Canon IXUS 100 IS ເປັນ​ກ້ອງ​ຄອມ​ແພັກ​ທີ່​ມີ​ຄວາມ​ລະອຽດ 12,1ລ້ານ​ພິກ​ເຊລ ໂດດເດັ່ນ​ໃນ​ເລື່ອງ​ຂອງ​ການ​ອອກ​ແບບ​ທີ່​ຫລູ​ຫລາ​ມີ​ເອ­ກະ­ລັກ​ສະເພາະ, ຕົວ​ເຄື່ອງ​ບາງ​ພຽງ 18ມີ ລີ​ແມັດໃຫ້​ພາບ​ທີ່​ມີ​ສີ­ສັນ​ສົດ­ໃສພ້ອມ​ຊິບ​ປະ­ມວນ​ຜົນ​ແບບ DIGIC 4, ນອກ­ຈາກ​ນີ້ Canon IXUS 100 IS ຍັງ​ປັບ­ປຸງ​ລະ­ບົບ Auto ISO ໃຫ້​ມີ​ຄວາມ​ແມ້ນ​ຢຳ​ຫລາຍຂຶ້ນ ແລະ ເພີ່ມ​ລູກ​ຫລິ້ນ​ໃຫມ່ Blink Detection ເຊິ່ງ​ເປັນ​ລະ­ບົບ​ແຈ້ງເຕືອນ​ເພື່ອ​ຄົ້ນ​ຫາ​ບຸກ­ຄົນ​ທີ່​ຫລັບ ຕາ​ຂະ­ນະ​ຖ່າຍ​ພາບ ລວມ​ເຖິງ Smart Auto Shooting Mode ໂຫມດ​ການ​ຖ່າຍ​ພາບ​ອັດ​ຕະ​ໂນດ​ມັດ​ຄົມ​ທຸກ​ສະ­ພາ­ວະ​ແສງ​ມາ​ໃຫ້ຫລິ້ນ​ອີກ​ດ້ວຍ.



     ການ​ອອກ​ແບບ
     ສຳ­ລັບ Canon IXUS 100 IS ນັ້ນ​ຖືກ​ອອກ​ແບບ​ໃຫ້​ມີ​ຄວາມບາງ ແລະ ນ້ຳ­ຫນັກ​ທີ່​ເບົາຕົວເຄື່ອງ​ມີ​ລັກ­ສະ­ນະ​ເປັນ​ສີ່​ຫລ່ຽມລຽບ​ເທົ່າ​ກັນ​ທັງ​ຫມົດເຮັດ​ໃຫ້ການ​ຈັບ​ນັ້ນ​ອາດ​ບໍ່​ຖະ­ຫນັດ​ມື​ເທົ່າທີ່​ຄວນ ດັ່ງ­ນັ້ນ ການ​ນຳ​ໃຊ້​ຄວນໃສ່​ສາຍ​ຄ້ອງ​ມື​ໄວ້​ຕະ­ຫລອດ​ເວລາ​ເພື່ອ​ປ້ອງ​ກັນ​ກ້ອງ​ຫລຸດ​ຈາກມື​ຂະ­ນະ​ຖ່າຍ​ພາບ, ສ່ວນ​ປຸ່ມ​ດ້ານຫລັງ​ນັ້ນເມື່ອ​ນິ້ວ​ຊີ້​ວາງ​ໃນ​ຕຳແຫນ່ງ​ຂອງ​ປຸ່ມ​ກົດ​ຊັດ​ເຕີ ອາດເຮັດ​ໃຫ້​ນິ້ວ​ໂປ້​ມື​ວາງ​ບໍ່​ພໍ­ດີ​ປາຍນິ້ວເມື່ອ​ຕ້ອງ­ການ​ຈະ​ເລືອກ​ຟັງເຊິນ (Function) ການ​ນຳ​ໃຊ້​ໄດ້ເນື່ອງ​ຈາກ​ຄວາມ​ບາງ​ຂອງ​ຕົວເຄື່ອງ​ເຮັດ​ໃຫ້​ປຸ່ມ​ກົດ​ນ້ອຍ​ໄປ​ນຳ.
      ດ້ານ​ຫນ້າ ຖືກ​ອອກ​ແບບ​ໃຫ້ລຽບໆ​ແຕ່​ສວຍ​ງາມ​ເລີ່ມ​ຈາກຊ້າຍ​ມືມີ​ສັນ­ຍະ­ລັກ Canon Digital IXUS 100 IS ຢູ່​ລວມກັນ​ທາງ​ຕຳ­ແຫນ່ງ​ຊ້າຍ​ມື​ທັງຫມົດ, ສ່ວນ​ທາງ​ດ້ານ​ຂວາ​ມື​ເລີ່ມ ຈາກ​ເທິງ​ສຸດ​ເປັນ​ຊ່ອງ​ມອງ​ພາບ, ໄຟ​ຊອກ​ຫາ​ໂຟກ​ັສ ແລະ ໄຟ​ແຟລດຢູ່​ໃນ​ລະ­ດັບ​ດຽວ​ກັນ,ລຸ່ມ​ລົງ​ມາເປັນ​ເລນສ໌ມີ​ສັນ­ຍະ­ລັກ​ວ່າ Ca non Zoom Lens 3xIS ຖັດໄປ​ອີກ​ໃນ​ລະ­ດັບ​ດຽວ​ກັນ​ມີ​ຕົວຫນັງ­ສື​ຂຽນ​ບອກ​ຄວາມ​ລະ­ອຽດຂອງ CCD ຢູ່​ທີ່ 12.1 MEGA PIXELS.



       ດ້ານ​ເທິງ​ຈາກ​ຊ້າຍ​ສຸດ​ມີ​ຕົວຫນັງ­ສື​ຂຽນ​ວ່າ IMAGE STABILIZER (ລະ­ບົບ​ກັນ​ສັ່ນ) ສ່ວນກ້ອງ​ຕົວ​ຫນັງ­ສື​ມີ​ຮູ​ລຳ​ໂພງ​ຢູ່ 3 ຮູ້​ດ້ວຍ​ກັນ​ໃຫ້​ສຽງ​ດັງ​ຟັງ​ແຈ້ງ​ດີ, ຖັດ​ມາ​ເປັນ​ປຸ່ມ​ເປີດ-ປິດ ແລະ ສຸດທ້າຍ​ເປັນ​ປຸ່ມ​ຊັດ​ເຕີ ໂດຍ​ມີ​ວົງແຫວນ​ຊູມ​ຊ້ອນ​ຢູ່​ພາຍ​ນອກ​ໃນການ​ນຳ​ໃຊ້​ຕົວ​ຈິງ​ເນື່ອງ​ຈາກ​ປຸ່ມຊັດ​ເຕີ​ລຽບ ແລະ ແປ ເຮັດ​ໃຫ້​ຕ້ອງໃຊ້​ປາຍ​ນິ້ວ​ຊີ້​ງັດ​ເວ­ລາ​ຕ້ອງ­ການຖ່າຍ​ພາບ ແຕ່​ນ້ຳ­ຫນັກ​ກໍ່​ຖືກ​ຕັ້ງ​ມາແບບ​ພໍ­ດີ​ບໍ່​ເລິກ ຫລື ຕື້ນ​ຈົນ​ເຮັດໃຫ້​ກົດ​ງ່າຍ​ເກີນ​ໄປ, ສ່ວນ​ວົງແຫວນ​ຊູມ​ນັ້ນອາດ​ໃຊ້​ຍາກ​ເນື່ອງຈາກ​ມີ​ຂະ­ຫນາດ​ນ້ອຍ​ເຮັດ​ໃຫ້ຫລຸດ​ມື​ຢູ່​ຕະ­ຫລອດ​ຂະ­ນະ​ຊູມ​ເມື່ອ ຕ້ອງ­ການ​ຖ່າຍ​ພາບ.
       ດ້ານ​ຫລັງ ສິ່ງ​ທີ່​ເດັ່ນ​ທີ່​ສຸດ​ຄືຈໍ​ແອ​ລ​ຊີ​ດີ (LCD) ຂະ­ຫນາດ 2,5 ນິ້ວ ແບບ PureColor II LCD ໃຫ້​ສີ­ສັນ​ຊັດ​ເຈນ​ເບິ່ງ​ສະ­ບາຍ​ຕາ, ເຫນືອ​ຂຶ້ນ​ໄປ​ຊ້າຍ​ມື​ມີ​ສັນ­ຍະ­ລັກ Canon ທີ່​ໂດດ​ເດັ່ນ​ຊ່ວຍ​ເພີ່ມຄວາມ​ສວຍ​ງາມ​ໄດ້​ບໍ່​ຫນ້ອຍ, ຖັດໄປ​ທາງ​ຂວາ​ມື​ມີ​ໄຟ​ສຳ­ລັບ​ບອກ​ສະ­ຖາ­ນະ​ການ​ບັບ​ເຟີ​ກ໊າດ​ຫລັງ​ຈາກ​ຖ່າຍ​ພາບ (ສີ­ຂຽວ) ແລະ ຈະ​ປ່ຽນ​ເປັນ​ສີ​ສົ້ມ​ເພື່ອ​ສະ­ແດງ ຄວາມ​ພ້ອມ​ຂອງ​ການ​ໃຊ້​ແຟລດ, ອີກ​ສ່ວນ​ສຳ­ຄັນ​ທີ່­ຢູ່​ດ້ານ​ເທິງ​ຄືວິວ​ຟາຍ​ເດີ ແລະ ຜອດ​ສຳ­ລັບ​ສຽບສາຍ A/V OUT ແລະ HDMI ລຸ່ມ​ລົງ​ມາຈະ​ພົບ​ກັບ​ປຸ່ມ​ຄວບ​ຄົມການ​ເຮັດ​ວຽກ​ຖື​ກວາງ​ໄວ້​ດ້ານຂວາ​ມື​ທັງ​ຫມົດ​ເລີ່ມ​ຈາກ​ປຸ່ມ​ທຳອິດ​ຊ້າຍ​ເທິງ​ສຸດ​ເປັນ​ປຸ່ມ​ສຳ­ລັບພຣີ​ວິວ​ພາບໃນ​ລະ­ດັບ​ດຽວ​ກັນເປັນ​ປຸ່ມ​ສຳ­ລັບ​ເລືອກ​ຖ່າຍ​ໂຫມດ Auto, ໂຫມດ P ແລະ ໂຫມດຖ່າຍ​ພາບ​ເຄື່ອນ​ໄຫວ, ຖັດ​ລົງ​ມາເປັນ​ປຸ່ມ​ຄວບ​ຄຸມ 5 ທິດ​ທາງ ໂດຍ​ແຕ່​ລະ​ປຸ່ມ​ສາ­ມາດ​ເລືອກ​ເພື່ອເຂົ້າ​ສູ່​ເມ​ນູ​ລັດ​ໄດ້​ເລີ່ມ​ຈາກ​ປຸ່ມເທິງ​ໃຊ້​ສຳ­ລັບ​ລັດ​ເຂົ້າ​ສູ່​ໂຫມດການ​ຊົດ​ເຊີຍ​ແສງ (ເລືອກ​ໄດ້ສູງ​ສຸດ​ຄື -2/+2) ປຸ່ມ​ຊ້າຍ​ໃຊ້​ເຂົ້າສູ່​ໂຫມດ​ມາ​ໂຄຣ, ປຸ່ມ​ກາງ​ໃຊ້​ເຂົ້າສູ່​ການ​ເລືອກ​ຕັ້ງ​ຄ່າ​ຕ່າງໆ​ເລີ່ມຈາກ​ເທິງ​ສຸດ ISO ມີ​ໃຫ້​ເລືອກ​ຕັ້ງແຕ່ AUTO, 80, 100, 200, 400, 800 ແລະ 1600.
    ຖັດ​ມາ​ເປັນ​ການ​ຕັ້ງ​ຄ່າ White Balance ມີ​ໃຫ້​ເລືອກ​ທັງ​ຫມົດ 7ເມ​ນູ​ໄດ້­ແກ່ AUTO, ແສງ​ແດດ, ເມກ​ຄຶ້ມ, ແສງ​ທັງ​ສະ​ແຕນ, ແສງ​ຟລູ​ອໍ​ເຣ​ສ​ເຊັນ, ແສງ​ຟລູ​ອໍ​ເຣ​ສ​ເຊັນ H ແລະ ກຳ­ນົດ​ເອງ, ຕໍ່​ມາ​ເປັນ​ການ​ຕັ້ງ​ຄ່າ​ສີ​ມີ​ສີ­ສົດ​ໃສ, ສີ​ທຳ​ມະ​ຊາດ, ສີ­ນ້ຳ­ຕານ, ສີ­ຂາວ​ດຳ, ສີ​ຟີມ​ສະ​ໄລ, ສີ​ຜິວ​ອ່ອນ, ສີ​ຜິວ​ເຂັ້ມ, ສີ­ຟ້າ​ເຂັ້ມ, ສີ­ຂຽວ​ເຂັ້ມ, ສີ­ແດງ​ເຂັ້ມ ແລະ ກຳ­ນົດ​ເອງ, ຖັດ​ມາ​ອີກ​ຫນ້ອຍ​ຫນຶ່ງ​ເປັນ​ການ​ຕັ້ງ​ຄ່າ​ລະ­ບົບ​ວັດ​ແສງ​ມີ​ໃຫ້​ເລືອກ​ຕັ້ງ­ແຕ່​ວັດ​ແສງ​ແບບ​ສະ­ເລ່ຍ​ທັງ​ພາບ, ສະເລ່ຍ​ຫນັກ​ກາງ ແລະ ແບບ​ສະ­ເພາະ​ຈຸດ, ຖັດ​ມາ​ເປັນ​ການ​ຕັ້ງ​ຄ່າ​ການ​ຖ່າຍ​ພາບ​ແບບ​ເທື່ອ​ລະ​ພາບ ແລະ ຖ່າຍ​ແບບ​ຕໍ່​ເນື່ອງ ສຸດ​ທ້າຍ​ເປັນ​ການ​ຕັ້ງ​ຄ່າ​ຂະ­ຫນາດ ແລະ ຄວາມ​ລະ­ອຽດ​ຂອງ​ຟາຍລ໌ພາບ​ເລີ່ມ​ຈາກ​ຂະ­ຫນາດ L ຄວາມ ລະ­ອຽດ 12ລ້ານ​ພິກ​ເຊລ ຂະຫນາດ​ພາບ 4000x3000, M1  ຄວາມ​ລະ­ອຽດ 8ລ້ານ​ພິກ​ເຊລ ຂະ­ຫນາດ​ພາບ 3264x2448, M2ຄວາມ​ລະ­ອຽດ 5ລ້ານ​ພິກເຊລ ຂະ­ຫນາດ​ພາບ 2592x 1944, M3ຄວາມ​ລະ­ອຽດ 2  ລ້ານ​ພິກ​ເຊລ ຂະ­ຫນາດ​ພາບ 1600x1200, S ຄວາມ​ລະ­ອຽດ 0,3ລ້ານ​ພິກ​ເຊລ ຂະ­ຫນາດ​ພາບ 640x480ແລະ ສຸດ​ທ້າຍ​ຖ່າຍ​ພາບ​ມຸມ​ກວ້າງ​ຂະ­ຫນາດ​ພາບ 4000x2248.

     ປຸ່ມ​ສຸດ​ທ້າຍ​ແຕ່​ບໍ່​ແມ່ນ​ທ້າຍ​ສຸດ​ຂອງ​ປຸ່ມ​ຄວບ​ຄຸມ​ແບບ 5 ທິດ​ທາງ ປຸ່ມ​ລຸ່ມ​ໃຊ້​ສຳ­ລັບ​ເຂົ້າ​ສູ່​ໂຫມດ​ຕັ້ງ​ເວ­ລາ​ຖ່າຍ​ພາບ​ມີ​ໃຫ້​ເລືອກ​ໃຊ້​ຕັ້ງ­ແຕ່ 10 ວິ­ນາ­ທີ, 2 ວິ­ນາ­ທີ, ຖ່າຍ​ແບບ​ຄົ້ນ​ຫາ​ໃບ​ຫນ້າ 3 ພາບ ແລະ 10 ວິ­ນາ­ທີ​ຖ່າຍ 3 ພາບ ມາ​ເຖິງ 2 ປຸ່ມ​ລຸ່ມ​ສຸດ​ທ້າຍ​ຂອງ​ຕົວ​ເຄື່ອງ​ເລີ່ມ​ຈາກ​ປຸ່ມ​ທຳ​ອິດ​ປຸ່ມ DISP ໃຊ້​ສຳ­ລັບ​ກຳ­ນົດ​ຫນ້າ​ຈໍ​ແອ​ລ​ຊີ​ດີ​ວ່າ​ຈະ​ເປີດ​ຫລື ປິດ ແຕ່​ຫາກ​ຕ້ອງ­ການ​ປະ­ຢັດ​ພະ­ລັງ­ງານ​ແບັດ​ເຕີ​ຣີ​ກໍ່​ສາ­ມາດ​ປິດ​ຫນ້າ​ຈໍ​ແອ​ລ​ຊີ​ດີ ແລະ ຖ່າຍ​ພາບ​ຈາກ​ວິວ​ຟາຍ​ເດີ​ໄດ້​ເຊັ່ນ​ກັນ, ສ່ວນ​ປຸ່ມ​ສຸດ​ທ້າຍ​ເປັນ​ປຸ່ມ​ສຳ­ລັບ​ຕັ້ງ​ຄ່າ​ການ​ໃຊ້​ວຽກ​ຕ່າງໆ​ຂອງ​ຕົວ​ເຄື່ອງ.

 ດ້ານ​ຊ້າຍ  ຕົວ​ເຄື່ອງ​ດ້ານ​ຊ້າຍ​ມື​ຖື​ປ່ອຍ­ປະ​ໄວ້​ບໍ່​ມີ​ຫຍັງ ມີ​ພຽງ​ແຕ່​ນ໋ອດ​ຢຶດ​ໄວ້ 2 ຕົວ​ທາງ​ດ້ານ​ເທິງ ແລະ ລຸ່ມ​ຂອງ​ຕົວ​ເຄື່ອງ​ເທົ່າ​ນັ້ນ.
 ດ້ານ​ຂວາ  ສ່ວນ​ຕົວ​ເຄື່ອງ​ດ້ານ​ຂວາ​ກໍ່​ປະ​ໄວ້​ເຊັ່ນ​ກັນ ແຕ່​ມີ​ຊ່ອງ​ສຳ­ລັບ​ຮ້ອຍ​ສາຍ​ຄ້ອງ​ຂໍ້­ມື​ຢູ່​ເຄິ່ງ​ກາງ​ລະ­ຫວ່າງ​ນ໋ອດ 2 ຕົວ.
 ດ້ານ​ລຸ່ມ  ຈຸດ​ເຄິ່ງ​ກາງ­ຂອງ​ຕົວ​ເຄື່ອງ​ມີ​ຊ່ອງ​ສຳ­ລັບ​ໃສ່​ຂາ​ຕັ້ງ​ກ້ອງ​ຂະ­ຫນາດ​ມາດ­ຕະ­ຖານ ສ່ວນ​ຝາ​ປິດ​ແບັດ​ເຕີ​ຣີ​ຈະ​ຢູ່​ດ້ານ​ຂວາ​ມື​ຂອງ​ຕົວ​ເຄື່ອງ​ເມື່ອ​ເປີດ​ຝາ​ອອກ​ຈະ​ພົບ​ແບັດ​ເຕີ​ຣີ Liion ຂະ­ຫນາດ 760 mAh ແລະ ກ໊າດ​ຫນ່ວຍ​ຄວາມ​ຈຳ​ແບບ SD ກ໊າດ, ໃນ​ດ້ານ​ການ​ອອກ​ແບບ​ຝາ​ປິດ​ແບັດ​ເຕີ​ຣີ​ນັ້ນ ເຮັດ​ໄດ້​ດີສາ­ມາດ​ປິດ​ໄດ້​ສະ­ຫນິດ ແລະ ຍັງ​ມີ​ແຜ່ນ​ຢາງ​ລັກ­ສະ­ນະ​ມົນ​ແປ​ເປັນ​ຈຸດ​ກຳ­ນົດ​ຝາ​ປິດ​ອອກ​ເພື່ອ​ງ່າຍ​ຕໍ່​ການ​ໃຊ້​ວຽກ​ຫລາຍ​ຂຶ້ນ.
ສະ­ຫລຸບ
ຫາກ​ກຳ­ລັງ​ຊອກ​ຫາ​ກ້ອງ​ດິ​ຈິ​ຕອລ​ທີ່​ມີ​ການ​ອອກ​ແບບ​ຫລູ​ຫລາ, IXUS 100 IS ມີ​ເອ­ກະ­ລັກ​ສະ­ເພາະ​ເຊິ່ງ​ບໍ່​ໄດ້​ເນັ້ນ​ການ​ນຳ​ໃຊ້​ຫລາຍ​ປານ­ໃດ ອາດ​ຕອບ​ໂຈດ​ໄດ້ທັງ​ຟັງ​ເຊິນ​ໃຫມ່ໆ​ທີ່​ຫນ້າ​ສົນ­ໃຈ​ເຊັ່ນ “Blink Detection”ຫລື ການ​ປັບ­ປຸງ ISO ໃຫ້​ມີ​ຄວາມ​ແມ້ນ​ຢຳ​ຫລາຍ​ຂຶ້ນ ນອກ­ຈາກ​ນີ້ ຍັງ​ມີ “Smart Auto Shooting Mode” ໂຫມດ​ການ​ຖ່າຍ​ພາບ​ອັດ­ຕະ­ໂນ­ມັດ​ຄົມ​ທຸກ​ສະພາ­ວະ​ແສງ​ມາ​ໃຫ້​ອີກ ຮຽກ​ໄດ້​ວ່າ​ເປັນ​ກ້ອງ​ຄອມ​ແພັກ​ຄຸນ​ນະພາບ​ອີກ​ອັນ​ຫນຶ່ງ​ຈາກ​ແຄນ​ນອນ ທີ່​ຫລາຍ​ຄົນ​ກຳ­ລັງ​ຊອກ​ຫາ​ກວ່າ​ໄດ້
ຊົມ­ເຊີຍ
- ຊິບ​ປະ­ມວນ​ຜົນ​ແບບ DIGIC 4ຊ່ວຍ​ໃນ​ການ​ປະ­ມວນ​ຜົນ​ໄດ້​ແມ້ນ​ຢຳ​ດີ
- ລະ­ບົບ Blink Detection ທີ່​ຊ່ວຍ​ໃນ​ການ​ແຈ້ງ​ເຕືອນ​ເພື່ອ​ຄົ້ນ​ຫາ​ບຸກ­ຄົນ​ທີ່​ຫລັບ​ຕາ​ຂະ­ນະ​ຖ່າຍ​ພາບ
- ໂຫມດ Smart Auto Shooting Mode ກໍ່​ເປັນ​ອີກ​ຫນຶ່ງ​ຈຸດ​ທີ່​ຫນ້າ​ສົນ­ໃຈ
ຕຳ​ຫນິ
- ຕົວ​ເຄື່ອງ​ເຖິງ​ວ່າ​ຈະ​ມີ​ການ​ອອກ​ແບບ​ໄດ້​ສວຍ​ງາມ​ແຕ່​ວັດ​ສະ​ດຸ​ຍັງ​ໃຊ້​ພລາ​ສ​ຕິກ​ເປັນ​ສ່ວນ​ໃຫຍ່
- ເມື່ອ​ເປີດ​ເຄື່ອງ­ໃຊ້​ວຽກ​ຕໍ່​ເນື່ອງ​ດົນໆ​ຈະ​ມີ​ອາ­ການ​ຮ້ອນ​ແບບ​ສຳ­ຜັດ​ໄດ້
- ແບັດ​ເຕີ​ຣີ​ທີ່​ໃຫ້​ມາ​ຍັງ​ບໍ່​ພຽງ ພໍ​ກັບ​ຄວາມ​ຕ້ອງ­ການ.

 

Free Web Hosting