Office Web Apps ເປັນບໍ​ລິ​ການ​ຊອຟ​ທ໌ແວຣ໌​ສ້າງ​ເອກະ​ສານ​ແບບ​ອອນ​ລາຍນ໌ ຫລື ເຮັດ​ວຽກ​ຜ່ານ​ບຣາວ​ເຊີ​ທີ່​ໄມ​ໂຄຣ​ຊອຟ​ທ໌ເ​ປີດ​ບໍ­ລິ­ການ​ມາ​ຕັ້ງ­ແຕ່​ປີ 2008  ເຊິ່ງ​ມາ​ເຖິງ​ປະ­ຈຸ​ບັນ ໄມ​ໂຄຣ​ຊອຟທ໌ ໄດ້​ກຽມ​ສະ­ຫນັບ­ສະ­ຫນູນ​ໃຫ້​ບໍ­ລິ­ການ​ດັ່ງ­ກ່າວ​ສາ­ມາດ​ໃຊ້​ວຽກ​ໃນ​ແທັບ​ເລັດ​ທີ່​ເປັນ​ແອນ​ດຣອຍ (Android) ໄດ້​ແລ້ວ.

    ຈາກ​ການ​ເປີດ­ເຜີຍ​ຂອງ​ໄມໂຄຣ​ຊອຟທ໌​ຜ່ານ​ບລ໋ອກ Office 365ລະ­ບຸ​ວ່າ Office WebApps  ຈະ​ເລີ່ມ​ສະ­ຫນັບ­ສະ­ຫນູນ​ການ​ໃຊ້ວຽກ​ໃນ​ແທັບ​ເລັດ​ແອນ​ດຣອຍ ແຕ່​ຈຳ­ເປັນ​ຕ້ອງ​ໃຊ້​ວຽກຜ່ານ Chrome for Android ເທົ່າ​ນັ້ນ ເຊິ່ງ Office Web Apps  ຈະ​ເພີ່ມ​ຟີ​ເຈີ​ການ​ແກ້​ຟາຍລ໌​ເອ­ກະ­ສານ​ໄດ້​ພ້ອມ​ກັນ​ຫລາຍ​ຄົນ ໃນ​ແບບ realtime  ເຮັດ​ໃຫ້​ຜູ້​ໃຊ້​ສາ­ມາດ​ເບິ່ງ​ເຫັນ​ຜູ້​ໃຊ້​ລາຍ​ອື່ນໆທີ່​ເຂົ້າ​ໃຊ້​ວຽກ​ເອ­ກະ­ສານ​ໄດ້​ໂດຍ​ບໍ່​ຕ້ອງ​ຣີ​ເຟດ​ຫນ້າ​ແຕ່​ຢ່າງ­ໃດ ໂດຍ​ໃນ​ເບື້ອງ​ຕົ້ນ ໄມ​ໂຄຣ​ຊອຟທ໌ ຈະ​ເລີ່ມ​ໃຫ້​ຜູ້​ໃຊ້​ສາ­ມາດ​ໃຊ້​ວຽກ PowerPoint Web Apps  ກ່ອນ ແລະ ຫລັງ​ຈາກ​ນັ້ນ ກໍ່​ຈະທະ­ຍອຍ​ເປີດ​ການ​ໃຊ້​ວຽກ ຊອຟ​ທ໌ແວຣ໌​ອື່ນໆ​ໃນ​ຊຸດ Office ຕໍ່ໄປ. ນອກ­ຈາກ​ນີ້ ທາງ​ໄມ​ໂຄຣ ຊອຟທ໌​ຍັງ​ໄດ້​ກ່າວ​ເຖິງ​ແຜນ­ການ​ສຳ­ລັບ Office Web Apps  ວ່າ​ຈະ​ຊ່ວຍ​ເພີ່ມ​ປະ­ສົບ​ການ​ຂອງ​ຜູ້​ໃຊ້, ການ​ໃຊ້​ຄວາມ​ສາ­ມາດ​ທາງ​ສັງ­ຄົມ​ອອນ​ລາຍນ໌, ການ​ເຮັດ​ວຽກ​ຮ່ວມ​ກັນ ແລະ ການ​ສະຫນັບ​ສະ​ຫນູນ​ການ​ນຳ​ໃຊ້​ຂ້າມແພລດ​ຟອມ.
    ເຊິ່ງ​ໃນ​ອະ­ນາ­ຄົດ​ຂ້າງ​ຫນ້າ​ກໍ່​ເຊື່ອ​ເປັນ​ຢ່າງ​ຍິ່ງ​ວ່າ Office Web Apps ຈະ​ເປັນ​ບໍ­ລິ­ການ​ອອນ​ລາຍນ໌ທີ່​ມີ​ຄວາມ​ສາ­ມາດ​ໃກ້​ຄຽງ​ກັບ​ຊຸດ Office ທີ່​ເຮົາ​ໃຊ້​ຢູ່​ໃນ​ປະ­ຈຸ​ບັນ​ໃນ​ພີ​ຊີ  ແລະ  ໂນດບຸກ.

 

 

Free Web Hosting