Home / ການກະເສດ

Category

ການ​ປູກ​ໝາກ​ລໍາ­ໄຍ ສ່ວນຫຼາຍ​ຈະ​ມີ​ບັນ­ຫາ​ເລື່ອງ​ຂອງການ​ອອກ­ດອກ​
ເປັນ​ໝາກ​ທີ່​ບໍ່ສະ​ໝໍ່າ​ສະ­ເໝີບາງ​ປີ​ກໍ່​ຈະ​ອອກດອກ

ການ​ປູກ​ໝາກ​ລໍາ­ໄຍ ສ່ວນຫຼາຍ​ຈະ​ມີ​ບັນ­ຫາ​ເລື່ອງ​ຂອງການ​ອອກ­ດອກ​
ເປັນ​ໝາກ​ທີ່​ບໍ່ສະ​ໝໍ່າ​ສະ­ເໝີບາງ​ປີ​ກໍ່​ຈະ​ອອກດອກ ແລະ
ເປັນ​ໝາກ​ຫຼາຍ, ແຕ່ບາງ​ປີ​ອອກ­ດອກ​ຫຼາຍ ແລະ ເປັນໝາກ​ໜ້ອຍ
ຫລື ມີ​ການ​ອອກ­ດອກ ແລະ ແຕ່​ເປັນ​ໝາກ​ແບບ​ປີ​ເວັ້ນປີ
ເຊິ່ງ​ຖື​ວ່າ​ເປັນ​ບັນ­ຫາ​ຫຼັກ​ຂອງຊາວ​ສວນ​ຜູ້​ປູກ​ລໍາ­ໄຍ​ເປັນ
ສ່ວນຫຼາຍ​ເຮັດ​ໃຫ້​ສູນ​ເສຍ​ລາຍ​ໄດ້​ຕໍ່​ປີ​ເປັນ​ຈໍາ­ນວນ​ຫຼາຍ
ແຕ່​ບັນ­ຫາ​ດັ່ງ­ກ່າວ​ສາ­ມາດ​ແກ້​ໄຂ​ໄດ້​ໂດຍປະ­ຕິ­ບັດ​ຕາມ​ຂັ້ນ​ຕອນ​ຕໍ່​ໄປ​ນີ້:
ກ່ອນ​ການ​ປູກ​ໝາກ​ລໍາ­ໄຍ ຄວນ​ກຽມ​ແນວ​ພັນ ໂດຍ​ວິ­ທີຕອນ​ກິ່ງ ເຊິ່ງ​ຄວນ​ກຽມ​ໄວ້​ລ່ວງໜ້າ 1 ປີ
ເພື່ອ​ຈະ​ໄດ້​ຕົ້ນ​ກ້າ​ລໍາໄຍທີ່​ແຂງ­ແຮງ​ຈາກ​ນັ້ນ​ກໍ່​ໃຫ້​ກຽມພື້ນ​ທີ່​ສໍາ­ລັບ​ການ​ປູກ,

ລາຍລະອຽດ »

ຖົ່ວ­ຂຽວເປັນ​ພືດ​ທີ່​ມີ​ອາ­ຍຸ​ສັ້ນ​ໃຊ້​ນ້ຳ​ຫນ້ອຍ​ກວ່າ​ພືດ​ໄຮ່​ຫລາຍ​ຊະ­ນິດ
ໂດຍ​ສາ­ມາດ​ປູກ​ແທນ​ເຂົ້າ​ໃນ​ລະ ດູ​ນາ­ປີ​ໄດ້​ດີ

ປະ­ຈຸ​ບັນ​ແນວ​ພັນ​ທີ່​ແນະ­ນຳ​ສຳ­ລັບ​ການ​ກະ­ເສດ​ມີ​ຫລາຍ​ແນວ​ພັນ​ຄວນ​ເລືອກ​ໃຊ້​ແນວ​ພັນ​ທີ່​ເຫມາະ​ສົມ​ກັບ​ສະ­ພາບ​ການ​ປູກ​ໃນ​ແຕ່​ລະ​ລະ­ດູ ແລະ ແຕ່​ລະ​ທ້ອງ­ຖິ່ນ​ຖົ່ວ­ຂຽວ​ສາ­ມາດ​ປູກ​ໃສ່​ນາ​ກ່ອນ​ປູກ​ເຂົ້າ­ນາ­ແຊງ ເຊິ່ງ​ເປັນ​ຝຸ່ນ​ພືດ​ຂຽວ​ສາ­ມາດ​ເພີ່ມ​ຜົນ​ຜະ­ລິດ​ເຂົ້າ​ຂຶ້ນ 20%, ຖົ່ວ­ຂຽວ​ສາ­ມາດ​ດຶງ​ທາດ ໄນ​ໂຕ​ເຈນ (N2) ປະ­ມານ 70- 80 ກິ​ໂລ​ຕໍ່​ເຮັກ­ຕາ ແລະ ຍັງ​ປັບ­ປຸງ​ດິນ​ໃຫ້​ອຸ­ດົມ­ສົມ­ບູນ ແລະ ປັບ​ໂຄງ​ສ້າງ​ດິນ​ໃຫ້​ຜຸ​ຜຸ່ຍ​ດີ, ຖ້າ​ປູກ ຖົ່ວ­ຂຽວ​ໃນ​ເດືອນ​ຕຸ­ລາ ພາຍ­ຫລັງ​ເກັບ​ກ່ຽວ​ເຂົ້າ ແລະ ເກັບ​ກ່ຽວ​ສາ­ລີ​ແລ້ວ​ຈະ​ຊ່ວຍ​ຕັດ​ວົງ​ຈອນ​ຊີ­ວິດ​ຂອງ​ແມງ­ໄມ້, ສັດ­ຕູ​ພືດ ແລະ ຫລຸດ­ຜ່ອນ​ການ​ລະ­ບາດ​ຂອງ​ແມງ­ໄມ້, ສັດ­ຕູ​ພືດ​ໃນ​ນາ​ເຂົ້າ​ໃນ​ລະ­ດູ​ຜະ­ລິດ​ຕໍ່​ໄປ​ອີກ, ຖົ່ວ­ຂຽວ​ຍັງ​ເປັນ​ພືດ​ເສດ­ຖະ­ກິດ​ທີ່​ສ້າງ​ລາຍ​ຮັບ​ເສີມ​ໃຫ້​ແກ່​ຊາວ​ກະ​ສິ ກອນ​ໄດ້​ດີ ແລະ ຕົ້ນ​ທຶນ​ການ​ຜະ­ລິດ​ກໍ່​ຕ່ຳ.

ລາຍລະອຽດ »

ກ້ວຍ​ໄມ້​ເປັນ​ພືດ​ໃບ​ລ້ຽງ​ດ່ຽວ, ດອກ​ຍອດ​ນິ­ຍົມ ເພາະ​ລັກ­ສະ­ນະ​ດອກ
ແລະ ສີ­ສັນ​ລວ­ດລາຍ​ສວຍ​ງາມ,  ເປັນ​ພືດ​ເສດ­ຖະ­ກິດ​ທີ່​ມີ​ຄວາມ​ສຳ­ຄັນ

ກ້ວຍ​ໄມ້​ເປັນ​ພືດ​ໃບ​ລ້ຽງ​ດ່ຽວ, ດອກ​ຍອດ​ນິ­ຍົມ ເພາະ​ລັກ­ສະ­ນະ​ດອກ ແລະ ສີ­ສັນ​ລວ­ດລາຍ​ສວຍ​ງາມ,  ເປັນ​ພືດ​ເສດ­ຖະ­ກິດ​ທີ່​ມີ​ຄວາມ​ສຳ­ຄັນ ເພາະ​ເປັນ​ໄມ້​ທີ່​ມີ​ການ​ປູກ​ແບບ​ຄົບ​ວົງ​ຈອນ​ເລີ່ມ​ຕັ້ງ­ແຕ່​ການ​ປະ­ສົມ​ເກ­ສອນ, ການ​ລ້ຽງ​ໃຍ, ລ້ຽງ​ກ້ວຍ​ໄມ້ ຈົນ​ຮອດ​ການ​ໃຫ້​ດອກ ແລະ ການ​ຕັດ​ດອກ​ບັນ­ຈຸ​ໃສ່​ຫີບ​ແລ້ວ​ສົ່ງ​ອອກ.
   ກ້ວຍ​ໄມ້​ມີ​ແຫຼ່ງ​ກຳ­ເນີດ​ໃຫຍ່​ທີ່​ສຸດ​ຂອງ​ໂລກ​ຄື ອາ­ເມ­ລິ­ກາ​ລາ​ຕີນ ເປັນ​ອາ­ນາ​ບໍ­ລິ­ເວນ​ອາ­ເມ­ລິ­ກາ​ກາງ​ຕິດ​ກັບ​ເຂດ​ເໜືອ​ຂອງ​ອາ­ເມ­ລິ­ກາ​ໃຕ້ ສ່ວນ​ແຫຼ່ງ​ກຳ­ເນີດ​ກ້ວຍ​ໄມ້​ໃນ​ພູ­ມີ­ພາກ​ອາ­ຊີ ແລະ ປາ​ຊີ​ຟິກ, ກ້ວຍ​ໄມ້​ເປັນ​ພືດ​ທີ່​ມີ​ສ່ວນ​ຕ່າງໆ​ທີ່​ສົມ­ບູນ​ຄື ມີ​ຮາກ, ຕົ້ນ, ໃບ ແລະ ໝາກ, ກ້ວຍ​ໄມ້​ບໍ່​ມີ​ຮາກ­ແກ້ວ, ລຳ­ຕົ້ນ​ບໍ່​ມີ​ແກ່ນ, ສ່ວນ​ໃບ​ຈັດ​ເປັນ​ໃບ​ລ້ຽງ​ດ່ຽວ​ມີ​ເສັ້ນ​ຂະ ໜານ​ກັນ​ຕາມ​ຄວາມ​ຍາວ​ຂອງ​ໃບ.

ລາຍລະອຽດ »

ຕົ້ນ​ຫມາກ​ມັງ­ກອນ​ສາ­ມາດ ປູກ​ໄດ້​ໃນ​ທຸກ​ສະ­ພາບ​ດິນ​ເຊັ່ນ ດິນ​ປົນ​ຊາຍ, ດິນ​ຫນຽວ, ດິນ​ເຮື້ອ ສຳ­ລັບ​ດິນ​ຫນຽວ ແລະ ດິນ​ເຮື້ອ

ຕົ້ນ​ຫມາກ​ມັງ­ກອນ​ສາ­ມາດ ປູກ​ໄດ້​ໃນ​ທຸກ​ສະ­ພາບ​ດິນ​ເຊັ່ນ ດິນ​ປົນ​ຊາຍ, ດິນ​ຫນຽວ, ດິນ​ເຮື້ອ ສຳ­ລັບ​ດິນ​ຫນຽວ ແລະ ດິນ​ເຮື້ອ ຈຳ­ເປັນ​ຕ້ອງ​ມີ​ການ​ປັບ​ຫນ້າ­ດິນດ້ວຍ​ການ​ໃສ່​ຝຸ່ນ​ຄອກ ແລະ ແກບ​ດຳ, ພ້ອມ​ນັ້ນ ຕົ້ນ​ມັງ­ກອນ​ເປັນ­ຕົ້ນ​ໄມ້​ທີ່​ມັກ​ອາ­ໄສ​ຢູ່​ໃນ​ດິນ​ປອດ­ໂປ່ງ, ບໍ່​ແອ​ອັດ​ຈົນ​ເກີນ​ໄປ ແລະ ສາ­ມາດ​ລະ­ບາຍ​ນ້ຳ​ໄດ້​ດີ. ຍ້ອນ​ວ່າຫມາກ​ມັງ­ກອນ​ເປັນ​ພືດ​ຕະ­ກູນ​ດຽວ​ກັບ​ຕົ້ນ​ກະ­ບອງ​ເພັດ, ຈິ່ງ​ເປັນ​ພືດ​ທີ່​ມັກ​ອາ­ກາດ​ຮ້ອນ ແລະ ແດດ​ກ້າ, ການ​ປູກ​ຫມາກມັງ­ກອນ​ນັ້ນ​ຈິ່ງ​ຄວນ​ກຽມ​ພື້ນ​ທີ່​ໃຫ້​ຢູ່​ໃນ​ບໍ­ລິ­ເວນ​ກາງ­ແຈ້ງ​ບໍ່​ມີ​ຮົ່ມ​ເງົາ​ຈາກ​ຕົ້ນ­ໄມ້​ອື່ນ​ມາ​ບັງ, ຫມາກ​ມັງ­ກອນ​ຈະ​ສາ­ມາດ​ຈະ ເລີນ​ເຕີບ​ໂຕ ແລະ ອອກ­ດອກ, ອອກ​ຫມາກ​ໄດ້​ເປັນ​ຢ່າງ​ດີ.
ຫມາກ​ມັງ­ກອນ​ສາ­ມາດປູກ​ໄດ້ 2 ຮູບ​ແບບ​ເປັນ­ຕົ້ນແມ່ນ​ປູກ​ໃນ​ຖັງ (ໃຊ້​ຕົ້ນ​ມັງ­ກອນ 1-2 ຕົ້ນ​ຕໍ່​ຫນຶ່ງ​ຫລັກ) ແລະ ການ​ປູກ​ໃນ​ພື້ນ​ທີ່​ກວ້າງ (ໃຊ້​ຕົ້ນມັງ­ກອນ 4 ຕົ້ນ​ຕໍ່​ຫນຶ່ງຫລັກ).

ລາຍລະອຽດ »

ສາ­ລີ​ເປັນ​ພືດ​ອາ­ຍຸ​ສັ້ນ​ໃຊ້​ເວລາ​ປູກ​ປະ­ມານ 45Œ-50 ວັນ
ກໍ່​ສາ­ມາດ​ເກັບ​ກ່ຽວ​ໄດ້​ມີ​ເຕັກ ນິກ​ການ​ປູກ​ທີ່​ບໍ່​ຫຍຸ້ງ­ຍາກ

ສາ­ລີ​ເປັນ​ພືດ​ອາ­ຍຸ​ສັ້ນ​ໃຊ້​ເວລາ​ປູກ​ປະ­ມານ 45Œ-50 ວັນ ກໍ່​ສາ­ມາດ​ເກັບ​ກ່ຽວ​ໄດ້​ມີ​ເຕັກ ນິກ​ການ​ປູກ​ທີ່​ບໍ່​ຫຍຸ້ງ­ຍາກ, ບໍ່ຈຳ­ເປັນ​ໃຊ້​ສານ​ເຄ​ມີ​ໃນ​ການ​ກຳຈັດ​ສັດ­ຕູ​ພືດ​ເຮັດ​ໃຫ້​ມີ​ຄວາມປອດ​ໄພ​ຕໍ່​ສຸ­ຂະ­ພາບ​ສາ­ມາດປູກ​ໄດ້​ທົ່ວ​ທຸກ​ພາກ​ຂອງ ປະ­ເທດ ແລະ ປູກ​ໄດ້​ຕໍ່​ເນື່ອງ​ຕະ­ຫລອດ​ປີຖ້າ​ມີ​ການ​ຕອບ​ສະ­ຫນອງ​ນ້ຳ​ໄດ້​ຢ່າງ​ພຽງ­ພໍ​ຕະ­ຫລອດ​ລະ­ດູການ​ປູກ.
ວິ­ທີ​ການ​ປູກ: ການ​ປູກ ມີ 2 ວິ­ທີ​ຄື:
- ປູກ​ແບບ​ແຖວ​ດຽວ: ໃຊ້​ໄລຍະ 75x30 ຊັງ​ຕີ​ແມັດ ຈຳ­ນວນ 2Œ3 ຕົ້ນ​ຕໍ່​ຂຸມ.
- ປູກ​ແບບ​ແຖວ​ຄູ່: ໃຊ້​ໄລ­ຍະຫ່າງ​ລະ­ຫວ່າງ​ແຖວ 120 ຊັງຕີ​ແມັດ ໂດຍ​ຍົກ​ຮ່ອງ​ແລ້ວ​ປູກຂ້າງ​ຮ່ອງ​ທັງ​ສອງ​ຂ້າງ​ໂດຍປູກ​ລະ­ຫວ່າງ 30 ຊັງ​ຕີ​ແມັດ ຈຳ­ນວນ 2Œ3 ຕົ້ນ​ຕໍ່​ຂຸມ.

ລາຍລະອຽດ »

Free Web Hosting