ແອບພລິເຄເຊິນ ໂຄຣມ ອັບເດດການຄົ້ນຫາງ່າຍ ແລະ ໄວຂຶ້ນ

    ລາຍ​ງານ​ຂ່າວ​ຫລ້າ​ສຸດ​ຈາກບລ໋ອກ​ຢ່າງ​ເປັນ​ທາງ​ການ​ສຳລັບ​ບຣາວ​ເຊີ​ໂຄຣມ (Chrome) ຂອງ​ກູ​ເກິ​ລ (Google) ທີ່​ໄດ້ມີ​ການ​ອັບ​ເດດ​ແອບ​ພລິ​ເຄ​ເຊິນໃນ​ໄອ​ໂຟນ (iPhone) ເວີເຊິນ 25.0.1364.86 ເຊິ່ງນອກ­ຈາກ​ໃນ​ເວີ​ເຊິນ​ນີ້ ຜູ້​ໃຊ້​ຈະສາ­ມາດ​ກົດ​ປຸ່ມ Back ຄ້າງ ເພື່ອ​ເຂົ້າ​ເຖິງ history ຂອງແທັບ​ຕ່າງໆ​ໄດ້​ແລ້ວ​ມັນ​ຍັງເພີ່ມ​ຄວາມ​ງ່າຍ​ໃນ​ການ​ຄົ້ນ​ຫາດ້ວຍ search Google  ອີກ​ດ້ວຍ.

    ອ້າງ​ອີງ​ຂໍ້​ມູນ​ຈາກ​ບລ໋ອກຢ່າງ​ເປັນ​ທາງ​ການ​ຂອງ​ໂຄຣມລະ­ບຸ​ວ່າ ຄຸນ​ລັກ­ສະ­ນະ​ການ​ຄົ້ນຫາ​ຂອງ​ແອບ​ບຣາວ​ເຊີ​ເວີ​ເຊິນໃຫມ່​່ທີ່​ເລີ່ມ​ເປີດ​ໃຫ້​ດາວ​ໂຫລດໃນ​ອາ­ທິດ​ນີ້ ຜູ້​ໃຊ້​ຈະ​ສາ­ມາດເຫັນ​ຄຳ​ຄົ້ນ​ໃນ Omnibox ແທນການ­ສະ­ແດງ URL ຂອງ​ຄິວ​ຣີທີ່​ຍາວໆ ແລະ ເຫັນ​ບໍ່​ຄົບໃນ​ຂະນະ​ດຽວ​ກັນມັນ​ຍັງ​ເປີດ​ໂອ­ກາດໃຫ້​ຜູ້​ໃຊ້​ສາ­ມາດ​ຄົ້ນ​ຫາ​ໄດ້​ຢ່າງວ່ອງ­ໄວ​ຈາກ Omnibox ໃນແອບ​ໂຄຣມ​ໄດ້​ເລີຍຜົນ​ຂອງການ​ຍ້າຍ​ຊ່ອງ​ການ​ຄົ້ນ​ຫາ​ເພື່ອປ້ອນ​ຄຳ​ຄົ້ນ ຫລື ຄີ​ເວີດ​ໃນ​ບໍລິ​ການ​ກູ​ເກິ​ລ​ໃຫ້​ໃຊ້​ວຽກ​ຮ່ວມກັບ Omnibox ຂອງ​ບຣາວເຊີ​ໄດ້​ເລີຍເຮັດ​ໃຫ້​ແອບ​ໂຄຣມ​ເວີ​ເຊິນ​ໃຫມ່​ເຫລືອ​ພື້ນ​ທີ່​ໃນ​ການ­ສະ­ແດງ​ຫນ້າ​ຜົນ​ທີ່​ໄດ້​ຮັບຈາກ​ການ​ຄົ້ນ​ເພີ່ມ​ຂຶ້ນ​ອີກ​ດ້ວຍ, ບໍ່​ພຽງ​ແຕ່​ການ​ປ່ຽນ­ແປງ​ທີ່​ເຫັນໄດ້​ຊັດ​ເຈນ​ຂ້າງ​ຕົ້ນ​ເທົ່າ​ນັ້ນ ແອບ​ພລິ​ເຄ​ເຊິນ​ໂຄຣມ​ເວີ​ເຊິນໃຫມ່​ໃນ iPhone, iPod Touch ແລະ iPad, iPad Mini ຍັງ​ໄດ້​ຮັບ​ການ​ປັບ­ປຸງ ເລື່ອງ​ຂອງ​ສະ­ຖຽນ​ລະ​ພາບການ​ເຮັດ​ວຽກ ແລະ ລະ­ບົບ​ຮັກສາ​ຄວາມ​ປອດ​ໄພ​ອີກ​ທັງ​ຍັງ​ໄດ້​ແກ້​ໄຂ​ຂໍ້​ຜິດ­ພາດ​ຕ່າງໆ​ອີກດ້ວຍ, ຜູ້​ໃຊ້​ຍັງ​ສາ­ມາດ​ແບ່ງ­ປັນເວັບ​ເຜດ​ຜ່ານ​ແອບ​ພລິ​ເຄ​ເຊິນ Messages ໄດ້​ອີກ​ຕ່າງ­ຫາກ, ສຳ­ລັບ​ທ່ານ​ໃດ​ທີ່​ກຳ­ລັງ​ຊອກ​ຫາ​ແອບ​ບຣາວ​ເຊີ​ທີ່​ເປັນ​ອີກ ຫນຶ່ງ​ຕົວ​ເລືອກ​ແທນ Safari ບາງ­ເທື່ອ Chrome ເວີ​ເຊິນ​ໃຫມ່ນີ້ ອາດ​ຈະ​ເຫມາະ​ກັບ​ທ່ານ.

    ນອກ­ຈາກ​ການ​ອັບ​ເດດ​ແອບ Chrome  ເວີ​ເຊິນ​ໃຫມ່​ໃນ iOS ແລ້ວ ກູ​ເກິ​ລ​ຍັງ​ບໍ່​ລືມ​ທີ່​ຈະໃຫ້​ຄວາມ​ສຳ­ຄັນ​ກັບ​ແພລດຟອມ​ແອນ​ດຣອຍ (Android)ໂດຍ​ເຫັນ​ວ່າ ສະ­ມາດ​ໂຟນ​ທີ່​ໂພຣເຊັດ​ເຊີ​ແຮງ​ໃນ​ປະ­ຈຸ​ບັນ​ຈະ​ສາມາດ​ຊ່ວຍ​ໃຫ້​ເວ­ລາ​ທີ່​ໃຊ້​ໃນ​ການສະ­ແດງ​ຜົນ​ຫນ້າ​ເວັບ​ໄດ້​ໄວ​ຂຶ້ນ​ຫລາຍ​ກວ່າ​ເດີມ ໂດຍ​ສະ­ເພາະຫາກ​ມີ​ການ​ເຮັດ​ວຽກ​ຮ່ວມ​ກັບເຊີ​ເວີ​ພລ໋ອກ​ຊີ (Server Pro xy) ສະ­ຫລາດໆ ເຊິ່ງ​ຫລັກ­ການ​ທີ່​ມີ​ການ​ເປີດ­ເຜີຍ​ອອກ​ມາ​ຈາກ​ການວິ­ເຄາະ​ໂຄ໊ດ​ໃຫມ່​ຂອງ​ແອບ​ພລິເຄ​ເຊິນ​ພົບ​ວ່າ ກູ​ເກິ​ລ​ມີ​ການ​ຣັນເຊີ​ເວີ​ພລ໋ອກ​ຊີ​ທີ່​ຈະ​ໃຊ້​ໃນ​ການ­ບີບ​ຫນ້າ​ເວັບ​ດ້ວຍ​ເຕັກ​ໂນ​ໂລ​ຊີ SPDY ຜົນ​ໄດ້​ຮັບ​ທີ່​ເກີດ​ຂຶ້ນ​ຄື ມັນ​ຈະ​ຊ່ວຍ​ໃຫ້­ການ​ໂຫລດ ແລະ ສະ­ແດງ​ຜົນ​ຫນ້າ​ເວັບ​ໃນ​ສະ­ມາດໂຟນ​ໄວ​ຂຶ້ນ​ໄດ້​ອີກ​ເຖິງ​ວ່າ​ໃນຍາມ​ທີ່​ແບນ​ວິດ (Bandwid th ) ຂອງ​ການເຊື່ອມ​ຕໍ່​ຈະຕ່ຳ​ກໍ່​ຕາມ ຄວາມ​ຈິງ​ແລ້ວ​ແນວ​ຄິດ​ການເພີ່ມ​ເຊີ​ເວີ​ພລ໋ອກ​ຊີ​ເຂົ້າ​ມາ​ຊ່ວຍເພີ່ມ​ຄວາມ​ໄວ​ດ້ວຍ​ການ­ບີບ​ອັດຫນ້າ​ເວັບ​ໃນ​ລັກ­ສະ­ນະ​ນີ້​ບໍ່​ແມ່ນເລື່ອງ​ໃຫມ່ ໂດຍ​ກ່ອນ​ຫນ້າ​ນີ້ Amazon Silk ແລະ Opera Turbo  ກໍ່​ໃຊ້​ແນວ­ທາງ​ດຽວ​ກັນ, ຢ່າງ­ໃດ​ກໍ່​ຕາມຈາກ​ຫລັກ​ຖານ​ທີ່​ພົບ​ຍັງ​ບໍ່​ຢືນ­ຢັນ​ແນ່­ນອນ​ເທື່ອ​ວ່າ ກູ​ເກິ​ລ​ຈະ​ໃຊ້​ໂຄ໊ດ​ທີ່​ມີ​ການ​ເຮັດວຽກ​ຮ່ວມ​ກັບ​ພລ໋ອກ​ຊີ​ບີບ​ອັດຫນ້າ​ເວັບ​ດັ່ງ­ກ່າວ​ແທ້ ຫລື ບໍ່ ຫລື ເປັນ​ພຽງ​ແຕ່​ການ​ທົດ​ສອບ ແລະ ຖ້າ​ບໍ່​ແມ່ນ​ຈະ​ໄດ້​ໃຊ້​ເມື່ອ​ໃດ? ຫາກ​ມີ​ຄວາມ​ຄືບ​ຫນ້າ​ທາງ​ຄໍ​ລຳ​ຜ່າໂລກ​ໄອ​ທີຈະ​ຮີບ​ມາ​ນຳ​ສະ­ເຫນີ​ໃຫ້​ຊາບ​ໂດຍ​ທົ່ວ​ກັນ​ທັນ­ທີ

 

 

Free Web Hosting