ສາ­ລີ​ເປັນ​ພືດ​ອາ­ຍຸ​ສັ້ນ​ໃຊ້​ເວລາ​ປູກ​ປະ­ມານ 45Œ-50 ວັນ ກໍ່​ສາ­ມາດ​ເກັບ​ກ່ຽວ​ໄດ້​ມີ​ເຕັກ ນິກ​ການ​ປູກ​ທີ່​ບໍ່​ຫຍຸ້ງ­ຍາກ, ບໍ່ຈຳ­ເປັນ​ໃຊ້​ສານ​ເຄ​ມີ​ໃນ​ການ​ກຳຈັດ​ສັດ­ຕູ​ພືດ​ເຮັດ​ໃຫ້​ມີ​ຄວາມປອດ​ໄພ​ຕໍ່​ສຸ­ຂະ­ພາບ​ສາ­ມາດປູກ​ໄດ້​ທົ່ວ​ທຸກ​ພາກ​ຂອງ ປະ­ເທດ ແລະ ປູກ​ໄດ້​ຕໍ່​ເນື່ອງ​ຕະ­ຫລອດ​ປີຖ້າ​ມີ​ການ​ຕອບ​ສະ­ຫນອງ​ນ້ຳ​ໄດ້​ຢ່າງ​ພຽງ­ພໍ​ຕະ­ຫລອດ​ລະ­ດູການ​ປູກ.
ວິ­ທີ​ການ​ປູກ: ການ​ປູກ ມີ 2 ວິ­ທີ​ຄື:
- ປູກ​ແບບ​ແຖວ​ດຽວ: ໃຊ້​ໄລຍະ 75x30 ຊັງ​ຕີ​ແມັດ ຈຳ­ນວນ 2Œ3 ຕົ້ນ​ຕໍ່​ຂຸມ.
- ປູກ​ແບບ​ແຖວ​ຄູ່: ໃຊ້​ໄລ­ຍະຫ່າງ​ລະ­ຫວ່າງ​ແຖວ 120 ຊັງຕີ​ແມັດ ໂດຍ​ຍົກ​ຮ່ອງ​ແລ້ວ​ປູກຂ້າງ​ຮ່ອງ​ທັງ​ສອງ​ຂ້າງ​ໂດຍປູກ​ລະ­ຫວ່າງ 30 ຊັງ​ຕີ​ແມັດ ຈຳ­ນວນ 2Œ3 ຕົ້ນ​ຕໍ່​ຂຸມ.
     ແຕ່​ກ່ອນ​ຈະ​ປູກ​ຄວນ​ມີ​ການໄຖ​ດິນ​ກ່ອນ​ໂດຍ​ໄຖ ແລະ ຕາກດິນ​ໄວ້ 7 ມື້ ແລ້ວ​ໄຖ​ຄົນ​ປະໄວ້​ອີກ 3Œ5 ມື້ ປັບ​ຫນ້າ­ດິນໃຫ້​ສະ­ເຫມີ​ເກັບ​ເສດ​ວັດ​ສະພືດ​ອອກ​ຈາກ​ແປງ​ໃຫ້​ຫມົດ (ຖ້າເປັນ​ດິນ​ນາ​ທີ່​ເປັນ​ດິນ​ຫນຽວຄວນ​ໃສ່​ຝຸ່ນ​ຫມັກ ຫລື ຝຸ່ນ​ຄອກ ເພື່ອ​ເພີ່ມ​ທາດ​ອາ­ຫານ​ໃນ​ດິນໃນ​ອັດ­ຕາ 2Œ3 ໂຕນ​ຕໍ່​ໄລ່​ໂດຍຫວ່ານ​ແລ້ວ​ພວນ​ດິນ).
ສຳ­ລັບ​ວິ­ທີ​ການ​ປູກ:-
- ຢອດ​ເມັດ 2Œ3 ເມັດ​ຕໍ່​ຂຸມ ດ້ວຍ​ອັດ­ຕາ​ການ​ປູກ​ສະ­ເລ່ຍ 5 ກິ​ໂລ​ຕໍ່​ໄລ່.
- ສາ­ລີ​ພາຍ­ຫລັງ​ປູກ​ແລ້ວ​ຍັງຕ້ອງ­ການ​ໃຫ້​ມີ​ການ​ບົວ­ລະ­ບັດຮັກ­ສາ​ເຊັ່ນ:
ການ​ຫົດ​ນ້ຳ:
Œ  ໃຫ້​ນ້ຳ​ຢ່າງ​ສະ​ຫມ່ຳ​ສະ­ເຫມີ​ໂດຍ​ໃຫ້​ທັນ­ທີ​ຫລັງ​ປູກ ແລະ ຫລັງ​ຈາກ​ໃສ່​ຝຸ່ນ​ແຕ່​ລະ​ໄລ­ຍະ ໄລ­ຍະ​ທຳ​ອິດ​ນັບ​ຈາກ​ມື້​ປູກ​ຮອດ 10ມື້, ກໍ­ລະ­ນີ​ໃຫ້​ນ້ຳ​ຕາມຮ່ອງ​ໃນ​ດິນ​ຫນຽວຄວນ​ໃຫ​ນ້ຳທຸກ​ອາ­ທິດ​ແຕ່​ສິ່ງ​ຫນຶ່ງ​ທີ່​ຄວນຫລີກ­ເວັ້ນ​ບໍ່​ໄດ້​ຄື: ຢ່າ​ປ່ອຍ​ໃຫ້ນ້ຳ​ຖ້ວມ​ຂັງ​ໃນ​ແປງ​ເກີນ 24ຊົ່ວ­ໂມງ ອາດ​ຈະ​ເຮັດ​ໃຫ້​ຜົນ​ຜະລິດ​ຫລຸດ​ລົງ ຫລື ອາດ​ຕາຍ​ໄດ້ ແລະ ຄວນ​ພັກ​ໄລ­ຍະ​ການ​ໃຫ້​ນ້ຳຕາມ​ສົມ­ຄວນ​ເມື່ອ​ສາ­ລີ​ສົມ­ບູນແລ້ວ­ແຕ່​ຢ່າ​ປ່ອຍ​ໃຫ້​ລຳ­ຕົ້ນ​ສາ­ລີ​ຫ່ຽວ­ແຫ້ງ (ຖ້າ​ສັງ­ເກດ​ເຫັນ​ຕົ້ນ​ສາ­ລີ​ຫ່ຽວ​ຄວນ​ໃຫ້​ນຳ­ທັນ​ທີ).
ການ​ໃສ່​ຝຸ່ນ:
Œ  ຄັ້ງ​ທີ 1: ຮອງ​ພື້ນ​ກ່ອນ​ຢອດ​ເມັດ​ດ້ວຍ​ຝຸ່ນ​ເຄ​ມີ​ສູດ 15Œ15Œ15ອັດ­ຕາ 50ກິ​ໂລ​ຕໍ່​ໄລ່ ຫລື ຝຸ່ນ 16-Œ-20-0ອັດ­ຕາ 40-45ກິ​ໂລ​ຕໍ່​ໄລ່ ຫລື ຝຸ່ນ 20-10-10ອັດ­ຕາ 75ກິ​ໂລ​ຕໍ່​ໄລ່.
Œ  ຄັ້ງ​ທີ 2: ເມື່ອ​ສາ­ລີ​ມີ ອາ­ຍຸ 15-25ວັນ ໃສ່​ຝຸ່ນ ເຄ​ມີ​ສູດ 46-0-0ອັດ­ຕາ 25ກິ ໂລ​ຕໍ່​ໄລ່ ໂດຍ​ໂຮຍ​ຂ້າງ​ຕົ້ນ​ແລ້ວ​ພວນ​ດິນ​ຖົມ​ຝຸ່ນ.
Œ  ຄັ້ງ​ທີ 3: ເມື່ອ​ສາ­ລີ​ອາ­ຍຸ 35-40ວັນ (ກ່ອນ​ຖອດ​ຍອດ) ໃສ່​ຝຸ່ນ​ເຄ​ມີ​ສູດ 46-0-0ອັດ­ຕາ 25ກິ​ໂລ​ຕໍ່​ໄລ່.
ການ​ຖອດ​ຍອດ: ເມື່ອ​ສາ­ລີ ເລີ່ມ​ອອກ​ຊໍ່​ດອກ​ໂຕ​ຜູ້ ຫລື ດອກ ຫົວ​ໃຫ້​ຖອດ​ດອກ​ໂຕ​ຜູ້​ຖິ້ມ (ພາຍຫລັງ​ປູກ​ແລ້ວ 45 ວັນ)
ການ​ປ້ອງ​ກັນ​ກຳ­ຈັດ​ວັດ​ສະພືດ:
ວັດ​ສະ​ພືດ:
Œ  ໄຖ​ດິນ 1-2ຄັ້ງ ກ່ອນປູກ ແລະ ຕາກ​ດິນ​ໃຫ້​ແຫ້ງ​ປະໄວ້ 5-7ມື້ ແລ້ວ ເກັບ​ວັດ​ສະ​ພືດອອກ​ຈາກ​ແປງ.
Œໃຊ້​ແຮງ​ງານ​ຄົນ ຫລື ເຄື່ອງ​ຈັກ​ກຳ­ຈັດ​ວັດ​ສະ​ພືດ​ລະຫວ່າງ​ແຖວ​ປູກ ແລະ ພວນດິນ​ຫລັງ​ການ​ໃສ່​ຝຸ່ນ​ເຄ​ມີ​ເມື່ອ ສາ­ລີ​ອາ­ຍຸ 20-25ມື້.
ພະ­ຍາດ: ສ່ວນ​ໃຫຍ່​ການປູກ​ສາ­ລີ​ແອ້​ແມ່ນ​ບໍ່​ມີ​ບັນ­ຫາເລື່ອງ​ພະ­ຍາດ​ແຕ່​ຖ້າ​ມີ​ກໍ່​ບໍ່ຫລາຍສ່ວນ​ຫລາຍ​ໄດ້­ແກ່​ພະ ຍາດ​ລາ​ນ້ຳ​ຄ້າງໂດຍ​ພົບ​ເຫັນການ​ລະ­ບາດ​ໃນ​ໄລ­ຍະ​ລະ­ດູ­ຝົນປະ­ມານ​ເດືອນ​ພຶດ­ສະ­ພາ​ຈົນ​ເຖິງຫມົດ​ລະ­ດູ​ການ​ເຊິ່ງ​ສາ­ມາດປ້ອງ​ກັນ​ໄດ້​ໂດຍ​ໃຊ້​ເມັດ​ພັນ​ທີ່​ມີການ​ປະ­ສົມ​ເຄ​ມີ​ແລ້ວ ຫລື ກໍ​ລະນີ​ຖ້າ​ພົບ​ຕົ້ນ​ທີ່​ເປັນ​ພະ­ຍາດ​ໃຫ້ຖອນ ແລະ ທຳ­ລາຍ​ຖິ້ມ.
ການ​ເກັບ​ກ່ຽວ:
ໄລ­ຍະ​ການ​ເກັບ​ກ່ຽວ​ທີ່ ເຫມາະ​ສົມ​ສາ­ລີ​ແອ້ມີ​ອາ­ຍຸ 45-50 ມື້ ຫລັງ​ຈາກງອກ ຫລື 5Œ-10 ວັນ ຫລັງ​ຈາກ​ຖອດ​ຍອດ​ຖິ້ມ.
Œເກັບ​ເມື່ອ​ຝັກ​ມີ​ໄຫມ​ພົ້ນຍາວ​ອອກ​ປະ­ມານ 1-2ຊັງ​ຕີແມັດ (1ຂໍ້­ມື)
Œຕັດ ຫລື ຫັກ​ໃຫ້​ເຖິງ​ບໍລິ​ເວນ​ກ້ານ​ຝັກ​ທີ່​ຕິດ​ລຳ­ຕົ້ນ​ລະວັງ​ບໍ່​ຝັກ ຫລື ສ່ວນ​ປາຍ​ຝັກເກີດ​ເສຍ​ຫາຍ
Œເກັບ​ກ່ຽວ​ໄດ້​ທຸກ​ວັນ​ພາຍ ໃນ 7-10ມື້.
Œຫລັງ​ຈາກ​ເກັບ​ແລ້ວ​ໃຫ້ເອົາ​ຝັກ​ສາ­ລີ​ແອ້​ເຂົ້າ​ບ່ອນ​ຮົ່ມທີ່​ມີ​ອາ­ກາດ​ຖ່າຍ​ເທ​ດີ​ບໍ່​ໃຫ້​ຖືກແສງ​ແດດ​ໂດຍ​ກົງ
Œເວ­ລາ​ຂົນ­ສົ່ງ​ບໍ່​ຄວນ​ກອງ​ຝັກ​ສາ­ລີ​ໃສ່​ລົດ​ໂດຍ​ກົງ​ຄວນ​ຫາ ຜ້າ​ປູ ຫລື ໃສ່​ເປົາ.
Œໃຫ້​ຕັດ​ຕົ້ນ ແລະ ເສດເຫລືອ​ຂອງ​ສາ­ລີ​ແອ້ ແລະ ຂົນຍ້າຍ​ໄປ​ໄວ້​ນອກ​ແປງ​ເພື່ອ​ເປັນອາ­ຫານ​ຂອງ​ສັດ.

 

 

Free Web Hosting