ມານ​ຄວາມ​ຕ້ອງ­ການ​ບໍ​ລິໂພກ​ຂອງ​ສັງ­ຄົມ​ກໍ່​ເພີ່ມ​ຂຶ້ນ​ຕິດຕາມ​ມາຂະ­ນະ​ທີ່​ຊັບ­ພະ­ຍາ­ກອນທຳ​ມະ​ຊາດ ຫລື ແມ່ນ​ແຕ່​ຜົນ​ຜະລິດ​ທາງ​ການ​ກະ­ເສດ​ກໍ່​ຫລຸດຫນ້ອຍ​ລົງ​ທຸກ​ມື້.
   ນອກ­ຈາກ​ນັ້ນຊາວ​ກະ​ສິກອນ​ຍັງ​ຕ້ອງ​ພົບ​ກັບ​ຄວາມ​ຜິດຫວັງ​ເມື່ອ​ຜະ­ລິດ​ແລ້ວ​ບໍ່​ໄດ້​ລາຄາ ຫລື ພໍ່­ຄ້າ​ຄົນ​ກາງ​ກົດ​ລາຄາ​ຮັບ​ຊື້ ​ເຊິ່ງ​ສິ່ງ​ເຫລົ່າ­ນັ້ນ​ລ້ວນເປັນ​ປັດ​ໄຈ​ພາ­ໃຫ້​ຊາວ​ກະ​ສິກອນ​ຫັນ​ໄປ​ຫາ​ອາ­ຊີບ​ໃຫມ່ໆເພື່ອ​ເພີ່ມ​ລາຍ​ໄດ້​ເຊັ່ນ: ການ​ຂຸດບໍ່​ລ້ຽງ​ກົບ ແລະ ລ້ຽງ​ປາ​ອື່ນໆແທນ.
   ແຕ່​ສຳ­ລັບ​ການ​ລ້ຽງ​ກົບ​ນັ້ນ, ປະ­ຈຸ​ບັນ​ກຳ­ລັງ​ເປັນ​ທີ່​ສົນ­ໃຈຫລາຍ​ແກ່​ຊາວ​ກະ­ສິ­ກອນ ຫລື ປະ­ຊາ­ຊົນ​ຄົນ​ໃດ​ທີ່​ມີ​ພື້ນ​ທີ່​ພຽງ­ພໍ​

ລາຍລະອຽດ »

ການ​ລ້ຽງ​ຕັກ­ແຕນ​
ການ​ເລືອກ​ພໍ່ ແລະ ແມ່​ພັນ​ໃນ​ການ​ຂະ­ຫຍາຍ​ພັນ

 ຕັກ­ແຕນ ເປັນ​ແມງ­ໄມ້​ຊະ­ນິດ​ໜຶ່ງ​ທີ່​ມີ​ປາກ​ແບບ​ກັດ​ກິນ​ພົບ​ຕັ້ງ­ແຕ່​ໃນ​ໄລ­ຍະ​ຕົວ​ອ່ອນ​ຈົນ​ເຖິງ​ຕົວ​ເຕັມ​ໄວ, ມີ​ຕາ​ຂະ­ໜາດ​ໃຫຍ່, ມີ​ໜວດ​ເປັນ​ແບບ​ເສັ້ນ​ດ້າຍ, ປີກ​ຄູ່​ໜ້າ​ຄື​ໜັງ ສ່ວນ​ປີກ​ຄູ່​ຫຼັງ​ບາງ​ໃສ, ຢູ່​ໃຕ້​ປີກ​ຄູ່​ໜ້າ​ມີ​ຂາ 2 ຄູ່ ແລະ ຂາ​ຄູ່​ຫຼັງ​ໄວ້​ກະ­ໂດດ, ສ່ວນ​ການ​ຈະ­ເລີນ ແລະ ການ​ປ່ຽນ­ແປງ​ຮູບ​ຮ່າງ​ແມ່ນ​ຈະ​ປ່ຽນ­ແປງ​ເທື່ອ​ລະ​ໜ້ອຍ, ຕົວ​ອ່ອນ​ຈະ​ມີ​ຂະ­ໜາດ​ຕົວ​ນ້ອຍ​ກວ່າ​ໂຕ​ເຕັມ​ໄວ ແຕ່​ຍັງ​ບໍ່​ມີ​ປີກ ແລະ ຈະ​ລອກ­ຄາບ ຫຼື ຈະ­ເລີນ​ເຕີບ​ໂຕ​ໄປ​ຈົນ​ເປັນ​ຕົວ​ເຕັມ​ໄວ​ເມື່ອ​ມີ​ການ​ລອກ­ຄາບ​ຄັ້ງ​ສຸດ​ທ້າຍ, ສ່ວນ​ການ​ວາງ​ໄຂ່​ມີ​ລັກ­ສະ­ນະ​ແຕກ​ຕ່າງ​ກັນ​ອາດ​ຈະ​ເປັນ​ໄຂ່​ດຽວ ຫຼື ໄຂ່​ກຸ່ມ​ມີ​ທັງ​ວາງ​ໃນ​ດິນ ແລະ ໃນ​ພືດ​ອາ­ຫານ.
   ສະ­ນັ້ນ, ຫາກ​ໃຜ​ມີ​ຄວາມ​ສົນ­ໃຈ​ຢາກ​ລ້ຽງ​ຕັກ­ແຕນ​ເພື່ອ​ເປັນ​ອາ­ຊີບ​ເສີມ ຫຼື ຈະ​ເປັນ​ອາ­ຊີບ​ຫຼັກ​ກໍ່​ສາ­ມາດ​ປະ­ຕິ­ບັດ​ຕາມ​ຂັ້ນ​ຕອນ​

ລາຍລະອຽດ »

Free Web Hosting