ຈາກ​ແນວ​ຄິດ​ໃນ​ການ​ຜະ­ລິດ​ກ້ອງ​ຮຸ່ນ​ໃໝ່​ໃຫ້​ຕອບ​ໂຈດ​ການ​ນຳ​ໃຊ້​ຂອງ​ນັກ​ຖ່າຍ​ພາບ​ຍຸກ​ດິ​ຈິ​ຕອລ​ທີ່​ໄປ​ໃສ​ມາ​ໃສ​ຕ້ອງ​ພົກ​ກ້ອງ​ໄປ​ທຸກ​ສະ­ຖານ­ທີ່, ພົກ​ພາ​ສະ­ດວກ, ໃຊ້​ວຽກ​ງ່າຍໆ, ຖ່າຍ​ພາບ ໄດ້​ທຸກ​ສະ­ຖາ­ນະ​ການ ແລະ ທີ່​ສຳ­ຄັນ​ສຸດໆ​ຄື​ຕ້ອງ­ການ​ຟາຍລ໌​ພາບ​ທີ່​ມີ​ຄຸນ​ນະ​ພາບ​ເປັນ​ເລີດ Canon EOSM ຈິ່ງ​ເກີດ​ຂຶ້ນ​ເພື່ອ​ຕອບ​ສະ­ໜອງ​ການ​ໃຊ້​ວຽກ​ທີ່​ຫຼາກ​ຫຼາຍ​ຂອງ​ກຸ່ມ​ຜູ້​ຮັກ​ການ​ຖ່າຍ​ພາບ ທັງ​ຊາຍ​ໜຸ່ມ​ຍິງ​ສາວ​ທັນ​ສະ­ໄໝ​ບໍ່​ວ່າ​ຈະ​ເປັນ​ມື​ໃໝ່ ຫຼື ມື​ເກົ່າ​ກໍ່​ສຳ ຜັດ​ກັບ​ນະ​ວັດ­ຕະ​ກຳ​ລະ­ດັບ​ສຸດ ຍອດ​ນີ້​ໄດ້.

  Canon EOS M ໄດ້​ຮັບ​ແຮງ​ບັນ­ດານ​ໃຈ​ຫຼາຍ​ຈາກ​ສຽງ ຂອງ​ຜູ້​ໃຊ້​ກ້ອງ ເຊິ່ງ​ຕ້ອງ­ການ​ຮູບ​ແບບ​ກ້ອງ​ທີ່​ມີ​ຂະ­ໜາດ​ນ້ອຍ ກະ­ທັດ​ຮັດ​ໃຫ້​ຄວາມ​ຄ່ອງ​ຕົວ​ເມື່ອ ໃຊ້​ວຽກ​ອອກ​ແບບ​ສວຍ​ງາມ​ໜ້າ​ໃຊ້​ມີ​ຟັງ​ເຊິນ​ການ​ເຮັດ​ວຽກ​ແບບ​ຕ່າງໆ​ແຕ່​ມີ​ປະ­ສິດ­ທິ­ພາບ ດັ່ງ​ກ້ອງ DSLR ແລະ ຜູ້​ໃຊ້ ກ້ອງ DSLR ຢູ່​ແລ້ວ ຍັງ​ສ້າງ​ຄວາມ​ຄຸ້ນ​ເຄີຍ​ກັບ​ການ​ເຮັດ​ວຽກ​ຂອງ​ກ້ອງ​ໄດ້​ບໍ່​ຍາກ ແຕ່​ເໜືອ​ສິ່ງ​ອື່ນ​ໃດ​ແລ້ວ Canon EOS M ນັ້ນ​ຈະ​ເຮັດ​ໃຫ້​ທ່ານ​ສາ­ມາດ​ເຂົ້າ ເຖິງ​ອາ­ລົມ​ຂອງ​ຜູ້​ຄົນ ແລະ ສະ­ຖານ­ທີ່​ທີ່​ກ້ອງ​ຕົວ​ໃຫຍ່​ບໍ່​ສາ­ມາດ ຍ່າງ​ຜ່ານ​ເຂົ້າ​ໄປ​ໄດ້ ເພາະ​ກ້ອງ​ຕົວ​ໃຫມ່​ຈະ​ເປັນ​ຈຸດ​ເດັ່ນ​ໃຫ້​ຜູ້​ຄົນ ຫັນ​ມາ​ສົນ­ໃຈ​ກ້ອງ​ຂອງ​ທ່ານ​ແທນ​ນັ້ນ​ເອງ.

  ດ້ວຍ​ນະ​ວັດ­ຕະ​ກຳ​ແຫ່ງ​ອະ­ນາ­ຄົດ​ເພື່ອ​ພາບ​ທີ່​ສົມ­ບູນ​ແບບ​ນັ້ນ​ກໍ່​ຄື​ເຊັນ​ເຊີ CMOS ຂະ­ໜາດ APSC ໃຫ້​ຄວາມ​ລະ­ອຽດ 18 ລ້ານ​ພິກ​ເຊລ ທີ່​ເຮັດ​ວຽກ​ປະ­ສົມ ປະ­ສານ​ກັບ​ຊິບ​ປະ­ມວນ​ຜົນ​ຮຸ່ນ ໃໝ່​ຫຼ້າ​ສຸດ DIGIC 5 ທີ່​ເຮັດ​ວຽກ​ຮ່ວມ​ກັນ​ໄດ້​ຢ່າງ​ລົງ​ຕົວ​ຫຼຸດ​ສັນ­ຍານ​ລົບ​ກວນ​ພາບ​ໄດ້​ດີ​ຍິ່ງ​ຂຶ້ນ​ມາ​ພ້ອມ​ກັບ Highspeed amp ທີ່​ໃຊ້​ກຳ­ລັງ​ໄຟ​ຕ່ຳ​ລົງ ແລະ ການ ອ່ານ​ຄ່າ​ດ້ວຍ Highspeed 4 channel ຊ່ວຍ​ຫຼຸດ​ການ​ໃຊ້​ພະ­ລັງ­ງານ​ເຮັດ​ໃຫ້​ສາ­ມາດ​ຖ່າຍ​ພາບ​ຕໍ່ ເນື່ອງ​ໄດ້ 4,3 ເຟຣມ​ຕໍ່​ວິ­ນາ­ທີ ແລະ Burst Mode ໃຫ້​ພາບ 15 ພາບ (17) JPEG/6 RAW  ເມື່ອ​ໃຊ້​ກາ​ຣດ​ແບບ UHSI SD HC ແລະ SDXC ໃຫ້ ISO ສູງ​ເຖິງ 12800 ແລະ ຂະ­ຫຍາຍ ໄດ້​ສູງ​ສຸດ​ເຖິງ 25600 ມີ​ລະ­ບົບ Multishot Noise Reduction ເຊິ່ງ​ຈະ​ບັນ­ທຶກ​ພາບ 4 ພາບ ແບບ​ຕໍ່​ເນື່ອງ ແລະ ກ້ອງ​ຈະ​ເລືອກ​ພາບ​ທີ່​ດີ​ທີ່​ສຸດ​ພຽງ​ພາບ​ດຽວ ບໍ່​ຕ້ອງ​ເປັນ​ຫ່ວງ​ກັບ​ພາບ​ທີ່​ບໍ່​ຊັດ​ເຈນ​ເມື່ອ​ຖ່າຍ​ໃນ​ສະ­ຖານ­ທີ່​ທີ່​ມີ​ແສງ​ຫນ້ອຍ​ອີກ​ຕໍ່​ໄປ.
      ຂ້າມ​ທຸກ​ຂີດ​ຄວາມ​ຈຳ­ກັດ​ທີ່ສາ­ມາດ​ປ່ຽນ​ເລນສ໌​ໄດ້: ຂໍ້​ຈຳ­ກັດຂອງ​ກ້ອງ​ຄອມ​ແພັກ​ອັນ​ໜຶ່ງຄື​ບໍ່​ສາ­ມາດ​ປ່ຽນ​ເລນສ໌​ໄດ້ ແຕ່ສຳ­ລັບ EOS M ທີ່​ມີ​ຮູບ​ຮ່າງ​ກະທັດ​ຮັດ​ພົກ​ພາ​ສະ­ດວກ​ເຊັ່ນ​ດຽວກັບ​ກ້ອງ​ຄອມ​ແພັກ​ໄດ້​ກ້າວ​ຂ້າມຜ່ານ​ຂໍ້​ຈຳ­ກັດ​ນີ້​ດ້ວຍ​ເມົາ​ສ​ເລນ​ສຮູບ​ແບບ​ໃໝ່​ທີ່ EF-M ມີ​ຂະ­ໜາດພຽງ​ແຕ່ 58 ມີ​ລີ​ແມັດ ເຊິ່ງ​ມີ​ຂະໜາດ​ນ້ອຍ​ກວ່າ​ເມົາ​ສ​ເລນສ໌ EF ແບບ​ເດີມ ເຮັດ​ໃຫ້​ຕົວ​ເລນສ໌ມີ​ຂະໜາດ​ນ້ອຍ ແລະ ນ້ຳ­ໜັກ​ເບົາ​ສະດວກ​ໃນ​ການ​ພົກ​ພາ ໂດຍ​ເລນສ໌ຮຸ່ນ​ໃຫມ່​ນີ້ຍັງ​ມາ​ພ້ອມ​ເຕັກ​ໂນ​ໂລຊີ​ຫລ້າ​ສຸດ STM ດ້ວຍ​ການ​ໃຊ້ Stepping Motor ໃນ​ການ​ຂັບເຄື່ອນ​ຕົວ​ເລນສ໌ຊ່ວຍ​ໃຫ້​ລະ­ບົບ​ໂຟກັສ​ອັດ­ຕະ­ໂນ­ມັດ​ເຮັດ​ໄດ້​ແບບ​ບໍ່ມີ​ສະ­ດຸດ ຂະ­ນະ​ກຳ­ລັງ​ບັນ­ທຶກ​ພາບເຄື່ອນ​ໄຫວເຮັດ​ວຽກ​ຢ່າງ​ມີ​ປະສິດ­ທິ​ພາບ​ຄວບ​ຄູ່​ໄປ​ກັບ Movie Servo AF ໃຫ້​ພາບ​ທີ່​ຄົມ​ທຸກ​ໄລຍະ​ຂອງ​ການ​ຊູມ ແລະ ປັດ​ສະຈາກ​ສຽງ​ລົບ​ກວນ​ຈາກ​ເລນສ໌ໃນ ຂະ­ນະ​ບັນ­ທຶກ​ພາບ​ເຄື່ອນ​ໄຫວຊ່ວຍ​ໃຫ້­ການ​ຖ່າຍ​ພາບ​ເຄື່ອນໄຫວ​ສົມ­ບູນ​ແບບ​ຍິ່ງ​ຂຶ້ນເລີ່ມ​ຕົ້ນເປີດ​ຕົວ​ອອກ​ມາ​ພ້ອມ​ກັນ 2 ຮຸ່ນ ໄດ້­ແກ່ EFM 18-55mm f/3.5-5.6IS STM ທີ່​ມີ​ລະ­ບົບປ້ອງ​ກັນ​ການ​ສັ່ນ​ໄຫວ​ທີ່​ຊ່ວຍຫຼຸດ​ການ​ສັ່ນ​ໄຫວ​ຂອງ​ພາບ​ໄດ້ຫຼາຍ​ເຖິງ 4 ສະ​ຕ໋ອບ ເມື່ອ​ຕ້ອງໃຊ້​ວຽກ​ໃນ​ໂຫມດ​ບັນ­ທຶກ​ພາບເຄື່ອນ​ໄຫວ​ກ້ອງ​ຈະ​ປ່ຽນ​ເປັນ Dynamic Images Stabilizer ເພື່ອ​ຊ່ວຍ​ຫຼຸດ​ການ​ສັ່ນ​ໄຫວ​ໃນ​ຂະນະ​ກຳ­ລັງ​ຍ່າງ​ຖ່າຍ​ພາບ ແລະ EF-M 22mm f/2 STM ທີ່ ໃຫ້​ຮູ​ຮັບ​ແສງ​ທີ່​ກວ້າງ​ເຖິງ f/2 ສ່ວນ​ຜູ້​ທີ່​ມີ​ເລນສ໌ໃນ​ຕະ­ກູນ EF ແລະ EFS ແລ້ວ ສາ­ມາດ​ນຳມາ​ໃຊ້​ວຽກ​ຮ່ວມ​ກັບ EOS M ໄດ້ຜ່ານ Mount Adapter EF-EOS M ເຊິ່ງ​ຈະ​ບໍ່​ເຮັດ​ໃຫ້ຄຸນ​ນະ​ພາບ​ຂອງ​ພາບ​ຫຼຸດ​ລົງ​ອັດຕາ​ການ​ຄູນ​ທາງ​ຍາວ​ໂຟກ​ັສ 1,6 ເທົ່າ​ເໝືອນ​ເດີມ ແລະ ຍັງ​ສາ­ມາດໃຊ້​ວຽກ​ລະ­ບົບ​ໂອ​ໂຕ​ໂຟກ​ັສ​ໄດ້ ນອກ­ຈາກ​ນີ້ ຍັງ​ມີ​ແຟລດ​ຂະ­ໜາດກະ­ທັດ​ຮັດ Speedlite 90EX ມາ​ເພີ່ມ​ສັກ­ກະ​ຍະ​ພາບ​ໃຫ້​ກ້ອງຂອງ​ທ່ານ​ອີກ​ດ້ວຍ.
       ທັນ​ສະ­ໄໝ​ດ້ວຍ​ຈໍ​ແອ​ລ​ຊີ​ດີແບບ​ສຳ­ຜັດ: ດ້ວຍ​ກະ­ແສ​ຄວາມຮ້ອນ​ແຮງ​ຂອງ​ລະ­ບົບ​ສຳ­ຜັດ​ເຮັດໃຫ້​ລະ­ບົບ​ນີ້​ເຂົ້າ​ມາ​ມີ​ບົດ­ບາດຫຼາຍ​ຂຶ້ນ ທັງ​ໂທລະ­ສັບ​ມື​ຖື ແລະ ກ້ອງ​ດິ​ຈິ​ຕອລ​ທີ່​ຕ້ອງ​ມີ­ໜ້າ​ຈໍ​ເພື່ອຮອງ​ຮັບ​ການ​ໃຊ້​ງານ ໂດຍ​ໃນ​ຮຸ່ນທຳ​ອິດ​ລະ­ບົບ​ການ​ເຮັດ​ວຽກ​ຂອງໜ້າ​ຈໍ​ສຳ­ຜັດ​ເປັນ​ແບບ Resistive ເຊິ່ງ​ເລ​ເຢີ​ດ້ານ​ເທິງ​ຈະ​ມີຄວາມ​ຫົດ​ຢືດ​ສ່ວນ​ດ້ານ​ລຸ່ມ​ຈະເປັນ​ພື້ນ​ແຂງ​ລະ­ຫວ່າງ 2 ເລ​ເຢີ ຈະ​ມີ​ມັດ​ແນວ​ກັ້ນເພື່ອ​ບໍ່​ໃຫ້​ເລ​ເຢີທີ່​ເຄືອບ​ດ້ວຍ​ສານ​ຕົວ​ນຳ​ໄຟ­ຟ້າມາ​ສຳ­ຜັດ​ກັນເມື່ອ​ທ່ານ​ໃຊ້​ວຽກ​ດ້ວຍ​ການ​ກົດ​ໄປ​ທີ່​ຫນ້າ​ຈໍ​ຂອງ​ເລເຢີ​ດ້ານ​ເທິງ​ເມັດ​ກັ້ນ​ຈະ​ກົດ​ຕໍ່​ໄປທີ່​ເລ​ເຢີ​ດ້ານ​ລຸ່ມ ໂດຍ​ມີ​ສານ​ຕົວນຳ​ໄຟ­ຟ້າ​ທີ່​ເຄືອບ​ທັງ​ສອງ​ເລ​ເຢີທີ່​ມີ​ຄຸນ­ສົມ­ບັດ​ໂປ່ງ​ແສງ​ເປັນ​ຕົວເຊື່ອມ​ທັງ​ຫມົດ​ເຂົ້າ​ດ້ວຍ​ກັນ​ວົງຈອນ​ຄວບ​ຄຸມ​ຈະ​ຄຳ­ນວນ​ກະ­ແສໄຟ­ຟ້າ​ໃຫ້​ແຕກ​ຕ່າງ​ກັນ​ໄປ​ຕາມລວງ​ຕັ້ງ ແລະ ລວງ​ນອນ​ຂອງ​ຕຳແຫນ່ງ​ທີ່​ຖືກ​ສຳ­ຜັດ ເຊິ່ງ​ໜ້າ​ຈໍ​ໃນລັກ­ສະ­ນະ​ນີ້​ຈະ​ໃຊ້​ນິ້ວ​ມື ຫຼື ອຸ­ປະກອນ​ອື່ນໆ​ມາ​ໃຊ້​ສຳ­ຜັດ​ກໍ່​ໄດ້​ເຮັດວຽກ​ດ້ວຍ​ແຮງ​ກົດ​ຂອງ​ມືຖ້າ​ນ້ຳໜັກ​ໃນ​ການ​ກົດ​ບໍ່​ພຽງ­ພໍ​ກໍ່​ຈະ​ບໍ່ ຕ້ອງ​ສະ­ໜອງ.
       ຕໍ່​ມາ​ຈິ່ງ​ມີ​ການ​ພັດ­ທະ­ນາ​ໃຫ້ເປັນ​ແບບ Capacitive ເພື່ອ​ໃຫ້ຕອບ​ສະ­ໜອງ​ການ​ເຮັດ​ວຽກ​ໄດ້​ຢ່າງ​ວ່ອງ­ໄວ​ຂຶ້ນໂຄງ​ສ້າງ​ປະກອບ​ດ້ວຍ​ໂລ­ຫະ​ແບບ​ໂປ່ງ​ແສງຈະ​ເກີດ​ແຮງ​ດັນ​ໄຟ­ຟ້າ​ທັງ​ສີ່​ມຸມຂອງ​ໜ້າ​ຈໍ ເພື່ອ​ສ້າງ​ສະ­ໜາມ​ແມ່ເຫຼັກເຮັດ​ໃຫ້​ເກີດ​ຄວາມ​ສະ​ໝ່ຳ​ສະເໝີ​ທັງ​ຫນ້າ​ຈໍເຮັດ​ໃຫ້​ບໍ່​ຕ້ອງ​ໃຊ້ແຮງ​ກົດ​ເໜືອ​ຈໍ​ສຳ­ຜັດ​ແບບ​ເກົ່າຈາກ​ນັ້ນ​ຈະ​ດຶງ​ກະ­ແສ​ໄຟ­ຟ້າ​ຈາກ ແຕ່​ລະ​ມຸມ ແລະ ວົງ​ຈອນ​ຄວບ​ຄຸມຈະ​ຄຳ­ນວນ​ຕຳ­ແຫນ່ງ​ທີ່​ຖືກ​ສຳ­ຜັດເຊັ່ນ​ດຽວ​ກັບ​ລະ­ບົບ​ສຳ­ຜັດ​ໜ້າ​ຈໍໃນ​ສະ­ມາດ​ໂຟນ ແລະ ແທັບ​ເລັດລະ­ດັບ​ໄຮ​ເອັນ.
       ລະ­ບົບ Capacitive ໃຊ້​ວຽກງ່າຍ​ພຽງ​ແຕ່ EOS M ກໍ່​ເຮັດ​ໃຫ້ຊີ­ວິດ​ທ່ານ​ງ່າຍ​ໄດ້​ກັບ​ຈໍ​ແອ​ລ​ຊີ​ດີ​ຂະ­ໜາດ 3 ນິ້ວ ລະ­ບົບ Multi-touch (Capacitive Sensing)ໃຊ້​ວຽກ​ງ່າຍ ຕອບ​ສະ­ໜອງການ​ສຳ­ຜັດ​ໄດ້​ຢ່າງ​ທັນ­ໃຈ​ທຸກ​ສະຖາ­ນະ​ການລະ­ບົບ Touch interface ໃຫ້​ທ່ານ​ເລືອກ​ເມ​ນູ​ປັບຄ່າ​ຕັ້ງ​ການ​ເຮັດ​ວຽກ​ຂອງ​ກ້ອງຫຍໍ້-ຂະ­ຫຍາຍ ແລະ ເລື່ອນ​ເບິ່ງພາບ​ໄດ້​ພຽງ​ປາຍ​ນິ້ວ​ສຳ­ຜັດ ນອກ­ຈາກ​ນີ້ຍັງ​ມີ​ລະ­ບົບ Touch AF (ສຳ­ຜັດ​ເພື່ອ​ເລືອກ​ຈຸດ​ໂອ​ໂຕໂຟກ​ັສ) ແລະ Touch Shutter.
     ເພີ່ມ​ການ​ໂຟກ​ັສ​ໃຫ້​ແມ້ນ​ຢຳ​ດ້ວຍ​ລະ­ບົບ Hybrid CMOS AF:ເຕັກ​ໂນ​ໂລ​ຊີ Hybrid CMOS AF ທີ່​ຝັງ​ລະ­ບົບ​ໂຟກ​ັສ​ໄວ້​ໃນ​ເຊັນ​ເຊີ​ຮັບ​ພາບ ຈະ​ຊ່ວຍ​ປ່ຽນ​ບັນ­ຫາ​ເດີມໆ​ຂອງ​ລະ­ບົບ​ໂຟກ​ັສ​ໃນ​ໂໝດ Live View ໃຫ້​ວ່ອງ­ໄວ​ຂຶ້ນ​ເໜືອກ​ວ່າ​ກ້ອງ​ທົ່ວ​ໄປ​ເຖິງ 2ເທົ່າ​ແບບ​ອັດ­ຕະ­ໂນ­ມັດ​ເມື່ອ​ວັດ­ຖຸ​ຢູ່​ໃນ​ໄລ­ຍະ​ໂຟກ​ັສ ໂດຍ​ມີ​ທັງ​ລະ­ບົບ​ຈັບ​ໂຟກ​ັສ​ແບບ Phase Difference AF ແລະ  Contrast AF ໃນ​ໜຶ່ງ​ດຽວ ບໍ່​ວ່າ​ທ່ານ​ຈະ​ໃຊ້​ວຽກ​ໃນ​ໂໝດ Live View ຫຼື ກຳ­ລັງ​ບັນ­ທຶກ​ພາບ​ເຄື່ອນ​ໄຫວ ລະ­ບົບ​ຈັບ​ໂຟກ​ັສ​ທັງ​ສອງ​ແບບ​ຈະ​ເຮັດ​ວຽກ​ໂດຍ​ອັດ­ຕະ­ໂນ­ມັດ​ລວມ​ກັນ ເພື່ອ​ຈັບ​ໂຟກ​ັສ​ໄດ້​ຢ່າງ​ວ່ອງ­ໄວ ແລະ ແມ້ນ​ຢຳ ພ້ອມ​ຖ່າຍ​ພາບ​ທຸກ​ສະ­ຖາ­ນະ​ການ.
ຕົວ​ຊ່ວຍ​ສຳ­ລັບ​ມື​ໃໝ່ Scene Intelligent Auto ເພື່ອ​ພາບ​ທີ່​ດີ​ທີ່​ສຸດ: ບໍ່​ຕ້ອງ​ກັງ­ວົນ​ຖ້າ​ທ່ານ​ເປັນ​ຊ່າງ​ຖ່າຍ­ຮູບ​ມື​ໃໝ່ Scene Intelligent Auto ໂໝດ​ຖ່າຍ​ພາບ​ນີ້​ຈະ​ເຮັດ​ໃຫ້​ທ່ານ​ສາ­ມາດ​ຖ່າຍ​ພາບ​ແບບ​ມື​ອາ­ຊີບ​ໄດ້​ໂດຍ​ກ້ອງ​ຈະ​ທຳການ​ປັບ​ຕັ້ງ​ຄ່າ​ໃຫ້​ອັດ­ຕະ­ໂນ­ມັດ​ເໝາະ​ກັບ​ແຕ່​ລະ​ສະ­ຖາ­ນະ​ການ​ທີ່​ທ່ານ​ຕ້ອງ​ພົບ­ພໍ້​ໃນ​ແຕ່​ລະ​ວັນ ເມື່ອ​ທ່ານ​ຖ່າຍ​ພາບ​ພໍ​ຣ​ເທຣດ ກ້ອງ​ຈະ​ປັບ​ສາກ​ຫຼັງ​ໃຫ້​ມົວ (Blur) ເພື່ອ​ເນັ້ນ​ຕົວ​ແບບ​ໃຫ້​ໂດດ​ເດັ່ນ​ທີ່​ສຸດ ເມື່ອ​ຖ່າຍ​ພາບ​ວັດ­ຖຸ​ທີ່​ມີ​ການ­ເຄື່ອນ­ໄຫວ ກ້ອງ​ກໍ່​ຈະ​ປັບ​ຄວາມ​ໄວ​ຊັດ​ເຕີ​ໃຫ້​ເພີ່ມ​ຂຶ້ນ​ອັດ­ຕະ­ໂນ­ມັດ ສຳ­ລັບ​ການ​ຖ່າຍ​ພາບ​ກາງ­ຄືນ ກ້ອງ​ຈະ​ກວດ­ກາ​ວ່າ​ທ່ານ​ໃຊ້​ຮ່ວມ​ກັບ​ຂາ​ຕັ້ງ​ກ້ອງ ຫຼື ບໍ່ ແລະ ຈະ​ປັບ​ຕັ້ງ​ຄ່າ​ເພື່ອ​ໃຫ້​ໄດ້​ພາບ​ທີ່​ສວຍ​ງາມ​ທີ່​ສຸດ.
     HDR Backlight Control  ແລະ Handheld Night Scene Mode ຜູ້​ຊ່ວຍ​ໃນ​ການ​ຖ່າຍ​ພາບ​ທີ່​ເຮັດ​ໃຫ້​ທຸກ​ພາບ​ສວຍ​ງາມ​ແບບ​ມື​ອາ­ຊີບ:ບໍ່​ວ່າ​ໃຜ​ກໍ່​ສາ­ມາດ​ຖ່າຍ​ພາບ​ໃນ​ສະ­ພາ­ວະ​ແສງ​ໜ້ອຍ ຫຼື​ ໃນ​ເວ­ລາ​ກາງ­ຄືນ​ໄດ້ດ້ວຍ​ໂຫມດຖ່າຍ​ພາບ HDR Backlight Control  ຄວບ​ຄຸມ​ການ​ບັນ­ທຶກ​ພາບ​ແບບ​ຢ້ອນ​ແສງ ຫຼື ມີ​ຄວາມ​ແຕກ​ຕ່າງ​ຂອງ​ປະ­ລິ­ມານ​ແສງ​ໃນ​ແຕ່​ລະ​ສ່ວນ​ຂອງ​ພາບ​ຫຼາຍ ໂດຍ​ກ້ອງ​ຈະ​ທຳ​ການ​ຖ່າຍ​ພາບ 3ພາບ​ທີ່​ຕ່າງ​ຄ່າ​ແສງ​ກັນ ແລະ ນຳ​ມາ​ລວມ​ກັນ​ເປັນ​ພາບ​ທີ່​ສົມ­ບູນ​ແບບ​ທີ່​ສຸດ​ພຽງ​ພາບ​ດຽວ, ນອກ­ຈາກ​ນີ້ ຍັງ​ມີ​ໂໝດ Handheld Night Scene Mode ທີ່​ຊ່ວຍ​ໃຫ້​ທ່ານ​ບັນ­ທຶກ​ພາບ​ຍາມ​ຄ່ຳ​ຄືນ​ໄດ້​ຢ່າງ​ສວຍ​ງາມ ເຖິງ​ວ່າ​ບໍ່​ມີ​ຂາ​ຕັ້ງ​ກ້ອງ​ກໍ່​ຕາມ.
    ປັບ​ຮູບ​ແບບ​ໃຫ້​ກັບ​ພາບ​ຢ່າງ ເໜືອ​ລະ­ດັບ​ດ້ວຍ Picture Style Auto:ລະ­ບົບ EOS Scene Detection ຈະ​ປັບ​ຮູບ​ແບບ​ໃຫ້ກັບ​ພາບ​ຖ່າຍ​ຂອງ​ທ່ານ​ໂດຍ​ລະບົບ​ຈະ​ທຳ​ການ​ວິ­ເຄາະ​ພາບ​ອັດຕະ​ໂນ​ມັດ ແລະ ຈະ​ຊ່ວຍ​ປັບ​ສີໃຫ້​ສົດ­ໃສ ຫຼື ນຸ່ມ​ນວນ ເພື່ອ​ໃຫ້ ເໝາະ​ກັບ​ບັນ­ຍາ­ກາດ​ໃນ​ພາບຫຼາຍ​ທີ່​ສຸດ ໃຫ້​ພາບ​ມີ​ສີ​ທີ່​ງາມ​ສົມຈິງ ບໍ່​ວ່າ​ຈະ​ເປັນ​ໄລ­ຍະ​ຕາ­ເວັນ​ກຳລັງ​ຕົກ​ດິນ​ລັບ​ຫຼ່ຽມ​ພູ ຫຼື ຟອງ​ທະ­ເລ​ມາ​ກະ­ທົບ​ກັບ​ຫາດ​ຊາຍ​ເປັ່ງແສງ​ຍິບ­ຍັບທຸກ​ຄວາມ​ຊົງ​ຈຳ​ດີໆ​ໃນ​ອະ­ດີດ​ກັບ​ມາ​ທຸກ​ຄັ້ງ​ທີ່​ທ່ານ​ເຫັນ​ພາບ.
ຮຽບ​ຮຽງ​ໂດຍ: ອ.ອິນ​ເຕີ
   ສະ­ໜຸກ​ໄປ​ກັບ 7 ລູກ​ຫຼິ້ນ​ໃໝ່: ລູກ​ຫຼິ້ນ​ທີ່​ຈະ​ເຮັດ​ໃຫ້​ທ່ານ​ມີ​ຄວາມສຸກ​ໄປ​ກັບ​ການ​ຖ່າຍ​ພາບ​ຍິ່ງ​ ຂຶ້ນດ້ວຍ Creative filters  ທີ່​ໄດ້​ຮັບການ​ປັບ­ປຸງ​ໃໝ່​ທັງ 7 ຮູບ​ແບບ​ໄດ້ ແກ່ Grainy B&W, Soft focus, Toy camera effect, Miniature, Art Bold, Water Painting effect  ແລະ Fisheye effect ສາ­ມາດ​ເລືອກ​ຮູບແບບ​ການ​ຖ່າຍ​ພາບ​ໄດ້​ທັງ​ແບບ ແລະ ຟິ​ລ​ເຕີ​ແຕ່​ລະ​ຊະ­ນິດປັບ​ແຕ່ງ ໄດ້​ຢ່າງ​ອິດ­ສະ­ຫຼະພຽງ​ເທົ່າ​ນີ້​ກໍ່່​ປ່ຽນ​ການ​ຖ່າຍ​ພາບ​ປົກ­ກະ­ຕິ​ໃຫ້ມີ​ ຊີ­ວິດ​ຊີ­ວາ​ຫຼາຍ​ຍິ່ງ​ຂຶ້ນ ໂດຍ​ບໍ່ບັນ­ທຶກ​ຊ້ໍາລົງ​ຕົ້ນ​ສະ­ບັບ.

   ສົມ­ບູນ​ແບບ​ດ້ວຍ​ຄຸນ​ນະ​ພາບລະ­ດັບ Full HD ກັບ EOS Movie:  ທ່ານ​ສາ­ມາດ​ສ້າງ​ພາບເຄື່ອນ​ໄຫວ​ໃນ​ລະ­ດັບ​ມື​ອາ­ຊີບ​ໄດ້​ດ້ວຍ​ຕົວ​ທ່ານ​ເອງ ​ກັບ​ເຕັກ​ໂນ​ໂລ​ຊີ​ທີ່​ແຄນ​ນອນ​ພັດ­ທະ­ນາ​ຂຶ້ນ ເພື່ອໃຫ້­ການ​ບັນ­ທຶກ​ພາບ​ເຄື່ອນ​ໄຫວເປັນ​ໄປ​ຢ່າງ​ສົມ­ບູນ​ແບບ​ທີ່​ສຸດ​ ບໍ່ວ່າ​ຈະ​ເປັນ​ລະ­ບົບ​ໂຟກ​ັສ​ເໝາະ​ສໍາລັບ​ການ​ບັນ­ທຶກ​ພາບ​ເຄື່ອນ​ໄຫວ ໂດຍ​ສະ­ເພາະ Movie Servo AF ພ້ອມ Face Tracking ທີ່​ຈະຈັບ​ໂຟກ​ັສ​ແບບ​ຕິດ­ຕາມ​ວັດ­ຖຸ​ອັດ­ຕະ­ໂນ­ມັດ​ໃນ​ຂະ­ນະ​ທີ່​ບັນ­ທຶກ​ ພາບ​ເຄື່ອນ​ໄຫວ​ໄດ້​ຢ່າງ​ຕໍ່​ເນື່ອງ ແລະ ແມ້ນ​ຢຳ​ໃຫ້​ພາບ​ຄົມ​ດັ່ງ​ມື​ອາ­ຊີບ ແລະ ຟັງ​ເຊິນ​ປັບ​ຕັ້ງ​ຄ່າ​ແສງ​ໄດ້ເອງ​ແບບ​ແມນ​ນວ​ລ (Manual).
   ນອກ­ຈາກ​ນີ້ EOS M ຍັງ​ມີ VDO Snapshot ທີ່​ຮັບ​ການ​ສຶກສາ​ຄົ້ນ­ຄວ້າ​ມາ​ແລ້ວ​ວ່າ​ເປັນ​ເຕັກນິກ​ແບບ​ດຽວ​ກັບ​ມື​ ອາ­ຊີບ​ທີ່​ໃຊ້ວຽກ​ຄື​ການ​ຖ່າຍ​ພາບ​ເຄື່ອນ​ໄຫວ ເພື່ອ​ໃຫ້​ໄດ້​ພາບ​ທີ່​ມີ​ຄວາມ​ໜ້າ​ສົນໃຈ​ນັ້ນ​ບໍ່​ຄວນ​ໃຊ້​ໄລ­ຍະ​ເວ­ລາ​ຕໍ່ ຄລິບ​ຍາວ​ເກີນ 8 ວິ­ນາ­ທີ​ຕໍ່​ໜຶ່ງສາກອາດ​ຈະ 2 ຫຼື 4 ວິ­ນາ­ທີ​ຕໍ່​ໜຶ່ງສາກ​ກໍ່​ໄດ້ ຈາກ​ນັ້ນ ນໍາ​ຄລິບ​ທັງ ໝົດ​ມາ​ຕັດ​ຕໍ່​ລຽງ​ລໍາ­ດັບ​ນໍາ​ມາ ລວມ​ເປັນ​ຟາຍລ໌​ດຽວ​ກັນ ແລະ ໃສ່​ເພງ​ປະ­ກອບ​ໄດ້ໃຫ້​ຄຸນ​ນະ​ພາບ ຟາຍລ໌ໃນ​ລະ­ດັບ​ມື​ອາ­ຊີບ ໂດຍ​ສາມາດ​ເຮັດ​ທັງ​ໝົດ​ນີ້​ໄດ້​ພາຍ​ໃນກ້ອງ​ຕົວ​ດຽວ​ໂດຍ​ບໍ່​ຕ້ອງ​ງໍ້​ ຄອມພິວ​ເຕີໃຫ້​ຄຸນ​ນະ​ພາບ​ສຽງ​ຄົມດ້ວຍ​ໄມ​ໂຄຣ​ໂຟນ​ແບບ Stereo Sound ແລະ ຍັງ​ເຊື່ອມ​ຕໍ່​ໄມ​ໂຄຣ​ໂຟນ​ພາຍ​ນອກ​ເພື່ອ​ຄຸນ​ນະ​ພາບ​ທີ່​ດີ​ຂຶ້ນ​ໄດ້​ອີກ​ ດ້ວຍ.
   ການ​ອອກ​ແບບ​ທີ່​ກະ­ທັດ​ຮັດພົກ​ພາ​ສະ­ດວກ​ໄປ​ໄດ້​ທຸກ​ສະ­ຖານທີ່: ນອກ­ຈາກ ​ຄຸນ​ນະ​ພາບ​ທີ່​ດີ​ເລີຍແລ້ວຍັງ​ໄດ້​ຮັບ​ການ​ອອກ​ແບບໃຫ້​ມີ​ຂະ­ໜາດ​ນ້ອຍ​ ກະ­ທັດ​ຮັດ​ພົກພາ​ສະ­ດວກ​ງ່າຍ​ຕໍ່​ການ​ນຳ​ໃສ່​ກະ ເປົ໋າ​ຂອງ​ທ່ານ​ໄປ​ທຸກ​ສະ­ຖານ­ທີ່ຕົວ​ກ້ອງ​ມີ​ຂະ­ໜາດ 108.6X 66.5 X 32.3 ມີ​ລີ​ແມັດ ບາງ​ກວ່າກ້ອງ DSLR  ເຖິງ 59% ແລະ ນ້ໍາໜັກ​ເບົາ​ພຽງ 262 ກຣາມ​ເທົ່ານັ້ນ ເບົາ​ກວ່າ​ກ້ອງ DSLR ເຖິງ 50%.
   ເລືອກ​ສີ​ທີ່​ຖືກ​ໃຈ​ເຂົ້າ​ກັບ​ການນໍາ​ໃຊ້​ທີ່​ເປັນ​ຕົວ​ທ່ານ: ອອກ ​ແບບການ​ໃຊ້​ວຽກ​ທີ່​ເປັນ​ຕົວ​ທ່ານ​ໄດ້ ດ້ວຍ EOS M ທີ່​ມີ​ໃຫ້​ເລືອກ​ເຖິງ 4 ສີ ໄດ້­ແກ່ Top Grade Black, Metallic Silver, Twotone White  ແລະ Glossy Red.
   ໝົດ​ສະ­ໄໝ​ຂອງ​ການ​ຖ່າຍພາບ​ທີ່​ຫຍຸ້ງ­ຍາກ​ອີກ​ຕໍ່​ໄປຕ້ອງຂອບ­ໃຈ Canon EOS M ທີ່​ຊ່ວຍໃຫ້­ການ​ຖ່າຍ​ພາບ​ນັ້ນ​ງ່າຍ​ຂຶ້ນ​ໃຫ້ຄໍາ​ນິ​ຍາມ​ຂອງ​ກ້ອງ​ປ່ຽນ​ ເລນສ໌ ໄດ້​ບໍ່​ຖືກ​ຈໍາກັດ ດ້ວຍ​ຮູບ​ລັກ­ສະ­ນະ ແລະ ຄຸນ​ນະ​ພາບ​ຂອງ​ພາບ​ເຖິງເວ­ລາ​ແລ້ວ​ທີ່​ເຮົາ​ຈະ​ປົດ​ປ່ອຍ​ທຸກຂໍ້​ຈໍາກັດ​ໃຫ້ ​ເປັນ​ອິດ­ສະ­ຫຼະ ແລະ ເດີນ​ຫນ້າ​ໄປ​ໃນ​ໂລກ​ຂອງ​ການ​ຖ່າຍ​ພາບ​ດ້ວຍ​ກັນ​ກັບ Canon EOS M.

 

Free Web Hosting