Home / ການກະເສດ

Category

ການ​ລ້ຽງແມງດາ
ແມງ​ດາ ເປັນ​ສັດ​ຊະ­ນິດ​ຫນຶ່ງ​ທີ່​ເກີດ ແລະ ອາ­ໄສ​ຢູ່​ຕາມ​ທຳ​ມະ​ຊາດ

ແມງ​ດາ ເປັນ​ສັດ​ຊະ­ນິດ​ຫນຶ່ງ​ທີ່​ເກີດ ແລະ ອາ­ໄສ​ຢູ່​ຕາມ​ທຳ​ມະ​ຊາດ, ທັງ​ຍັງ​ເປັນ​ສັດ​ທີ່​ຄົນ​ສ່ວນ​ຫລາຍ​ມັກ​ນຳ​ມາ​ປຸງ​ແຕ່ງ​ເປັນ​ອາ­ຫານ ເພື່ອ​ບໍ­ລິ­ໂພກ ແລະ ເປັນ​ອາ­ຫານ​ທີ່​ແຊບ, ພ້ອມ​ທັງ​ຫາ​ຊື້​ໄດ້​ຍາກ,ກົງ­ກັນ­ຂ້າມ ມາ​ຮອດ​ປະ­ຈຸ​ບັນ ຍ້ອນ​ເຫັນ​ວ່າ​ສັດ​ປະ­ເພດ​ດັ່ງ­ກ່າວ​ທີ່​ສັງ­ຄົມ​ຕ້ອງ­ການ ເລີຍ​ກາຍ­ເປັນ​ຮູບ​ແບບ​ໃຫມ່​ໃນ​ການ​ຫັນ​ມາ​ຜະ­ລິດ ເພື່ອ​ສະ­ຫນອງ​ຄວາມ​ຕ້ອງ­ການ​ຂອງ​ສັງ­ຄົມ​ໃຫ້​ພຽງ­ພໍ ແລະ ຍັງ​ເປັນ​ການ​ສ້າງລາຍ​ຮັບ​ເພີ່ມໃຫ້​ກັບ​ຜູ້​ປະ­ກອບ​ອາ­ຊີບ​ນີ້​ອີກ​ດ້ວຍ, ສຳ­ລັບ​ທ່ານ​ໃດ​ທີ່​ຮັກ​ມັກ​ໃນ​ການ​ລ້ຽງ­ສັດ​ຢູ່​ແລ້ວ ແລະ ທັງ​ມີ​ຄວາມ​ຄິດ​ເພື່ອ​ທີ່​ຈະ​ເຮັດ​ທຸ­ລະ​ກິດ​ກໍ່​ສາ­ມາດ​ສຶກ​ຂັ້ນ​ຕອນ​ໃຫ້​ລະ­ອຽດ.
 ສະ­ຖານ­ທີ່ ສຳ­ລັບ​ການ​ເຮັດ​ບໍ່​ລ້ຽງ​ແມງ​ດາ ຄວນ​ເປັນ​ບ່ອນ​ໂລ່ງ​ແຈ້ງ​ໃກ້​ກັບ​ແຫລ່ງ​ນ້ຳ

ລາຍລະອຽດ »

ການປູກດອກດາວເຮືອງ
ແລະວິທີການຮັກສາ

ສໍາ­ລັບຊາວ​ສວນ​ທີ່​ມີ​ເນື້ອທີ່​ເປົ່າ​ວ່າງ ແລະ ຍັງ​ບໍ່​ຮູ້​ຈະ​ປູກຫຍັງ​ດີ ເພື່ອ​ເປັນ​ສິນ­ຄ້າ​ທີ່​ຈະ​ສາມາດ​ສ້າງ​ລາຍ​ຮັບ​ເພີ່ມ​ໃຫ້​ກັບຄອບ­ຄົວ, ດັ່ງ­ນັ້ນ ຈິ່ງ​ຂໍ​ແນະ­ນໍາເຕັກ­ນິກ​ການ​ປູກ​ດອກ​ດາວເຮືອງ ທີ່​ສາ­ມາດ​ປູກ​ໄດ້​ງ່າຍ ແລະ ໃນ​ເນື້ອ­ທີ່​ນ້ອຍ ຫລື ຫລາຍກໍ່​ສາ­ມາດ​ປູກ​ໄດ້​ຄື​ກັນ, ແຕ່​ຈະປູກ​ໃຫ້​ໄດ້​ຮັບ​ຜົນ​ຫລາຍ-ຫນ້ອຍ​ນັ້ນ​ກໍ່​ຂຶ້ນ​ຢູ່​ກັບ​ເຕັກ­ນິກ​ການ​ປູກ ເຊິ່ງ​ມີ​ຂັ້ນ​ຕອນ​ລະ­ອຽດ​ດັ່ງ­ນີ້
   ຄວນ​ໄຖ​ດິນແລ້ວ​ຫວ່ານຝຸ່ນ​ຄອກ ຫລື ປຸ໋ຍ​ຫມັກ​ລົງ​ໄປປະ­ມານ 1 ໂຕນ​ຕໍ່​ໄລ່ ຈາກ​ນັ້ນ​ໃຫ້ຍົກ​ຮ່ອງ​ຫນານ​ປູກ​ກວ້າງ 1 ແມັດ ແລະ ຫົດ​ນ້ຳ​ຫນານ​ໄວ້ລ່ວງ​ຫນ້າ 1 ວັນ, ຫລັງ​ຈາກ​ນັ້ນ ກໍ່​ຂຸດ​ຂຸມ​ກວ້າງ 15 ຊັງ​ຕີ​ແມັດ ແລະ ເຮັດ​ຫນານ​ລະ 3 ແຖວ, ໄລ­ຍະ​ລະ­ຫວ່າງ​ແຖວ​ແມ່ນ 30 ຊັງ​ຕີ​ແມັດ,

ລາຍລະອຽດ »

ການ​ປູກ​ຫມາກ­ກ້ຽງ​ນັ້ນ
ບັນຫາ​ສຳ­ຄັນ​ຄື​ພື້ນ​ທີ່​ໃນ​ການ​ປູກ​

ຫມາກ­ກ້ຽງ ເປັນ­ຕົ້ນ​ໄມ້​ແບບ​ພຸ່ມ ຫລື ຕົ້ນ­ໄມ້​ຂະ­ຫນາດ​ນ້ອຍ​ຫລາຍ​ຊະ­ນິດ ແລະ ມີ​ຫລາຍ​ສາຍ​ພັນ, ກະ­ຈາຍ​ຢູ່​ທົ່ວ​ໂລກ, ຫມາກ­ກ້ຽງສ່ວນ​ຫລາຍ​ຈະ​ມີ​ນ້ຳ­ມັນ​ຫອມ​ລະ​ເຫີຍ​ໃນ​ໃບ, ດອກ ແລະ ຫມາກ, ມີ​ກິ່ນ​ຂິວ ຫາກ​ນຳ​ໃບ​ສ່ອງ​ໃສ່​ແສງ​ແດດ​ຈະ​ເຫັນ​ຈຸດ​ນ້ອຍໆ​ເຕັມ​ໄປ​ຫມົດ ເຊິ່ງ​ຈຸດ​ດັ່ງ­ກ່າວ​ນັ້ນ ແມ່ນ​ນ້ຳ­ມັນ​ຂອງ​ຫມາກ­ກ້ຽງສ່ວນ​ລົດ​ຊາດ​ຂອງ​ຫມາກ­ກ້ຽງ​ຈະ​ມີ​ລົດ​ສົ້ມ ຫລື ຫວານ ທີ່​ອຸ­ດົມ​ໄປ​ດ້ວຍ​ແຄວ​ຊຽມ, ໂປ​ແທັດ​ຊຽມ, ວິ­ຕາ­ມິນ​ເອ ແລະ ວິ­ຕາ­ມິນ​ຊີ ຫລາຍ​ເປັນ​ພິ­ເສດ ສະ­ນັ້ນ ຖ້າ​ໃຜ​ຄິດ​ຈະ​ປູກ​ຕ້ອງ​ຄວນ​ສັງ­ເກດ​ລະ­ອຽດ​ຄື:
     ການ​ປູກ​ຫມາກ­ກ້ຽງ​ນັ້ນ ບັນຫາ​ສຳ­ຄັນ​ຄື​ພື້ນ​ທີ່​ໃນ​ການ​ປູກ​ຕົ້ນ­ຕໍ​ແມ່ນ: ຖ້າ​ພື້ນ​ທີ່​ດັ່ງ­ກ່າວ​ເປັນ​ດອນ​ໃຫ້​ຂຸດ​ຕໍ​ໄມ້​ອອກ​ແລ້ວ​ໄຖ​ພວນ​ເລິກ​ປະ­ມານ 30-40 ຊັງ​ຕີ​ແມັດ ປັບ​ພື້ນ​ທີ່​ໃຫ້​ລຽບ ແລ້ວ​ຈິ່ງ​ເຮັດ​ຫນານ​ຂວາງ​ທາງ​ແສງ​ແດດ ກວ້າງ 3ແມັດ,

ລາຍລະອຽດ »

ການ​ປູກ​ຫມາກ​ນັດ​ສາ­ມາດ​ເຮັດ​ໄດ້​ດ້ວຍ​ວິ­ທີ​ງ່າຍໆ ສຳ­ລັບ ພຶ້ນ​ທີ່​ທີ່​ເຄີຍ​ປູກ​ຫມາກ​ນັດ​ມາ​ກ່ອນ​ແລ້ວ​ດ້ວຍ​ການ​ໄຖ​ແລ້ວ​ສັບ​ໃບ

ຫມາກ​ນັດ ເປັນ​ພືດ​ລົ້ມ​ລຸກ​ຊະ­ນິດ​ຫນຶ່ງ​ທີ່​ມີ​ຕົ້ນ​ກຳ­ເນີດ​ມາ​ຈາກ ອາ­ເມ­ລິ­ກາ​ໃຕ້ ລຳ­ຕົ້ນ​ມີ​ຂະ­ຫນາດ​ສູງ​ປະ­ມານ 80-100 ຊັງ​ຕີ​ແມັດ, ສ່ວນ​ການ​ປູກ​ກໍ່​ສາ­ມາດ​ປູກ​ໄດ້​ງ່າຍ​ດ້ວຍ​ການ​ໃຊ້​ຫນໍ່ ຫລື ທີ່​ເປັນ​ສ່ວນ​ຍອດ​ຂອງ​ຫມາກ​ທີ່​ເອີ້ນ​ກັນ​ວ່າ “ຈອມ” ນຳ​ມາ​ຝັງ​ລົງ​ກັບ​ດິນ​ໄວ້ແລ້ວ​ຈະ​ອອກ​ເປັນ​ຫມາກ.
      ລັກ­ສະ­ນະ​ຂອງ​ຫມາກ​ນັດ ເປັນ​ພືດ​ໃບ​ລ້ຽງ​ດຽວ​ຈັດ​ຢູ່​ໃນ​ຈຳ­ພວກ​ໄມ້​ເນື້ອ​ອ່ອນ​ທີ່​ມີ​ອາ­ຍຸ​ໄດ້ຫລາຍ​ປີສາ­ມາດ​ທົນ​ຕໍ່​ສະ­ພາບ​ແວດ​ລ້ອມ​ຕ່າງໆ​ໄດ້​ດີ ແລະ ປູກ​ໄດ້​ໃນ​ດິນ​ເກືອບ​ທຸກ​ແຫ່ງ​ໃນ​ທົ່ວ​ປະ­ເທດ, ເຫມາະ​ສົມ​ແກ່​ຊາວ​ສວນ​ທີ່​ມີ​ພຶ້ນ​ທີ່­ຢູ່​ແລ້ວ­ແຕ່​ບໍ່​ຮູ້​ປູກ​ພືດ​ຊະ­ນິດ​ໃດ​ເພື່ອ​ເປັນ​ສິນ­ຄ້າ, ສາ­ມາດ​ສ້າງ​ລາຍ​ຮັບ​ໄດ້ ແລະ ຫມາກ​ນັດ​ກໍ່​ເປັນ​ພືດ​ທີ່​ຄົນ ນິ­ຍົມ​ບໍ­ລິ­ໂພກ​ເພາະ​ມີ​ລົດ​ຊາດ​ທີ່​ແຊບ ແລະ ຫອມ​ຫວານ​ນຳ​ອີກ.
   ຊັງ​ຕີ​ແມັດ​ແລ້ວ​ຂຸດ​ຂຸມ​ປູກ​ຫມາກ​ນັດ,

ລາຍລະອຽດ »

ການກຳຈົດເພ້ຍຈັກຈັ່ນ
ແລະຕົກແຕນໃນນາເຂົ້າ

ເພ້ຍ​ຈັກ­ຈັ່ນ ແລະ ຕັກ­ແຕນ​ທີ່​ລົບ​ກວນ​ນາ​ເຂົ້າໂດຍ​ການ​ໃຊ້​ສູດ​ກຳ­ຈັດ​ສັດ­ຕູ​ພືດ​ແບບ​ທຳ​ມະ​ຊາດ​ປອດ​ສານ​ເຄ​ມີເຊິ່ງ​ຈະ​ໄດ້­ຜົນ​ດີ​ເທົ່າ­ໃດ​ນັ້ນ​ເຮົາ​ມາ​ປະ­ຕິ­ບັດ​ຕາມ 3  ສູດ​ດັ່ງ​ລຸ່ມ​ນີ້:
ສູດ​ທີ 1: ໃຊ້​ເຄືອ​ເຂົາ­ຮໍ ຫລື ໃບ​ຂົມ​ກະ­ເດົາ​ຈຳ­ນວນ​ຫນື່ງໂດຍ​ຄິດ­ໄລ່​ປະ­ມານ 60-Œ80 ກິ​ໂລ​ຕໍ່​ເຮັກ­ຕາ.
ວິ­ທີ​ກຽມ: ນຳ​ເອົາ​ເຄືອ​ເຂົາ­ຮໍມາ​ທຸບ​ໃຫ້​ແຕກແລ້ວ​ຕັດ​ເປັນ​ທ່ອນ​ສັ້ນໆປະ­ມານ 2 ຂໍ້­ມືຈາກ​ນັ້ນ​ຈື່ງ​ນຳ­ໄປ​ໃສ່​ນາ​ເຂົ້າ. ຖ້າ​ເປັນ​ຂົມ​ກະ­ເດົາແມ່ນ​ນຳ​ມາ​ຕຳ​ພໍ​ໃຫ້​ບວມ (ທຸບ​ໃຫ້​ພໍ​ຊ້ຳ) ແລ້ວ​ຈິ່ງ​ນຳ­ໄປ​ຫວ່ານ​ໃນ​ນາ​ເຂົ້າ.
ວິ­ທີ​ໃຊ້: ຄວນ​ຫວ່ານ 2 ຄັ້ງ: ຄັ້ງ​ທີ 1: ພາຍ­ຫລັງ​ປັກ​ດຳ 20 ວັນ,  ຄັ້ງ​ທີ 2: ຫລັງ​ຈາກ​ປັກ​ດຳ​ແລ້ວ​ປະ­ມານ 50-Œ65 ວັນ ຫລື ຫ່າງ​ຈາກ​ຄັ້ງ​ທີຫນຶ່ງ​ປະ­ມານ 30-Œ45 ວັນ.

ລາຍລະອຽດ »

Free Web Hosting