Windows 8 ລະບົບ​ປະຕິບັດ​ການ​ຂອງ​​ໄມ​ໂຄຣຊອຟທ໌ຮຸ່ນ​ຫລ້າ​ສຸດ ພ້ອມ​ສ່ວນຕິດ​ຕໍ່​ກັບ​ຜູ້​ໃຊ້​ໃນ​ແບບ ທີ່​ລຽບ​ງ່າຍ ​ແລະ ສະດວກ​ຕໍ່​ການ​ນຳ​ໃຊ້ Modern UI ​ແຕ່​ເນື່ອງ​ຈາກ Windows 8​ ເນັ້ນ​ການ​ນຳ​ໃຊ້​ຮ່ວມ​ກັບ​ແທັບ​ເລັດ​ເປັນ​ສ່ວນ​ໃຫຍ່ ​ເຮັດ​ໃຫ້​ຜູ້​ໃຊ້​ພີ​ຊີ ​ແລະ ​ໂນ​ດບຸກຈຳ​ເປັນ​ຕ້ອງ​ປັບ​ຕົວ​ຕາມ​ຮູບ​ແບບ​ຂອງ Windows 8ທີ່ປ່ຽນ​ໄປ​ຈົນ​ອາດ​ເກີດ​ອຸປະສັກ​ໃນ​ການ​​ໃຊ້​ວຽກ​ໄດ້ ດັ່ງ​ນັ້ນ ​ເພື່ອ​ຫລຸດ​ບັນຫາ​ດັ່ງກ່າວ​ການ​ໃຊ້ ຈິ່ງ​ເປັນ​ທາງ​ເລືອກທີ່​ຊ່ວຍ​ທ່າ​ນ​ໄດ້.



      Leap Motion​ ເປັນ​ອຸປະກອນ​ສຳລັບ​ສັ່ງ​ວຽກ​ຄອມ​ພິວ​ເຕີ​ແບບ​ໃຫມ່​ຜ່ານ​ການ​ເຮັດ​ວຽກ​ໃນ​ເຕັກ​ໂນ​ໂລ​ຊີ Motion Sensorຫລື ​ເຊັນ​ເຊີ​ຈັບ​ການ​ເຄື່ອນ​ໄຫວ​ທີ່​ຈະ​​ແປງ​ສັນຍານ​ຄວາມ​​ເຄື່ອນ​ໄຫວ​ໃນ​ອາກາດ​ເຊັ່ນ ການ​ກາງ-ຫຸບ​ນິ້ວມື ​ເພື່ອ​ຊູ​ມ​ເຂົ້າ​-ຊູ​ມອອກ ການ​ປັບ​ມື​ຂຶ້ນ​ລົງ​ເພື່ອ​ເລື່ອນ​ຫນ້າ​ຈໍ​ໃຫ້​ກາຍ​ເປັນ​ຄຳ​ສັ່ງ​ທີ່​ສົ່ງ​ຕໍ່​ໄປ​ຄວບ​ຄຸມ​ການ​ເຮັດ​ວຽກ​ຂອງ​ແອບພລິ​ເຄ​ເຊິ​ນ​ໃນ​ຄອມ​ພິວ​ເຕີ​ທີ່​ມຄວາມ​ແນ່ນອນ​ບໍ່​ຕ່າງ​ຈາກ​ເມົາສ໌ ​ເຊິ່ງຫລ້າ​ສຸດ​ມີ​ການ​ທົດ​ສອບ Leap Motion ກັບ ​​Windows 8 ເທິງ​ຫນ້າ​ຈໍທີ່​ບໍ່​ແມ່ນຈໍ​ສຳຜັດ ຫລື ​ທັດສກຣິນ ຜົນ​ທີ່​ອອກ​ມາ​ສະ​ແດງ​ໃຫ້​ເຫັນ​ເຖິງ​ຄວາມ​ສະດວກ​ຍິ່ງ​ຂຶ້ນ​ສຳລັບ​ຜູ້​​ໃຊ້​ພີ​ຊີ ​ແລະ ​ໂນ​ດບຸກສາມາດ​ສ້າງ​ສັງ​ຜົນງານ​ດ້ານ​ກຣາຟິກ​ໄດ້​ຢ່າງ​ມີ​ປະສິດທິພາບ ບັນຍາຍ​ໄປ​ຂະຫນາດ​ນີ້​ແລ້ວ​ລອງ​ເຂົ້າ​ໄປ​ຊົມ​ຄລິ​ບວິ​ດີ​ໂອ​​ໄດ້​ທີ່​​ເວັບ​ໄຊ​ຢູທູບ http://www.youtube.com/watch?feature=player_embedded&v=21LtA5-wiwU
      ສຳລັບ​ກຳນົດ​ການ​ສົ່ງ Leap Motion​  ໃຫ້​ແກ່​ຜູ້​ສັ່ງ​ຊື້​ຊຸດ​ທຳ​ອິດ​ຈະ​ເລີ່​ມຕົ້ນ​ຕັ້ງ​ແຕ່​ວັນ​ທີ 22 ກໍລະກົດ​ນີ້​ເປັນ​ຕົ້ນ​ໄປ ​ໃນ​ລາຄາ​ຂາຍຍ່ອຍ​ຢູ່​ທີ່ 80$ (ສະຫະລັດ​ອາ​ເມ​ລິ​ກາ).

 

Free Web Hosting