ໃນ​ງານ Google I/O ທີ່​ຜ່ານ​ມາ​ກູ​ເກິ​ລ​ໄດ້​ປະ­ກາດ​ການ​ປັບ­ປຸງ​ໃຫ້​ໂດຍ​ສະ­ເພາະ​ໂສມ​ຫນ້າ​ເຄືອ​ຂ່າຍ​ສັງ­ຄົມ​ຂອງ​ພວກ​ເຂົາ​ກໍ່​ຄື Google+ ສຳ­ລັບ​ການ​ນຳ​ໃຊ້​ເທິງ​ຄອມ​ພິວ​ເຕີ​ຕັ້ງ​ໂຕະ ຫລື ເດ​ສ​ທ໋ອບ ເຊິ່ງ​ເມື່ອ​ບໍ່​ດົນ​ມາ​ນີ້ Google+ ໃນ​ມື​ຖື​ໄດ້​ມີ​ການ​ປັບ­ປຸງ​ຮູບ​ແບບ​ຂອງ​ການ​ນຳ​ໃຊ້​ໃຫມ່​ອີກ​ເຊັ່ນ​ກັນ.


 

ການ​ປ່ຽນ​ຮູບ​ແບບ Google+ ໃນ​ມື​ຖື​ເທື່ອ​ນີ້ ຈະ​ມີ​ຄວາມ​ຄ້າຍ­ຄື​ກັນ​ກັບ​ການ​ໃຊ້​ວຽກ​ໃນ​ເດ​ສ​ທ໋ອບ ເພື່ອ​ໃຫ້​ລູກ​ຄ້າ​ຮູ້­ສຶກ​ໄດ້​ວ່າ​ບໍ່​ວ່າ​ຈະ​ນຳ​ໃຊ້​ໃນ​ອຸ­ປະ­ກອນ​ໃດ​ກໍ່​ສາ­ມາດ​ເຂົ້າ​ເຖິງ​ຟັງ​ເຊິນ​ຕ່າງໆ​ທີ່​ຕ້ອງ­ການ​ໄດ້​ບໍ່​ຕ່າງ​ກັນ​ໂດຍ Google+ ໃນ​ມື​ຖື​ທີ່​ປ່ຽນ­ແປງ​ໄວ​ຈະ​ປະ­ກອບ​ດ້ວຍ​ຫນ້າ​ໂພຣ​ຟາຍລ໌ທີ່​ສາ­ມາດ​ເພີ່ມ​ເຂົ້າ​ໄປ​ໄດ້​ອີກ Cover (ຄ້າຍ­ຄື Timeline ຂອງ​ເຟດ​ບຸກ), ສ່ວນ​ຂອງ​ການ­ສະ­ແດງ​ຂໍ້​ມູນ​ສ່ວນ​ຕົວ ຫລື ຟີດ(feed) ຂ່າວ​ຈະ​ສະ­ແດງ​ຜົນ​ໃນ​ຮູບ​ແບບ​ກາຣ໌ດ​ເພື່ອ​ໃຫ້​ງ່າຍ​ຕໍ່​ການ​ອ່ານ ແລະ ແບ່ງ­ປັນ​ຫລາຍ​ຂຶ້ນ ເຊິ່ງ​ໃນ​ພາບ​ລວມ Google+ ໃນ​ເດ​ສ​ທ໋ອບ ແລະ ມື​ຖື​ຈະ​ຂ້ອນ​ຂ້າງ​ຄ້າຍ­ຄື​ກັນ​ກັບ Pinterest  ທີ່​ຈະ​ມີ​ການ­ສະ­ແດງ​ຮູບ​ພາບ ແລະ ວີ​ດີ​ໂອ​ທີ່​ມີ​ຂະ­ຫນາດ​ໃຫຍ່​ເຕັມ​ພື້ນ​ທີ່​ຄວາມ​ກວ້າງ​ຂອງ​ຫນ້າ​ຈໍ.

 

 

Free Web Hosting