Canon Image CLASS MF4450 ເປັນເຄື່ອງພິມຍຸກໃຫມ່ທີ່ໄດ້ຮັບການອອກແບບສຳລັບກຸ່ມຜູ້ໃຊ້ວຽກທີ່ຕ້ອງການເຄື່ອງພິມທີ່ມີຄຸນນະພາບສາມາດຕອບສະຫນອງທຸກການເຮັດ ວຽກໄດ້ຫລາກຫລາຍດ້ວຍເຕັກໂນໂລຊີ ແລະ ຄຸນລັກສະນະທີ່ຄົບຖ້ວນ ສົມບູນໃຫ້ຄວາມກຸ້ມຄ່າສູງດ້ວຍສະມັດຖະພາບທີ່ໄດ້ຮັບການຫຍໍ້ ສ່ວນມາຈາກເຄື່ອງພິມຂະຫນາດໃຫຍ່ ໂດຍ ເຄື່ອງພິມ Canon Image CLASS MF4450 ຈະມາພ້ອມກັບຄຸນລັກສະນະໃນການເຮັດວຽກເຖິງ 4 ຢ່າງໄດ້ແກ່ພິມເອກະສານ, ສະແກນ, ແຟັກ ແລະ ຖ່າຍເອກະສານໄດ້ໃນເຄື່ອງດຽວ ພ້ອມໃຫ້ຄວາມໄວທີ່ເຫນືອກວ່າດ້ວຍການນຳເອົາເຕັກໂນໂລຊີ UFR II LT ມາໃຊ້ວຽກສົ່ງຜົນໃຫ້ເຄື່ອງພິມຮຸ່ນນີ້ມີປະສິດທິພາບ ແລະ ສະຖຽນລະພາບທີ່ດີກວ່າໂມໂນເລເຊີແບບອື່ນໆຢ່າງຊັດເຈນ.

   ຄຸນສົມບັດການພິມ

   ພິມເອກະສານແບບຂາວດຳດ້ວຍເຕັກໂນໂລຊີແບບເລເຊີ ໂດຍສາມາດໃຫ້ຄວາມໄວໃນການພິມໄດ້ສູງສຸດເຖິງ 23/24 ຫນ້າຕໍ່ນາ ທີ (A4/LTR) ໃຫ້ຄວາມລະ ອຽດໃນການພິມລະດັບສູງ ເຖິງ 1200x600 DPI ຈິ່ງໃຫ້ພາບທີ່ຄົມຊັດສົມຈິງບໍ່ຫລອກຕາຮອງຮັບການພິມວຽກແບບກັບຫນ້າ ຫລື ແບບຊ່ວຍຫລຸດໄລຍະເວລາໃນການປີ້ນເຈ້ຍຫາກຕ້ອງການພິມວຽກແບບສອງ ຫນ້າ ພ້ອມກັນນັ້ນກໍ່ຍັງມີຊຸດປ້ອນເຈ້ຍແບບ ADF (Automatic  Document Feeder)ໄດ້ ສູງສຸດເຖິງຄັ້ງລະ 35 ແຜ່ນ.

ຄຸນສົມບັດການສະແກນ

   ສະແກນເອກະສານດ້ວຍເຕັກໂນໂລຊີແບບ CIS ໂດຍສາມາດໃຫ້ຄວາມລະອຽດໄດ້ສູງເຖິງ 600x 600 DPI (9600 x 9600 DPI  ດ້ວຍຊອຟທ໌ແວຣ໌) ໃຫ້ສີແບບ 24 ບິດມີຄວາມເຂົ້າກັນ ໄດ້ກັບຊຸດໂປຣແກຣມ TWAIN, WIA ຮອງຮັບຟາຍລ໌ພາຍໃນການສະແກນໄດ້ທັງແບບ JPEG, TIFF, BMP,  PDF.

ຄຸນສົມບັດການສຳເນົາເອກະສານ

   ສາມາດສຳເນົາແຜ່ນທຳອິດໄດ້ໃນເວລາ 9 ວິນາທີຮອງຮັບເຈ້ຍທີ່ມີຄວາມຫນາຕັ້ງແຕ່ 60-163 ແກຣມຕົວຖາດປ້ອນເຈ້ຍມີຄວາມຈຸເຖິງ 250 ແຜ່ນ ແລະ ຮອງຮັບປະລິມານ Output  ທີ່ 100 ແຜ່ນສະຫນັບສະຫນູນການ ຊູມໄດ້ຕັ້ງແຕ່ 25-400 ເປີເຊັນຮອງຮັບການສຳເນົາແບບ 2 on 1, 4 on 1 ແລະ ID Card Copy ມີຫນ່ວຍຄວາມຈຳພາຍໃນ 64 MB.

ຄຸນສົມບັດການແຟັກ

  ໃນດ້ານຄວາມສາມາດຂອງລະບົບແຟັກນັ້ນກໍ່ນັບວ່າມີຄວາມ ຫນ້າສົນໃຈສາມາດໃຫ້ຄວາມໄວໃນການສົ່ງສູງສຸດ

      33.6 Kbps  ໂດຍ​ຮອງ​ຮັບຄວາມ​ລະ­ອຽດ​ໄດ້​ທີ່ 203x391 DPI ແມັມ​ໂມ​ຣີ​ສາ­ມາດ​ຮອງ​ຮັບໄດ້​ສູງ​ສຸດ​ເຖິງ 256 Pages, Speed Dialໄດ້ 100 Locations ແລະ ມີ​ໂຫມດ​ການ​ເຮັດວຽກ​ໃຫ້​ໃຊ້​ວຽກ​ຫລາກ​ຫລາຍ​ບໍ່ວ່າ​ຈະ​ເປັນ FAX Only, Manual, Answering, Fax/Tel Auto SW.

ຜົນ​ການ​ທົດ​ສອບ

        ສຳ­ລັບ​ການ​ເປີດ​ຕົວ​ເຄື່ອງພິມ​ໃນ​ຕະ­ກູນ Image CLASS ຈະ​ມີ​ທັງ​ຫມົດ 6 ຮຸ່ນ ໂດຍ​ມີ​ຮຸ່ນ MF4450 ທີ່​ນຳ​ມາ​ທົດ​ສອບ ໂດຍມຸ່ງ​ຫມັ້ນ​ທີ່​ຈະ​ເຈາະ​ກຸ່ມ​ຕະ­ຫລາດລະ­ດັບ​ກາງ, ຂະ­ຫນາດ​ໃຫຍ່ ແລະ ອົງ​ກອນ​ທຸ­ລະ​ກິດ​ຕ່າງໆ ເຊິ່ງ​ລວມເຖິງ​ຫນ່ວຍ​ງານ​ຂອງ​ພາກ​ລັດດ້ວຍ​ຟັງ​ເຊິນ​ໃນ​ການ​ເຮັດ​ວຽກ​ທີ່ຄົບ​ຖ້ວນ​ສົມ­ບູນ​ແບບ​ຈົບ​ທຸກ​ວຽກໄດ້​ດ້ວຍ​ເລື່ອງ​ພິມ​ພຽງ​ເຄື່ອງ​ດຽວ ໂດຍ​ສິ່ງ​ທີ່​ເຮັດ​ໃຫ້​ເຄື່ອງ­ພິມ ImageCLASS MF4450 ໂດດເດັ່ນ​ກວ່າ​ກໍ່​ຄື​ຫນ້າ​ຈໍ LCD ແບບ B&W ທີ່​ສາ­ມາດ​ສະ­ແດງ​ຜົນ​ໄດ້ເຖິງ 5 ບັນ­ທັດຊ່ວຍ​ໃຫ້­ການ​ຄວບຄຸມ​ຄຳ​ສັ່ງ​ໄດ້​ງ່າຍ​ບໍ່​ຊ້ຳ​ຊ້ອນ​ຄື​ກັບຫນ້າ​ຈໍ​ແອ​ລ​ຊີ​ດີ​ແບບ​ເກົ່າ​ທີ່​ຈະ​ສະແດງ​ໄດ້​ພຽງ​ແຕ່ 2 ບັນ­ທັດ​ເທົ່າ​ນັ້ນໃນ​ດ້ານ​ວຽກ​ອອກ​ແບບ​ຕົວ​ເຄື່ອງນັ້ນ​ກໍ່​ນັບ​ວ່າ​ມີ​ຄວາມ​ລົງ​ຕົວ​ດ້ວຍຮູບ​ຮ່າງ​ທີ່​ສວຍ​ງາມນ້ອຍ​ກະ­ທັດຮັດ​ປະ­ຢັດ​ພື້ນ​ທີ່​ການ​ຕິດ​ຕັ້ງ​ສາມາດ​ພົກ​ພາ​ເພື່ອ​ນຳ­ໄປ​ໃຊ້​ວຽກນອກ​ສະ­ຖານ­ທີ່​ເມື່ອ​ມີ​ການ​ອອກໄປ​ເພື່ອ​ປະ­ຊາ­ສຳ­ພັນ ຫລື ກິດ​ຈະກຳ​ພາຍ​ໃນ​ສຳ­ນັກ­ງານ​ໄດ້​ເປັນຢ່າງ​ດີ ເພາະ​ມັນ​ມີ​ນ້ຳ­ຫນັກ​ພຽງ ແຕ່ 11 ກິ​ໂລກ​ຣາມ​ເທົ່າ​ນັ້ນສ້າງຄວາມ​ຫົດ​ຢືດ​ໃນ​ການ​ໃຊ້​ວຽກ​ໄດ້ຫລາຍ​ກວ່າ​ເຄື່ອງ­ພິມ​ອື່ນໆ ນອກຈາກ​ນັ້ນ ເພື່ອ​ເປັນ​ການ​ສ້າງຄວາມ​ປະ­ຢັດ​ໃນ​ໄລ­ຍະ​ຍາວ​ຕົວເຄື່ອງ​ຍັງ​ມີ​ອັດ­ຕາ​ການ​ສູນ​ເສຍ​ພະ­ລັງ­ງານ​ຕ່ຳ ແລະ ຫມຶກ​ພິມ​ຫນຶ່ງກັບ​ສາ­ມາດ​ພິມ​ວຽກ​ໄດ້​ຫລາຍເຖິງ 2.000 ແຜ່ນ​ເລີຍ.

       ໃນ​ດ້ານ​ຂອງ​ຄຸນ​ນະ​ພາບ​ວຽກພິມ​ພາບ​ລວມຖື​ວ່າ​ມີ​ຄຸນ​ນະ​ພາບດີ​ຕົວ​ອັກ­ສອນ​ມີ​ຄວາມ​ຄົມ ແລະ ຊັດ​ເຈນ​ເກືອບ​ບໍ່​ມີ​ເມັດ​ແກຣນປາກົດ​ໃຫ້​ເຫັນ​ສ່ວນ​ຮ່ອງ­ຮອຍ​ຂອງຝຸ່ນ​ຜົງ ຫລື ຄາບ​ເປິ­ເປື້ອນສ່ວນຄວາມ​ໄວ​ໃນ​ການ​ພິມ​ນັ້ນ​ກໍ່​ສາ­ມາດ​ເຮັດ​ໄດ້​ຕາມ​ຄຸນ​ລັກ­ສະ­ນະສະ­ເພາະ​ຂອງ​ຕົວ​ເຄື່ອງ​ທີ່​ລະ­ບຸຖື​ວ່າ​ໄວ​ພຽງ­ພໍ​ສຳ­ລັບ​ການ​ເຮັດວຽກ​ທີ່​ເລ່ງ​ດ່ວນ​ໂດຍ​ບໍ່​ຕ້ອງ​ອັບເກຣດ​ໄປ​ເປັນ​ເຄື່ອງ­ພິມ​ຮຸ່ນ​ໃຫຍ່ເລີຍ​ສ່ວນ​ຄຸນ­ສົມ­ບັດ​ອື່ນໆ ກໍ່​ສາມາດ​ເຮັດ​ວຽກ​ໄດ້​ຕາມ​ຫນ້າ­ທີ່ຢ່າງ​ສົມ­ບູນ​ແບບ​ເກືອບ​ບໍ່​ມີ​ບ່ອນຕິ​ເລີຍ​ສະ­ຫລຸບ​ແລ້ວ​ດ້ວຍ​ລາ­ຄາ​ທີ່ບໍ່​ແພງ​ຖື​ວ່າ​ກຸ້ມ​ຄ່າ​ດ້ວຍ​ປະ­ການທັງ​ປວງ​ກັບ​ຄຸນ­ສົມ­ບັດ​ທີ່​ຫລາຍເຖິງ 4 ແບບ ເຊິ່ງ​ບໍ່​ໄດ້​ມີ​ມາ​ໃຫ້ພຽງ​ແຕ່​ສົ່ງແຕ່​ເຮັດ​ໄດ້​ດີ​ທຸກ​ຟັງເຊິນອັນ​ນີ້​ຕ້ອງ​ຊົມ­ເຊີຍ​ແຄນ​ນອນເຮັດ​ອອກ​ມາ​ໄດ້​ດີ​ແທ້ໆ.

Free Web Hosting