Home / home

Category

ການ​ປູກ​ໝາກ​ລໍາ­ໄຍ ສ່ວນຫຼາຍ​ຈະ​ມີ​ບັນ­ຫາ​ເລື່ອງ​ຂອງການ​ອອກ­ດອກ​
ເປັນ​ໝາກ​ທີ່​ບໍ່ສະ​ໝໍ່າ​ສະ­ເໝີບາງ​ປີ​ກໍ່​ຈະ​ອອກດອກ

ການ​ປູກ​ໝາກ​ລໍາ­ໄຍ ສ່ວນຫຼາຍ​ຈະ​ມີ​ບັນ­ຫາ​ເລື່ອງ​ຂອງການ​ອອກ­ດອກ​
ເປັນ​ໝາກ​ທີ່​ບໍ່ສະ​ໝໍ່າ​ສະ­ເໝີບາງ​ປີ​ກໍ່​ຈະ​ອອກດອກ ແລະ
ເປັນ​ໝາກ​ຫຼາຍ, ແຕ່ບາງ​ປີ​ອອກ­ດອກ​ຫຼາຍ ແລະ ເປັນໝາກ​ໜ້ອຍ
ຫລື ມີ​ການ​ອອກ­ດອກ ແລະ ແຕ່​ເປັນ​ໝາກ​ແບບ​ປີ​ເວັ້ນປີ
ເຊິ່ງ​ຖື​ວ່າ​ເປັນ​ບັນ­ຫາ​ຫຼັກ​ຂອງຊາວ​ສວນ​ຜູ້​ປູກ​ລໍາ­ໄຍ​ເປັນ
ສ່ວນຫຼາຍ​ເຮັດ​ໃຫ້​ສູນ​ເສຍ​ລາຍ​ໄດ້​ຕໍ່​ປີ​ເປັນ​ຈໍາ­ນວນ​ຫຼາຍ
ແຕ່​ບັນ­ຫາ​ດັ່ງ­ກ່າວ​ສາ­ມາດ​ແກ້​ໄຂ​ໄດ້​ໂດຍປະ­ຕິ­ບັດ​ຕາມ​ຂັ້ນ​ຕອນ​ຕໍ່​ໄປ​ນີ້:
ກ່ອນ​ການ​ປູກ​ໝາກ​ລໍາ­ໄຍ ຄວນ​ກຽມ​ແນວ​ພັນ ໂດຍ​ວິ­ທີຕອນ​ກິ່ງ ເຊິ່ງ​ຄວນ​ກຽມ​ໄວ້​ລ່ວງໜ້າ 1 ປີ
ເພື່ອ​ຈະ​ໄດ້​ຕົ້ນ​ກ້າ​ລໍາໄຍທີ່​ແຂງ­ແຮງ​ຈາກ​ນັ້ນ​ກໍ່​ໃຫ້​ກຽມພື້ນ​ທີ່​ສໍາ­ລັບ​ການ​ປູກ,

ລາຍລະອຽດ »

Windows 8 ລະບົບ​ປະຕິບັດ​ການ​ຂອງ​​ໄມ​ໂຄຣຊອຟທ໌ຮຸ່ນ​ຫລ້າ​ສຸດ ພ້ອມ​ສ່ວນຕິດ​ຕໍ່​ກັບ​ຜູ້​ໃຊ້​ໃນ​ແບບ ທີ່​ລຽບ​ງ່າຍ ແລະ ສະດວກ​ຕໍ່​ການ​ນຳ​ໃຊ້ Modern UI

Windows 8 ລະບົບ​ປະຕິບັດ​ການ​ຂອງ​ໄມ​ໂຄຣຊອຟທ໌ຮຸ່ນ​ຫລ້າ​ສຸດ ພ້ອມ​ສ່ວນຕິດ​ຕໍ່​ກັບ​ຜູ້​ໃຊ້​ໃນ​ແບບ ທີ່​ລຽບ​ງ່າຍ ແລະ ສະດວກ​ຕໍ່​ການ​ນຳ​ໃຊ້ Modern UI ແຕ່​ເນື່ອງ​ຈາກ Windows 8​ເນັ້ນ​ການ​ນຳ​ໃຊ້​ຮ່ວມ​ກັບ​ແທັບ​ເລັດ​ເປັນ​ສ່ວນ​ໃຫຍ່ ເຮັດ​ໃຫ້​ຜູ້​ໃຊ້​ພີ​ຊີ ແລະ ໂນ​ດບຸກຈຳ​ເປັນ​ຕ້ອງ​ປັບ​ຕົວ​ຕາມ​ຮູບ​ແບບ​ຂອງ Windows 8ທີ່ປ່ຽນ​ໄປ​ຈົນ​ອາດ​ເກີດ​ອຸປະສັກ​ໃນ​ການ​ໃຊ້​ວຽກ​ໄດ້ ດັ່ງ​ນັ້ນ ເພື່ອ​ຫລຸດ​ບັນຫາ​ດັ່ງກ່າວ​ການ​ໃຊ້ ຈິ່ງ​ເປັນ​ທາງ​ເລືອກທີ່​ຊ່ວຍ​ທ່າ​ນ​ໄດ້.
Leap Motion​ເປັນ​ອຸປະກອນ​ສຳລັບ​ສັ່ງ​ວຽກ​ຄອມ​ພິວ​ເຕີ​ແບບ​ໃຫມ່​ຜ່ານ​ການ​ເຮັດ​ວຽກ​ໃນ​ເຕັກ​ໂນ​ໂລ​ຊີ Motion Sensorຫລື ເຊັນ​ເຊີ​ຈັບ​ການ​ເຄື່ອນ​ໄຫວ​ທີ່​ຈະ​ແປງ​ສັນຍານ​ຄວາມ​ເຄື່ອນ​ໄຫວ​ໃນ​ອາກາດ​ເຊັ່ນ ການ​ກາງ-ຫຸບ​ນິ້ວມື ເພື່ອ​ຊູ​ມ​ເຂົ້າ​-ຊູ​ມອອກ .

ລາຍລະອຽດ »

ກ້ວຍ​ໄມ້​ເປັນ​ພືດ​ໃບ​ລ້ຽງ​ດ່ຽວ, ດອກ​ຍອດ​ນິ­ຍົມ ເພາະ​ລັກ­ສະ­ນະ​ດອກ
ແລະ ສີ­ສັນ​ລວ­ດລາຍ​ສວຍ​ງາມ,  ເປັນ​ພືດ​ເສດ­ຖະ­ກິດ​ທີ່​ມີ​ຄວາມ​ສຳ­ຄັນ

ກ້ວຍ​ໄມ້​ເປັນ​ພືດ​ໃບ​ລ້ຽງ​ດ່ຽວ, ດອກ​ຍອດ​ນິ­ຍົມ ເພາະ​ລັກ­ສະ­ນະ​ດອກ ແລະ ສີ­ສັນ​ລວ­ດລາຍ​ສວຍ​ງາມ,  ເປັນ​ພືດ​ເສດ­ຖະ­ກິດ​ທີ່​ມີ​ຄວາມ​ສຳ­ຄັນ ເພາະ​ເປັນ​ໄມ້​ທີ່​ມີ​ການ​ປູກ​ແບບ​ຄົບ​ວົງ​ຈອນ​ເລີ່ມ​ຕັ້ງ­ແຕ່​ການ​ປະ­ສົມ​ເກ­ສອນ, ການ​ລ້ຽງ​ໃຍ, ລ້ຽງ​ກ້ວຍ​ໄມ້ ຈົນ​ຮອດ​ການ​ໃຫ້​ດອກ ແລະ ການ​ຕັດ​ດອກ​ບັນ­ຈຸ​ໃສ່​ຫີບ​ແລ້ວ​ສົ່ງ​ອອກ.
   ກ້ວຍ​ໄມ້​ມີ​ແຫຼ່ງ​ກຳ­ເນີດ​ໃຫຍ່​ທີ່​ສຸດ​ຂອງ​ໂລກ​ຄື ອາ­ເມ­ລິ­ກາ​ລາ​ຕີນ ເປັນ​ອາ­ນາ​ບໍ­ລິ­ເວນ​ອາ­ເມ­ລິ­ກາ​ກາງ​ຕິດ​ກັບ​ເຂດ​ເໜືອ​ຂອງ​ອາ­ເມ­ລິ­ກາ​ໃຕ້ ສ່ວນ​ແຫຼ່ງ​ກຳ­ເນີດ​ກ້ວຍ​ໄມ້​ໃນ​ພູ­ມີ­ພາກ​ອາ­ຊີ ແລະ ປາ​ຊີ​ຟິກ, ກ້ວຍ​ໄມ້​ເປັນ​ພືດ​ທີ່​ມີ​ສ່ວນ​ຕ່າງໆ​ທີ່​ສົມ­ບູນ​ຄື ມີ​ຮາກ, ຕົ້ນ, ໃບ ແລະ ໝາກ, ກ້ວຍ​ໄມ້​ບໍ່​ມີ​ຮາກ­ແກ້ວ, ລຳ­ຕົ້ນ​ບໍ່​ມີ​ແກ່ນ, ສ່ວນ​ໃບ​ຈັດ​ເປັນ​ໃບ​ລ້ຽງ​ດ່ຽວ​ມີ​ເສັ້ນ​ຂະ ໜານ​ກັນ​ຕາມ​ຄວາມ​ຍາວ​ຂອງ​ໃບ.

ລາຍລະອຽດ »

ແຄນ​ນອນ (Canon) ປະກາດ​ຄວາມ​ສຳ­ເລັດ​ຄອງ​ແຊ໋ມ​ອັນດັບ 1 ຍອດ​ຂາຍ​ກ້ອງ​ດິ​ຈິ​ຕອລ ປ່ຽນ​ເລນສ໌​ໄດ້​ທົ່ວ​ໂລກ​ສູງ​ສຸດເຖິງ 10 ປີ ຊ້ອນ ຂະ­ນະ​ທີ່ ປີ 2013

ແຄນ​ນອນ (Canon) ປະກາດ​ຄວາມ​ສຳ­ເລັດ​ຄອງ​ແຊ໋ມ​ອັນດັບ 1 ຍອດ​ຂາຍ​ກ້ອງ​ດິ​ຈິ​ຕອລ ປ່ຽນ​ເລນສ໌​ໄດ້​ທົ່ວ​ໂລກ​ສູງ​ສຸດເຖິງ 10 ຊ້ອນ ຂະ­ນະ​ທີ່ ປີ 2013 ນີ້ລູກ​ຄ້າ​ທົ່ວ​ໂລກ​ຈະ​ໄດ້​ພົບ​ກັບກ້ອງ​ຮຸ່ນ​ທີ່​ນ້ອຍ ແລະ ເບົາ​ທີ່​ສຸດໃນ​ໂລກ​ແນ່­ນອນ.
      ບໍ­ລິ­ສັດ​ແຄນ​ນອນ ອິງຄ໌ ປະເທດ​ຍີ່­ປຸ່ນຖະ­ແຫລງ​ຄວາມ​ສຳເລັດ​ໃນ​ການ​ສ້າງ​ຍອດ​ຂາຍ​ກ້ອງດິ​ຈິ​ຕອລ​ປ່ຽນ​ເລນສ໌​ໄດ້ (ກ້ອງດິ​ຈິ​ຕອລ SLR ແລະ ກ້ອງ​ຄອມແພັກ) ທົ່ວ​ໂລກ​ໄດ້​ເປັນ​ອັນ​ດັບຫນຶ່ງ​ຕິດ­ຕໍ່​ກັນ 10 ປີ ນັບ​ຕັ້ງ­ແຕ່​ປີ 2003-2012 ນອກ­ຈາກ​ການ​ຜະລິດ​ກ້ອງ​ດິ​ຈິ​ຕອລ​ປ່ຽນ​ເລນສ໌​ໄດ້ແລ້ວແຄນ​ນອນ​ຍັງ​ໄດ້​ພັດ­ທະ­ນາເຕັກ​ໂນ​ໂລ​ຊີ ເຊິ່ງ​ເປັນ​ຫົວ­ໃຈ​ຫລັກສຳ­ຄັນ​ຄື​ເຊັນ​ເຊີ​ຮັບ​ພາບ​ແບບ CMOS ແລະ

ລາຍລະອຽດ »

ສາ­ລີ​ເປັນ​ພືດ​ອາ­ຍຸ​ສັ້ນ​ໃຊ້​ເວລາ​ປູກ​ປະ­ມານ 45Œ-50 ວັນ
ກໍ່​ສາ­ມາດ​ເກັບ​ກ່ຽວ​ໄດ້​ມີ​ເຕັກ ນິກ​ການ​ປູກ​ທີ່​ບໍ່​ຫຍຸ້ງ­ຍາກ

ສາ­ລີ​ເປັນ​ພືດ​ອາ­ຍຸ​ສັ້ນ​ໃຊ້​ເວລາ​ປູກ​ປະ­ມານ 45Œ-50 ວັນ ກໍ່​ສາ­ມາດ​ເກັບ​ກ່ຽວ​ໄດ້​ມີ​ເຕັກ ນິກ​ການ​ປູກ​ທີ່​ບໍ່​ຫຍຸ້ງ­ຍາກ, ບໍ່ຈຳ­ເປັນ​ໃຊ້​ສານ​ເຄ​ມີ​ໃນ​ການ​ກຳຈັດ​ສັດ­ຕູ​ພືດ​ເຮັດ​ໃຫ້​ມີ​ຄວາມປອດ​ໄພ​ຕໍ່​ສຸ­ຂະ­ພາບ​ສາ­ມາດປູກ​ໄດ້​ທົ່ວ​ທຸກ​ພາກ​ຂອງ ປະ­ເທດ ແລະ ປູກ​ໄດ້​ຕໍ່​ເນື່ອງ​ຕະ­ຫລອດ​ປີຖ້າ​ມີ​ການ​ຕອບ​ສະ­ຫນອງ​ນ້ຳ​ໄດ້​ຢ່າງ​ພຽງ­ພໍ​ຕະ­ຫລອດ​ລະ­ດູການ​ປູກ.
ວິ­ທີ​ການ​ປູກ: ການ​ປູກ ມີ 2 ວິ­ທີ​ຄື:
- ປູກ​ແບບ​ແຖວ​ດຽວ: ໃຊ້​ໄລຍະ 75x30 ຊັງ​ຕີ​ແມັດ ຈຳ­ນວນ 2Œ3 ຕົ້ນ​ຕໍ່​ຂຸມ.
- ປູກ​ແບບ​ແຖວ​ຄູ່: ໃຊ້​ໄລ­ຍະຫ່າງ​ລະ­ຫວ່າງ​ແຖວ 120 ຊັງຕີ​ແມັດ ໂດຍ​ຍົກ​ຮ່ອງ​ແລ້ວ​ປູກຂ້າງ​ຮ່ອງ​ທັງ​ສອງ​ຂ້າງ​ໂດຍປູກ​ລະ­ຫວ່າງ 30 ຊັງ​ຕີ​ແມັດ ຈຳ­ນວນ 2Œ3 ຕົ້ນ​ຕໍ່​ຂຸມ.

ລາຍລະອຽດ »

Free Web Hosting