ກູເກິລ ກຽມບຸກອາຊີອາເວັນອອກສຽງໃຕ້ ແລະ ອາຟຣິກາກາງ-ໃຕ້

Wall Street Journal ສຳນັກ​ຂ່າວ​ຊື່​ດັງ​ໃນ​ຕ່າງປະ​ເທດ​ລາຍ​ງານ​ວ່າ ກູ​ເກິ​ລ (Google)​ ກຽ​ມພັດທະນາ​ລະບົບ​ອິ​ນ​ເຕີ​ເນັດ​​ບໍ່​ມີ​ສາຍ​ໃນປະ​ເທດ​ກຳລັງ​ພັດທະນາ​ໄດ້​ແກ່​ປະ​ເທດ​ໃນ​​ແຖບອາຊີ​ອາ​ເວັນອອກສຽງ​ໃຕ້ ​ແລະ ອາ​ຟຣິກາ​ກາງ-​ໃຕ້.

      ຈາ​ກການ​ລາຍ​ງານ​ຂອງ​ສື່ຊື່​ດັງ​ລະບຸ​ວ່າ ກູ​ເກິ​ລກຽມ​ເຂົ້າ​ໂອ້​ລົມ​ກັບ​ບໍລິສັດ​ດ້ານ​ການ​ສື່ສານ ຕະຫລອດ​ຮອດ​ເຂົ້າ​ຫາລື​ກັບ​ຫນ່ວຍ​ງານ​ຂອງ​ລັດ​ໃນ​ຫລາຍ​ປະ​ເທດ ​ເພື່ອ​ແລກປ່ຽນ​ຄວາມ​ຄິດ​ເຫັນ ​ແລະ ຂໍອະນຸຍາດ​ໃຊ້​ຄື້ນຄວາ​ມຖີ່ທີ່​ໃຊ້​ສຳລັບ​ການ​ອອກ​ອາກາດ​ລາຍການ​ທາງ​ໂທລະພາບ​ເພື່ອ​ນຳ​ມາ​ເປັນ​ຊ່ອງ​ທາງ​ໃນ​ການ​ສົ່ງ​ສັນຍານ​ອິນ​ເຕີ​ເນັດ ຊ່ວຍ​ໃຫ້​ສັນຍານ​ສາມາດ​ເດີນທາງ​ໄປ​ໄດ້​ໄກ​ຫລາຍ​ກວ່າ​ໃນ​ປະຈຸ​ບັນ ​ໂດຍ​ຂະນະ​ທີ່ ກູ​ເກິ​ລກຳລັງ​ພະຍາຍາມ​ທົດ​ລອງ​ການ​ສົ່ງ​ສັນຍານ​ໃນ​ຮູບ​​ແບບ​ໃຫມ່ໆ ທັງ​ການ​ໃຊ້​​ເຮືອ​​ເຫາະ​ ຫລື Balloon ເພື່ອ​ກະຈາຍ​ສັນ​ຍານ​ໃຫ້​ກົມ​ພື້ນ​ທີ່​ໃນ​ບໍລິ​ເວນ​ກວ້າງ ຫລື ການ​ສົ່ງ​ສັນຍານ​ອິນ​ເຕີ​ເນັດ​ຜ່ານ​ດາວ​ທຽມ ລວມ​ໄປ​ເຖິງ​ການ​ພັດທະນາ​ສະມາດ​ໂຟນ​ແອນ​ດຣອຍ(Android) ລາຄາ​ຖືກ​ສຳລັບ​ການ​ເຊື່ອມ​ຕໍ່​ກັບ​ລະບົບ​ອິ​ນ​ເຕີ​ເນັດ​ບໍ່​ມີ​ສາຍ​ແບບ​ໃຫມ່ອີກ.

 

​    ໂດ​ຍລະບົບ​ອິນ​ເຕີ​ເນັດ​ບໍ​່ມີ​ສາຍ​ຂອງ​ກູ​​ເກິ​ລ​ໃນ​ປະ​ເທດ​ກຳລັງ​ພັດທະນາ​ໄດ້​ເລີ່​ມຕົ້ນ​ແດ່​ແລ້ວ ​ເຊັ່ນ​ທີ່​ເມືອງ​ເຄບທາວ​ນ໌ ​ໃນ​ອາ​ຟິກາ​ໃຕ້ ທີ່​ມີ​ການ​ໃຊ້​ສະຖານີ​ຖານ​ຮ່ວມ​ກັບ​ກ່ອງສັນຍານ​ບໍ່​ມີ​ສາຍ​ທີ່​ຊ່ວຍ​ໃຫ້​ສົ່ງ​ສັນຍານ​ໄດ້​ໄກ​ຫລາຍ​ກິ​ໂລ​ແມັດ.

      ນັບ​ວ່າ​​ໂຄງການ​ອິນ​ເຕີ​ເນັດ​ບໍ​່ສາຍ​ຂອງ​ກູ​ເກິ​ລ ຈະ​ເປັນ​ກຸນ​ແຈ​ສຳຄັນ​ທີ່​ຈະ​ຊ່ວຍ​ໃຫ້​ປະຊາກອນ​​ໃນ​ໂລກ​ກວ່າ 7 ພັນ​ລ້ານ​ຄົນ​ສາມາດ​ໃຊ້​ບໍລິການ​ອິນ​ເຕີ​ເນັດ​ບໍ່​ມີ​ສາຍ​ໄດ້​ຢ່າງ​ທົ່ວ​ເຖິງ ​ໂດຍສ​ະ​ເພາະ​ໃນ​ປະ​ເທດ​ທີ່​ກຳລັງ​ພັດທະນາ​ທີ່​ອິ​ນ​ເຕີ​ເນັດ​ຈະ​ຊ່ວຍ​ສົ່ງ​ເສີມ​ໂອກາດ​ທາງ​ການ​ສຶກສາ​ຂອງ​ປະຊາກອນ​ໃຫ້​ໄດ້​ຮບຄວາມ​ຮູ້​ຕໍ່​ໄປ

 

 

Free Web Hosting