ຫລັງ​ຈາກ​ທີ່​ທາງ​ເອ​ເຊີ (Acer) ເປີດ​ຕົວ  Iconia W3 ແທັບ​ເລັດ​ລະ­ບົບ​ປະ­ຕິ­ບັດ​ການ​ວິນ​ໂດ 8 ເຮັດ​ໃຫ້​ຫລາຍ​ຄົນ​ລວມ​ທັງ​ຜູ້​ຂຽນ​ອົດ​ສົງ­ໄສ​ບໍ່​ໄດ້​ເລີຍ​ວ່າ ແທັບ​ເລັດ​ຂອງ​ເອ​ເຊີ​ຮຸ່ນ​ນີ້ ເມື່ອ​ນຳ​ມາ​ປຽບ­ທຽບ​ກັບ  iPad mini ແລ້ວ​ຜົນ​ຈະ​ອອກ​ມາ​ເປັນ​ແນວ­ໃດ ມື້­ນີ້​ທາງ​ຄໍ​ລຳ​ຜ່າ​ໂລກ​ໄອ​ທີ​ຈະ​ນຳ ແທັບ​ເລັດ​ສອງ​ຕົວ​ນີ້​ມາ​ສົມ​ທຽບ​ກັນ​ວ່າ​ຈະ​ມີ​ຈຸດ​ເດັ່ນ ແລະ ຈຸດ​ດ້ອຍ​ແນວ­ໃດ ວ່າ​ແລ້ວ​ກໍ່​ໄປ​ຕິດ­ຕາມ​ພ້ອມໆ​ກັນ​ເລີຍ.

ລະ­ບົບ​ປະ­ຕິ­ບັດ​ການ (Operating System)

ໃນ​ເລື່ອງ​ຂອງ​ລະ­ບົບ​ປະ­ຕິ­ບັດ​ການ​ຂອງ​ແຕ່​ລະ​ຮຸ່ນ​ນັ້ນ Iconia  W3  ນັ້ນ​ຈະ​ໃຊ້​ລະ​ບົບ​ປ​ຕິ​ບັດ ການWindows  8  ໂດຍ​ມີ​ຈຸດ​ເດັ່ນ​ໃນ​ເລື່ອງ​ການ ນຳ​ໃຊ້​ໄດ້​ຂ້ອນ​ຂ້າງ​ເປັນ​ອິດ­ສະ­ຫລະ,ສາ­ມາດ​ລົງ​ໂປຣ​ແກຣມ​ໄດ້​ເກືອບ​ທຸກ​ໂປຣ​ແກຣມ​ຈະ​ໃຫ້​ຄວາມ​ຮູ້­ສຶກ​ວ່າ ເຮົາ​ກຳ­ລັງ​ໃຊ້​ໂນດ​ບຸກ​ຢູ່​ແລ້ວ​ກໍ່​ມີ­ຫນ້າ​ຈໍ Live Tile ທີ່​ສະ­ແດງ​ຂໍ້​ມູນ​ຈາກ​ຫລາຍ​ແຫລ່ງ​ທີ່​ມາ​ໃຫ້​ໃນ​ຫນ້າ​ຈໍ​ດຽວ ພ້ອມ​ນັ້ນ​ຍັງ​ສາ­ມາດ​ດັດ­ແປງ​ແກ້​ໄຂ​ໄດ້ ເພື່ອ​ເຮັດ​ໃຫ້​ຜູ້​ໃຊ້​ເຂົ້າ​ເຖິງ​ແອບ​ພລິ​ເຄ​ເຊິນ​ໄດ້ ໂດຍ​ງ່າຍ, ການ​ຊິງຄ໌ (Sync) ຂໍ້​ມູນ​ລະ­ຫວ່າງ​ອຸ­ປະ­ກອນ​ຕ່າງໆ​ທີ່​ໃຊ້ Windows 8 ເຮັດ​ງ່າຍ​ບໍ່​ວ່າ​ຈະ ເປັນ   Smart  Phone, PC, NoteBook, Tablet, Xbox ແລະ ຮອງ​ຮັບ Flash ນຳ​ອີກ.

 

ໃນ​ສ່ວນ​ຄວາມ​ບໍ່​ຫນ້າ​ປະ​ທັບ​ໃຈ​ປານ­ໃດ​ຂອງ Windows 8 ກໍ່​ຄື​ເລື່ອງ​ຂອງ​ແອບ​ພລິ​ເຄ​ເຊິນ​ທີ່​ໃຫ້​ໂຫລດ​ໃນ Windows Store ຍັງ​ມີ​ຫນ້ອຍ​ການ​ນຳ​ໃຊ້​ຂ້ອນ​ຂ້າງ​ຍາກ​ສຳ­ລັບ​ຜູ້​ລອງ​ໃຊ້​ໃຫມ່ ແຕ່​ໃນ​ປະ­ຈຸ​ບັນ​ມີ​ແອບ​ໃຫ້​ໂຫລດ​ເຖິງ 150.000 ກວ່າ​ແອບ​ແລ້ວ.

ສ່ວນ iPad Mini ນັ້ນ​ໃຊ້​ລະ­ບົບ​ປະ­ຕິ­ບັດ​ການ​ໄອ​ໂອ​ເອ​ສ (iOS)  ຈັດ­ການ​ງ່າຍ​ດ້ວຍ​ຫນ້າ​ຈໍ homescreen  ຫນ້າ​ດຽວ​ບໍ່ ຊັບ­ຊ້ອນ​ຕາມ​ແບບ​ສະ­ບັບ​ຂອງ​ແອບ​ເປິ​ລ, ມີ​ແອບ​ພລິ​ເຄ​ເຊິນ​ໃຫ້​ໂຫລດ​ຫລວງ­ຫລາຍ​ໃນ appstore  ແຖມ​ແຕ່​ລະ​ແອບ​ກໍ່​ມີ​ແຕ່​ແນວ​ຄັກໆ, ໃນ​ສ່ວນ​ຂອງ​ຟີ​ເຈີ​ໃຫ້​ເລືອກ​ໃຊ້​ຫລາຍ OS ສະ­ຖຽນ​ລ່ຽນ­ໄຫລ ປອດ​ໄພ​ບໍ່​ມີ​ໄວ​ຣັສ​ເພາະ​ເປັນ​ລະ­ບົບ​ປິດ.

ສຳ­ລັບ​ຂໍ້​ເສຍ​ຂອງ iOS ນັ້ນ​ດ້ວຍ​ຄວາມ​ທີ່​ເປັນ​ລະ­ບົບ​ປິດ​ເຮັດ​ໃຫ້­ການ​ເຊື່ອມ​ຕໍ່​ເຂົ້າ​ກັບ​ອຸ­ປະ­ກອນ​ອື່ນໆ​ນັ້ນ​ເຮັດ​ໄດ້​ຂ້ອນ​ຂ້າງ​ຍາກ​ຕ້ອງ​ຜ່ານ iTune ເທົ່າ​ນັ້ນ  ແຖມ Sync ໄດ້​ກັບ​ພີ​ຊີ​ເຄື່ອງ​ດຽວ​ເທົາ​ນັ້ນ ຖ້າ​ປ່ຽນ​ເຄື່ອງ Sync  ຕ້ອງ​ລ້າງ​ຂໍ້​ມູນ​ໃນ iPhoneiPAD ອອກ​ໃຫ້​ຫມົດ​ກ່ອນ, ສ່ວນໃນ​ເລື່ອງ​ຂອງ​ແອບ​ພລິ​ເຄ​ເຊິນ ທີ່​ມີ​ໂຫລດ​ຫລາຍ​ນັ້ນ ສ່ວນ​ໃຫຍ່​ມັກ​ເສຍ​ເງິນ ແລະ ອີກ​ຈຸດ​ຄື​ບໍ່​ຮອງ​ຮັບ Flash.

ນ້ຳ­ຫນັກ (Weight)

  ໃນ​ສ່ວນ​ຕໍ່​ມາ​ນັ້ນ ກໍ່​ແມ່ນ​ເລື່ອງ​ຂອງ​ນ້ຳ­ຫນັກ​ທີ່​ເປັນ​ຕົວ​ຊ່ວຍ​ໃນ​ການ​ຕັດ­ສິນ​ໃຈ​ອັນ​ດັບ​ຕົ້ນໆ ເລີຍ​ກໍ່​ວ່າ​ໄດ້​ສ່ວນ​ນີ້ Iconia W3  ມີ​ນ້ຳ­ຫນັກ 500 g ຫລາຍ​ກວ່າ  iPad Mini  ເຖິງ 192 ກຣາມ ຖື​ໄດ້​ວ່າ​ແຕກ​ຕ່າງ​ກັນ​ຫລາຍ ໂດຍ​ສະ­ເພາະ​ສຳ­ລັບ​ແມ່­ຍິງ​ອາດ​ຮູ້­ສຶກ​ວ່າ​ຫນັກ​ໃນ​ການ​ລອງ​ຈັບ​ຖື​ເທື່ອ​ທຳ​ອິດ.

ການ­ສະ­ແດງ​ຜົນ (Display)

ໃນ​ສ່ວນ​ຂອງ​ຈໍ​ສະ­ແດງ​ຜົນ ນັ້ນ Iconia W3 ກິນ​ຂາດ​ເລີຍ ເພາະ​ໃນ​ສ່ວນ​ຂອງ​ຂະ­ຫນາດ​ຫນ້າ​ຈໍ​ນັ້ນ​ມີ​ຄວາມ​ແຕກ​ຕ່າງ​ກັນ​ເລັກ ນ້ອຍ​ພຽງ 0,2 ນິ້ວ​ເທົ່າ​ນັ້ນ ແຕ່ ໃນ​ສ່ວນ​ຂອງ​ການ­ສະ­ແດງ​ຜົນ    ນັ້ນ Iconia W3 ຊະ­ນະ​ຂາດ​ຮ້ອຍ ດ້ວຍ​ຄວາມ​ລະ­ອຽດ​ທີ່​ຫລາຍ​ກວ່າ iPad Mini ອັນ​ນີ້​ກໍ່​ຕ້ອງ​ລໍ­ຖ້າ​ໃຫ້ iPad Mini ອັບ​ເດດ​ຫນ້າ​ຈະ​ເປັນ ແບບ Retina Display  ເມື່ອໃດ​ຈິ່ງ​ມາ​ເອົາ​ມາ​ປຽບ­ທຽບ​ກັນ ອີກ​ເທື່ອ​ຫນຶ່ງ.

ຫນ່ວຍ​ປະ­ມວນ​ຜົນ (Processor)

     ແທັບ​ເລັດ​ຂອງ​ເອ​ເຊີ​ມີ​ໂປຣເຊັດ​ເຊີ​ທີ່​ມີ​ປະ­ສິດ­ທິ­ພາບ​ຫລາຍຂຶ້ນເນື່ອງ​ຈາກ​ມັນ​ປະ­ມວນ​ຜົນການ​ເຮັດ​ວຽກ​ດ້ວຍ Quad-CoreIntel Atom Z2760 ຄວາມ​ໄວ 1.8 GHz, ສ່ວນ​ຫນ່ວຍປະ­ມວນ​ຜົນ​ຂອງ iPad mini ໃຊ້ເປັນ Quad-CoreApple A5 ຄວາມ​ໄວ 1 GHz ເຊິ່ງ​ໃນ​ເວັບໄຊ cpuboss.com ໄດ້​ຍົກ​ໃຫ້ Acer Iconia W3 ເປັນ​ຜູ້​ຊະ­ນະ ໄປ​ດ້ວຍ​ຄະ­ແນນ 5,4 ຕໍ່ 5,2; ສ່ວນ​ຄະ­ແນນ​ຈາກ GeekBench ຜົນ​ປາ­ກົດ​ວ່າ ຊີ​ພີ​ຢູ Intel Atom,1.8 GHz dual core (Z2760) ຊະ­ນະ​ໄປ​ຢ່າງ​ລົ້ນ​ເຫລືອ​ດ້ວຍ​ຄະ ແນນ 1.418 ຕໍ່ 784.

ຫນ່ວຍ​ຄວາມ​ຈຳ​ແຣມ (RAM)

      ໃນ​ສ່ວນ​ຂອງ​ຫນ່ວຍ​ຄວາມຈຳ​ແຣມ (RAM) ນັ້ນ​ຈະ​ເຫັນໄດ້​ວ່າ Acer Iconia W3 ມາ ພ້ອມ​ຄວາມ​ແຮງ​ເຖິງ 2GB ຊະນະ iPad mini ທີ່​ມີ​ພຽງ 512 MB ໄປ​ຢ່າງ​ຂາດ​ຮອຍ.

ຫນ່ວຍ​ຄວາມ​ຈຸ (Storage)

       ໃນ​ສ່ວນ​ນີ້​ຖື​ໄດ້​ວ່າ​ເປັນ​ຈຸດອ່ອນ​ຂອງ​ສິນ­ຄ້າ​ຕະ­ກູນ​ແອບ​ເປິ​ລ (Apple) ກໍ່​ວ່າ​ໄດ້ເນື່ອງ​ຈາກ​ຈຳກັດ​ຫນ່ວຍ​ຄວາມ​ຈຳ​ພາຍ​ໃນ​ມາ​ໃຫ້​ໃນ​ຕົວ​ເລີຍ​ເປັນ​ທີ່​ຮຽບ​ຮ້ອຍ, ທ່ານ​ບໍ່​ສາ­ມາດ​ຊອກ​ຫາ​ຫນ່ວຍຄວາມ​ຈຳ​ສຳ­ຮອງ​ເພີ່ມ​ເຂົ້າ​ໄປໄດ້​ເລີຍ ໂດຍ​ເຫັນ​ຈາກ iPad Mini ມີ​ຄວາມ​ຈຸ​ໃຫ້​ເລືອກ​ຊື້​ໄດ້​ເລີຍ​ຄື 16GB, 32GB, 64GB, ໃນສ່ວນ​ຂອງ Acer Iconia W3 ຖືກ​ກຳ­ນົດ​ໃຫ້​ມີ​ຫນ່ວຍ​ຄວາມ​ຈຳພຽງ​ແຕ່ 2 ຂະ­ຫນາດ​ເທົ່າ​ນັ້ນ​ຄື 32 GB ແລະ 64 GB ແຕ່ Acer Iconia W3 ຍັງ​ຖືກ​ອອກ​ແບບ​ມາໃຫ້​ຮອງ​ຮັບ​ກາ​ຣດ​ຫນ່ວຍ​ຄວາມຈຳ​ເສີມ​ພາຍ​ນອກ​ແບບ microSD Card ໄດ້​ສູງ​ສຸດ​ເຖິງ 32GB.

ແບັດ​ເຕີ​ຣີ (Battery)

    Acer Iconia W3ໃຊ້​ແບັດເຕີ​ຣີ​ຊະ­ນິດ Liion ຄວາມ​ຈຸ 6800 mAh ສ່ວນ iPad Mini ມີ​ຄວາມ​ຈຸ​ຂອງ​ແບັດ​ເຕີ​ຣີ​ພຽງ​ແຕ່ 4400 mAh ຈຸດ​ນີ້​ຕ້ອງ​ຍົກ​ໃຫ້ Acer Iconia W3ເປັນ​ຜູ້​ຊະ­ນະເພາະ​ເຫັນ​ວ່າ​ມີ​ຄວາມ​ຫລຸດ​ໂຕນກັນ​ຫລາຍ ແຕ່​ຕອນ​ໃຊ້​ວຽກ​ຕົວຈິງ​ຈະ​ກິນ​ໄຟ​ຫລາຍ​ກວ່າ​ກັນ​ກໍ່ຕ້ອງ​ເປັນ​ອີກ​ເລື່ອງ​ຫນຶ່ງ.

ກ້ອງ (Cameras)

     ໃນ​ສ່ວນ​ນີ້​ອາດ​ເປັນ​ຕົວ​ຊ່ວຍ​ທີ່ສຳ­ຄັນ​ໃນ​ການ​ຕັດ­ສິນ​ໃຈ​ຊື້​ຂອງຫລາຍໆ​ຄົນ ແລະ ກໍ່​ຕ້ອງ​ຍົກ​ໃຫ້ iPad Mini ທີ່​ມີ​ກ້ອງ​ດິ​ຈິ​ຕອລ​ຕົວຫລັກ​ດ້ານ​ຫລັງ​ຕົວ​ເຄື່ອງ​ຄວາມລະ­ອຽດ​ລະ­ດັບ 5 ລ້ານ​ພິກ​ເຊລກ້ອງ​ຫນ້າ​ພຽງ 1,2 ລ້ານ, ສ່ວນ ຂອງ Acer Iconia W3 ມີ​ກ້ອງຕົວ​ຫລັກ​ດ້ານ​ຫລັງ ແລະ ກ້ອງຫນ້າ​ດ້ວຍ​ຄວາມ​ລະ­ອຽດ 2 ລ້ານພິກ​ເຊລ​ເທົ່າ​ກັນ.

ເລື່ອງ​ອື່ນໆ

      Acer Iconia W3ຈະ​ມີ​ຈຸດເດັ່ນ​ຢູ່​ບ່ອນ​ວ່າຄີ​ບອດ​ທີ່​ເປັນ​ອຸ­ປະກອນ​ເສີມ​ເຊື່ອມ​ຕໍ່​ດ້ວຍ Bluetooth ແລະ ຂັບ​ເຄື່ອນ​ດ້ວຍ​ແບັດເຕີ​ຣີ​ຈຳ­ນວນ 2ກ້ອນ ມີ Office 2013ແຖມ​ໃຫ້​ລ້າ ໃຊ້ເຮັດ​ວຽກ​ດ້ານ​ເອ­ກະ­ສານ​ໄດ້ Word, Excel, PowerPoint ມາ​ໃຫ້​ເລີຍ​ບໍ່​ຕ້ອງ​ເສຍ​ເງິນ​ຊື້ມີຊ່ອງ​ສຽບ microSD Card ແຖມ​ຍັງ​ມີ​ຜອດ​ເຊື່ອມ​ຕໍ່​ສາຍ micro HDMI ໃຫ້​ອີກ (ໃນ​ເລື່ອງຂອງ​ລາ­ຄາ​ນັ້ນ​ແນ່­ນອນ​ວ່າ Acer Iconia W3ຈະ​ຖືກ​ກວ່າ iPad Mini )

ບົດ​ສະ­ຫລຸບ

      ມາ​ຮອດ​ນີ້​ກໍ່​ສາ­ມາດ​ສະ­ຫລຸບໄດ້​ແບ​ບລວມໆຄືສຳ­ລັບ​ທ່ານ​ທີ່ເປັນ​ຄົນ​ມັກ​ການ​ນຳ​ໃຊ້​ວຽກ​ແບບອິດ­ສະ­ຫລະຕ້ອງ​ເຮັດ​ວຽກ​ນອກສະ­ຖານ­ທີ່​ເລື້ອຍໆ ພ້ອມ​ນັ້ນ ຍັງຕ້ອງ­ການ​ເຊື່ອມ​ຕໍ່​ເຂົ້າ​ກັບ​ອຸ­ປະກອນ​ຕ່າງໆ​ຫລາຍ​ຢ່າງ ແລະ ຕ້ອງການ​ໃຊ້​ໂປຣ​ແກຣມ​ຈັດ­ການ​ດ້ານເອ­ກະ­ສານ​ເປັນ­ຕົ້ນ Word, Excel, PowerPoint ແມ່ນ​ຂໍແນະ­ນຳ​ໃຫ້​ໃຊ້ Acer Iconia W3, ແຕ່​ຖ້າ​ທ່ານ​ໃດ​ມັກ​ໃນ​ເລື່ອງຂອງ​ຄວາມ​ບັນ­ເທີງ​ເປັນ​ຫລັກມັກ​ຖ່າຍ­ຮູບ ແລະ ມັກ​ຫລິ້ນແອບພລິ​ເຄ​ຊິນ​ທີ່​ຫລາກ​ຫລາຍ​ແລ້ວກໍ່ຕ້ອງ​ແນະ­ນຳ​ໃຫ້​ໃຊ້ iPad mini.

 

Free Web Hosting