ກູ​ເກິ​ລ (Google) ປ່ອຍ​ເວີ​ເຊິນ​ໃຫມ່​ຂອງ Chrome ອອກ​ມາ​ແລ້ວ ໂດຍ​ໃນ​ເວີ​ເຊິນ​ນີ້​ເປັນ ຮຸ່ນ​ທີ່ 27 ແລ້ວ ພ້ອມ​ເປີດ​ໃຫ້​ນຳ ໃຊ້​ໃນ​ລະ­ບົບ​ປະ­ຕິ­ບັດ​ການ Windows, Mac ແລະ Linux  ແຖມ​ຄວາມ​ໄວ​ຂອງ​ການ​ໂຫລດ​ຫນ້າ ເວັບ​ເຜດ​ຂຶ້ນ​ອີກ 5%.


 

Google Chrome 27ຖືກ​ພັດ­ທະ­ນາ​ຂຶ້ນ​ເພື່ອ​ເພີ່ມ​ຄວາມ​ໄວ ຂອງ​ການ​ໂຫລດ​ຫນ້າ​ເວັບ​ເຜດ ໃຫ້​ໄວ​ຂຶ້ນ​ອີກ 5%ມີ​ການ​ພັດ­ທະ­ນາ​ໃນ​ສ່ວນ​ຂອງ Sync File System API ເພື່ອ​ການ​ເຮັດ ວຽກ​ຮ່ວມ​ກັບ Google Drive ແບບ Offline ຈັດ­ການ​ປິດ​ຊ່ອງ ວ່າງ​ຂອງ​ບຣາວ​ເຊີ​ອີກ 14ແຫ່ງອັບ​ເດດ​ລະ­ບົບ​ການ​ຈັດ​ອັນ​ດັບ ຂອງ​ຜົນ​ການ​ຄົ້ນ​ຫາ​ໄປ​ຈົນ​ເຖິງ​ອັບ​ເດດ Omnibox  ການ​ຄາດ ເດົາ​ຄຳ​ຄົ້ນ​ຫາ​ໃນ Address bar ບໍ່​ວ່າ​ຈະ​ເປັນ​ການ​ຄົ້ນ​ຫາ​ເວັບ​ໄຊ, ໃຊ້​ລະ­ບົບ​ທີ່­ຢູ່​ເວັບ​ໄຊ​ເພື່ອ​ເປີດ​ຫນ້າ​ເວັບ​ໄຊ​ທີ່​ຕ້ອງ­ການ, ໃຊ້​ຄົ້ນ​ຫາ Bookmark ແລະ ປະ­ຫວັດ​ການ ນຳ​ໃຊ້​ເວັບ​ໄຊ​ຕ່າງໆ (History) ນອກ­ຈາກ​ນີ້ ຍັງ​ແກ້​ໄຂ​ບັນ­ຫາ​ຂໍ້​ຜິດ­ພາດ​ຕ່າງໆ​ອີກ​ເລັກ​ນ້ອຍ ເຊິ່ງ​ການ​ປັບ­ປຸງ​ຮຸ່ນ​ຂອງ Google Chrome ຫລື ການ​ຕິດ​ຕັ້ງ​ໃຫມ່ສາ­ມາດ​ເຂົ້າ​ໄປ​ໄດ້​ທີ່​ເວັບ​ໄຊ​ກູ​ເກິ​ລ​ໄດ້​ເລີຍ.

 

 

Free Web Hosting